ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-07 10:05:22    
ປາ​ເລັສ​ຕິນ​ອິສ​ຣາ​ແອນ​ຟື້ນ​ຟູ​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ບັນ​ຫາ​ສິດ​ຄວບ​ຄຸມ​ຄວາມ​ປອດ​ໄພ​ຂອງ​ຕົວ​ເມືອງ​ຢູ່​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ

cri Author: q
ຕາມ​ຂ່າວCRI,ວັນ​ທີ6​ມີນາ,​ເຈົ້າ​ໜ້າ​ທີ່​ຂອງ​ອິສຣາ​ແອນ​ແລະ​ປາ​ເລັສຕິນ​ໄດ້​ຟື້ນ​ຟູ​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ອິສຣາ​ແອນ​ມອບ​ສິດ​ຄວບ​ຄຸມ​ຄວາມ​ປອດ​ໄພ​ຂອງ​ຕົວ​ເມືອງ​ສ່ວນ​ໜຶ່ງ​ຢູ່​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ​ໃຫ້​ປາ​ເລັສຕິນ.ຝ່າຍ​ປາ​ເລັສຕິນ​ເຜີຍ​ໃຫ້​ຮູ້​ວ່າ,​ແຕ່​ວັນ​ທີ8​ມີນາ​ເປັນ​ຕົ້ນ​ໄປ,ກອງ​ທະຫານ​ປ້ອງ​ກັນ​ປະ​​ເທດ​ອິສຣາ​ແອນ​ຖອນ​ອອກ​ຈາກ​ເມືອງ​ຕູ​ເລີ​ກາມ ​ເມືອງ​ຝັ່ງຕະເວັນ​ຕົກ​ແມ່ນ້ຳ​ຈໍ​ແດນ​​.

ໃນ​ມື້​ດຽວ​ກັນ,ທ່ານ​ໂມ​ຮຳ​ເມັດ​ດາ​ເຮີ​ລານ ລັດຖະມົນຕີ​ກະຊວງ​ວຽກ​ງານ​ພົນ​ລະ​ເຮືອນ​ຂອງ​ລັດ​ຖະບານ​ປາ​ເລັສຕິນປົກຄອງ​ຕົນ​ເອງ​ກ່າວ​ວ່າ,ອົງ​ການ​ຄວາມ​ປອດ​ໄພ​ປາ​ເລັສ​ຕິນ​ໄດ້​ໃຊ້​ທຸກ​ພາ​ຫະ​ນະ​ແລະ​ມາດ​ຕະການ​ທີ່​ຈຳ​ເປັນ,ປ້ອງ​ກັນ​ບໍ່​ໃຫ້​ຜູ້​ປະ​ກອບ​ອາວຸດ​ຂອງ​ອົງ​ການ​ຫົວ​ຮຸນ​ແຮງ​ປາ​ເລັສຕິນຫຼອນ​ໂຈມ​ຕີ​ເປົ້າ​ໝາຍ​ອິສຣາ​ແອນ.ຝ່າຍ​ປາ​ເລັສ​ຕິນ​ກໍ​ຫວັງ​ໃຫ້​ຝ່າຍ​ອິສ​ຣາ​ແອນ​ຮ່ວມ​ມື​ກັບ​ຝ່າຍ​ປາ​ເລັສຕິນ​ໃນ​ດ້ານ​ຄວາມ​ປອດ​ໄພ.