ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-07 17:10:51    
ທີ​ມຈີນ​ຊິງ​ໄດ້​ຮອງ​ຊະ​ນະ​ເລີດ​​ໝູ່​ຄະ​ນະ​ໃນ​ງານ​ແຂ່ງ​ຂັນ​ດາບ​ຟອຍລ໌​ຊິງ​ຂັນ​ໂລກ​ທີ່​ສະ​ຫະ​ພັນ​ດາບ​ສາ​ກົນ​ຈັດ​ຂຶ້ນ

cri Author: lm

ຕາມ​ຂ່າວສານ​ຊິນ​ຮວາ: ​ໃນ​ງານ​ແຂ່ງຂັນ​ດາບ​ຟອຍ​ລ໌ຊິງ​ຂັນ​ໂລກ​ໝູ່​ຄະນະ​ຍິງ​ຊາຍ​ປີ 2005 ທີ່​ສະຫະພັນ​ດາບ​ສາກົນ​ຈັດ​ຂຶ້ນ​ໃນ​ຕອນ​ຄ່ຳ​ວັນ​ທີ 6 ມີນາ, ທີ​ມຈີນ​ທີ່​ປະກອບ​ດ້ວຍ​ນັກ​ກິລາ​ໜຸ່ມ​ອາຍຸ​ສະ​ເລ່ຍບໍ່ຮອດ 22 ປີ​ສາມ​ຄົນ​ໄດ້​ເສຍ​ໃຫ້​ທີ​ມ​ເຢຍລະ​ມັນ​ທີ່​ມີ​ບົດຮຽນ​ດ້ວຍ​ຄະ​ແນນ 34:45, ​ແລ້ວ​ໄດ້​​ເປັນຮອງ​ຊະນະ​ເລີດ.

​ເຖິງ​ວ່າ​ບໍ່​ໄດ້​ແຊມ​ປຽນ​ກໍ່ຕາມ, ​ແຕ່​ນີ້​ແມ່ນ​ຜົນງານ​ດີ​ທີ່​ສຸດ​ຂອງ​ທີ​ມຈີນ​​ທີ່​​ໄດ້ປະ​ກອບ​ຄືນ​ໃໝ່​ຫຼັງງານ​ກິລາ​ໂອ​ລິ​ມປິກ​ອາ​ແຕນ.

ທ່ານ​ໂກ້​ອິ່ງ ຄູ​ຝຶກ​ຂອງ​ທີ​ມຈີນ​ກ່າວ​ວ່າ "​ຮູ້ສຶກ​ເພິ່ງ​ພໍ​ໃຈ​ໃນ​ຂັ້ນພື້ນຖານ" ຕໍ່​ການສະ​ແດງ​ອອກ​ຂອງ​ນັກ​ກິລາ​ໜຸ່ມ​ຈີນ​ໃນ​ການ​ແຂ່ງຂັນ​ເທື່ອ​ນີ້, ທ່ານ​ຕີ​ລາຄາ​ວ່າ: ການ​ແຂ່ງຂັນ​ເທື່ອ​ນີ້ ຕົ້ນຕໍ​ແມ່ນ​​ເອົາ​ການອົບຮົມຫຼໍ່ຫຼອມນັກ​ກິລາ​ໜຸ່ມ​ເປັນຫຼັກ, ທຳ​ການ​ກະກຽມ​ໃຫ້​ແກ່ງານ​ກິລາ​ໂອ​ລິມ​ປິກ​ປັກ​ກິ່ງ​ປີ 2008.