ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-07 17:41:42    
ອິສ​ຣາ​ແອນ​ສະ​ແດງ​ທ່າ​ທີ​ຕໍ່ບັນ​ຫາ​ມອບ​ສິດ​ຄວບ​ຄຸມ​ຄວາມ​ປອດ​ໄພ​ຂອງ​ຕົວ​ເມືອງ​ຢູ່​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ

cri Author: da
ຕາມ​ຂ່າວ​CRI:​ວັນ​ທີ 6 ມີນາ,​ເຈົ້າໜ້າ​ທີ່​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ອິສ​ຣາ​ແອນ​ເວົ້າ​ວ່າ,​ໃນມື້​ດຽວ​ກັນ,​ເຈົ້າ​ໜ້າ​ທີ່​ອິສຣາ​ແອນ​ແລະ​ປາ​ເລັສ​ຕີນ​ໄດ້​ຟື້ນ​ຟູ​ການ​ເຈລະ​ຈາ​ກ່ຽວ​ກັບ​ບັນ​ຫາ​ຝ່າຍ​ອິສຣາ​ແອນ​ມອບ​ສິດ​ຄວບ​ຄຸມຄວາມ​ປອດ​ໄພ​ຂອງ​ບາງ​ຕົວ​ເມືອງຢູ່​ຝັ່ງ​ຕາ​ເວັນ​ຕົກ​ແມ່ນ້ຳຈໍ​ແດນໃຫ້​ຝ່າຍ​ປາ​ເລັສ​ຕີນ,​ແຕ່​ວ່າ ເວລາ​ມອບ​ໜັບ​ອັນ​ລະ​ອຽດ​ຍັງ​ບໍ່​ທັນ​ໄດ້​ຕົກ​ລົງ​ເທື່ອ.

ພ້ອມ​ກັນ​ນັ້ນ ​ເຈົ້າ​ໜ້າ​ທີ່​ຜູ້​ນີ້​ເຜີຍ​ໃຫ້​ຮູ້​ວ່າ,​ຫວ່າງ​ມໍ່ໆ​ນີ້ ທ່ານ​ຊາ​ອູ​ນ ​ໂມ​ຟາດ ລັດ​ຖະ​ມົນຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ອິສຣາ​ແອນ​ຈະ​ພົບ​ປະ​ທ່ານ​ອັບ​ບັສ ປະ​ທານ​ອົງ​ການ​ອຳ​ນາດ​ແຫ່ງ​ຊາດ​ປາ​ເລັສ​ຕີນ,​ເພື່ອ​ເຈລະ​ຈາ​ບັນ​ຫາ​ມອບ​ສິດ​ຄວບ​ຄຸມ​ຕົວ​ເມືອງ​ປາ​ເລັສ​ຕີນ​ແລະ​ດັດ​ແປງ​ການ​ປະສານ​ງານ​ດ້ານ​ຄວາມ​ປອດ​ໄພ​ລະ​ຫວ່າງ​ສອງ​ຝ່າຍ​ເປັນ​ຕົ້ນ.