ເຜົ່າເຄີເອີເຄີເຈີຕົ້ນຕໍແມ່ນຕັ້ງພູມລຳເນົາຢູ່ເຂດຍ່ອຍເຄິເຈີເລິຊູ ປົກຄອງຕົນເອງຢູ່ພາກຕາເວັນຕົກສຽງໃຕ້ຂອງເຂດຊິນຈຽງເຜົ່າລີເວີເອີປົກຄອງຕົນເອງ,ສ່ວນຫນຶ່ງອີກແມ່ນຕັ້ງຖິ່ນຖານຢູ່ເມືອງອາຄິຊູ ເມືອງ ກາເຊີ ເມືອງອີລີເປັນຕົ້ນ.
ເຜົ່າເຄີເອີເຄີເຈີແມ່ນເຜົ່າທີ່ມີມາລະຍາດແລະມັກແຂກມັກຄົນ,ຄັນພົບຫນ້າພໍ້ຕາຜູ່ໃດ,ຈະແມ່ນຄົນຮູ້ຈັກກັນຫຼືບໍ່ຮູ້ຈັກກັນກໍຕ້ອງມືວາງຢູ່ຫນ້າເອິກກົ້ມຫົວຄຳນັບຖາມຂ່າວກັນ,ຖ້າມີແຂກມາ,ຈະແມ່ນຍາດມິດຫຼືຄົນບໍ່ລື້ຫນ້າ,ກໍລ້ວນແຕ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ,ເມື່ອແຂກຂີ່ມ້າຮອດຫນ້າປະຕູເຮືອນ,ເຈົ້າຂອງເຮືອນກໍຈະອອກປະຕູໄປໂຊມແຂກລົງຈາກຫລັງມ້າ,ແລ້ວເອົາເຄື່ອງກິນແນວແຊບໆມາຕ້ອນຮັບແຂກ,ໃນເວລາແຂກຈະຈາກໄປ,ເຈົ້າຂອງເຮືອນກໍກຽມມ້າໄວ້,ໂຊມແຂກຂຶ້ນຫລັງມ້າແລ້ວຈິ່ງອຳລາກັນ.
ບຸນອັດຮາ,ບຸນກູແອນປາງ ບຸນໂນໂລຈີແມ່ນບຸນປະເພນີນິຍົມຂອງເຜົ່າເຄີເອີເຄີເຈີຍາມບຸນໂນໂລຈີແມ່ນກົງກັບວັນທີ 22 ມີນາ,ໃນມື້ນັ້ນ,ຄອບຄົວໃດກໍຄືກັນກັບຮອດປີໃຫມ່,ອີງຕາມສະພາບເສດຖະກິດຂອງໃຜລາວ,ພະຍາຍາມແຕ່ງຂອງກິນໃຫ້ມີຫຼາຍເຍື່ອງ,ລາງຄອບຄົວກໍຂ້າແກະ,ເພື່ອອວຍພອນ,ເວລາຫົວຄ່ຳມື້ນັ້ນ,ຄົນທັງຫຼາຍກໍດັງໄຟຢູ່ຫນ້າເຮືອນ,ເວລາປ້ອງຝູງສັດຄືນມານັ້ນ,ຄົນກັບສັດລ້ວນແຕ່ຕ້ອງເຕັ້ນຂ້າມກອງໄຟດັ່ງກ່າວເຊິ່ງເປັນການອວຍພອນໃຫ້ຄົນກັບສັດໃນປີໃຫມ່ນີ້ຈົ່ງອອກແມ່ແຜ່ລູກໃຫ້ຫຼາຍ,ໃນມື້ບຸນດັ່ງກ່າວ,ຈະແມ່ນຄອບຄົວໃດກໍຕ້ອງຕົ້ມເຂົ້າປຽກແນວຫນຶ່ງ,ເຂົ້າປຽກແນວນີ້ແມ່ນເອົາເຂົ້າເຈັດຊະນິດເປັນຕົ້ນແມ່ນເຂົ້າບາເລ ເຂົ້າຊິງເຄີແລະເຂົ້າອື່ນໆມາຕົ້ມໃສ່ຫມໍ້ດຽວ,ຖ້າກິນເຂົ້າປຽກຊະນິດນີ້ກໍແປວ່າໃນປີນີ້ຈະໄດ້ຮັບຜົນເກັບກ່ຽວອຸດົມສົມບູນ.
ການນຸ່ງຖື,ການກິນ,ການຢູ່ແລະການໄປມາຂອງເຜ່ົາເຄີເອີເຄີເຈີແມ່ນມີການຕິດພັນຢ່າງໃກ້ຊິດກັບການລ້ຽງສັດ,ພູມລຳເນົາຂອງເຂົາເຈົ້າແມ່ນຕັ້ງຢູ່ບົນທົ່ງຫຍ້າອັນກວ້າງຂວາງເຊິ່ງມີປ່າດົງດິບກວ້າງຈົນສຸດສາຍຕາ,ຕູບວົງກົມທີ່ຊົນເຜົ່າເຄີເອີເຄີເຈີຢູ່ນັ້ນແມ່ນເຮັດດ້ວຍຜ້າພົມ,ຢູ່ໃນຕູບວົງກົມຍັງຫ້ອຍຜ້າພົມຫຼືຜ້າພັນຄໍທີ່ແສ່ວຢ່າງງາມຕາ,ຢູ່ພື້ນດິນກໍປູພົມຫຼາຍຮູບຫຼາຍສີ,ໃນລະດູຮ້ອນ,ເຜົ່າເຄີເອີເຄີເຈີມັກຖືຫມວກສີກົມນ້ອຍໆຫມົດປີ,ສ່ວນຫຼາຍແມ່ນຫຍິບດ້ວຍຜ້າກຳມະຍີສີແດງ,ສີດຳ ສີອິດແລະສີຟ້າມາປົກຫົວ,ໂດຍທົ່ວໄປແລ້ວແມ່ເຖົ້າມັກເອົາຜ້າຂາວມາປົກຫົວ,ຜູ່ຊາຍເຜ່ົາເຄີເອີເຄີເຈີມັກນຸ່ງເສື້ອຍ່າມບໍ່ມີຄໍ,ຜູ່ຍິງມັກນຸ່ງເສື້ອໄຂເອີກແລະນຸ່ງກະໂປ່ງຊຸດ,ຜູ່ຍິງມັກໃສ່ຕຸ້ມຫູ,ສາຍຄໍແລະແຫວນເງິນເປັນຕົ້ນ.
ແມ່ຍິງເຜົ່າເຄີເອີເຄີເຈີແມ່ນຜູ່ມີສິໄມ້ລາຍມືເກັ່ງຄູ່ຄົນ,ໃນເວລາຫວາງວຽກ,ເຂົາເຈົ້າກໍມັກໂຮມກັນເປັນຫມູ່ສາມຫມູ່ສີ່,ທັງຮ້ອງເພງທັງຕ່ຳພົມດອກໄມ້ໃຊ້ເວລາບໍ່ທໍ່ໃດມື້ກໍຕ່ຳພົມດອກໄມ້ອັນແນບນຽນແລະງາມຕາໄດ້ຜື່ນຫນຶ່ງ.
ການມັກກິນຊີ້ນແກະແມ່ນຈຸດພິເສດຮ່ວມອັນຫນຶ່ງຂອງບັນດາຊົນເຜົ່າທີ່ເຊື່ອຖືສາສະຫນາອິສລາມ,ເຜົ່າເຄີເອີເຄີເຈີກໍຄືກັນ,ນອກນັ້ນ,ພວກເຂົາເຈົ້າຍັງມັກກິນຊີ້ນງົວແລະຊີ້ນມ້າອີກ.ເຄື່ອງກິນເຮັດດ້ວຍນ້ຳນົມກໍແມ່ນເຄື່ອງກິນຕົ້ມຕໍຂອງຊາວລ້ຽງສັດເຜ່ົາເຄີເອີເຄີເຈີຄືກັນ.
ຢູ່ປະເທດຈີນມີຫຼາຍເຜົ່າສ່ວນຫນ້ອຍລ້ວນແຕ່ມີພອນສະຫວັນມັກຮ້ອງເພງແລະເສບດົນຕີ,ດົນຕີຂອງເຜົ່າເຄີເອີເຄີເຈີກໍຄືກັນກັບຊົນເຜົ່າອື່ນໆແມ່ນມີປະຫວັດມາແຕ່ດົນນານ,ໃນປະຫວັດສາດ,ປະເທດຈີນຮຽກດົນຕີຂອງພາກເຫນືອກັບເຂດຕາເວັນຕົກເປັນດົນຕີຮູ່,ດົນຕີໃນພະລາຊະວົງຂອງສະໄຫມລາຊະວົງຖ້າງຂອງຈີນກໍມີສ່ວນຫນຶ່ງແມ່ນມາຈາກດົນຕີຂອງເຜົ່າເຄີເອີເຄີເຈີ,ໃນຊີວິດການເປັນຢູ່ເປັນເວລາຍາວນານນັ້ນ,ຊົນເຜົ່າເຄີເອີເຄີເຈີບໍ່ພຽງແຕ່ໄດປະດິດສ້າງແລະຂະຫຍາຍເຄື່ອງເສບຂອງຊົນເຜົ່າແລະການຟ້ອນລຳທຳເພງຊົນເຜົ່າທີ່ມີເອກະລັກຂອງຕົນທໍ່ນັ້ນ,ຫາກຍັງຖອດຖອນເອົາພາກສ່ວນດົນຕີຂອງເຜົ່າອື່ນມາຂະຫຍາຍແລະເຮັດໃຫ້ດົນຕີຊົນເຜົ່າຂອງຕົນອຸດົມສົມບູນຂຶ້ນອີກ.
ດົນຕີພື້ນເມືອງຂອງເຜົ່າເຄີເອີເຄີເຈີແມ່ນມີຈຸດພິເສດທ່ຽວລ້ຽງສັດ,ເອົາການຍ້ອງຍໍສັນລະເສີນພູຜາແມ່ນ້ຳ,ປ່າໄມ້ແລະທົ່ງຫຍ້າລ້ຽງສັດເປັນຫຼັກ,ການຟ້ອນລຳຂອງເຜົ່າເຄີເອີເຄີເຈີມີຈຸດພິເສດທີ່ມີວາດຟ້ອນອັນງາມເດັ່ນແລະມີທ່າທາງຫຶກໃຫຍ່ຜ່າເຜີຍ,ເຊິ່ງມີກິ່ນອາຍບ້ານທົ່ງຫຍ້າຢ່າງເຂັ້ມຂຸ້ນ.
ບົດປະພັນເລື່ອງມານັສແມ່ນໄຂ່ມຸກທີ່ສະຫງ່າລາສີຫນ່ວຍຫນຶ່ງຢູ່ໃນຄັງສາງປະເສີດວັນນະຄະດີພື້ນເມືອງຂອງເຜົ່າເຄີເອີເຄີເຈີ,ແມ່ນບົດປະພັນເຫຼັ້ມຫນຶ່ງທີ່ໃຫຍ່ໂຕມະໂຫຖານແລະສວຍສົດງົດງາມພ້ອມໆກັນກັບບົດປະພັນເລື່ອງເກີຊາແອຮ໌ຂອງເຜົ່າຕິເບດແລະບົດປະພັນເລື່ອງຈຽງເກີແອຮ໌ຂອງເຜົ່າມົງໂກນໃນປະເທດຈີນທີ່ຖືເປັນສາມມະຫາກາບສຳຄັນຂອງປະເທດຈີນ.
ບົດປະພັນເລື່ອງມານັສແມ່ນແຕ່ງແຕ່ສະຕະວັດທີ 10 ຫາ 13 ມະຫາກາບດັ່ງກ່າວໄດ້ວາດພາບເລື່ອງສົງຄາມຂອງຄອບຄົວມານັດ 8 ຮຸ້ນຄົນໄດ້ເຕົ້າໂຮມເຜົ່າພັນເຄີເອີເຄີເຈີທີ່ຢູ່ກະຈັດກະຈ່າຍເຂົ້າເປັນເອກະພາບກັນແລະຕ້ານການຮຸກຮານຈາກພາຍນອກມະຫາພາບດັ່ງກ່າວໄດ້ຜ່ານການວາດພາບວິລະກຳຂອງທ່ານມານັສແລະເຊັ່ນລູກຫຼານຂອງເພິ່ນມາສ່ອງແສງໃຫ້ເຫັນນ້ຳໃຈຕໍ່ສູ້ພິລະອາດຫານຂອງປະຊາຊົນເຜົ່າເຄີເອີເຄີເຈີໃນການຍາດແຍ່ງເອກະລາດແລະປົດປ່ອຍຕົນເອງ,ອັນໄດ້ສະແດງໃຫ້ເຫັນໂສມຫນ້າສັງຄົມແລະຊີວິດສັງຄົມຂອງເຜົ່າເຄີເອີເຄີເຈີໃນສະຕະວັດກາງ.
|