ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-08 10:03:49    
ທ່ານ​ເອ​ເລ​ຄັດ​ເຫັນ​ໄປ​ໃນ​ແງ່​ດີ​ຕໍ່​ປາ​ເລັສ​ຕິນ​ອິສ​ຣາ​ແອນທີ່​ຈະ​ຟື້ນ​ຟູ​ການ​ຕິດ​ຕໍ່​ພົວ​ພັນ​ກັນ​ໃນ​​ໄວໆນີ້

cri Author: q
ຕາມ​ຂ່າວສາ​ນຊິນ​ຮວາ,ວັນ​ທີ7​ມີນາ,ທ່ານ​ເອ​ເລ​ຄັດ ຜູ້​ແທນ​​ເຈລະຈາ​ຜູ້​ທີ​ໜຶ່ງ​ຂອງ​ປາ​ເລັສຕິນທີ່​ໄປ​ຢ້ຽມຢາມ​ຊອກ​ດາ​ນີກ່າວ​ວ່າ,ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສຕິນ​ເຫັນ​ໄປ​ໃນ​​ແງ່​ດີ​ຕໍ່ປາ​ເລັສຕິ​ນອິສຣາ​ແອນ​ທີ່ຈະ​ຟື້ນ​ຟູ​ການ​ຕິດ​ຕໍ່​ພົວພັນ​ກັນ​ໃນ​ໄວໆ​ນີ້,​ແລະ​ກ່າວ​ວ່າ​ຝ່າຍ​ປາ​ເລັສຕິນຍັງ​ຈະ​ເຄົາລົບ​ແຜນການ​ເສັ້ນທາງ​ສັນຕິພາບ​ຕາ​ເວັນ​ອອກ​ກາງ.

ພາຍຫຼັງ​ພົບ​ປະ​ກັບ​ທ່ານ​ຮາ​ນາ​ມູນ​ກີ ລັດຖະມົນຕີ​ການ​ຕ່າງປະ​ເທດ​ຊອກ​ດາ​ນີ​ແລ້ວ,ທ່ານ​ເອ​ເລ​ຄັດ​ກ່າວ​ວ່າ,ພາຍ​ໃຕ້​ການ​ພະຍາຍາມ​​ໄກ່​ເກ່ຍ,ຝ່າຍ​ປາ​ເລັສຕິນມີ​ຄວາມ​ໝັ້ນ​ໃຈ​ຕໍ່​ການ​ຟື້ນ​ຟູ​ການ​ຕິດ​ຕໍ່​ພົວພັນ​ແລະ​ການ​ເຈລະຈາ​ສັນຕິພາບ​ກັບ​ອິສຣາ​ແອນ.ທ່ານ​ກ່າວ​ວ່າ,ຝ່າຍ​ປ​າ​ເລັສຕິນຈະ​ສືບ​ຕໍ່​ປະສານ​ງານ​ຫຼັກ​ໝັ້ນ​ກັບ​ຊອກ​ດາ​ນີ,ປຶກສາ​ຫາລື​ກັນ​ກ່ຽວ​ກັບ​ການຈັດການ​ເຈລະຈາ​3​ຝ່າຍ​ປາ​ເລັສຕິນຊອກ​ດາ​ນີອິສຣາ​ແອນ.