ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-08 13:56:14    
ຈີນ​ຈະ​ນຳ​ໃຊ້​ດາວ​ທຽມ​ອຸ​ຕຸ​ນິ​ຍົມ​ເຟິງ​ຢູນ​ເລກ​ສາມ​ໃນ​ປີ 2007

cri Author: lm

ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 7 ມີນາ​ຢູ່​ທີ່​ປັກ​ກິ່ງ, ທ່ານ​ສິຈ້ຽນໝິນ ວິສະວະກອນ​ໃຫຍ່​ສູນ​ດາວ​ທຽມ​ອຸຕຸນິຍົມ​ແຫ່ງ​ຊາດ​ຈີນ​ເຜີຍ​ໃຫ້​ຮູ້​ວ່າ, ຈີນ​ຈະ​ນຳ​ໃຊ້​ດາວ​ທຽມ​ອຸຕຸນິ​ຍົມ​ເຟິງ​ຢູນ​ເລກ​ສາມ​ໃນ​ປີ 2007, ​​ເພື່ອ​ຢັ່ງ​ແທກສະພາບ​ອຸຕຸນິຍົມ​ຊັ້ນອາ​ກາດ​ສູງ​ທົ່ວ​ໂລກ.

ຕາມ​ທ່ານ​ສິຈ້ຽນໝິນສະ​ເໜີ​ວ່າ, ​ເຕັກນິກ​ທີ່​​ໃຊ້​ໃນ​ດາວ​ທຽມ​ອຸຕຸນິຍົມ​ເຟິງຢູນ​ເລກ​ສາມ​ຈະ​ກ້າວ​ໜ້າ​ກວ່າເກົ່າ, ນັກວິຊາການ​ທີ່​ກ່ຽວຂ້ອງ​ສາມາດ​ຢັ່ງ​ແທກ​ການ​ປ່ຽນ​ແປງ​ຂອງ​ອຸນຫະ​ພູມ​ຊັ້ນ​ອາ​ກາດ​ສູງຢູ່​ເທິງ​ມະຫາ​ສະໝຸດ​ໂດຍຜ່ານ​ດາວ​ທຽມ​ໜ່ວຍ​ນີ້​, ​ແລ້ວ​ກຳກັບ​ຂໍ້​ມູນ​ຂ່າວ​ສານ​ອຸ​ຕຸ​ນິ​ຍົມຊັ້ນ​ອາກາດ​ສູງທົ່ວ​ໂລກ​.