|
 |
(GMT+08:00)
2005-03-08 15:21:40
|
 |
ງານສຳມະນາຄົ້ນຄວ້າເພີ່ມທະວີການຮ່ວມມືໃນຂົງເຂດຄວາມປອດໄພທີ່ບໍ່ແມ່ນດັ້ງເດີມຂອງເວທີປາໄສພາກພື້ນອາຊຽນໄດ້ຈັດຂຶ້ນຢູ່ຈີນ
cri
Author: MO
ຕາມຂ່າວສານຊີນຮວາ: ງານສຳມະນາຄົ້ນຄວ້າເພີ່ມທະວີການຮ່ວມມືໃນຂົງເຂດຄວາມປອດໄພທີ່ບໍ່ແມ່ນດັ້ງເດີມຂອງເວທີປາໄສພາກພື້ນອາຊຽນ ຊື່ງຈັດໂດຍກະຊວງການຕ່າງປະເທດຈີນນັ້ນໄດ້ຈັດຂຶ້ນຢູ່ເມືອງສານຢ້າແຂວງໄຫຫລຳ ທາງພາກໃຕ້ຂອງຈີນແຕ່ວັນທີ 7 ຮອດ ວັນທີ 8 ມີນາ. ເຈົ້າໜ້າທີ່ກະຊວງການຕ່າງປະເທດຫຼືເຮັດວຽກໃນຂົງເຂດຄວາມປອດໄພທີ່ບໍ່ແມ່ນດັ້ງເດີມຄືຕ້ານການກໍ່ການຮ້າຍ ແລະເກືອດຫ້າມຢາເສບຕິດເປັນຕົ້ນຂອງບັນດາຝ່າຍໃນເວທີປາໄສໄດ້ເຂົ້າຮ່ວມງານສຳມະນາເທື່ອນີ້.
ຜູ້ແທນຮ່ວມປະຊຸມເປັນເອກະສັນກັນເຫັນວ່າ, ສະຖານະການກວມລວມດ້ານຄວາມປອດໄພຂອງພາກພື້ນອາຊີປາຊີຟິກແມ່ນມີສະຖຽນລະພາບ, ແຕ່ການຂົ່ມຂູ່ດ້ານຄວາມປອດໄພທີ່ບໍ່ແມ່ນດັ້ງເດີມຄືລັດທິກໍ່ການຮ້າຍ ການຕ້ອງໂທດຂ້າມຊາດ, ພະຍາດຕິດແປດເປັນຕົ້ນໄດ້ເພີ່ມຂຶ້ນຢ່າງເດັ່ນຊັດໃນຫລາຍປີມານີ້, ແລະນັບມື້ນັບກາຍເປັນປັດໃຈບໍ່ແນ່ນອນທີ່ກະທົບຄວາມປອດໄພຂອງພາກພື້ນ. ກອງປະຊຸມໄດ້ຢືນຢັນຢ່າງເຕັມສ່ວນຕໍ່ຜົນງານທີ່ເວທີປາໄສພາກພື້ນອາຊຽນຍາດມາໄດ້ໃນການຮ່ວມມືສົນທະນາໃນຂົງເຂດຄວາມປອດໄພທີ່ບໍ່ແມ່ນດັ້ງເດີມຄືຕ້ານການກໍ່ການຮ້າຍເປັນຕົ້ນ, ຮຽກຮ້ອງໃຫ້ຝ່າຍຕ່າງໆເພີ່ມທະວີການສົນທະນາແລະການຮ່ວມມືກັນຕື່ມອີກ, ພ້ອມກັນຮັບມືກັບການທ້າທາຍ.
|
|
|