ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-08 15:23:48    
ສື່​ມວນ​ຊົນ​ອາ​ເມ​ລິ​ກາ​ເຜີຍ​ແບພາບ​ວິ​ດີ​ໂອ​ໃໝ່​ທີ່​​ທະຫານ​ອາ​ເມ​ລິ​ກາ​ປະຈຳ​ອີຣັກ ທໍລະມານ​ນັກ​ໂທດ

cri Author: MO
​ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 7 ມີນາ, ໜັງສືພິມ​ສະບັບໜຶ່ງ​ຂອງລັດ​ຟຼໍລິ​ດາ​ແຫ່ງ​ອາ​ເມ​ລິ​ກາ​ໄດ້​ເຜີ​ຍ​ແບພາບ​ວິ​ດີ​ໂອ​ໃໝ່​ກ່ຽວ​ກັບ​ທະຫານ​ອາ​ເມ​ລິ​ກາ​ປະຈຳ​ອີຣັກທໍລະ​ມານ​ນັກ​ໂທດ. ​ໃນ​ນັ້ນ, ບໍ່​ພຽງ​ແຕ່​ມີພາບ​ທະຫານ​ອາ​ເມ​ລິ​ກາ​ທໍລະມານ​ນັກ​ໂທດ​ອີຣັກ, ​ແຕ່​ລະ​ພາກສ່ວນ​ຍັງມີ​ຫົວ​ຂໍ້​ທີ່​ຫຍາ​ບຊ້າ.

ຕາມ​ເອກະສານ​ຂອງ​ກະຊວງ​ປ້ອງ​ກັນ​ປະ​ເທດ​ທີ່​ໄດ້​ເປີດ​ເຜີຍ​ແລ້ວ​ສະ​ແດງ​ໃຫ້​ເຫັນ​ວ່າ, ການ​ສຳ​ຫລວດ​ຕາມ​ຫລັງຂອງ​ທະຫານ​ບົກ​ອາ​ເມ​ລິ​ກາກ່ຽວ​ກັບເລື່ອງນີ້​​ເຫັນ​ວ່າ, ການ​ກະທຳ​ຂອງທະຫານ​​ເຫຼົ່ານີ້​ບໍ່​ເໝາະ​ສົມ, ​ແຕ່​ບໍ່​​ເຖິງ​ລະດັບ​ການ​ຕ້ອງ​ໂທດ, ສະນັ້ນ, ຈຶ່ງ​ບໍ່​ໃຫ້​ລົງ​ໂທດ.

ພາຍຫລັງ​ເຫດການ​ທໍລະມານ​ນັກ​ໂທດ​ຢູ່​ຄຸກ​ອາ​ບູກຼາອິບ​ແຫ່ງ​ອີຣັກ​ຖືກ​ເຜີຍ​ແບ​ແລ້ວ, ທຳນຽບ 5 ​ແຈ​ຍຶດໝັ້ນກ່າວ​ວ່າ, ​ເຫດການ​ທໍລະມານ​ນັກ​ໂທດ​ພຽງ​ແຕ່​ແມ່ນ​ເລື່ອງ​ບັງ​ເອີນ​ທໍ່​ນັ້ນ. ​ແຕ່​ອົງການ​ສິດທິ​ມະນຸດ​ອົງການໜຶ່ງ​ຂອງ​ອາ​ເມ​ລິ​ກາ​ກ່າວ​ວ່າ, ​ເອກະສານ​ຕ່າງໆ​ທີ່​ເຂົາ​ຮັບ​ນັ້ນ​ສະ​ແດງ​ໃຫ້​ເຫັນ​ວ່າ, ​ເຫດການ​ທໍລະມານ​ນັກ​ໂທດ​ມີ​ຢູ່​ທົ່ວ​ໄປ.