ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-09 13:38:11    
ອິສຣາ​ແອນ​ຈະ​ມອບ​ສິດ​ຄວບ​ຄຸມ​ຄວາມ​ປອດ​ໄພ​ຂອງ​ສອງ​ຕົວ​ເມືອງ​ຢູ່​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​​ແດນ

cri Author: q

ຕາມ​ຂ່າວCRI,ວັນ​ທີ8​ມີນາ,ທ່ານ​ໂມ​ຟາ​ສ໌ ລັດ​ຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ອິສຣ​າ​ແອນ​ກ່າວ​ວ່າ,ພາຍ​ໃນ​ບໍ່​ເທົ່າ​ໃດ​ມື້​ຂ້າງ​ໜ້າ,ອິສຣາ​ແອນ​ອາດ​ຈະມອບ​ສິດ​ຄວບ​ຄຸມ​ຄວາມ​ປອດ​ໄພ​ຂອງ​ສອງ​ຕົວ​ເມືອງ​ຢູ່ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​​ແດນ​​ໃຫ້​ຝ່າຍ​ປາ​ເລັສຕິນ.ກ່ອນ​ໜ້າ​ນີ້,ທ່ານ​ອັບ​ບັສ ປະທານ​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສຕິນກ່າວ​ວ່າ,ຝ່າຍ​ປາ​ເລັສຕິນ​ໄດ້​ກຽມພ້ອມ​​ເປັນ​ຢ່າງດີ​ແລ້ວ​ຈະ​ຮັບ​ຄວບ​ຄຸມ​ເຂດ​ທີ່​ອິສຣາ​ແອນ​ຈະ​ຖອນ​ອອກ.

ໃນ​ມື້​ດຽວ​ກັນ,ທ່ານ​ອານ​ນານ ​ເລຂາທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​​ໄດ້​ຮຽກຮ້ອງ​ໃຫ້​ບັນດາ​ຝ່າຍ​ຈົ່ງ​ກຳ​ໂອກາດ​ບັນລຸ​ສັນຕິພາບ​ໃນ​ສະ​ເພາະ​ໜ້າ​ນີ້,​ຢຸດ​ຕິ​ການ​ປະ​ທະ​ກັນ​ລະ​ຫວ່າງ​ອິສຣາ​ແອນ​ກັບປາ​ເລັສຕິນຢ່າງ​ແທ້​ຈິງ.