ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-09 14:55:12    
[ການ​ເຊີດ​ສິງ​ໂຕ​ຂອງໄຕ້​ຫວັນຈີນ] (ສຽງ)

cri



ການເຊີດ​ສິງ​ໂຕ​ແມ່ນ​ການ​ເຄື່ອນ​ໄຫວລື້​ນ​ເລີງ​ສະຫຼອງ​ທີ່​ສືບ​ກັນ​ມາ​ເຊິ່ງຊາດ​ຈີນນີຍົມ​ຊົມ​ຊອບຫຼາຍ.ບໍ່​ວ່າ​​ຢູ່​ແຜ່ນດິນ​ໃຫຍ່ຈີນ​ຫຼື​ວ່າ​ຢູ່​ໄຕ້​ຫວັນ​ ​ເກາະດອນ​ປະ​ເສີດຂອງ​ຈີນແລະ​ຢູ່​ແຫ່ງຕ່າງໆ​ໃນໂລກ,ທະ​ແນມ​ແຕ່​ຢູ່​ບ່ອນ​ທີ່​ມີ​ຊາວ​ຈີນກໍ​ຈະ​ມີ​ຖັນ​ແຖວ​ເຊີດ​ສິງ​ໂຕ​ຢ່າງ​ຟົດ​ຟື້ນ.ການ​ເຊີດ​ສິງ​ໂຕ​ຂອງ​ຈີນມີ​ປະຫວັດດົນ​ນານ,ຕົ້ນຕໍ​ແບ່ງ​ເປັນ​ສອງປະ​ເພດ​ຄື​ພາກ​​ໃຕ້​ແລະ​ພາກ​ເຫນືອ,ການ​ເຊີດ​ສິງ​ໂຕ​ຂອງ​ພາກ​ໃຕ້​​ເນັ້ນ ຫນັກ​ການ​ປ່ຽນ​​ແປງ​ໃນ​ດ້ານກິລິຍາ​ແລະສີ​ໄມ້​ລາຍ​ມື​,​ໂຍ​ທົ່ວ​ໄປ​ແລ້ວ ຮູບ​ການ​ຕົ້ນຕໍ​ແມ່ນ​​ໃຫ້ສອງ​ຄົນ​​ເຊີດ​ສິງ​ໂຕ,ວາດ​ຟ້ອນ​ຄ່ອງ​ແຄ້ວ​ແລະ​ມີ​ການ​ປ່ຽນ​ແປງ​ຫຼາຍຢ່າງ​ຫຼາຍ​ແນວ,​ການ​ເຊີດ​ສິງ​ໂຕ​ຂອງ​ພາກ​ເຫນືອ​​ເນັ້​ນຫນັກ​ບັນຍາກາດທະ​ນົງ​ອົງອາດ ໂດຍ​ທົ່ວ​ໄປ​​ມີ 10 ກວ່າ​ຄົນ​ຈົນກະທັ້ງຫຼາຍ​ສິບ​ຄົນ​ເຊີດ​​ໄປພ້ອມ​ກັນ.ຕາມ​ຫນັງສືພິມ​ລາຊະວົງຮ້ານ​ບັນທຶກ​ໄວ້ວ່າ ຫວ່າງສະ​ໄຫມລາຊະວົງຊີ​ຮ້ານພຸ້ນ ການ​ເຊິ​ດສິງ​ໂຕ​ໄດ້​ເຜີຍ​ແຜ່​ຢູ່​​ເຂດພາກ​ເຫນືອ​ຂອງ​​ຈີນ,​ແລ້ວກາຍ​ເປັນ​ການ​ດ້ານຮີດຄອງ​ປະ​ເພນີ​​ທີ່​ສື​ບກັນ​ມາ​ໃນ​ຫມູ່​​ໃນ​ການໄລ່​ຜີ​​ແລະ​ນຳ​ໂຊກ,ຫຼັງ​ຈາກ​ນັ້ນ,ກໍ່​​ໄດ້​​ເຜີຍ​ແຜ່​ໄປ​ຮອດ​ພາກ​​ໃຕ້​​ເປັນເທື່ອ​ລະ​ກ້າວ,ຢູ່​ແຖບ​ເຂດ​ກວາງຊີ



ແຂ​ວງກວາງຕຸ້ງ​ ​ແຂວງ​ຈ່ຽງຈູ​ ​ແຂວງ​ຟູ​ຈ້ຽນ​ແລະ​ແຂວງ​ເຈີ​ຈ່ຽງ​ໄດ້​​ເຜີຍ​​ແຜ່​ອອກ​ແລະ​ມີ​ການ​ພັດ​ທະນາ,​ນັບ​ມາ​ຮອດ​ປະຈຸ​ບັນ​ໄດ້ກາຍ​ເປັນຮູບ​ການ​ອັນ​ຫນຶ່ງ​​ໃນການ​ເຄື່ອນ​ໄຫວມ່ວນ​ຊື່ນ​ໃນ​ຍາມບຸ​ນຂອງ​ຈີນ


ໃນ​ສະ​ໄຫມ​ບູຮານ  ຄົນ​ທັງຫຼາຍ​ເຫັນ​ວ່າ​ສິງ​ໂຕ​ສາມາດ​ໄລ່​ຜີ​,ສະນັ້ນຈຶ່ງຖືສິງ​ໂຕ​​ເປັນ​ເທບ​ພະ​ເຈົ້າ​ແລ້ວບູຊາ.ວັດທະນະທຳ​ຈີນ​ກ່ຽວ​ກັບ​ສິງ​ໂຕ​ກໍ​ອຸດົມສົມ​ບຸນ​ທີ່​ສຸດ,ຢູ່ຫນ້າ​ວັດ​ບູ​ຮານ​ຫຼື​ສິ່ງ​ກໍ່ສ້າງ​ຂະຫນາດ​ໃຫຍ່, ສ່ວນ​ຫຼາຍ​ມີ​​ສິງ​ໂຕທີ່​ຄວັດດ້ວຍ​ຫີນ,ສີ​ລະ​ປະ​​ແກະສະ​ຫຼັກ​ແລະຮູບ​​ແຕ້ມສິງ​ໂຕ​ຊະ ນິດ​ຕ່າງໆ​ກໍ​ມີວ​ຢູ່ແຫ່ງຕ່າງໆ



ຢູ່​ໄຕ້​ຫວັນ,ໃນ​ໂອກາດ​ສະຫຼອງບຸນ​ກຸດ​ຈີນ​ແລະ​ມື້ບຸນອື່ນໆ,ຄົນ​ທັງຫຼາຍ​ຈະຟ້ອນ​ສິງ​ໂຕຫຼື​ເຊີດ​ສິງ​ໂຕ​ຢູ່​ຖະຫນົນ​ຫົນທາງ​ຫຼື​ບົນ​ເວທີ,ທັງ​​ເຊີດ​ສິງ​ໂຕ​ທັງ​ຕີຄ້ອງ​ຕີ​ກອງ,​ແລະ​ຈູດ​ຫມາກກະ​ໂພ​ກ,ຄົນ​ທັງຫຼາຍ​ເບີກບານ​ມ່ວນ​ຊື່ນຢ່າງ​ສົມ​ອົກ​ສົມ​ໃຈ​



ການ​ເຊີດ​ສີ​ງ​ໂຕຂອງ​ໄຕ້ຫວັນ​ຕົ້ນຕໍ​ໄດ້​ສືບ​ທອດ​ຈຸດ​ພິ​ເສດ​ເຊີດ​ສິງ​ໂຕຂອງພາກ​ໃຕ້​​ແຜ່ນດິນ​ໃຫຍ່​ຈີນ​ໂດຍ​ສະ​ເພາະ​ແມ່ນ​ຢູ່ແຖບ​ແຂວງ​ຟູ​ຈ້ຽນ​ແລະ​ແຂວງ​ກວາງ​ຕູ້​ງ,ນີ້​ຕົ້ນຕໍ​ສະ​ແດງ​ໃຫ້​ເຫັນ​ຢູ່​ໃນ​ຈັງຫວະ​ແລະ​ກິລິຍາ​ຂອງ​ການ​ເຊີດ​ສິງ​ໂຕ,​ໃນ​ທ່າມກາງ​ສຽງ​ຄ້ອງສຽງກອງ​,ດັງ​ຟົດ​ສະ​ນັ່ນ  ຜູ່​ເຊີດ​ສິງ​ໂຕ​ໄດ້​​ເຮັດ​ທ່າ​ທາງຕ່າງໆຕາມ​ສຽງ​ກອງ,ຈັ່ງ​ແມ່ນຟົດ​ຟື້ນແທ້ໆ



ໃນ​ດ້ານ​ເຮັດ​ສິງ​ໂຕ​ຂອງ​ໄຕ້​ຫວັນ,ຕົ້ນຕໍ​​ກໍ່​​ໄດ້​ສືບທອດ​ແລະ​ຂະຫຍາຍ​ຈຸດ​ພິ​ເສດ​​ຂອງ​ແຖບ​​ແຂວງ​ຟູ​ຈ້ຽນ​ແລະ​ແຂວງ​ກວາງ​ຕູ້​ງຂອງ​​ແຜ່​ນດິ​ນ​ໃຫຍ່ຈີນ.​ໃນ​ດ້ານ​ຮູບສິງ​ໂຕ​ຂອງ​ໄຕ້ຫວັນໃນ​ໄລຍະ​ຕົ້ນຕໍ​ໄດ້​ສືບ​ທອດ​ຈຸດ​ພິ​ເສດ​ສິງ​ໂຕ​ຂອງ​ແຂວງ​ຟູ​ຈ້ຽນ​​ແຜ່ນດິນ​ໃຫຍ່.ສ່ວນ​ການ​ເຊີດ​ສິງ​ໂຕ​ຂອງ​ໄຕ້​ຫວັນ​ໃນ​ປະຈຸ​ບັນ​ຕົ້ນຕໍ​​ໄດ້​ສືບ​ທອດ​ຮູບ​ສິງ​ໂຕ​ຕື່ນນອນທີ່​​ນິຍົມ​​ກັນຫຼິ້ນ​ຢູ່​ແຖບ​​ແຂວງ​ກວາງ​ຕູ້​ງ, ຮູບສິງ​ໂຕ​ຊະນິດ​ນີ້​ມີ​ເຄື່ອງ​ປະດັບ​ເອ້ຢ່າງ​ສວຍສົດ​ງົດ​ງາມ,ອົງ​ປະກອບ​ຫົວ​ສິງ​ໂຕ​ແມ່ນ​ສັບສົນ​ຫຼາຍ​ ມີ​ຮູບ​ການຫຼາຍຢ່າງ​ຫຼາຍ​ແນວ,​ໂດຍ​ສະ​ເພາະ​ແມ່ນຕາສິງ​ໂຕ​ຫຼັບ​​ໄດ້ ມືນ​ໄດ້​ແລະ​ປາກ​ຂອງ​ສິງ​ໂຕ​ອ້າ​ໄດ້ ປິດ​ໄດ້ ສີຫນ້າ​ສິງ​ໂຕ​ຍິ່ງ​ອຸດົມ​ສົມ​ບຸນ​​ແລະ​ຫນ້າ​ຮັກ.​ໃນ​ເວລາ​ເຊີດ​ສິງ​ໂຕ ຜູ່​ເຊີດ​​ເຄື່ອນ​ໄຫວຢ່າງ​ຄ່ອງ​ແຄ້ວ,ສາມາດ​ສ້າງບັນຍາກາດເຊີດ​ສິງ​ໂຕ​ຢ່າງ​ຟົດຟື້ນ ຄຶກຄຶ້ນ.​ໃນ​ດ້ານ​ເຮັດ​ສິງ​ໂຕ, ​ໄດ້​ເຮັດ​ໂຕມັນ​ດ້ວຍຜ້າ​​ແລະ​ຫນັງ ແລະ​​ເຮັດຫົວ​ສິງ​ໂຕ​​ໃຫຍ່​ແບບ​ພາກ​ໃຕ້​ແຜ່​ນດິນ​ໃຫຍ່ຈີນ,​​ໃນ​ເວລາ​ສະ​ແດງ​ ຕ້ອງ​ສືດ​ໄປມາ​ຢ່າງ​ໄວວາ ຫົວ​ສິງ​ໂຕ​ກໍ​ມີ​ປ່ຽນ​ເປັນ​ຫຼາຍ,ບາງທີ​ຫຼັກ​ຕາ​ພິບໆ ບາງທີ​ແກວ່ງ​ຫົວ​ວັບໆ ບາງທີ​ຄະ​ໂຍງ​ເຕັ້ນ​ຂຶ້ນ ຈັ່ງ​ແມ່ນ​ເປັນ​ຫນ້າ​ເບິ່ງ​ແທ້ໆ



ໃນ​ຂະ​ບວນການ​ພັດທະນາ​ການ​ເຊິ​ດສິງ​ໂຕ​ຂອງ​ໄຕ້​ຫວັນ,​ໄດ້​ຮັບ​ເອົາ​ເອົາສີ​ໄມ້ລາຍ​ມື​ດັ້ງ​ເດີມ​ຂອງ​ກົງ​ຟູ​ຈີນ,​ແລ້ວ​ຈໍ່​ຕົວ​ຂຶ້ນ​ເປັນ​ຮູບ​ການສະ​ແດງ​​ຢູ່​ເທິງ​ເສົາ ຮູບ​ການ​ເຊີດ​ສິງ​ໂຕຢູ່​ເທິງ​ເສົາຂອງ​ໄຕ້​ຫວັນ​ແມ່ນ​ຍາກຫຼາຍ​ສ່ວນ​ຫຼາຍ​ແມ່ນສະ​ແດງຢູ່​ເທິງ​ເສົາ​ທີ່​ສູງ​ຫຼາຍ​ແມັດ,​ເອົາການ​ເຊິ​ດສິງ​ໂຕ​ຊະນິດຕ່າງໆຢູ່​ຫນ້າດິນ​ໄປ​ສະ​ແດງ​ຢູ່​ເທິງ​ເສົາ,​ໃນ​ເວລາ​ຜູ່​ຊົມ​ເບິ່ງ​ການສະ​ແດງ,ສິງ​ໂຕ​ທີ່ຢູ່​ບ່ອນສູງ​ໂດດ​ລົງມາ​ແຕ່​ເທິງ​ຟ້າ,ຈັ່ງ​ແມ່ນ​ຫວາດ​ສ້ຽວ



ຢູ່​ໄຕ້​ຫວັນ ນອກຈາກ​ເຊີດ​ສິງ​ໂຕ​ແລ້ວ,​ເນື້ອ​ໃນ​ສິລະປະແກະສະ​ຫຼັກ​ແລະ​ຮູບ​ແຕ້ມ​ກ່ຽວ​ກັບ​ສິງ​ໂຕກໍ​ອຸດົມສົມບູນ​ທີ່​ສຸດ,​ແລະ​ໄດ້​ຮັບ​ການສືບ​ທອດ​ແລະ​ຂະຫຍາຍຕົວ​ອອກ,ຕົວຢ່າງ​ຄື​ຢູ່​ຫນ້າ​ສິ່ງ​ກໍ່ສ້າງ​ຂະຫນາດ​ໃຫຍ່​ຫຼາຍ​ຫຼັງ​ຫຼື​ຢູ່​ຕໍ່ຫນ້າ​ປະຕູ​ຂອງ​ສາມັນ​ຊົນ ລ້ວນ​ແຕ່​ມີ​ສິງ​ໂຕທີ່​ຄວັດດ້ວຍ​ຫີນ,​ເພື່ອ​ໄລ່​ຜີ​​ແລະ​ນຳ​ໂລກ



ການ​ເຊີດ​ສິງ​ໂຕ​ທີ່​ເປັນການ​ເຄື່ອນ​ໄຫວ​ດັ້ງ​ເດີມ​ແລະ​ມີ​ປະຫວັດດົນ​ນານທີ່​ຊາວ​ຈີນ​ມັກ​ຫຼິ້ນ​ນັ້ນບໍ່​ວ່າ​ຢູ່​ແຜ່ນດິນ​ໃຫຍ່​ຂອງຈີນຫຼື​ວ່າ​ຢູ່​ໄຕ້​ຫວັນ​ໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບຫຼາຍ​ຈາກ​ຄົນ​ທັງຫຼາຍ,​ເຖິງ​ວ່າ​ຈຸດ​ພິ​ເສດ​ຂອງ​ການ​ເຊິ​ດສິງ​ໂຕ​ຕ່າງ​ກັນ​ກໍ​ຕາມ,​ແຕ່​ສິ່ງ​ທີ່​ສະ​ແດງ​ອອກ​ໃນການ​ເຊີດ​ສິງ​ໂຕ​ຢ່າງ​ມ່ວນ​ຊື່​ນນັ້ນລ້ວນ​ແຕ່​ແມ່ນຄວາມພູມ​ໃຈຂອງ​ຊາວ​ຈີນ