|
 |
(GMT+08:00)
2005-03-09 15:52:40
|
ໄທເລືອກຕັ້ງທ່ານທັກສິນ ຊີນນະວັດເປັນນາຍົກລັດຖະມົນຕີຊຸດໃໝ່
cri
Author: MO
ຕາມຂ່າວCRI: ວັນທີ 9 ມີນາ, ສະພາຜູ້ແທນລາຊະດອນຂອງໄທໄດ້ເລືອກຕັ້ງທ່ານທັກສິນ ຊີນນະວັດເປັນນາຍົກລັດຖະມົນຕີໄທຊຸດໃໝ່.
ສະພາຜູ້ແທນລາຊະດອນຊຸດໄທນີ້ຫາກໍໄດ້ຮັບເລືອກຕັ້ງຂຶ້ນໃນເດືອນແລ້ວນີ້. ຕອນເຊົ້າວັນທີ 9 ມີນາ, ສະພາຜູ້ແທນລາຊະດອນໄດ້ໄຂກອງປະຊຸມ, ເລືອກຕັ້ງນາຍົກລັດຖະມົນຕີຜູ້ໃໝ່ດ້ວຍແບບວິທີລົງຄະແນນສຽງຢ່າງເປີດເຜີຍ. ທ່ານທັກສິນ ຊິນນະວັດ ຜູ້ສະໝັກຮັບເລືອກຕັ້ງເປັນນາຍົກລັດຖະມົນຕີພຽງຜູ້ດຽວໄດ້ຮັບເລືອກຕັ້ງອີກດ້ວຍຄະແນນສຽງສ່ວນຫລາຍ.
|
|
|