ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-09 16:10:27    
ຍັດຕິ​ຂອງທ່ານ​ວາງຊຽງ​ລິນ ກຳມະການ​ສະພາ​ປຶກສາ​ການ​ເມືອງ​ໄດ້​ຖືກ​ຮັບ​ເອົາ​ແລະ​ຂຽນ​ເຂົ້າໃນ​ເອກະສານ​ເລກຫນຶ່ງ

cri

ຕາມ​ຂ່າວCRI on  line ,ວັນ​ທີ 3 ມີນາ ກອງ​ປະຊຸມ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ຈີນ​ຄັ້ງ​ທີ​ 3 ສະ​ໄຫມ​ທີ 10 ​ໄດ້​ຈັດ​ຂຶ້ນ​ຢ່າງ​ຄຶກຄຶ້ນ​ຢູ່​ທີ່​ປັກ​ກິ່ງ,ກຳມະການ​ 2000ກວ່າ​ຄົນ​ທີ່​ມາ​ຈາກ​ແຫ່ງ​ຕ່າງໆ​ຂອງ​ຈີນ​ໄດ້​ເຕົ້າ​ໂຮມ​ກັນຢູ່​ທີ່ນະຄອນຫຼວງ​ ປະກອບ​ຄຳ​ຄິດ​ຄຳ​ເຫັນ​​​ແລະ​ວາງ​ຂໍ້​ສະ​ເຫ​ນີໃຫ້​ແກ່​ການ​ພັດທະນາ​ຂອງ​ຈີນ.​ໃນ​ນັ້ນ ຍັດຕິ​ກ່ຽວ​ກັບການ​ໄປສະນີ​​ຮັບ​ໃຊ້ກະສິກຳ ຊົນນະບົດ​ແລະ​ຊາວ​ກະ​ສິກ​ອນທີ່ທ່ານ​ວາງ​ລິນ​ຊຽງ ກຳມະການ​ສະພາ​ປຶກສາ​ການ​ເມືອງ​ແຫ່ງ​ຊາດສະ​ເຫ​ນີ​ໃນ​ປີ 2004 ໄດ້ຖືກ​ຮັບ​ເອົາ​ຈາກລັດຖະບານ​ສູນ​ກາງ​ແລະຈັດ​ເຂົ້າ​ໃນ​ເອກະສານ​ເລກ​ຫນຶ່ງ​ຂອງ​ສູນ​ກາງ​ກ່ຽວ​ກັບ​ການ​ຊຸກຍູ້ການ​ສ້າງ​ສາ​ເສດຖະກິດ​ໃນ​ຊົນນະບົດ​ຈີນ​ທີ່​ປະກາດ​ໃນ​ຕົ້ນ​ເດືອນ​ມັງກອນ​ປີ 2005 , ກາຍ​ເປັນ​ຈຸດ​ສຸມ​ທີ່​ສື່​ມວນ​ຊົນ​ຫຼວງ​ຫຼາຍ​ເອົາ​ໃຈ​ໃສ່​ນຳ​ກັນ


ທ່ານ​ວາງ​ຊຽງລິນ​ທີ່​ປີນີ້ອາຍຸ 59 ປີ​ໄດ້​ຮັບ​ນາມມະຍົດ​ເປັນ​ຜູ່​ລິ​ເລີ່​ມວປະດິດ​ຄິດ​ຄົ້ນ​ຜະລິດ​ຝຸ່ນ​ເພິ​ນ​ສື​ປາວ ​ ຝຸ່ນ​ເຄມີທີ່​ດີກ​ວ່າ​ຫ​ມູ່ຂອງ​ຈີນ,ປັດຈຸ​ບັນ ທ່ານ​ດຳລົງ​ຕຳ​ແຫນ່​ງ​ເປັນ​ປະທານ​ຄະນະ​ອຳນວຍ​ການ​ຂອງ​ບໍລິສັດ​ກຸ່ມເພິ​ນສື​ປາວຈຳກັດຂອງ​​​ເຂດ​ກວາງຊີ,​ ທ່ານເຕີບ​ໃຫຍ່​ຢູ່​ຊົນນະບົດ​ທີ່​ກວງ​ໄກສອກຫຼີກ​ແຫ່ງ​ຫນຶ່ງ​ຂອງ​ເຂດ​ກວາງຊີ​,​ທ່ານ​ຮັກຫອມ​ຊົນນະບົດ​ແລະ​ຊາວ​ກະສິກອນຢ່າງ​ເລິກ​ເຊິ່ງ
  ປີ 2004 ​ໃນ​ໄລຍະ​ຈັດ​ກອງ​ປະຊຸມ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ຈີນ​ຄັ້ງ​ທີ 2 ສະ​ໄຫມ​ທີ 10,ທ່ານ​ວາງ​ລິນ​ຊຽງ​ໄດ້ສະ​ເຫ​ນີ​ຍັດຕິ​ສະບັບ​ຫນຶ່ງ​​ເພື່ອ​ໃຊ້​ໂຮ​ງ​ສາຂາ​ໂຮງໄປສະນີ​ຊົນນະບົດ 5 ຫມື່ນ​ກວ່າ​ແຫ່ງ​ທົ່ວ​ປະ​ເທດ ​ບໍລິການ​​ສົ່ງ​ຜະລິດ​ຕະພັນປັດ​ໄຈ​ການ​ຜະລິດ​ໄປ​ໃຫ້ຊົນ​ນະ​ບົດ,​​ແລ້ວໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ໃນ​ຢ່າງ​ສູງ​ຈາກ​ຜູ່​ນຳ​ຂອງ​ຄະນະ​ລັດຖະບານ,ຫ້ອງການ​ຫນ່ວຍ​ງານ​ນຳພາ​ວຽກ​ງານ​ຂອງຊົນນະບົດ​ສູນ​ກາງ​ໄດ້​ຈັດຕັ້ງພະນັກງານ​ສ​ະ​ເພາະ​ໃນ​ທັນທີ ສຳ​ຫຼວດ ຄົ້ນຄວ້າ​ຂໍ້ສະ​ເຫ​ນີທີ່​ທ່ານ​ສະ​ເຫ​ນີອອກ​ມາ,​ໃນ​ທີ່​ສຸດ​ໄດ້​ຂຽນເນື້ອ​ໃນກ່ຽວ​ກັບ​ການ​ສົ່ງ​ເສີມ​ໃຫ້​ລະບົບ​ໄປສະນີ​ບໍລິການຂົນ​ສົ່ງພັດສະດຸ​ທີ່​ຕ້ອງການ​ໃນການ​ ​ຜະລິດ​ແລະ​ຊີວິດ​ການ​ເປັນ​ຢູ່​ຂອງ​ຊາວ​ກະສິກອນ​ໂດຍ​ກົງ​ເຂົ້າ​ໃນ​ເອກະສານ​ເລກ​ຫນຶ່ງ​ຂອງ​ສູນ​ກາງ​ທີ່​ປະກາດ​ໃນ​ປີ2005 ​ ​​ແລະ​ເສີມ​ຂະຫຍາຍ​ບົດບາດ​ອັນຕັ້ງຫນ້າ​ເພື່ອ​ຊຸກຍູ້​​ໃຫ້ພັດທະນາເສດຖະກິດ​ໃນຊົນນະບົດ


ເພື່ອ​ແຕ່ງ​ຍັດຕິ​ທີ່​ສະ​ເຫ​ນີ​ໃຫ້ໄປສະນີຮັບ​​​ໃຊ້​ກະສິກຳ ຊົນນະບົດ​ແລະ​ຊາວ​ກະສິກອນ​​​ໃຫ້ດີ,ທ່ານ​ວາງ​ຊຽງ​ລິນ​​ໄດ້​ໃຊ້​​ເວລາະມານ 20 ປີ,ລົງ​​ໄປ​ສຳ​ຫຼວດ​ຢູ່ຊົນນະບົດ​ອັນ​ກວ້າງ​ໃຫຍ່​​ໄພສານ​20 ກວ່າຂອງ​​ແຂວງ ກຳ​ແພງ​ນະຄອນ​ແລະ​ເຂດປົກຄອງ​ຕົນ​ເອງ​ຂອງ​ຈີນ.​ໃນ​ເວລາ​ສຳ​ຫຼວດ ທ່ານ​ໄດ້​ປະກົດ​ເຫັນ​ວ່າ ຢູ່ຊົນນະບົດ​ຫຼາຍ​ແຫ່ງທີ່​ກວງ​ໄກ​ສອກຫຼີກ​​ຂອງ​ຈີນ ​ຊ່ອງ​ທາງ​​ຮັບ​ເອົາ​​ຂ່າວຄາວ ພາຍ​ນອກ​ແມ່ນ​ແຄບ​ທີ່​ສຸດ,ບຸລຸດ​ໄປສະນີ​ໃນ​ຊົນນະບົດ​​ໄດ້​ກາຍ​ເປັນ​ສາຍສຳພັນ​ສາຍດຽວ​ທີ່​ຕິດ​ຕໍ່​ພົວພັນ​ກັບ​ຊົນນະບົດ​​ທີ່​ຢູ່ສອກຫຼີກ​ແລະ​​ໄປ​ມາ​ບໍ່​ສະດວກ,ທ່ານ​ວາງ​ຊຽງລິນ​ເຫັນ​ວ່າ ບູລຸດໄປສະນີຊົນນະ​ບົດ​​​ມື້​ໃດ​ກໍ​ຕ້ອງ​ສົ່ງ​ຈົດຫມາຍ​ໃຫ້​ທຸກ​ບ້ານ ທຸກ​ເຮືອນ​ໃນ​ຊົນ​ນະ​ບົດ,ຕິດ​ຕໍ່​ພົວພັນ​ກັບ​ມວນຊົນ​ຊາວ​ກະສິກອນ​ໂດຍ​ກົງ,​ການ​ສົ່ງ​ພັດສະດຸ​ກະສິກຳ​ໄປ​ໃຫ້​ຊົນນະບົດ​ສາມາດ​​ເສີມ​ຂະຫຍາຍ​ທ່າ​ແຮງ​ຂອງ​ຕົນ​​​ເປັນ​ຢ່າງ​ດີ


ທ່ານ​ວາ​ງຊຽງ​ລິນ​ແມ່ນ​ນັກທຸລະກິດ​ທີ່​ມີ​ຊື່ສ​ຽງຜູ່​ຫນຶ່ງ,​ໃນທ້າຍ​ຊຸມ​ປີ 80 ຮອດ​ຕົ້ນ​ຊຸມ​ປີ 90 ສະ​ຕະວັດ​ທີ​ແລ້ວ,ທ່ານ​ໄດ້​ອີງ​​ໃສ່​ຄວາມ​ກ້າຫານ​ແລະ​​ຄວາມເຫັນ​ກວ້າງ​ມອງ​ໄກ​ຂອງ​ຕົນ,​ເຜີຍ​ແຜ່​ຝຸ່ນ​ເພິ​ງ​ສື​ປາວ​ໃນຊົນນະບົດ​ແຫ່ງ​ຕ່າງໆ​ຂອງ​ຈີນ.ປັດຈຸ​ບັນ  ຝຸ່ນ​ເ​ພິງ​ສື​ປາວ​ໄດ້​ຖືກ​ຈັດ​ເຂົ້າ​ໃນ​ໂຄງການ​ເຜີຍ​​ແຜ່​ຈຸດ​ຫນັກ​ຂອງ​ຈີນ ​ໂຄງການ​ພັດທະນາ​ບຳບັດ​ຄວາມທຸກ​ຍາກ​ຂອງ​ຄະນະ​ລັດຖະບານ​​ແລະ​ໂຄງການ​ກິດຈະການ​ກິນ​ອີ່ມ​ນຸ່ງ​ອຸ່ນ​ຂອງ​ລັດ ,​ໄດ້​ສ້າງ​ປະສິດ ທິຜົນເສດຖະກິດ​ສັງຄົມ​ກາຍຮ້ອຍ​ຕື້​ຢວນ.ຝຸ່ນ​ເພິ​ງ​ສື​ປາວ​ຍັງ​​ໄດ້​ສົ່ງ​ຂາຍ​ໃຫ້20 ກວ່າ​ປະ​ເທດ​ແລະ​ເຂດ​ແຄ້ວ​ນ​ເຊັ່ນ​ຍີ່​ປຸ່ນ ອາ​ເມ​ລິ​ກາ ​ເອີ​ລົບ​ແລະອາ​ຊີ​ອາຄະ​ເນ​ເປັນຕົ້ນ


ເລີ່​ມ​ແຕ່​ປີ 1993​ເປັນຕົ້ນມາ ທ່ານ​ວາງ​ຊຽງ​ລິນ​ໄດ້ຮັບ​ເລືອກ​ຕັ້ງ​ເປັນກຳມະການ​ສະພາ​ປຶກສາ​ການ​ເມືອງ​​ແຫ່ງ​ຊາດ​ສາມ​ສະ​ໄຫມຢ່າງ​ຕໍ່​ເນື່ອງ​ກັນ,​ໃນ​ສິບກວ່າປີ​ມານີ້,ທ່ານ​ໄດ້​ສະ​ເຫ​ນີ​ຍັດ​ຕິ​ຫຼາຍ​ສິບ​ສະບັບກ່ຽວ​ກັບ​ກະສິກຳ ການ​ຄ້າ​ແລະ​ວັດທະນະທຳ​ເປັນຕົ້ນ,​ ຍັດຕິ​ບໍ່​ຫນ້ອຍ​​ໄດ້ຖືກຮັບ​ເອົາ​ຈາກສູນ​ກາງ​.ກ່ຽວ​ກັບ​ເລື່ອງ​ນີ້ ທ່ານ​ວາງ​ຊຽງ​ລິນ​ຮູ້ສຶກ​ຄວາມ​ປື້​ມ​ໃຈທີ່​ສຸດ,ທ່ານ​ກ່າວ​ວ່າ:ຂ້າພະ​ເຈົ້າ​ຮູ້ສຶກ​ວ່າ​ຕົນ​ເອງ​​ເປັນກຳມະການ​ສະພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ 3 ສະ​ໄຫມຢ່າງ​ຕໍ່​ເນື່ອງ​ກັນ,ບໍ່​​ໄດ້​ເສຍ​​ແຮງ​ລ້າໆ.​​ແຕ່ລະ​ປີ ຢ່າງ​ຫນ້ອຍຂ້າພະ​ເຈົ້າ​ຕ້ອງ​ສະ​ເຫ​ນີຍັດຕິ 5 ສະບັບ​ຂຶ້ນ​ໄປ​,ບາງທີ​ສະ​ເຫ​ນີຮອດ13 ສະບັບ,​ໃນ​ຖານ​ເປັນ​ກຳມະການ​ສະພາ​ປຶກສາ​ການ​ເມືອງ,ຍັດຕິ​ທີ່ຂ້າພະ​ເຈົ້າ​ເຫັນ​ວ່າ​​ດີ​ນັ້ນ​ຂ້າພະ​ເຈົ້າ​ກໍ​ຕ້ອງ​ສະ​ເຫ​ນີອອກ​ມາ,ທີ່​ຈິງ​ແລ້ວ ພວກ​ຂ້າ​ພະ​ເຈົ້າ​ແມ່ນ​ໄດ້​ຕັ້ງ​ອົກ​ຕັ້ງ​ໃຈ​ສະ​​ເຫ​ນີຄວາມ​ຄິດ​ຄວາມ​ເຫັນ​ໃຫ້ລັດ​ແລ້ວ


ທ່ານ​ວາງ​ຊຽງ​ລິນ​ບອກ​ນັກ​ຂ່າວ​ວ່າ ປີ 2005 ທ່ານ​ໄດ້​ສະ​ເຫ​ນີຂໍ້​ສະ​ເຫ​ນີຢ່າງ​ລະອຽດ​ກວ່າ​ເກົ່າ​ກ່ຽວ​ກັບ​ວິທີ​ປະຕິບັດ​ແລະ​ຕົວຈິງຂອງ​ຍັດຕິທີ່​ໃຫ້ການໄປສະນີຮັບ​ໃຊ້ກະສິກຳ ຊົນນະບົດ​ແລະ​ຊາວ​ກະສິກອນ:ທ່ານ​ເວົ້າ​ວ່າ ຍັດຕິ​ຂອງ​ຂ້າພະ​ເຈົ້າ​ປີນີ້ຍັງ​ໄດ້​ສືບ​ຕໍ່​ຍັດຕິທີ່​ສະ​ເຫ​ນີ​ໃນ​ປີ 2004  ​ເພື່ອຍົກ​ລະດັບ​ໃຫ້​ສູງ​ຂຶ້ນຕຶ່ມອີກ,​ໃຫ້​ມັນ​ຂະຫຍາຍຕົວ​ຕໍ່​ໄປ​ເປັນ​​ເວລາ​ຍາວ​ນານ,ຮັບ​ໃຊ້​ກະສິກຳ ຊົນນະບົດ​ແລະ​ຊາວ​ກະສິກອນ​ເປັນ​ຢ່າງ​ດີກ​ວ່າ​ເກົ່າ


ເນື້ອ​ໃນ​ຂອງຍັດຕິ​ໃຫມ່​ສະບັບ​ນີ້​ກ່ຽວ​ຂ້ອງ​ກັບ​ການ​ໃຫ້​ໄປສະນີ​ຮັບ​ໃຊ້ກະສິກຳ ຊົນນະບົດ​ແລະ​ຊາວ​ກະສິກອນມີ​ດັ່ງ​ນີ້​ຄື:ບູລະນະລະບົບ​ເຄືອ​ຂ່າຍຈຳຫນ່າຍ​​ຕ່າງໆ​ຂອງ​ໄປສະນີ​ໃຫ້​ດີ​ຂຶ້ນ​ແລະຕັ້ງ​ຮ້ານ​ຄ້າ​ຈຳຫນ່າຍ​ເຄື່ອງ​ໄປສະນີ​ໃນ​ຊົນນະບົດ​ເປັນຕົ້ນ,ທ່ານ​ວາງ​ຊຽງ​ລິນ​ເຫັນ​ວ່າ ​ເຮັດ​ແບບ​ນີ້​ສາມາດ ​ເປີດ​ກວ້າງ​ຊ່ອງ​ທາງ​ປະກອບ​ອາຊີບ​ຂອງ​ພາລະ​ກອນ​ໄປສະນີ,ທັງ​ສາມາດ​​ເຜີຍ​ແຜ່​ທິດ​ທາງນະ​ໂຍບາຍຂອງ​ລັດ​ກ່ຽວ​ກັບ​ບັນຫາ​ກະສິກຳ ຊົນນະບົດ​ແລະ​ຊາວ​ກະສິກອນ​​ໄປ​ຮອດ​ຄອບຄົວ​ນັບ​​ເປັນ​ພັນ​ເປັນ​ຫມື່ນ


ທ່ານ​ວາງ​ຊຽງ​ລິນ​ກ່າວ​ວ່າ ​ເຊື່ອ​ວ່າ​ນະ​ໂຍບາຍ​ດັ່ງກ່າວຈະ​ໄດ້​ຮັບ​ການ​ປະຕິບັດ​ຢ່າງ​ແທ້​ຈິງ​ໃນ​ຊົນນະບົດ​ອັນ​ກວ້າງ​ໃຫຍ່​ໄພສານ​ຂອງ​ຈີນ​ພາຍ​ໃຕ້​ຄວາມ​ເອົາ​ໃຈ​ໃສ່​ຂອງ​ຜູ່​ນຳ​ສູນ​ກາງ,​​ເຮັດ​ໃຫ້​ຊາວ​ກະສິກອນ​ໄດ້​ຜົນ​ປະໂຫຍ​ດຈາກຍັດຕິ​ສະບັບ​ນີ້