ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-09 17:15:09    
ທ່ານ​ເສິນ​ໂຊ້​ເພິງ ຜູ່​ແທນ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ​ລະ​ດູ​ບານ​ໃຫມ່​ໃນ​ປັກ​ກິ່ງ​ປີ​ນີ້:ລົມ​ຂີ້​ຊາຍ​ມາ​ຊ້າ​ກວ່າ​ທຸກ​ປີ

cri Author: sayvanny

ປັດ​ຈຸ​ບັນ​ຢູ່​ເຂດ​ພາກ​ເຫນືອ​ຂອງ​ຈີນ​ພວມ​ແມ່ນ​ຍາມ​ລົມ​ແຮງ,​ແຕ່​ກ່ອນ​,ກ່ອນ​ແລະ​ຫລັງ​ໄຂ​ກອງ​ປະ​ຊຸມ​ສອງ​ສະ​ພາ,ປັກ​ກິ່ງ​ກໍ່​ຈະມີ​ລົມ​ຂີ້​ຊາຍ​ພັດ​ຂຶ້ນ​ເລື້ອຍໆ,​ແຕ່​ປີ​ນີ້ ຈົນ​ຮອດ​ດຽວ​ນີ້ຍັງ​ບໍ່​​ໄດ້ມີ​ລົມ​ຂີ້​ຊາຍ​ເທື່ອ, ຈິ່ງ​ເຮັດ​ໃຫ້​ທ່ານ​ເສິນ​ໂຊ​ເພິງ ຜູ່​ແທນ​ສະພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ທີ່​ມາ​ຮ່ວມ​ປະ​ຊຸມ​ນັ້ນ​ມີ​ຄວາມ​ຮູ້​ສຶກ​ຢ່າງ​ເລິກ​ເຊິ່ງ.

ທ່ານ​ເວົ້າວ່າ:"ມີ​ນະ​ໂຍ​ບາຍ​ດີ ຄົນ​ກໍ່​ພະ​ຍາ​ຍາມ ອາ​ກາດ​ກໍ່​ອຳນວຍ​, ທັງ​ຫມົດ​ເຫລົ່າ​ນີ້​ໄດ້​ນຳ​ເອົາ​ລະ​ດູ​ບານ​ໃຫມ່​ຢ່າງ​ແທ້​ຈິງ​ມາ​​ໃຫ້ປັກ​ກິ່ງ."ທ່ານ​ເສິ​ນ​ໂຊ​ເພິງ​ເວົ້າ​ວ່າ,​ໂຄງການ​ຊີວະ​ພາບ​ທີ່​ລັດ​ລົງ​ທຶນ​ກ້ອນ​ໃຫຍ່​ຄື ການ​ປົວ​ແປງ​ແຫລ່ງ​ພາ​ຍຸ​ຂີ້​ຊາຍຢູ່​ປັກ​ກິ່ງ​ແລະ​ທຽນ​ສິນ ການ​ສ້າງ​ປ່າ​ໄມ້​ປ້ອງ​ກັນ​ພາກ​ຕາ​ເວັນ​ຕົກ​ສຽງ​ເຫນືອ ການ​ເຊົາ​ປູກ​ຝັງ​ສ້າງ​ປ່າ​ຄືນ​ໃຫມ່​ແລະ​ການ​ເຊົາ​ລ້ຽງ​ສັດ​ປູກ​ທົ່ງ​ຫຍ້າ​ຄືນ​​​ໃຫມ່​ເຫລົ່າ​ນີ້​ເປັນ​ຕົ້ນ​​ໄດ້​ເລີ່ມ​ປະ​ກົດ​ມີ​ຜົນ​ແລ້ວ.

ຜູ່​ຊ່ຽວ​ຊານ​ຂອງ​ສະ​ຖາ​ນີ​ອຸ​ຕຸ​ນິ​ຍົມ​ປັກ​ກິ່ງ​ແນະນຳ​ວ່າ, ​ແຕ່​ເຂົ້າ​ສູ່​ລະ​ດູ​ບານ​ໃຫມ່​ປີ​ນີ້ມາ, ປັກ​ກິ່ງ​ບໍ່​ພຽງ​ແຕ່​ບໍ່​ໄດ້​ຖືກ​ພາຍຸ​ຂີ້​ຊາຍ​ກະ​ຫນ່ຳ​ທໍ່​ນັ້ນ, ຈົນ​ຮອດ​ລົມ​ຂີ້​ຊາຍ​ກໍ່​ບໍ່​ໄດ້​ເກີດ​ຂຶ້ນ​ເທື່ອ,ນີ້​ແມ່ນ​ບໍ່​ເຄີຍ​ມີ​ໃນ​ໄລ​ຍະ​ດຽວ​ກັນ​​ໃນ​ຫລາຍ​ປີ​​ນີ້.

ທ່ານ​ເສິນ​ໂຊ້​ເພິງ​​ເປັນ​ປະ​ທານ​ສະ​ມາ​ຄົມ​ສົ່ງ​ເສີມ​ການ​ຄົ້ນຄວ້າ​ປົວ​ແປງ​ພາ​ຍຸ​ຂີ້​ຊາຍ​ຂອງ​ເຂດ​ມົງ​ໂກ​ໃນ​ຈີນ,ທ່ານ​ໄດ້​ເປັນ​ຜູ່​ແທນ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ສາມ​ສະ​ໄຫມ​ລຽນ​ຕິດ​ແລ້ວ. ​ໃນ 10 ກວ່າ​ປີ​ມາ​ນີ້ ທ່ານ​ໄດ້​ເຫັນ​ການ​ປ່ຽນ​ແປງ​ຂອງ​ລະດູ​ປານ​ໃຫມ່​ຢູ່​ນະ​ຄອນ​ຫລວງ​ປັກ​ກິ່ງ​ດ້ວຍ​ປະ​ສົບ​ການ​ຂອງ​ຕົນ​ເອງ.

"​ໃນ​ຫລາຍ​ມື້​ມາ​ນີ້, ປັກ​ກິ່ງ​ກໍ່​ມີ​ລົມ​ແຮງ​ເລື້ອຍໆ, ວັນ​ທີ 4 ມີ​ນາ ​ໃນ​ມື້​ໄຂ​ກອງ​ປະ​ຊຸມ​ກຽມ,ກໍ່​​ລົມ​ແຮງ​ຫລາຍ, ຈົນ​ຂ້າ​ພະ​ເຈົ້າ​ຕັ້ງ​ໄວ້​ບໍ່​ຢູ່,​ແຕ່​ຊ້ຳ​ພັດ​ບໍ່​ມີຂີ້​ຝຸ່ນ."​ແຕ່​ສະ​ພາບ​ພາຍຸ​ຂີ້​ຊາຍ​ກະ​ຫນ່ຳ​​ເມື່ອ​ຫລາຍ​ປີ​ກ່ອນ​,ທ່ານ​ເສິນ​ໂຊ​ເພິງ ຍັງ​ຈື່​ບໍ່​ລືມ​ເທື່ອ."ທ່ານ​ເວົ້າ​ວ່າ,ຕົ້ນ​ເດືອນ​ເມ​ສາ​ປີ 2000, ກອງ​ປະ​ຊຸມ​ສອງ ສະ​ພາ​ຫາ​ກໍ່​ສິ້ນ​ສຸດ​ລົງ,ພາ​ຍຸ​ຂີ້​ຊາຍ​ກະ​ຫນ່ຳ​ເຂດ​ປັກ​ກິ່ງ, ຈົນ​​ເຮັດ​ໃຫ້​ຖ້ຽວ​ບິນ​ຮ້ອຍ​ກວ່າ​ຖ້ຽວ​ຢູ່​ສະ​ຫນາມ​ບິນ​ນະ​ຄອນ​ຫລວງ​ຕ້ອງ​ເລື່ອນ​ເວ​ລາ."

​ເອ​ກະ​ສານ​ຂອງ​ພະ​ແນກ​ອຸ​ຕຸ​ນິ​ຍົມ​ສະ​ແດງ​ໃຫ້ຫັນ​ວ່າ, ​ແຕ່​ປີ 1998 ຫາ​ປີ 2002, ​ເຂດ​ພາກ​ເຫນືອ​ຂອງ​ຈີນ​​ເກີດ​ພາຍຸ​ຂີ້​ຊາຍ​ເພີ່ມ​ຫລາຍ​ຂຶ້ນຊັກ​ໄຊ້, ​ໃນ​ມື້​ທີ່​ມີລົມ​ຂີ້​ຊາຍ​ປະ​ສົບ​ກັບ​ຝົນ​ຕົກ​ພ້ອມ​ກັນ​ນັ້ນ, ຍັງ​ຈະ​ພາ​ໃຫ້​ປັກ​ກິ່ງ​​ແລະ​ເຂດ​ພາກ​ເຫນືອ​ຈີນ​ມີ​ຝົນ​ຂີ້​ຕົມ​ຕົກ​ໃນ​ບໍລິ​ເວນ​ກວ້າງ​ຂວາງ,ທັງ​ກະ​ທົບ​ເຖິງ​ເຂດ​ກວ້າງ​ຂວາງ​ຢູ່​​ເບື້ອງ​ເຫນືອ​ແມ່​ນ້ຳ​ຢາງ​ເຊ.ປີ 2003, ນະຄອນ​ປັກ​ກິ່ງ​ໄດ້​ເກີດ​ພາ​ຍຸ​ດິນ​ຊາຍ​ພຽງ​ແຕ່ 3 ​ເທື່ອ,​ແມ່ນ​ປີ​ທີ່​ເກີດ​ພາຍຸ​ຊີ້​ຊາຍ​ຫນ້ອຍ​ກວ່າ​ຫມູ່​ໃນ​ຫລາຍ​ປີ​ມາ​ນີ້.

ທ່ານ​ເສິນ​ໂຊ​ເພິງ​ເຮັດ​ວຽກ​​ແລະ​ດຳ​ລົງ​ຊີ​ວິດ​ຢູ່​ມົງ​ໂກ​ໃນ​ເປັນ​ເວລາ​ດົນ ນານ,ທ່ານ​ໄດ້​ເຫັນ​ຂະ​ບວນ​ການ​ບຸກ​ເບີກ​ກໍ່ສ້າງ​​ທົ່ງ​ຫຍ້າ​​ເນື້ອ​ທີ່​ກວ້າງ​​ແບບ​ທຳ​ລາຍ​ໃນ​ຊຸມ​ປີ 50-60 ສະ​ຕະ​ວັດ​ແລ້ວ​ນີ້​ກັບ​ຕາ​ຕົນ​ເອງ.ທ່ານ​ພັນ​ລະ​ນາ​ໂສກ​ນາ​ຕະ​ກຳ​ທີ່​ທຳ​ການ​ຕັດສິນ​ຢ່າງ​ຫລັບ​ຫູ​ຫລັບ​ຕາ​ວ່າ:" ປີ​ຫນຶ່ງ​ ​ສ້າງ​ທົ່ງ​ຫຍ້າ, ສອງ​ປີ​ສາມ​ປີ​ປູກ​ທັນ​ຍາ​ຫານ, ຫ້າ​ປີ​ກາຍ​​ເປັນ​ທະ​ເລ​ຊາຍ."ທ່ານ​ຖື​ວ່າ​ອາ​ກາດ​ດຽວ​ນີ້​ດີ​ຂຶ້ນ​ແມ່ນ​ຍ້ອນ​ສູນ​ກາງ​ໄດ້​ອອກ​ແຮງ​ສົ່ງ​ເສີມ​ໃຫ້​ສ້າງ​ແລະ​ປະ​ຕິ​ບັດ​ພັດ​ທະ​ນະ​ທັດ​ວິ​ທະ​ຍາ​ສາດ ຍຶດ​ຫມັ້ນ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ສ້າງ​ສາ​ຊີວະ​ພາບ​ຢ່າງ​ຫມັ້ນ​ຫນຽວ​ບໍ່​ປ່ຽນ​​ແປງ.ປັດ​ຈຸ​ບັນ, ອັດ​ຕາ​ປ່າ​ໄມ້​ປົກ​ຫຸ້ມ​ຂອງ​ມົງ​ໂກ​ໃນ​ໄດ້​ເພີ່ມ​ຈາກ 14,82% ​ໃນ​ປີ 1998 ຂຶ້ນ​ຮອດ 17,57%​ໃນ​ປີ 2004,​ເນື້ອ​ທີ່​ທົ່ງ​ຫຍ້າ​ທີ່​ໃຊ້​ໄດ້ມີ 60% ​ໄດ້​ຫ້າມ​ລ້ຽງ​ສັດ​ແລະ​ເຊົາ​​ລ້ຽງ​ສັດ​ຊົ່ວ​ຄາວ​ແລ້ວ.