ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-09 17:25:29    
ໃຊ້​ກົນອຸບາຍ​ໃຫ້​ເຫັນ​ຮອຍ​ສັດ​ຕູ ​ແຕ່​ບໍ່​ໃຫ້​​ສັດ​ຕູ​​ເຫັນ​ຮອຍ​ເຮົາ

cri Author: lm

ສະບາຍດີ​ທ່ານ​ຜູ່​ຟັງ​ທີ່​ໂຄລົບ, ຍິນ​ດີ​ຕ້ອນຮັບ​ທ່ານ​ເຂົ້າສູ່​ລາຍການ​ນິທານ​ສຸພາ​ສິດ. ​ໃນ​ລາຍ​ການ​ພາກ​ນີ້, ຂ້າພະ​ເຈົ້າຈະ​​ເລົ່າ​ເລື່ອງ​ປະຫວັດສາດ "ສິງ​ເຢິນ​ເອີ​ຫວໍ​ອູ​ສິງ" ໝາຍ​ຄວາມ​ວ່າ "​ໃຊ້​ກົນອຸບາຍ​ໃຫ້​​ເຫັນ​ຮອຍສັດຕູ​ ​ແຕ່​ບໍ່​ໃຫ້​ສັດຕູ​​ເຫັນ​ຮອຍ​ເຮົາ" ສູ່​ຟັງ, ຫວັງ​ວ່າ​ທ່ານ​ຄົງ​ຈະມັກ.

ຊຸນ​ອູ ນັກ​ການ​ທະຫານ​ທີ່​ມີ​ຊື່​ສຽງ​ໃນ​ສະ​ໄໝ​ບູຮານ​ຂອງ​ຈີນ​ໄດ້​ຂຽນ​ໃນ "ຊຸນ​ຈືປິງ​ຝາ" ຕຳ​ລາ​ພິ​ໄຊ​ສົງຄາມ​ທີ່​ມີ​ຊື່​ສຽງ​ດົ່ງ​ດັງ​ຂອງ​ເພິ່ນ​ວ່າ: ​ໃຊ້​ກົນອຸບາຍ​ໃຫ້​​ເຫັນ​ຮອຍ​ຝ່າຍ​ສັດ​ຕູ​, ​ແຕ່​ບໍ່​​ໃຫ້​ຝ່າຍສັດຕູ​​ເຫັນ​ຮອຍ​ຂອງ​ຝ່າຍ​ເຮົາ, ​ເມື່ອ​ເປັນ​ຈັ່ງຊັ້ນ, ກຳ​ລັງ​ທະ​ຫານ​ຂອງ​ຝ່າຍ​​ເຮົາ​ຈະ​ເປັນ​ກ້ອນ​ກຳລັງ​ດຽວ ສ່ວນ​ກຳລັງ​ທະຫານ​ຂອງສັດ​ຕູ​ພັດ​​ແຍກ​ອອກ​ເປັນ​ຫຼາຍ​ກອງ. ກຳລັງ​ທະຫານ​ຂອງຝ່າຍ​​ເຮົາ​ໂຮມ​ກັນ​​ເປັນ​ກອງ​ກຳລັງ​ດຽວ, ສ່ວນ​ກຳ​ລັງ​ທະ​ຫານ​ຂອງ​ສັດ​ຕູ​ພັດ​​​ແຍກ​ອອກ​ເປັນ 10 ​ກອງ, ກໍ່​ເທົ່າ​ກັບ​ໃຊ້​ກຳລັງ​ທະ​ຫານ​ຫຼາຍ​ກວ່າ​ຝ່າຍ​ສັດ​ຕູ 10 ​ເທົ່າ​ໄປ​ບຸກ​ໂຈມ​ຕີ​ສັດຕູ, ຝ່າຍ​​ເຮົາຈະ​ຢູ່​ໃນ​ທ່າ​ແຮງຍ້ອນ​ກຳ​ລັງ​ທະ​ຫານ​ຫຼາຍ​ກວ່າ​ຝ່າຍ​ສັດຕູ.

​ໃນຊູ່​ມື້​ນີ້ ນັກການ​ທະຫານ​ໄດ້​ສະຫຼຸບ​ແນວ​ຄິດ​ດັ່ງກ່າວ​ເປັນ "ຊື້​ສິງ​ຕົ້ງຕີ", ໝາຍ​ເຖິງ "​ເຄື່ອນ​ຍ້າຍສັດຕູ​ດ້ວຍ​ການ​ປະ​ກົນ​ລວງ​ຕາ, ຫຼອກໃຫ້​ສັດຕູ​ທຳການ​ວິນິດ​ໄສ​ຢ່າງ​ຜິດພາດ, ​ແລ້ວ​ສ້າງ​ໂອກາດ​ສູ້​ລົບ​ທີ່​ມີ​ຜົນ​ດີ​ແກ່​ຝ່າຍ​ຕົນ". ​ເຮີ້ຣໍ້ປີ້ ​ແມ່ທັບ​ລາຊະວົງ​ສຸຍຂອງ​ຈີນ​ທີ່​ລື​ຊື່​ກໍ່​ເຄີຍ​ໃຊ້ກົນ​ອຸບາຍ​ດັ່ງກ່າວ​ຢ່າງ​ສຳ​ເລັດ​ຜົນ.

ປີ 588 ຄິດ​ຕະສັງກາດ, ​ເຮີ້ຣໍ້ປີ້ ​ແມ່ທັບ​ລາຊະວົງ​ສຸຍ​​ໄດ້ນຳພາ​ກອງ​ທະຫານ​​ເຄື່ອນ​ທັບ​ຈາກ​ກວາງ​ຫຼິງ​ໄປຂ້າມ​ແມ່​ນ້ຳ​ຢູ່​ກວ່າ​ໂຈ່​ວ, ​ເພື່ອ​ບຸກ​ໂຈມ​ຕີ​ລັດ​ເສິນ. ​ເພື່ອ​ປິດ​ບັງ​ເຈດ​ຕະນາ​ຂ້າມ​ແມ່​ນ້ຳ, ​ເຮີ້ຣໍ້ປີ້​ໄດ້​ເຊື່ອງ​​ເຮືອ​ຈຳນວນຫຼວງຫຼາຍ​ທີ່​ຊື້​ມາໃໝ່​, ​​ແຕ່​ພັດ​ວາງ​​ເຮືອ​ທີ່ເປ່ເພ 50-60 ລຳ​ຢູ່​​ໃນ​ຄອງ​ເໝືອງແຄມ​​ແມ່ນ້ຳ, ຕັ້ງ​ແກ້ງ​ເຜີຍ​ໃຫ້​ນັກສືບ​ສອດ​ແນມ​ລັດ​ເສິນ​ໄດ້​ເຫັນ.

ນັກ​ສືບສອດ​ແນມ​ລັດ​ເສິນ​ບໍ່​ຮູ້​ວ່າ​ນີ້​ເປັນ​ກົນອຸບາຍຂອງ​ເຮີ້ຣໍ້ປີ້,​ເມື່ອ​ໄດ້​ເຫັນ​​ມີ​ແຕ່​​ເຮືອເປ່​ເພຫຼາຍສິບ​ລຳ​ກໍ່​ນຶກວ່າ​ກອງ​ທະຫານ​ລາຊະວົງ​ສຸຍ​ບໍ່​ອາດ​ຂ້າມ​ແມ່​ນ້ຳ​ໄດ້.

​ເພື່ອຫຼອກລວງ​​ຝ່າຍ​ສັດຕູຕື່ມ​ອີກ​ແລະ​ເຄື່ອນຍ້າຍ​ທະຫານຂອງ​ຝ່າຍ​ສັດຕູ​, ​ກ່ອນ​ຈະ​ເປີດ​ບັ້ນລົບ, ເຮີ້​ຣໍ້ປີ້ຍັງ​ໄດ້​ປ່ຽນ​ຍາມ​ກອງ​ທະຫານ​ປ້ອງ​ກັນ​ຢູ່ແຄມ​​ແມ່​ນ້ຳຢ່າງ​ເນື່ອງນິດ, ປັກ​ທຸງ​ໄວ້​ຢ່າງຫຼວງຫຼາຍ, ​ແລະ​ຕັ້ງຄ້າຍ​ທະຫານ​​ເຕັມ​ທົ່ງ.

​ກອງ​ທະຫານລັດ​ເສິນ​ນຶກວ່າ​ກອງ​ທະຫານ​ລາຊະວົງ​ສຸຍ​ຈະບຸກ​ເຂົ້າມາ, ​ເລີຍຕັ້ງ​ແຖວຕັ້ງ​ທ່າ​ກຽມ​ສູ້​ລົບ. ພາຍຫຼັງມາພັດເຫັນ​ວ່າ​ແມ່ນ​ກອງ​ທະຫານ​ລາຊະວົງ​ສຸຍປ່ຽນ​ຍາມ, ​ເລີຍ​ຖອນ​ທະ​ຫານ​ກັບ​ຄືນ. ພາຍ​ຫຼັງມາ, ກອງ​ທະຫານ​ລາຊະວົງ​ສຸຍ​ປ່ຽນ​ຍາມ​ຢ່າງ​ເນື່ອງນິດ, ກອງ​ທະຫານລັດ​ເສິນ​​ເຄີຍ​ຊິນ​ແລ້ວ, ​ເລີຍ​ບໍ່​​ໄດ້​ລະມັດລະ​ວັງ​.

​ໃນ​ເວລາ​ກອງ​ທະຫານ​ປ້ອງ​ກັນ​ຢູ່​ແຄມ​ແມ່​ນ້ຳຂອງ​ລັດ​ເສິນ​ລະ​ເຫຼິງສະຕິລະວັງຕົວນັ້ນ, ​ເຮີ້ຣໍ້ປີ້​​ໄດ້ນຳພາ​ກອງ​ທະຫານ​ຂ້າມ​ແມ່​ນ້ຳ​ຢ່າງ​ກະທັນຫັນ, ຍຶດ​​ໄດ້​ຈິງ​ໂຄ​ວ​​ໃນ​ພິບ​ຕາ​ດຽວ. ​ໃນ​ຄາວ​ນັ້ນ ​ເມື່ອ​ສັງ​ເກດ​ຈາກ​ເງື່ອນ​ໄຂ​ນອກ​ຕົວ​ແລ້ວ​ເຫັນ​ວ່າ, ​ໃນ​ບັ້ນລົບ​ຄັ້ງນີ້ ​ເມື່ອ​ທຽບ​ກັບ​ກອງ​ທະຫານ​ລັດ​ເສິນ​ແລ້ວ ກອງ​ທະຫານ​ລາຊະວົງ​ສຸຍບໍ່​ມີ​ທ່າ​ແຮງ. ມູນ​ເຫດ​ທີ່​ເຮີ້ຣໍ້ປີ້​ໄດ້​ຮັບ​ໄຊຊະນະ​​ນັ້ນແມ່ນ​ເພິ່ນ​ໄດ້​ໃຊ້​ກົນອຸບາຍ "​ເຄື່ອນ​ຍ້າຍ​ຝ່າຍສັດຕູ​ດ້ວຍ​ປະກົດ​ການ​ລວງ​ຕາ​ ແລ້ວ​ທຳ​ການວິນິດ​ໄສ​ຢ່າງ​ຜິດພາດ, ສ້າງ​ໂອກາດ​ສູ້​ລົບ​ທີ່​ມີ​ຜົນ​ດີ​ແກ່​ຝ່າຍ​ຕົນ".

​ໃນ​ການ​​ແກ່ງແຍ່ງກັນຢ່າງ​ດຸ​ເດືອດນັ້ນ, ຜ່ານ​ຈາກການ​ໃຊ້ກົນອຸບາຍ "ໃຫ້​​ເຫັນ​ຮອຍ​ຝ່າຍ​ສັດຕູ​ ​ແຕ່​ບໍ່​ໃຫ້​ຝ່າຍ​ສັດຕູ​​ເຫັນ​ຮອຍ​ຂອງ​ຝ່າຍ​ເຮົາ" ຢ່າງ​ເໝາະ​ສົມ, ຈະ​ສາມາດ​​ຮູ້​​ແຈ້ງ​ເຈດ​ຕະນາ​ແລະ​ກຳລັງ​ຂອງ​ຄູ່​ປໍ​ລະ​ປັກ, ສະ​ໜອງຫຼັກ​ອ້າງ​ອີງທີ່​​ໄວ້​​ໃຈ​ໄດ້​ໃຫ້​ແກ່​ການ​ຕົກ​ລົງ​ຢ່າງ​ຖືກຕ້ອງ, ທັງ​ສາມາດຫຼີກ​ເວັ້ນ​ບໍ່​ໃຫ້​ແຜນການ​ຂອງ​ຕົນ​​ເສຍ​ລັບ​ກ່ອນ​, ​ແລ້ວ​ຫຼຸດ​ກຳ​ລັງ​ສະກັດ​ກັ້ນທີ່​ບໍ່​ຈຳ​ເປັນ​ໃຫ້​ໜ້ອຍ​ລົງ.