ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-09 18:29:00    
ທ່ານ​ຢູ​ປິງ:ກຳ​ມະ​ການ​ສະ​ພາ​ປຶກ​ສາ​ການ​ເມືອງ​ທີ່​ເຂົ້າ​ຮ່ວມ​ແລະ​ປຶກ​ສາ​ຫາ​ລື​ວຽກ​ງານ​ການ​ປົກ​ຄອງ​ດ້ວຍ​ພາ​ສາ​ໃບ້

cri Author: sayvanny

 

ມື​ທັງ​ສອງ​ເບື້ອງປ່ຽນ​ແປງວັບໆ, ສະ​ແດງ​​ໃຫ້​ເຫັນຄວາມ​ປາຖະຫນາ​ແລກປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ​ຢ່າງ​ແຮງ​ກ້າ,ປະກົດ​ການ​ອັນ​ປະຫລາດ​ນີ້ໄດ້​ເກີດ​ຂຶ້ນ​ຢູ່​ທີ່​ປະຊຸມຂອງ​ຫນ່ວຍ​ໃນ​ກອງ​ປະຊຸມ​ສະພາ​ປຶກສາ​ການ​ເມືອງ​​ແຫ່ງຊາດ​ຈີນ​ຄັ້ງທີ 3 ສະ​ໄຫມ​ທີ 10. ນີ້​ບໍ່​ແມ່ນ​ວ່າ​ກຳມະການ​ຜູ່​ນີ້​ມັກ​ເວົ້າເຮັດ​​​ໄມ້​ເຮັດ​ມື​​ຫລາຍ​ເກີນ​ໄປ​ໃນ​ເວລາ​ປາກ​ເວົ້າ,ພຽງ​ແຕ່​ແມ່ນ​ຍ້ອນ​ວ່າ​ເພິ່ນ​ແມ່ນຄົນ​ຫູຫນວກປາກກືກ​ຜູ່​ຫນຶ່ງ.

ທ່ານ​ຢູປິງ ກຳມະການ​ທີ່​ເຂົ້າຮ່ວມ​ການ​ອະພິປາຍໃນ​ຫນ່ວຍ​ວົງ​ການ​ສະຫວັດດີ​ການ​ສັງຄົມ​ແລະ​ຄ້ຳປະກັນ​ສັງຄົມ​ຂອງ​ສະພາ​ປຶກສາ​ການ​ເມືອງ​​ແຫ່ງ​ຊາດ​ຈີນ​ດ້ວຍ​ພາສາ​ໃບ້​ຜູ່​ນີ້​ແມ່ນ​ຄົນ​ຫູຫນວກ​ປາກກືກພຽງ​ຜູ່​ດຽວ​ໃນ​ກຳມະການ 2295 ທ່ານຂອງ​ສະພາ​ປຶກສາ​ການ​ເມືອງສະ​ໄຫມ​ນີ້.

ທ່ານ​ຢູປິງ ທີ່​ມາ​ຈາກ​ເມືອງ​ຊາງ​ຊຸນ​ແຂວງ​ຈີ​ລິນ,ມີ​ສີ​ຫນ້າ​ດຳ​ກ່ຳ,ອ້ວນ​ທ້ວນ.​ອາ​ໃສ​ຜູ່​ແປ​ພາສາ​ໃບ້​, ທ່ານ​ບອກ​ນັກ​ຂ່າວ​ວ່າ, ຕົນ​ເອງ​ໄດ້​ເສຍ​ຄວາມ​ວິນ​ຍານໃນ​ເວລາ​ອາຍຸ 1 ຂວບ​ຍ້ອນ​ອຸປະຕິ​ເຫດການ​ປິ່ນປົວ,​ເລີຍຕ້ອງດຳລົງ​ຊີວິດ​ຢູ່ໃນ​ໂລກທີ່​ບໍ່​ມີສຽງ. ຜ່ານ​ການ​ຮ່ຳຮຽນ​ຢ່າງດຸ​ຫມັ່ນ​ພາກ​ພຽນ,ທ່ານ​ໄດ້​ເຂົ້າຮ່ຳຮຽນ​ໃນ​ຂະ​ແຫນງ​ວິຊາ​ສີລະປະ​ຂອງ​ມະຫາວິທະຍາ​ໄລ​ຊາງ​ຊຸນ,​ແລະ​ໄດ້​ໄປ​ເຮັດ​ວຽກຢູ່​ສະ​ຖາ​ບັນ​ວິຈິດ​ຕະກຳ​ຂອງ​ວິທະຍາຄານ​ສິລະປະ​ຈີ​ລິນ​ໃສ​ປີ 1990,ດຽວ​ນີ້ ທ່ານ​​ເປັນນັກ​ວິຈິດ​ຕະກຳ​ຊັ້ນສອງ.ທ່ານ​ຢູປິງ ປີ​ນີ້​ອາຍຸ 41 ປີ​ແມ່ນ​ຮອງ​ປະທານ​ສະມາຄົມ​ຄົນ​ຫູຫນວກ​ຈີນ,ອົງການ​ນີ້​​ເອົາ​ໃຈ​ໃສ່​ນຳຜົນ​ປະ​ໂຫຍ​ດຂອງ​ຄົນ​ຫູຫນວກ 20 ລ້ານ 5 ​ແສນ 7 ຫມື່ນ​ຄົນ​ໃນ​ທົ່ວ​ປະ​ເທດ.​ໃນ​ຖານ​ເປັນ​ບຸກຄົນ​ທີ່​ມີ​ລັກສະນະ​ຕົວ​ແທນ​ຂອງ​ຊຸມ​ຊົນ​ພິ​ເສດ,​ແລະ​ກໍ່ຍ້ອນ​ມີ​ຄວາມ​ຫ້າວຫັນ​ໃນ​ການ​ປົກ​ປັກ​ຮັກສາ​ສິດ​ປະ​ໂຫຍ​ດຂອງ​ຄົນ​ພິ​ການປີ 2003, ທ່ານ​ຢູປິງ​ໄດ້​ກາຍ​ເປັນ​ສະມາຊິກຫນຶ່ງ​ໃນ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນ ​ເຊິ່ງ​ເປັນ​ອົງການ​ສຳຄັນ​ທີ່​ຈີນ​ດຳ​ເນີນ​ການ​ຮ່ວມ​ມື ​ແລະ​ປຶກສາ​ການ​ເມືອງ​ກັບຫລາຍ​ພັກ.

ພາລະ​ຫນ້າ​ທີ່​ອັນ​ສັກສິດ​ຂອງ​ກຳມະການ​ສະພາ​ປຶກສາ​ການ​​ເມືອງ​ແມ່ນ​ປຶກສາ​ການ​ເມືອງ ​ເຂົ້າຮ່ວມ​ແລະ​ປຶກສາ​ຫາລື​ວຽກ​ງານ​ການ​ປົກຄອງ ຕິດຕາມ​ ປະຊາທິປະ​ໄຕ, ທັງນີ້ຮຽກຮ້ອງ​ໃຫ້ພວກ​ເຂົາ​ເຈົ້າຕ້ອງ​ຟັງສຽງ​ຂອງ​ສັງຄົມ​ແລະ​ຄວາມ​ເຫັນ​ຂອງ​ປະຊາຊົນ,ທັງ​ຕັ້ງຫນ້າ​ປະກອບ​ຄວາມ​ຄິດ​ຄວາມ​ເຫັນ.​ແຕ່​ຍ້ອນຕົນ​ເອງ​ເປັນ​ຄົນ​ຫູຫນວກ,ຖ້າທ່ານ​ຢູປິງຢາກ​ປະຕິບັດ​ພາລະ​ຫນ້າ​ທີ່​ຂອງ​ຕົນ, ກໍ່ຕ້ອງ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກຫລາຍ​ຢ່າງຫລາຍ​ແນວ​ທີ່​ຄົນ​ປົກກະຕິ​ບໍ່​ສາມາດ​ພັນ​ລະນາ​ໄດ້.

ທ່ານ​ຢູປິງ​ໃຊ້ພາສາ​ໃບ້​ເວົ້າວ່າ, ກ່ອນ​ມາ​ປະຊຸມ​ຢູ່​ປັກ​ກິ່ງ, ​ເພື່ອ​ເກັບ​ໂຮມ​​ເອົາຄວາມ​ເຫັນ​ຂອງ​ເພື່ອນ​ພິ​ການ​ໃຫ້​ຫລາຍ, ທ່ານ​ໄດ້​ພາ​ຜູ່​ແປ​ພາສາ​ໃບ້​​ໄປ​ຊອກ​ຮູ້​ສະ​ພາບ​ຂອງ​ບ້ານ​ທີ່​ຢູ່​ສອກ​ຫລີກ. ຂໍ້ຄວາມ​ສັ້ນ​ທາງໂທລະສັບ​ມື​ຖືກໍ່ກາຍ​ເປັນ​ເຄື່ອງ​ມີ​ທີ່​ໃຫ້​ທ່ານ​ໄດ້​ແລກ​ປ່ຽນ​ກັບ​ເພື່ອນ​ຫູ​ຫນວກ​ປາກກືກຢູ່​ໃນ​​ແຫ່ງ​ຕ່າງ​ໆ​ທົ່ວ​ປະ​ເທດ.​ໃນ​ໄລ​ຍະ​ໄຂ​ກອງ​ປະຊຸມ​ເທື່ອ​ນີ້, ​ຄ່ຳ​ມື້​​ໃດ, ທ່ານ​ຢູປິງກໍ່​ໄດ້​ຮັບ​ຂໍ້ຄວາມ​ສັ້ນຈາກ​ຫມູ່​ເພື່ອນ.ທ່ານ​ບອກ​ນັກ​ຂ່າວ​ວ່າ, ​ເພື່ອນ​ທັງ ຫລາຍ​ຫວັງ​ໃຫ້​ທ່ານ​ນຳ​ເອົາ​ຄວາມ​ຄຶດຄວາມ​ປາຖະຫນາ​ຂອງ​ຄົນ​ຫູຫນວກ​ທົ່ວ​ປະ​ເທດ​ໄປສະ​ເຫ​ນີຢູ່​ກອງ​ປະຊຸມ.​ເທື່ອ​ນີ້ ທ່ານ​ໄດ້​ສະ​ເຫ​ນີຍັດຕິ 4 ສະບັບ​ໃຫ້​ກອງ​ປະຊຸມ,ສະ​ເຫ​ນີ​ໃຫ້​ເພີ່ມ​ຄຳ​ອະທິບາຍ​ໃນຫນ້າ​ຈໍໂທລະພາບ​ເພື່ອ​ພິຈາລະ​ນາຄວາມ​ຕ້ອງການ​ຂອງ​ເພື່ອນຫູຫນວກ, ລົບ​ລ້າງ​ການດູ​ຫມີ່​ນດ້ານ​ພາສາ​ຂອງສື່​ມວນ​ຊົນ​ທີ່​ມີ​ຕໍ່​ຄົນ​ພິ​ການ,ສ້າງ​ສະ​ຖາ​ບັນ​ຄົ້ນຄວ້າ​ພາສາ​ໃບ້​ແຫ່ງ​ຊາດ​ແລະ​ອະນຸຍາດໃຫ້​ຄົນ​ຫູຫນວກ​ຂັບ​ລົດ​ໄດ້​ເປັນຕົ້ນ.

ວັນ​ທີ 5 ມີນາ ທ່ານ​ຢູປິງ​ໄດ້​ຮັບ​ຟັງ​ບົດ​ລາຍ​ງານ​ວຽກ​ງານ​ຂອງລັດຖະ ບານ​ທີ່​ກ່າວ​ໂດຍ​ທ່ານ​ນາຍົກ​ເວິນ​ເຈ່ຍ​ປາວກ່າວ​ໃນ​ກອງ​ປະຊຸມ,ທ່ານ​ຮູ້ສຶກ​ວ່າ​ພັກ​ແລະ​ລັດຖະບານ​ບໍ່​ໄດ້​ລືມ​ຊຸມ​ຊົນພິການ,​ໄດ້​ເອົາ​ໃຈ​ໃສ່​ນຳຄົນ​ພິການ​ໂດຍ​ຕະຫລອດ.​ແຕ່​ທ່ານ​ເຫັນ​ວ່າ,​ໃນ​ການ​ສ້າງສາ​ສັງຄົມ​ທີ່ກົມກຽວ​ກັນນັ້ນ,ສັງຄົມ​ຍັງ​ຕ້ອງ​ເອົາ​ໃຈ​ໃສ່​ແລະ​ດູ​​ແລ​ຄົນ​ພິການ​ຫລາຍຍິ່ງ​ຂຶ້ນ.

ນອກ​ຈາກ​ອ່ານ​ເອກະສານ​ແລ້ວ, ບໍ່​ວ່າ​ທ່ານ​ຢູປິງຈະຟັງ​ການ​ປະກອບ​ຄວາມ​ຄິດ​ຄວາມ​ເຫັນຫລື​ແລກປ່ຽນ​ກັບ​ກຳ​ມະ​ການ​ຜູ່​ອື່ນ, ທ່ານ​ກໍ່​ຕ້ອງ​ອາ​ໃສ​ຜູ່​ແປ​ພາສາ​ໃບ້.ສະນັ້ນ ທ່ານ​ຢູປິງກັບ​ທ່ານ​ຊຽ​ນຊູ​ລີ ນາຍ​ພາ​ສາ​ຂອງ​ທ່ານ​ເກືອບ​ບໍ່​ໄດ້​ແຍກ​ອອກຈາກ​ກັນຈັກ​ເທື່ອ.

​ເຖິງ​ວ່າທ່ານ​ບໍ່​​ໄດ້​ຍິນ​ເນື້ອ​ໃນ​ທີ່​ທ່ານ​ຊຽ​ນຊູ​ລີ​ລົມກັບ​ນັກ​ຂ່າວ, ​ແຕ່​ທ່ານ​ຢູປິງທີ່​ຢູ່​ຂ້າງ​ຫັນກໍ່​ຍິ້ມ​ເລື້ອຍໆ. ​ເມື່ອ​ການ​ສຳພາດ​ສິ້ນ​ສຸດ​ລົງ, ທ່ານອາດ​ຈະ​ເປັນ​ຫ່ວງ​ນຳຢ້ານ​ທ່ານຊຽ​ນຊູ​ລີ​ບໍ່​ໄດ້​ສະ​ແດງ​ຄວາມ​ຫມາຍ​ຂອງ​ຕົນ​ໄດ້​ຫມົດ, ທ່ານ​ຢູປິງ​ໄດ້​ຈັບ​ເອົາ​ຟື້ມຂອງ​ນັກ​ຂ່າວ​ມາຂຽນ​​ໃສ່​ວ່າ:"ຄົນ​ຫູຫນວກ​ກັບ​ຄົນ​ຫູ​ດີ​​ເກາະ​ແຂນ​ກັນ, ພ້ອມ​ກັນ​ສ້າງ​ສັງຄົມທີ່​ກົມກຽວ​ກັນ".