ໃນສອງເດືອນຕົ້ນປີນີ້,ຫວຽດນາມດູດດຶງທຶນຕ່າງປະເທດໄດ້ລື່ນກາຍຫນຶ່ງຕື້ດອນລາສະຫະລັດ
cri
ຕາມຂ່າວຈາກກະຊວງການຄ້າຈີນ:ຕາມຂ່າວຈາກກົມສະຖິຕິແຫ່ງຊາດຫວຽດນາມລາຍງານວ່າ,ໃນສອງເດືອນຕົ້ນປີນີ້,ຫວຽດນາມໄດ້ອະນຸມັດໂຄງການຕ່າງປະເທດລົງທຶນໂດຍກົງງວດໃຫມ່ 58 ໂຄງການ,ຍອດມູນຄ່າການລົງທຶນໃນສັນຍາລື່ນກາຍຫນຶ່ງຕື້ດອນລາສະຫະລັດ.ກະຊວງແຜນການແລະການລົງທຶນຫວຽດນາມຄາດຄະເນວ່າ,ໃນຫມົດປີນີ້,ຫວຽດນາມຈະດູດດຶງທຶນຕ່າງປະເທດ 4 ຕື້ 200 ລ້ານຫາ 4 ຕື້ 500 ລ້ານດອນລາສະຫະລັດ.
|
|