 ວັນທີ 8 ມີນາ,ທ່ານຫູຈີນທາວ ເລຂາທິການໃຫຍ່າສູນກາງພັກກອມມູນິດຈີນ ປະທານປະເທດ ປະທານຄະນະກຳມະການການທະຫານສູນກາງພັກເຂົ້າຮ່ວມການພິຈາລະນາຂອງຄະນະຜູ້ແທນຊິນຈຽງ.ນີ້ແມ່ນທ່ານຫູຈີນທາວໂອ້ລົມກັບຜູ້ແທນເພດຍິງຢ່າງສະໜິດສະໜົມ,ແລະຕາງໜ້າສູນກາງພັກສະແດງຄວາມອວຍພອນຜູ້ແທນຍິງແລະກຳມະການຍິງທີ່ເຂົ້າຮ່ວມກອງປະຊຸມແລະແມ່ຍິງຈີນບັນດາເຜົ່າແລະວົງການຕ່າງໆໃນທົ່ວປະເທດໂອກາດວັນແມ່ຍິງສາກົນ.
 ທ່ານອູປາງໂກ ກຳມະການປະຈຳກົມການເມືອງສູນກາງພັກກອມມູນິດຈີນ ປະທານຄະນະປະຈຳສະພາປະຊາຊົນແຫ່ງຊາດເຂົ້າຮ່ວມການພິຈາລະນາຂອງຄະນະຜູ້ແທນຫູເປ.
 ທ່ານເວີນເຈຍປາວ ກຳມະການປະຈຳກົມການເມືອງສູນກາງພັກກອມມູນິດຈີນ ນາຍົກລັດຖະມົນຕີຈີນເຂົ້າຮ່ວມການພິຈາລະນາຂອງຄະນະຜູ້ແທນຈຽງຊູ.
1 2
|