ຕາມຂ່າວCRI: ວັນທີ 9 ມີນາ, ພະບາດສົມເດັດພູມິພົນ ອະດຸນຍະເດດ ເຈົ້າຊີວິດຂອງໄທໄດ້ຊົງອອກພະລາຊະໂອງການ, ແຕ່ງຕັ້ງທ່ານທັກສິນ ຊິນນະວັດເປັນນາຍົກລັດຖະມົນຕີລັດຖະບານຊຸດໃໝ່ຂອງໄທຢ່າງເປັນທາງການ. ທ່ານທັກສິນ ຊິນນະວັດໄດ້ກາຍເປັນນາຍົກລັດຖະມົນຕີຜູ່ທຳອິດທີ່ດຳລົງຕຳແໜ່ງສອງສະໄໝຕິດຕໍ່ກັນໃນປະຫວັດສາດໄທ.
ຕາມໄດ້ຊາບ, ລັດຖະບານຊຸດໃໝ່ຂອງໄທເຊິ່ງແມ່ນທ່ານທັກສິນເປັນຫົວໜ້າຈະເຮັດໃຫ້ສະພາບການຫຼາຍພັກຮ່ວມກັນຄອງອຳນາດໃນປະຫວັດສາດໄທສິ້ນສຸດລົງ, ກາຍເປັນລັດຖະບານຊຸດທຳອິດທີ່ຄອງອຳນາດໂດຍພັກດຽວໃນປະຫວັດສາດໄທ.
|