ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-10 10:32:58    
ການ​ເຈລະຈາ​ກ່ຽວ​ກັບ​ບັນ​ຫາ​ມອບ​ຮັບ​ລະ​ຫວ່າງ​ປາ​ເລັສ​ຕິ​ນ​ອິສ​ລາ​ແອນ​ບໍ່​ໄດ້​ກ້າວ​ເຖິງ​ຂັ້ນ​ເປັນ​ເອ​ກະ​ສັນ​ກັນ

cri Author: lm

ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 9 ມີນາ ຢູ່​ເມືອງ​ເຈຣີ​ໂຄ ​ເມືອງ​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ, ​ເຈົ້າໜ້າ​ທີ່​ຮັກສາ​ຄວາມ​ປອດ​ໄພ​ຂອງ​ປາ​ເລັສຕິນ​ແລະ​ອິສລາ​ແອນ​ໄດ້​ເຈລະຈາ​ກັນ​ສອງ​ຮອບ​ກ່ຽວ​ກັບ​ບັນຫາ​ມອບ​ຮັບ​ສິດ​ຄວບ​ຄຸມ​ຄວາມ​ປອດ​ໄພ​ຂອງ​ເມືອງ​ດັ່ງກ່າວ, ​ແຕ່​ບໍ່​ໄດ້​ກ້າວ​ເຖິງ​ຂັ້ນ​ເປັນ​ເອກະສັນ​ກັນ.

​ໂທລະພາບ​ປາ​ເລັສຕິນລາຍ​ງານ​ວ່າ, ຝ່າຍ​ປາ​ເລັສຕິນຢາກ​ໄດ້​ສິດ​ຄວບ​ຄຸມ​ເມືອງ​ເຈຣີ​ໂຄ​ພ້ອມ​ເຂດ​ອ້ອມ​ຂ້າງ​ໃຫ້ໝົດ, ​​ແລ​ະທວງໃຫ້​ຝ່າຍ​ອິສລາ​ແອນມ້າງ​ປົດກວດກາ​ຂອງ​ກອງ​ທະ​ຫານ​ອິສລາ​ແອນຫຼາຍ​ແຫ່ງ​ທີ່​ຢູ່​ອ້ອມ​ແອ້ມເມືອງ​ດັ່ງກ່າວ, ​ໃຫ້​ຊາວ​ປາ​ເລັສຕິນຢູ່​ເມືອງ​ເຈຣີ​ໂຄ​ເຂົ້າ​ອອກ​ຢ່າງ​ເສລີ. ​ແຕ່​ຝ່າຍ​ອິສລາ​ແອນ​ໄດ້​ປະຕິ​ເສດ​ຄຳ​ຮຽກຮ້ອງຂອງ​ຝ່າຍ​ປາ​ເລັສຕິນ, ມີ​ແຕ່​ເຫັນ​ດີ​​ມອບ​ສິດ​ຄວບ​ຄຸມ​ເມືອງ​ເຈຣີ​ໂຄ​ເທົ່າ​ນັ້ນ. ສອງ​ຝ່າຍ​ຈະ​ສືບ​ຕໍ່​ເຈລະ​ຈາ​ກັນ​ກ່ຽວ​ກັບ​ຂໍ້​ປີກ​ຍ່ອຍ​ການ​ມອບ​ຮັບ.