ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-10 17:14:12    
ທິດ​ທາງ​ປະ​ເທດ​ດຽວ​ສອງ​ລະ​ບອບ​ຈະ​ສືບ​ຕໍ່​ສົ່ງ​ເສີມ​ກຳ​ລັງ​ຊີ​ວິດ​ອັນ​ແຂງ​ແຮງ

cri Author: da
ຕາມ​ຂ່າວ​CRI:​ວັນ​ທີ 9 ມີນາ ຢູ່​ທີ່​ປັກ​ກິ່ງ,​ທ່ານ​ນາງ​ຫຼີວ​ຢັນ​ຕຸງ ຮອງ​ປະທານ​ສະພາ​ປຶກສາ​ການ​ເມືອງ​ແຫ່ງ​ຊາດ​ຈີນ​ເວົ້າ​ວ່າ,​ແຕ່​ຮົງ​ກົງ​ແລະ​ມາ​ກາວ​ກັບ​ຄືນ​ສູ່​ປະ​ເທດ​ຊາດ​ມາ​ນີ້,​ສອງ​ເຂດ​ດັ່ງ​ກ່າວ​ມີ​ສະຖຽນ​ລະ​ພາບ​ທາງ​ການ​ເມືອງ​​,​ເສດ​ຖະກິດ​ແລະ​ສັງ​ຄົມ​ກໍ​ຈະ​ເລີນ​ຮຸ່ງ​ເຮືອງ​,ພຶດຕິ​ກຳ​ຢັ້ງ​ຢືນ​ໃຫ້​ເຫັນ​ວ່າ,​ທິດ​ທາງ​ປະ​ເທດ​ດຽວ​ສອງ​ລະ​ບອບ​ຖືກ​ຕ້ອງ​ທີ່​ສຸດ,​ທັງຈະ​ສືບ​ຕໍ່ສົ່ງ​ເສີມ​ກຳ​ລັງ​ຊີວິດ​ອັນ​ແຂງ​ແຮງ.

​ໃນ​ງານ​ລ້ຽງ​ກຳມະ​ການ​ສະພາ​ປຶກສາ​ການ​ເມືອງ​ແຫ່ງ​ຊາດ​ຂອງ​ຮົງ​ກົງ​ແລະ​ມາ​ກາວ​ທີ່​ມາຮ່ວມ​ກອງ​ປະຊຸມ​ປະຈຳ​ປິ​ຢູ່​ປັກ​ກິ່ງ​,ທ່ານ​ນາງ​ຫຼີວ​ຢານ​ຕຸງ​ເວົ້າ​ວ່າ,​ແຕ່​ຮົງ​ກົງ​ແລະ​ມາ​ກາວ​ກັບ​ຄືນ​ສູ່​ປະ​ເທດ​ຊາດ​ມາ​ນີ້,​ກຳມະ​ການ​ສະພາ​ປຶ​ກສາ​ການ​ເມືອງ​ແຫ່ງ​ຊາດ​ຂອງ​ເຂດ​ຮົງ​ກົງ​ແລະ​ເຂດ​ມາ​ກາວ​ໄດ້​ເຮັດ​ວຽກທີ່​ມີ​ຜົນ​ສັກ​ສິດ​ຈຳນວນ​ຫຼວງ​ຫຼາຍໃນ​ດ້ານ​ຮັກສາ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ແລະ​ສະຖຽນ​ລະ​ພາບ​ຂອງ​ຮົງ​ກົງ​ແລະ​ມາ​ກາວ.ພີ່​ນ້ອງ​ຮ່ວມ​ຊາດ​ຮົງ​ກົງ​ແລະ​ມາ​ກາວ​ອັນ​ໄພ​ສານ​ຍັງ​ຕັ້ງ​ໜ້າ​ສະ​ໜັບສະ​ໜູນ​ແລະ​ເຂົ້າ​ຮ່ວມ​ການ​ສ້າງ​ສາ​ເສດ​ຖະກິດ​ຢູ່ເຂດ​​ໃນ,​ໄດ້​ປະກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ປະຕິ​ຮູບ​ແລະ​​ໄຂ​ປະຕູ​ສູ່​ພາຍ​ນອກ ​ ​ພາລະ​ກິດ​ສ້າງ​ສາ​ທັນ​ສະ​ໄໝ​ຂອງ​ຊາດ ແລະ​ຊຸກຍູ້​ການ​ແລກ​ປ່ຽນ​ແລະ​ການ​ຮ່ວມ​ມື​ລະຫວ່າງ​ຮົງ​ກົງ ມາ​ກາວ​ກັບ​​ເຂດ​ໃນ.

ທ່ານ​ນາງ​ຫຼີວ​ຢານ​ຕຸງ​ເວົ້າ​ວ່າ,​ພຶດຕິ​ກຳ​ພິສູດ​ໃຫ້​ເຫັນ​ວ່າ,ທະ​ແນມ​ແຕ່​ຍຶດ​ໝັ້ນ​ເຂົ້າ​ໃຈ​ແລະ​ຜັນ​ຂະ​ຫຍາຍ​ທິດ​ທາງ​ປະ​ເທດ​ດຽວ​ສອງ​ລະບອບ​ຢ່າງ​ຮອບ​ດ້ານ​ແລະ​ຖືກ​ຕ້ອງ,​ຍຶດ​ໝັ້ນ​ເຮັດ​ວຽກ​ຕາມ​ກົດ​ໝາຍ​ພື້ນ​ຖານ​ເຂດ​ບໍລິ​ຫານ​ພິ​ເສດ,​ຍຶດ​ໝັ້ນຢູ່​ໃຕ້​ຜືນ​ທຸງ​ທີ່​ຊາວ​ຮົງ​ກົງ​ປົກ​ຄອງ​ຮົງ​ກົງ​ແລະ​ຊາວ​ມາ​ກາວ​ປົກ​ຄອງ​ມາ​ກາວ,​ສາ​ມັກຄີ​ກັນ​ຢ່າງ​ກວ້າງ​ຂວາງ,​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ແລະ​ສະຖຽນ​ລະ​ພາບ​ຖາ​ວອນ​ຂອງ​ຮົງ​ກົງ​ແລະ​ມາ​ກາວກໍ​ຈະ​ມີ​ການ​ຮັບ​ປະກັນ​ຢ່າງ​​ແທ້​ຈິງ.