ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງແມ່ນແມ່ນ້ຳໃຫຍ່ທີ 6 ໃນໂລກ,ເຂດແຄວ້ນທີ່ແມ່ນ້ຳໄຫຼຜ່ານມີຊັບພະຍາກອນອຸດົມສົມບູນ,ຕະຫຼາດກໍກວ້າງຫຼາຍ.
ໃນຊຸມປີ 90 ສະຕະວັດທີ 20,ຈີນແລະປະເທດລ້ອງແມ່ນ້ຳຂອງພ້ອມກັນພັດທະນາແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ.ພາຍຫຼັງກ້າວເຂົ້າສູ່ສະຕະວັດໃໝ່ແລ້ວ,ເພື່ອເຮັດໃຫ້ແມ່ນ້ຳສາຍນີ້ເສີມຂະຫຍາຍບົດບາດສ້າງຮັ່ງຄູນມີໃຫ້ປະຊາຊົນຢູ່ຕາມສອງຝັ່ງແມ່ນ້ຳຢ່າງເຕັມທີ່,ທ່ານຫຼີວເຕີຮຸງ ກຳມະການສະພາປຶກສາການເມືອງແຫ່ງຊາດຈີນ ອະດີດຫົວໜ້າກົມວຽກງານທະເລຈີນໄດ້ແນະນຳໂດຍຫຍໍ້ຍັດຕິຂອງທ່ານກ່ຽວກັບການນຳໃຊ້ແມ່ນ້ຳລ້ານລ້າງ-ແມ່ນ້ຳຂອງແບບສັງລວມໃຫ້ນັກຂ່າວຊາບ.ທ່ານເວົ້າວ່າ:
"ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຍາວ 4880 ກິໂລແມັດ,ມີບໍລິມາດນ້ຳອຸດົມສົມບູນ,ພູມສາດດີຫຼາຍ,ການພັດທະນາແລະນຳໃຊ້ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຢ່າງສົມເຫດສົມຜົນແລະວິທະຍາສາດຈະມີບົດບາດຊຸກຍູ້ເສດຖະກິດຂອງເຂດຕາເວັນຕົກສຽງໃຕ້ຂອງຈີນແລະປະເທດຢູ່ສອງຝັ່ງແມ່ນ້ຳຂອງ."
ແຕ່ຈີນ ລາວ ມຽນມາແລະໄທເປີດການຂົນສົ່ງຢູ່ຕາມແມ່ນ້ຳຂອງຢ່າງເປັນທາງການໃນເດືອນມີນາປີ 2001 ມານີ້,ໃຕ້ການສະໜັບສະໜູນຂອງລັດຖະບານຈີນ,ໄດ້ເຈາະຈົງປັບປຸງສ້ອມແປງແມ່ນ້ຳຂອງ,ເງື່ອນໄຂຂົນສົ່ງໄດ້ດີຂຶ້ນ,ການຂົນສົ່ງເຄື່ອງຂອງຢູ່ທ່າກຳປັ່ນແຫ່ງຕ່າງໆລຽບຝັ່ງແມ່ນ້ຳຂອງໄດ້ໄວວາກວ່າເກົ່າແລະສະດວກກວ່າເກົ່າ.ຕາມສະຖິຕິ,ພາຍໃນ 10 ປີແຕ່ປີ 1993 ຮອດປີ 2003,ເຮືອຂົນສົ່ງສາກົນຢູ່ແມ່ນ້ຳຂອງບັນທຸກຂົນສົ່ງເຄື່ອງຂອງພຽງ 9152 ໂຕນ.ສ່ວນວ່າໃນປີ 2004 ປີດຽວ ກໍໄດ້ສຳເລັດຂົນສົ່ງເຄື່ອງຂອງ 2 ແສນ 2 ໝື່ນໂຕນ.ທ່ານຫຼີວເຕີຮຸງເວົ້າວ່າ:
"ຜ່ານການຂົນສົ່ງທາງນ້ຳ, ເຄື່ອງຂອງລະຫວ່າງພາຍໃນປະເທດກັບຕ່າງປະເທດໄດ້ແລກປ່ຽນກັນຢ່າງຫຼວງຫຼາຍ,ຢູ່ປະເທດແຄມແມ່ນ້ຳຂອງຄືມຽນມາ ລາວ ໄທແລະຫວຽດນາມຜະລິດໝາກໄມ້ແຖບຮ້ອນແລະຕົ້ນຢາງພາລາຫຼາຍ,ສ່ວນຜະລິດຕະພັນກະສິກຳຂອງປະເທດຂ້າພະເຈົ້າກໍມີຫຼາຍ,ລະຫວ່າງສອງຝ່າຍກໍສາມາດຜ່ານແມ່ນ້ຳສາຍນີ້ແລກປ່ຽນເຊິ່ງກັນແລະກັນ."
ການເປີດການຂົນສົ່ງລະຫວ່າງຊາດຢູ່ຕາມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໄດ້ຊຸກຍູ້ການພັດທະນາເສດຖະກິດຂອງພາກພື້ນແຫ່ງນີ້,ທັງໄດ້ເພີ່ມຕື່ມກຳລັງຊີວິດຊີວາໃຫ້ແກ່ດ້ານເສດຖະກິດແລະວັດທະນະທຳຂອງບັນດາປະເທດແຄມແມ່ນ້ຳອີກດ້ວຍ.ທ່ານຫຼີວເຕີຮຸງເວົ້າວ່າ:
"ຜົນໄດ້ຈາກການຂົນສົ່ງທາງນ້ຳ,ໄດ້ຊັກນຳການພັດທະນາເສດຖະກິດຂອງເມືອງຫຼວງພະບາງ,ປະຊາຊົນທີ່ຢູ່ເຂດອື່ນຍ້າຍມາຊີວິດຢູ່ໃນເຂດແຄມແມ່ນ້ຳຂອງ,ພວກເຂົາເຈົ້າເຮັດວຽກບໍລິການ,ທຸລະກິດການຂົນສົ່ງທາງນ້ຳແລະການກໍ່ສ້າງທ່າກ່ຳປັ່ນ,ການຂົນສົ່ງທາງນ້ຳໄດ້ນຳເອົາຄວາມສຸກມາໃຫ້ຊີວິດການເປັນຢູ່ຂອງພວກເຂົາເຈົ້າ."
ຕາມສະຖິຕິທີ່ບໍ່ຄົບຖ້ວນ,ຜູ້ເຮັດວຽກຂົນສົ່ງທາງນ້ຳໄດ້ເພີ່ມຂຶ້ນຈາກຫຼາຍຮ້ອຍຄົນໃນຕົ້ນຊຸມປີ 90 ຮອດ 1 ໝື່ນກວ່າຄົນໃນປະຈຸບັນ.
ທາງນ້ຳສາກົນໃນລ້ອງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໄດ້ເຮັດໃຫ້ກິ່ງແຂວງສິບສອງພັ່ນນາແລະເຂດ"ສາມຫຼ່ຽມຄຳ"ເຊິ່ງເປັນແຫຼ່ງທ່ອງທ່ຽວສາກົນໃຫຍ່ສອງແຫ່ງເຊື່ອມຕໍ່ກັນ.ການນຳໃຊ້ຮີດຄອງປະເພນີໃນລ້ອງແມ່ນ້ຳແບບສັງລວມ,ພັດທະນາວັດທະນະທຳລ້ອງແມ່ນ້ຳຢ່າງສົມເຫດສົມຜົນ,ຈະເກີດມີບົດບາດຊຸກຍູ້ການທ່ອງທ່ຽວໃນພາກພື້ນແຫ່ງນີ້ໄດ້ຂະຫຍາຍຕົວ.ທ່ານຫຼີວເຕີຮຸງເວົ້າວ່າ:
"ຊັບພະຍາກອນຢູ່ສອງຝັ່ງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງແມ່ນສວນສາທາລະນະຂະໜາດໃຫຍ່ດ້ານຊີວະພາບ,ແມ່ນຫໍພິພິທະພັນວັດທະນະທຳຊົນເຜົ່າ.ປະຊາຊົນຫຼາຍສິບເຜົ່າຕັ້ງພູມລຳເນົາຢູ່ສອງຝັ່ງແມ່ນ້ຳ,ພາສາປາກເວົ້າກໍເຂົ້າໃຈກັນໄດ້,ໂຕໜັງສືກໍຄ້າຍຄືກັນ.ແຕ່ວ່າ ພວກເຂົາເຈົ້າຍັງມີວັດທະນະທຳແລະຄວາມຊິນເຄີຍດ້ານຊີວິດການເປັນຢູ່ຂອງຕົນ,ຖ້າວ່າອະນຸລັກແລະຂະຫຍາຍວັດທະນະທຳເຫຼົ່ານີ້ ຈະຊຸກຍູ້ການຮ່ວມມື ການແລກປ່ຽນແລະການໄປມາຫາສູ່ກັນໂດຍໄມຕີຈິດລະຫວ່າງ 4 ປະເທດໃນພາກພື້ນແຫ່ງນີ້."
ຢູ່ສອງຝັ່ງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງທີ່ສວຍງາມອັດສະຈັນແຫ່ງນີ້ຍັງມີສັດແລະພືດອັນປະເສີດຫຼາຍຫຼາຍຊະນິດ.ທ່ານຫຼີວເຕີຮຸງກ່າວເນັ້ນວ່າ,ໃນຂະນະນຳໃຊ້ແລະພັດທະນາລ້ອງແມ່ນ້ຳແຫ່ງນີ້ຢ່າງສັງລວມ,ຍັງຕ້ອງເອົາໃຈໃສ່ນຳການອະນຸລັກສິ່ງແວດລ້ອມຊີວະພາບ.ທ່ານເວົ້າວ່າ:
"ບໍ່ວ່າຈະແມ່ນພັດທະນາ,ຫຼືວ່າແມ່ນນຳໃຊ້,ຂ້າພະເຈົ້າເຫັນວ່າ ບໍ່ຄວນທຳລາຍຊີວະພາບຢ່າງເດັດຂາດ.ເຊັ່ນ,ໃນເວລາສ້ອມແປງທາງເດີນເຮືອ,ຖ້າຢາກລະເບີດແລະຍ້າຍແກ້ງຢູ່ໃນນ້ຳ,ກໍຕ້ອງອອກແບບຢ່າງພຽນໃຈ,ອະນຸລັກປູປາແລະສັດປ່າ,ພ້ອມທັງບໍ່ທຳລາຍພູຜາແລະປ່າໄມ້."
ຕອນສຸດທ້າຍ,ທ່ານຫຼີວເຕີຮຸງ ກຳມະການສະພາປຶກສາການເມືອງຫວັງໃຫ້ຍັດຕິຂອງທ່ານມີຜົນດີຕໍ່ການຊຸກຍູ້ການພັດທະນາເສດຖະກິດຂອງເຂດພູດອຍທາງຕາເວັນຕົກສຽງໃຕ້ຂອງຈີນ,ກໍຄືການພັດທະນາເສດຖະກິດຂອງປະເທດອ້ອມຂ້າງ,ຊຸກຍູ້ການແລກປ່ຽນວັດທະນະທຳລະຫວ່າງຊາດ,ສາມັກຄີກັນສ້າງສະຖຽນລະພາບຢູ່ພາກພື້ນແຫ່ງນີ້ຕື່ມອີກ.
|