ຊາວໜຸ່ມອາສາສະໝັກຂອງຈີນທີ່ໄປເຂົ້າຮ່ວມການຊ່ອຍກອບກູ້ຢູ່ໄທໄດ້ເປີດກວ້າງຊ່ອງທາງຊ່ອຍເຫຼືອຕ່າງປະເທດຂອງຈີນ
cri
Author: mo
ຕາມຂ່າວCRI:ວັນທີ 10 ມີນາ, ຢູ່ທີ່ປັກກິ່ງ, ທ່ານໂຈວສຽງ ເລຂາທີໜຶ່ງຂອງສຳນັກເລຂາສູນກາງຄະນະຊາວໜຸ່ມກອມມູນິດຈີນກ່າວວ່າ, ຊາວໜຸ່ມອາສາສະໝັກຂອງຈີນທີ່ໄປເຂົ້າຮ່ວມການຊ່ອຍກອບກູ້ຢູ່ໄທໄດ້ເປີດກວ້າງຊ່ອງທາງຊ່ອຍເຫຼືອຕ່າງປະເທດຂອງຈີນ.
ຕາມການສະເໜີ, ແຕ່ວັນທີ 25 ກຸມພາຮອດວັນທີ 7 ມີນາ, ຊາວໜຸ່ມອາສາສະໝັກຂອງຈີນ 18 ຄົນໄດ້ໄປເຂດປະສົບໄພຄື້ນຊູນາມີມະຫາສະໝຸດອິນເດຍຂອງໄທເຂົ້າຮ່ວມວຽກງານຊ່ອຍກອບກູ້ແລະທາວເອົາຂອງເສດ. ໃນການເຄື່ອນໄຫວຊ່ອຍກອບກູ້ສາກົນເທື່ອນີ້, ພວກເຂົາເຈົ້າໄດ້ດຳນ້ຳ 150 ກວ່າເທື່ອຄົນ, ໄດ້ທາວເອົາຂີ້ເຫຍື້ອປະເພດຕ່າງໆປະມານ 20 ໂຕນ, ໄດ້ປະກອບສ່ວນເຂົ້າໃນການເຮັດໃຫ້ສິ່ງແວດລ້ອມມະຫາສະໝຸດທ້ອງຖິ່ນນັ້ນສະອາດ.
ທ່ານໂຈວສຽງກ່າວວ່າ, ຕໍ່ໄປພາຍໜ້າ, ຈີນຈະແຕ່ງຊາວໜຸ່ມອາສາສະໝັກຍິ່ງຫລາຍເຂົ້າຮ່ວມວຽກງານຊ່ອຍກອບກູ້ຢູ່ຕ່າງປະເທດ.
|
|