ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-10 20:31:01    
ເຂດ​ທີ່​ເກີດ​ເຫດການ​ຫມູ່​ຄະນະ​ເປັນ​ເບື່ອ​ຂອງຟິລິບ​ປິນ​​ເຂົ້າສູ່​ສະພາວະ​ໄພພິບັດ​

cri
ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 10 ມີນາ,ທ່ານ​ນາງ​ອາ​ໂລ​​ໂຢ ປະທານາທິບໍດີ​ຟິລິບ​ປິນ​ປະກາດ​ວ່າ,​ເມືອງ​ມາ​ບີ​ນີ​ແຂວງ​ໂບ​ໂຮ​ນທີ່​ເກີດ​ເຫດການ​ນັກຮຽນ​ປະ​ຖົມ​ເປັນ​ເບື່ອ​ເປັນ​ຫມູ່​ຄະນະ​ໄດ້​ເຂົ້າສູ່​ສະພາວະ​ໄພພິບັດ.

ໃນ​ຂະນະ​ດຽວ​ກັນ,ທ່ານ​ນາງ​ອາ​​ໂລ​ໂຢປະກາດ​ວ່າ,ຈະ​ເບີກ​ເງິນ​ລາຍ​ສະ​ເພາະ​ຈາກ​ກອງ​ທຶນ​ກູ້​ໄພ​ແຫ່ງ​ຊາດ,​ໃຊ້​ເຂົ້າ​ໃນ​ການ​ປິ່ນປົວ​ຜູ້​ຖືກ​ທຳຮ້າຍ​ແລະ​ຝັງຜູ້​ປະສົບ​ເຄາະ​ຮ້າຍ.ທ່ານ​ນາງ​ອາ​ໂລ​ໂຢຍັງ​ສັ່ງ​ໃຫ້​ກອງ​ຕຳຫລວດ​ແຫ່ງ​ຊາດ​ແລະ​ກະຊວງ​ສາທາລະນະ​ສຸກ​ຮ່ວມ​ກັນ​ສືບສວນ,​ເພື່ອ​ຊອກ​ຮູ້​ສາ​ເຫດ​ຂອງ​ເຫດການ​ເປັນ​ເບື່ອ​ເທື່ອ​ນີ້.

ພາຍຫລັງ​ນັກຮຽນ 476 ຄົນ​ຂອງ​ໂຮງຮຽນຊານ ​ໂຈ​ເຊ​ເມືອງ​ມາ​ບີ​ນີ​ໄດ້​ກິນ​ຂະຫນົມ​ມັນຕົ້ນທີ່​ຊື້​ກັບ​ພໍ່ຄ້າ​ຢູ່​ມໍ່​ໂຮງຮຽນ​​ໃນ​ວັນ​ທີ 9 ມີນາແລ້ວກໍ່​ຮູ້ສຶກ​ເຈັບທ້ອງ,​ແລະ​ຖືກ​ສົ່ງ​ໄປ​ໂຮງໝໍ​ຕາມ​ໆ ກັນ.ນັບ​ມາ​ຮອດ​ປະຈຸ​ບັນ,​ເຫດການ​ເປັນ​ເບື່ອ​ລາຍ​ນີ້​ໄດ້​ພາ​ໃຫ້​ນັກຮຽນຢ່າງ​ຫນ້ອຍ 27 ຄົນ​ເສຍ​ຊີວິດ,105 ຄົນ​ນອນ​ປິ່ນປົວ​ຢູ່​​ໂຮງໝໍ.ວັນ​ທີ 10 ມີນາ,ຜູ້​ຊ່ຽວຊານ​ຂອງ​ກະຊວງ​ສາທາລະນະ​ສຸກ​ຟິລິບ​ປິນກ່າວ​ວ່າ,ຕາມ​ການ​ສືບສວນ​ໃນ​ເບື້ອງ​ຕົ້ນ,​ໃນ​ຂະໜົມມັນຕົ້ນມີcyanide,ນີ້​ອາດ​ຈະ​ແມ່ນ​ສາ​ເຫດ​ທີ່​ພາ​ໃຫ້​ພວກ​ເຂົາ​ເຈົ້າ​ເປັນ​ເບື່ອ.