ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-10 21:56:31    
ການ​ອະ​ນຸ​ລັກ​ວັດ​ຖຸ​ບູ​ຮານ​ຕ້ອງ​ອະ​ນຸ​ລັກ​ສະ​ພາບ​ແວດ​ລ້ອມ​ກວມ​ລວມ​ຂອງ​ວັດ​ຖຸ​ບູ​ຮານ

cri



ປີ 2004, ກຳ​ມະ​ການ​ທັງ​ຫລາຍ​ຂອງ​ຄະ​ນະ​ກຳ​ມາ​ທິ​ການ​ວັດ​ທະ​ນະ​ທຳ​ປະ​ຫວັດ​ສາດ​ຂອງ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ໄດ້​ນອນ​ການ​ແຈ້ງ ກິນ​ກາງ​ປ່າ,ລົງ​ເລິກ​ສຳ​ຫລວດ 7 ຕົວ​ເມືອງ​ວັດ​ທະ​ນະ​ທຳ​ປະ​ຫວັດ​ສາດ​ຂັ້ນ​ລັດ​ເຊັ່ນ​ຊີ​ອ່ານ ຫານ​ເສີງ ຮ້ານ​ຈົ່ງ ຄຸນ​ມີງ ລີ້​ຈ່ຽງ ຕ້າ​ຫລີ​ແລະ​ປັກ​ກິ່ງ​ແລະ​ເມືອງ​ເຖີ່ງ​ຊົງ ​ຕົວ​ເມືອງ​ວັດ​ທະ​ນະ​ທຳ​ປະ​ຫວັດສາດຂັ້ນ​ແຂວງ​,​ໄດ້​ກວດ​ພົບ​ບັນຫາ​ຕົ້ນຕໍ​ໃນ​ວຽກ​ງານ​ອະນຸລັກ​ຕົວ​ເມືອງ​ວັດທະນະທຳ​ປະຫວັດສາດ​ໃນ​ສະ​ເພາະ​ຫນ້າ​ນີ້,​ແລະ​ວິ​ເຄາະ​ສາ​ເຫດ​ຢ່າງ​ເລິກ​​ເຊິ່ງ,ອອກ​ຫົວຄິດ​ປະດິດ​ສ້າງ,​ໃນ​ທີ່​ສຸດ​ໄດ້​ຈໍ່​ຕົວ​ເປັນ​ບົດ​ລາຍ​ງານ​ການ​ສຳ​ຫລວດ​ກ່ຽວ​ກັບ​ການ​ອະນຸ​ລັດ​ຕົວ​ເມືອງ​ວັດທະນະທຳ​ປະຫວັດສາດ.ບົດ​ລາຍ​ງານ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ໃນ​ລະດັບ​ສູງ​ຈາກ​ຄະນະ​ລັດຖະບານ​ຈີນ,ຜູ້ນຳ​ຂອງຄະນະ​ລັດຖະບານ​ຈີນ​ຊີ້​ອອກ​ວ່າ:ຕ້ອງ​ເພີ່ມ​ຄວາມ​ແຮງ​ໃນ​ການ​ອະນຸລັກ​ຕົວ​ເມືອງ​ວັດທະນະທຳ​ປະຫວັດສາດ,ຕ້ອງ​ພ້ອມ​ກັນ​ກັບ​ຝ່າຍ​ທີ່​ກ່ຽວຂ້ອງ,ພິຈາ ລະນາ​ໂດຍ​ສັງ​ລວມ,ວາງ​ແຜນ​ໃຫ້​ດີ,​​ແລ້ວ​ປະຕິບັດ​ໂດຍ​ແບ່ງ​ອອກ​ເປັນ​ບາດກ້າວ.ນີ້​ເຮັດ​ໃຫ້​ຄົນ​ທັງຫລາຍ​ທີ່​​ເອົາ​ໃຈ​ໃສ່​ນຳ​ການ​ອະນຸລັກ​ຕົວ​ເມືອງ​ວັດທະນະທຳ​ປະຫວັດສາດ​ນັ້ນຮູ້ສຶກ​ດີໃຈ​ທີ່​ສຸດ.

ທ່ານ​ນາງ​ຈາງ​ເຕີ​ເອີ້ກໍ່​ແມ່ນ​ກຳ​ມະ​ການ​ສະພາປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຜູ້​ຫນຶ່ງ​ທີ່​ເຂົ້າຮ່ວມ​ການ​ສຳ​ຫລວດລາຍ​ນີ້.​ໃນ​ການ​ສຳ​ຫລວດ​ເທື່ອ​ນີ້,ທ່ານ​ນາງ​ຈາງ​ໄດ້​ຮັບ​ຫມາກຜົນ​ຫລາຍ​ທີ່​ສຸດ,​ໂດຍ​ສະ​ເພາະ​ແມ່ນ​ການ​ສຳ​ຫລວດ"ສານ​ເຈົ້າທ້າຍ​ຊືກົ່ງ"​ໄດ້​ເຮັດ​ໃຫ້​ນາງ​ມີ​ຄວາມ​ຮູ້ສຶກ​ເລິກ​​ເຊິ່ງທີ່​ສຸດ.

​ເມືອງຫານ​ເສີງ​ແຂວງ​ສ້າ​ນສີ່​ແມ່ນ​ບ້ານ​ເກີດ​ຂອງ​ທ່ານ​ສື່​ມາ​ຊຽນ,​ແລະ​ກໍ່​ແມ່ນ​ຕົວ​ເມືອງ​ວັດທະນະທຳ​ປະຫວັດສາດ​ຂັ້ນລັດ."ສານ​ເຈົ້າສື່​ມາ​ຊຽນ ທ້າຍ​ຊືຂອງ​ລາຊະວົງ​ຮ້ານ"ທີ່​ສ້າງ​ເມື່ອ​ຄ.ສ.310 ກໍ່​ຢູ່​ແຫ່ງ​ນີ້,ສານ​ເຈົ້າດັ່ງກ່າວ​ມີ​ຄຸນຄ່າ​ປະຫວັດສາດ​ສູງ​ທີ່​ສຸດ,​ແມ່ນ​ຫົວຫນ່ວຍ​ອະນຸລັກ​ວັດຖຸບູຮານ​ຈຸດ​ຫນັກ​ຂັ້ນລັດ,ມັກ​ຖືກ​ເອິ້ນ​ເປັນ"ສານ​ເຈົ້າທ້າຍ​ຊືກົ່ງ".

ຕາມ​ຜູ້​ທີ່​ເຄີຍ​ໄປ​ທ່ຽວ​ສານ​ເຈົ້າ​ແຫ່ງ​ນີ້​​ເລົ່າ​ໃຫ້​ຟັງ​ວ່າ,"ສານ​ເຈົ້າທ້າຍ​ຊືກົ່ງ"ມີ​ທີ່​ຕັ້ງພູມ​ສາດ​ດີຫລາຍ,ຄື​ຕັ້ງຢູ່​​ເທີ​ງພູ​ນ້ອຍ​ແຫ່ງ​ຫນຶ່ງ​ຢູ່​ແຄມ​ແມ່​ນ້ຳ​ເຫືຼອງ.​ໃນ​ເວລາ​ຄົນ​ທັງຫລາຍ​ປີນ​ຈາກ​ທາງ​ພູ​ທີ່​ສູງ​ຊັນ​ຂຶ້ນ​ໄປ​ຮອດ​ຈອມ​ພູນັ້ນ,ຢູ່​ທາງ​ຫນ້າ​ຈະ​ກວ້າງຂວາງ​ອອກ,​ຫລຽວ​ເບິ່ງ​ໄປ​ໄກໆ,​ແມ່​ນ້ຳ​ເຫືຼອງ​ໄດ້​​ໄຫລ​ໄປ​ຫນ້າ​ຢ່າງ​ບໍ່​ຢຸດຢັ້ງ,​ໃນ​ທັນ​ໃດ​ນັ້ນ,ອາລະຍະ​ທຳ​ແມ່​ນ້ຳ​ເຫືຼອງທີ່​ມີ​ປະຫວັດສາດ 5 ພັນ​ປີ​ແລະ​ປະຫວັດສາດ​ຈີນ​ທີ່​ເກົ່າ​ແກ່​ຫນ້າ​ແຫນ້ນ​ກໍ່​ຈະ​ແມນ​ຢູ່​ໃນ​ຫົວ​ໃຈ​​ປານ​ຮູບ​ແຕ້ມ,​ເຮັດ​ໃຫ້​ຜູ້​ຊົ​ມມີ​ຄວາມ​ຮູ້ສຶກ​ຕຶ້ນຕັນ​ໃຈ​ທີ່​ສຸດ.​

ແຕ່​ວ່າ,ສິ່ງ​ທີ່​ທ່າ​ນນາງ​ຈາງ​ເຕີ​ເອີ້​ແລະ​ຄົນ​ທັງຫລາຍ​ໄດ້​ເຫັນ​ໃນ​ເວລາ​ປີນ​ຂຶ້ນ​ຮອດ​ຈອມ​ພູນັ້ນພັດ​ບໍ່​ແມ່ນ​ພາບ​ດັ່ງ​ທີ່​ເລົ່າ​ລື​ກັນ,​ເຫັນ​ແຕ່​ເສົາ​ຂົວ​ຊີມັງ​ເປັນຕົ້ນໆ,ຕັ້ງຢູ່​ໃນ​ແມ່​ນ້ຳ​ເຫືຼອງຢ່າງ​ຕຳ​ຫູ​ຕຳຕາ,ນີ້​ແມ່ນ​ທາງ​ດ່ວນ​ເສັ້ນຫນຶ່ງ​ທີ່​ພວມ​ສ້າງ​ຢູ່,ພໍດີ​ຜ່ານ​ທາງ​ນີ້,ພຽງ​ແຕ່​ວ່າ​ເມື່ອ​ຮອດ​ຕີນ​ພູ​ນ້ອຍ​ກໍ່​ຢຸດ​ສະ​ງັກລົງ,​ແລ້ວ​ອ້ອມ​ຜ່ານ"ສານ​ເຈົ້າທ້າຍ​ຊືກົ່ງ"​ເຫມືອນ​ກ່ຽວ.

ການ​ສ້າງ​ໂຄງການ​ຢູ່​​ໃກ້"ສານ​ເຈົ້າທ້າຍ​ຊືກົ່ງ"ປານ​ນີ້​ຈັ່ງ​ແມ່ນ​ບໍ່​ຖືກ​ທີ່​ແທ້!​ແຕ່​ຄວາມ​ເສຍ​ຫາຍ​ແມ່ນ​ກູ້​ຄືນມາບໍ່​ໄດ້​ແລ້ວ,ທ່ານ​ນາງ​ຈາງ​ເຕີ​ເອີ້​ຮູ້ສຶກ​ເສຍ​ໃຈ​ທີ່​ສຸດ.ນາງ​ເຫັນ​ວ່າ,​ເສດຖະກິດ​ຕ້ອງ​ພັດທະນາ,​ແຕ່​ວັດຖຸບູຮານ​ກໍ່​ຕ້ອງ​ອະນຸລັກ.ການ​ອະນຸລັກ​ວັດຖຸບູຮາ​ນບໍ່ພຽງ​ແຕ່​ຕ້ອງ​ອະນຸລັກ​ກະ​ໂຕ​ວັດຖຸບູຮານ​ເທົ່າ​ນັ້ນ,ຍິ່ງ​ຕ້ອງ​ອະນຸລັກ​ສະພາບ​ແວ​ດລ້ອມ​ທຳ​ມະ​ຊາດ​ແລະ​ສະພາບ​ແວດ​ລ້ອມ​ວັດທະນະທຳ​ທີ່​ຢູ່​ອ້ອມ​ຂ້າງ​ວັດຖຸບູຮານ​​ໃຫ້​ດີ​ອີກ​ດ້ວຍ.ສະນັ້ນ,​ໃນ​ກົດ​ບັນຍັດ​ທີ່​ກ່ຽວຂ້ອງ​ທີ່​ມີ​ຢູ່​ໃນ ປະຈຸ​ບັນກ່ຽວ​ກັບ​ອົງການ​ປົກຄອງ​ພິຈາລະນາ​ອະນຸມັດ​ໂຄງການ​ຂະຫນາດ​ໃຫຍ່​ນັ້ນຄວນ​ເພີ່ມ​ຕື່ມ​ຂໍ້​ມາດຕາ​ຂໍ້​ຫນຶ່ງ,ຄື​ການ​ສ້າງ​ໂຄງການ​ຢູ່​ບ່ອນ​ມໍ່​ຮ່ອງຮອຍ​ວັດຖຸບູຮານ​ສຳຄັນ​ຕ້ອງ​ໄດ້​ຮັບ​ການ​ສຳ​ຫລວດ​ກວດກາ​ຈາກ​ພາກ​ສ່ວນ​ວັດຖຸບູຮານ,​ແລະ​ໃຫ້​ພາກສ່ວນ​ຄຸ້ມ​ຄອງ​ວັດຖຸບູຮານ​ເຂົ້າຮ່ວມ​ການ​ວາງ​ຜັງອອກ​ແບບ​ໂຄງການ,​ເພື່ອ​ເຮັດ​ວຽກ​ງານ​ອະນຸລັກ​ວັດຖຸບູຮານ​ໃຫ້​ດີ.

ພາຍຫລັງ​ສິ້ນ​ສຸດ​ການ​ສຳ​ຫລວດ​ແລ້ວ,ທ່ານ​ນາງ​ຈາງ​ເຕີ​​ເອີ້​ກໍ່​ໄດ້​ວາງ​ຂໍ້​ສະ​ເຫ​ນີ​ແລະ​ຄວາມ​ເຫັນ​ຂອງ​ຕົນ​ເອງ​ໃນ​ດ້​ານອະນຸລັກ​ສະພາບ​ກວມ​ລວມຂອງ​ວັດຖຸບູຮານ,​ໄດ້​ປະກອບສ່ວນ​ສະຕິ​ປັນຍາ​ຂອງ​ຕົນ​ໃຫ້​ແກ່​ບົດ​ລາຍ​ງານ​ສຳ​ຫລວດ​ກ່ຽວ​ກັບ​ການ​ອະນຸລັກ​ຕົວ​ເມືອງ​ວັດທະນະທຳ​ປະຫວັດສາດ.