ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-10 21:41:40    
ສິດ​ສະ​ເຫ​ນີ​ຂໍ້​ສະ​ເຫ​ນີ,ຄຳ​ຕິ​ຕຽນ​ແລະ​ສິດ​ຄວາມ​ເຫັນ​ຂອງ​ຜູ່​ແທນ​ສະ​ພາ​ປະ​ຊາຊົນ​ ​ແມ່ນ​ຫຍັງ?

cri

ສິດ​ສະ​ເຫ​ນີຂໍ້​ສະ​ເຫ​ນີ ຄຳ​ຕິ​ຕຽນ​ແລະ​ສິດ​ຄວາມ​ເຫັນ​ຂອງ​ຜູ່​ແທນ​ສະ​ພາ​ປະ​ຊາ​ຊົນ​ ​ຫມາຍ​​ເຖິງ​ຜູ່​ແທນ​ສະ​ພາ​ປະ​ຊາ​ຊົນ​ມີ​ສິດ​ສະ​ເຫ​ນີ ​ຂໍ້​ສະ​ເຫ​ນີ ຄຳ​ຕິຕຽນ​ແລະ​ຄວາມ​ເຫັນ​ຕໍ່​ວຽກ​ງານ​ທຸກ​ດ້ານ​​ຂອງ​ສະພາ​ຜູ່​ແທນປະຊາຊົນ​ຂັ້ນຂອງ​ຕົນ​ແລະ​ຄະນະ​ປະຈຳສະພາຕາມ​ກົດຫມາຍ,ອົງການ​ທີ່​ກ່ຽວຂ້ອງ​ຕ້ອງນຳ​ໄປ​ຄົ້ນຄວ້າ​​ແກ້​ໄຂ​ແລະ​ຮັບ​ໃຫ້​ຄຳຕອບ,ຜູ່​ແທນ​ສະພາ​ປະຊາຊົນ​ມີ​ສິດ​ສະ​ເຫ​ນີຂໍ້​ສະ​ເຫ​ນີ ຄຳ​ຕິຕຽນ​ແລະ​ຄວາມ​ເຫັນ​ຕໍ່​ວຽກ​ງານ​ທຸກ​ດ້ານ​ຂອງ​ສະພາ​ຜູ່​ແທນ​ປະຊາຊົນ​ຂັ້ນຂອງ​ຕົນ​ໃນ​ໄລຍະ​ໄຂ​ກອງ​ປະຊຸມ​ສະພາ​ຜູ່​ແທນ​ປະຊາຊົນ.​ໃນ​ໄລຍະ​ປິດ​ປະຊຸມ​ສະພາ​, ຜູ່​​ແທນ​ສະ​ພາ​ມີ​ສິດ​ສະ​ເຫ​ນີຂໍ້​ສະ​​ເຫ​ນີ ຄຳ​ຕິຕຽນ​ແລະ​ຄວາມ​ເຫັນ​ກ່ຽວ​ກັບ​ວຽກ​ງານ​ທຸກ​ດ້ານ ຕໍ່ຄະນະ​ປະຈຳ​ສະ​ພາ​ປະ​ຊາ​ຊົນ​ຂັ້ນ​ດຽວ​ກັນ, ​ໃນ​ຍາມ​ປົກ​ກະ​ຕິ,ຂໍ້​ສະ​ເຫ​ນີ​ຂອງ​ຜູ່​ແທນ​ສະ​ພາ​ປະ​ຊາ​ຊົນ​ຂັ້ນ​ຕາ​ແສງ ​ແລະ​ເມືອງ​ນ້ອຍ​ແມ່ນ​​ໃຫ້​ປະ​ທານ​ຫຼື ຮອງ​ປະ​ທານ​ສະ​ພາ​​ຂັ້ນ​ຕາ​​ແສງແລະ​ເມືອງ​ນ້ອຍ​ສ່ອງ​ແສງ​ແລະ​ສົ່ງ​ຕໍ່​​ໃຫ້ອົງການ​ປົກຄອງ​ປະຊາຊົນ​ຂັ້ນດຽວກັນ.


ຍົກສິດ​ກະທູ້ຖາມ​ຂອງ​ຜູ່​ແທນ​ສະພາ​ປະຊາຊົນ​ແມ່ນ​ຫຍັງ?
ເມື່ອ​ຜູ່​ແທນ​ສະພາ​ປະຊາຊົນ​ບໍ່ພໍ​ໃຈ​ທີ່​ສຸດ​ຕໍ່​ວຽກ​ງານ​ຂອງ​ອົງການ​ລັດ​ເຊັ່ນ:ອົງການ​ບໍລິຫານ ອົງການ​ຕັດສິນ ອົງການ​​ໄອ​ຍະ​ການ​ເປັນຕົ້ນຫຼືປະກົດ​ເຫັນ​ອົງການ​ເຫຼົ່ານີ້ ລະ​ເຫຼິງ​ຫນ້າ​ທີ່ ​ແລະ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ຢ່າງ​ຫນັກຫນ່ວງ​ໃຫ້​​ແກ່ລັດ​ແລະ​ສັງຄົມ,ຜູ່​ແທນ​ສະພາ​ປະຊາຊົນ​ມີສິດ​ຍົກ​ກະທູ້ຖາມຕໍ່​ພະ​ແນ​ກ​ທີ່​ກ່ຽວຂ້ອງ​ຕາມ​ກົດຫມາຍ​ໃນ​ກອງ​ປະຊຸມ​ສະພາ​ປະຊາຊົນ,ການ​ຍົກກະທູ້​ຖາມ​ແມ່ນ​ສິດ​ສຳຄັນ​ລາຍ​ຫນຶ່ງ​ຂອງ​ຜູ່​ແທນ​ສະພາ​ປະ​ຊາ​ຊົນ,​ມັນ​ສາ​ມາດ​​ເສີມ​ຂະຍາຍ​ບົດບາດ​ຕິດຕາມ​ກວກາທີ່​ສຳຄັນ,​ແລະ​ເຂັ້ມງວດ​ກວ່າ​ການ​ສອບ​ຖາມ​ຫຼາຍ,ຖ້າ​ຜູ່​ແທນ​ສະພາ​ປະຊາຊົນບໍ່ພໍ​ໃຈ​ຕໍ່ຄຳ​ຕອບ​ຂອງ​ພະ​ແນ​ກທີ່​ກ່ຽວຂ້ອງ​ຍັງ​ມີ​ສິດຍົກກະທູ້​ຖາມ​ຕາມ​ກົດຫມາຍອີກ​ເທື່ອ​ຫນຶ່ງ,ຖ້າຍັງ​ບໍ່ພໍ​ໃຈ​ຕໍ່ຄຳ​ຕອບ​​ກະທູ້​ຖາມ​ຫຼາຍ​ເທື່ອ​,ອາດຈະ​ຍັງເຖິງ​ຂັ້ນ​ສະ​ເຫ​ນີຍັດຕິ​ປົດ​ຕຳ​ແຫນ່​ງກໍ​ເປັນ​ໄດ້​ສະ​ພາບ​ແນວ​ນີ້​ເຄີຍ​​ເກີດ​ຂຶ້ນຢູ່​ໃນ​ກອງ​ປະຊຸມ​ສະພາ​ປະຊາຊົນ​ຂອງ​ບາງ​ແຂວງ

ສິດ​ລົງ​ຄະ​ແນນ​ສຽງຂອງ​ຜູ່​ແທນ​ສະພາ​ປະຊາຊົນ​ແມ່ນຫຍັງ?
ການ​ລົງຄະ​ແນນ​ສຽງ​ກໍ​ຄື:ການສະ​ແດງ​ທ່າ​ທີ​ສຸດ​ທ້າຍ​ຕໍ່​ຍັດຕິ ຫຼືບົດ​ລາຍ​ງານ​ທີ່​​ໄດ້ຈັດ​ເຂົ້າ​ໃນ​ວາລະ​ປະຊຸມ​ຫລັງ​ຈາກ​ໄດ້​ສຳ​ຫຼວດ​ພິຈາ​ລະ​ນາ​ດ້ວຍ​ຮູບ​ການ​ປ່ອນ​ບັດ​ຫຼືກົດ​ເຄື່ອງ​ລົ​ງມະຕິ​,​ແມ່ນ​ເຫັນ​ດີຫຼືວ່າ​ຄັດຄ້ານ ຫຼືສະຫຼະ​ສິດ.ສິດ​ລົງຄະ​ແນນ​ສຽງ​ໂຮມ​ສຸນສະ​ແດງ​​ໃຫ້​ເຫັນ​ທ່າ​ທີ​ຂອງ​ຜູ່​​ແທນ​ຕໍ່​ບັນຫາ​ຫນຶ່ງ  ​ເຫດການ​ຫນຶ່ງ ສະພາບ​ການ​​ຫນຶ່ງ ວິທີ​​ໃດຫນຶ່ງ  ການ​ແຕ່ງຕັ້ງ​ຫຼືປົດ​ຕຳ​ແຫນ່​ງເທື່ອ​ຫນຶ່ງ ຍັດຕິ​ ສະບັບຫນຶ່ງ​ຫຼືວ່າ​ຮ່າງ​ກົດຫມາຍ​ສະບັບ​ຫນຶ່ງ,ມີ​ຈຸດ​ພິ​ເສດ​ທີ່​ຈະ​ແຈ້ງ​ແລະ​ຄັກ​ແນ່​ທີ່​ສຸດ,ຈະມະ​ລຸ້ມມະ​ລ້ວຍ​ບໍ່​ໄດ້,ນີ້​ກໍ​ແມ່ນ​ບາດກ້າວ​ສຸດ​ທ້າຍ​ທີ່​ອົງການ​ອຳນາດຈະ​ປະກອບ​ເປັນຂໍ້​ຕົກລົງ​ແລະ​ມະຕິ​ໄດ້​ຫຼືບໍ່,ຜູ່​ແທນ​ສະພາ​ປະຊາຊົນ​ໃຊ້​ສິດ​ລົງມະຕິ​ແມ່ນ​ການສະ​ແດງ​ຢ່າງ​ໂຮມ​ສູນ​ທີ່​ສຸດ​ທີ່ຜູ່​ແທນ​ສະພາ​ປະຊາຊົນ​ຕາງຫນ້າ​ຜົນ​ປະ​ໂຫຍ​ດ​ແລະ ຄວາມ​ປາຖະຫນາ​ຂອງ​ປະຊາຊົນ,ເຂົ້າຮ່ວມ​ການ​​ໃຊ້​ອຳນາດ​ລັດ.