ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-11 10:36:25    
ທ່ານ​ຢາງ​ຈື້​ຟູ:​ເຖິງ​ວ່າ​ຂ້າ​ພະ​ເຈົ້າ​ເຫັນ​ບໍ່​ແຈ້ງ​ປານ​ໃດ, ​ແຕ່​ຂ້າ​ພະ​ເຈົ້າ​ຍັງ​ ສະ​ແດງ​ຄວາມ​ຄິດ​ໄດ້

cri Author: sayvanny

ຕອນ​ເຊົ້າ​ມື້​ຫນຶ່ງ​ຫລັງ​ບຸນ​ກຸດ​ຈີນ, ສຽງ​ໂທ​ລະ​ສັບ​ໄດ້​ປຸກ​ນັກ​ຂ່າວ​ຕື່ນ​ນອນ​:"​ແມ່ນ​ນັກ​ຂ່າວ​ລີ​ບໍ່,ຂ້າ​ພະ​ເຈົ້າ​ແມ່ນ​ກຳ​ມະ​ການ​ຢາງ​ຈື້​ຟູ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ກະ​ສິ​ກຳ.ຂ້າ​ພະ​ເຈົ້າ​ຫາ​ກໍ່​ຜ່າ​ຕັດ​​ຕາ, ອາດ​ຈະ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ສອງ​ສະ​ພາ​ບໍ່​ໄດ້​ແລ້ວ, ຢາກ​ຂໍ​ລົມ​ກັບ​ທ່ານ​ວ່າ, ຂ້າ​ພະ​ເຈົ້າ​ຢາກ​ຮຽກ​ຮ້ອງ​ໃຫ້​ສົນ​ໃຈ​ນຳ​ບັນ​ຫາ​ກ່ຽວ​ກັບ​ການ​ສ້າງ​ຖັນ​ແຖວ​ເຜີຍ​ແຜ່​ເຕັກ​ນິກ​ກະ​ສິ​ກຳ."

ທ່ານ​ຢາງ​ຈື້​ຟູ​ແມ່ນ​ສາ​ສະ​ດາ​ຈານ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ກະ​ສິ​ກຳ​ຈີນ, ທ່ານ​​ໄດ້ເປັນ​ກຳ​ມະ​ການ​ວົງ​ການ​ກະ​ສິ​ກຳ​ຂອງ​ສະພາ​ປຶກ​ສາ​ການ​ເມືອງ​ແຫ່ງ​ຊາດ​ຈີນ​ສາມ​ສະ​ໄຫມ​ແລ້ວ.​ໃນ​ຫລາຍ​ປີ​ມາ​ນີ້ ​ເພື່ອ​ແກ້​ໄຂ​ບັນ​ຫາ​ຊົນ​ນະ​ບົດ ກະ​ສິ​ກຳ​ແລະ​ຊາວ​ກະ​ສິ​ກອນ, ທ່ານ​ໄດ້​ຫ້າວ​ຫັນ​ເຮັດ​ວຽກ​ຢ່າງ​ຫລວງ​ຫລາຍ. ກ່ອນ​ວັນ​ຊາດ 1 ​ຕຸ​ລາ​ປີ​ກາຍ​ນີ້,​ໃນ​ເວ​ລາ​ຂ້ຽວ​ຂຽນ​ບົດ​ລາຍ​ງານ​ໃຫ້​ສູນ​ກາງ, ທ່ານ​ຢາງ​ຈື້​ຟູ​ຮູ້​ສຶກ​​ເຈັບຕາ​, ​ເມື່ອ​ເຂົ້າ​ໂຮງ​ຫມໍ​​ແລ້ວ​​ແພດ​ບົ່ງ​ມະ​ຕິ​ວ່າ​ແມ່ນ​ຕາ​ເຂົ້າ​ເຝື້ອ.ຕົ້ນ​ເດືອນ​ທັນວາ​ປີ​ກາຍ, ທ່ານ​ໄດ້​ຮັບ​ການ​ຜ່າ​ຕັດ,​ແຕ່​ຍ້ອນ​ມູນ​ເຫດ​ຕ່າງໆ, ​ເຮັດ​ໃຫ້​ທ່ານ​ເກືອບ​ບໍ່​ເຫັນ​ຮຸ່ງ.

​ເພື່ອ​ກອງ​ປະ​ຊຸມ​ສະ​ພາ​ປຶກ​ສາ​ການ​ເມືອງ​ໃນ​ປີ​ນີ້, ທ່ານ​ໄດ້​ທຳ​ການ​ກະ​ກຽມ​ເປັນ​ເວ​ລາ​ດົນ​ນານ.ທ່ານ​ມີ​ຫລາຍ​ສິ່ງ​ຫລາຍ​ຢ່າງ​ຢາກ​ຈະ​ກ່າວ​ໃນ​ກອງ​ປະ​ຊຸມ."​ເຖິງ​ວ່າ​ຂ້າ​ພະ​ເຈົ້າ​ເຫັນ​ບໍ່​ແຈ້ງ​ປານ​ໃດ,​ແຕ່​ແນວ​ຄິດ​ຂອງ​ຂ້າ​ພະ​ເຈົ້າ​ບໍ່ໄດ້​ຖືກ​ຜູກ​ມັດ, ຂ້າ​ພະ​ເຈົ້າ​ຍັງ​​ສະ​ແດງ​ຄວາມ​ຄິດ​​ໄດ້​ຢູ່."

ທ້າຍ​ເດືອນ​ສິງ​ຫາ​ປີ​ກາຍ​ນີ້,ທ່ານ​ຢາງ​ຈື້ຟູ​ໄດ້​ເຂົ້າ​ຮ່ວມ​ຫນ່ວຍ​ສຳ​ຫລວດ​ຄົ້ນ​ຄວ້າ​ບັນຫາ​ສ້າງ​ສາ​ກະ​ສິ​ກຳ​ໃຫ້​ຈະ​ເລີນ​ດ້ວຍ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ທີ່​ຈັດ​ໂດຍ​ຄະ​ນະ​ກຳ​ມາ​ທິ​ການ​ການ​ສຶກ​ສາ ວິ​ທະ​ຍາ​ສາດ ວັດ​ທະ​ນະ​ທຳ ສາ​ທາ​ລະ​ນະ​ສຸກ​ແລະ​ການ​ກິລາ​ຂອງ​ສະພາ​ປຶກສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ,​ໃນ​ເວລາ​ເກືອບ​ເຄິ່ງປີ, ທ່ານ​ໄດ້​ລົງ​ສູ່​ແຂວງ​ຈ່ຽງ​ຊູ ​ແຂວງ​ຫູ​ຫນານ​ແລະ​ແຂວງ​ກຸ້ຍ​ໂຈ່​ວ,​ໄປ​ຮອດ​ບ່ອນ​ໃດ,ທ່ານ​ກໍ່​ດີ​ໃຈ​ຫລາຍ​ທີ່​ໄດ້​ເຫັນ​ວ່າ, ​ຖັນ​ແຖວ​​ເຜີຍ​ແຜ່​ວິ​ທະ​ຍາ​ສາດ​ເຕັກ​ນິກ​ກະ​ສິ​ກຳ​ທີ່​ສ້າງ​ຕັ້ງ​ຂຶ້ນ​ໃນ​ຫລາຍ​ສິບ​ປີ​ມາ​ນີ້​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ຢ່າງ​ໃຫຍ່​ຫລວງ​ໃນ​ດ້ານ​ບໍ​ລິ​ການ​ຊາວ​ກະ​ສິ​ກອນ.​ແຕ່​ປັດຈຸບັນ ຖັນ​ແຖວ​ເຜີຍ​ແຜ່​ວິ​ທະ​ຍາ​ສາດ​ເຕັກ​ນິກ​ກະ​ສິ​ກຳ​ໂດຍ​ສະ​ເພາະ​ແມ່ນ​ຖັນ​ແຖວ​ຮາກ​ຖານ​ພັດ​ພວມ​ປະ​ເຊີນ​ກັບ​ສະ​ພາບ​ການ​ທີ່​ພະ​ນັກ​ງານ​ຫນີ​ໄປ​ເຮັດ​ວຽກ​ຢູ່​ບ່ອນ​ອື່ນ.

ທ່ານ​ຢາງ​ຈື້​ຟູ​ໄດ້​ຍົກ​ເອົາ​ຕົວ​ເລກ​ຫລາຍ​ໂຕ​ຄື:ປັດ​ຈຸ​ບັນ ​ໃນ​ຖັນ​ແຖວ​ຜະ​ລິດ​ກະ​ສິ​ກຳ​ຂອງ​ຈີນ​ມີ 1 ລ້ານ​ກວ່າ​ຄົນ, ຜູ່​ຫນີ​ໄປ​ເຮັດ​ວຽກ​ຢູ່​ບ່ອນ​ອື່ນ​ມີ​ເກືອບ 25% ,ພວກ​ເຂົາ​ເຈົ້າ​ສ່ວນ​ຫລາຍ​ແມ່ນ​ພະ​ນັກ​ງານ​ເຜີຍ​ແຜ່​ວິ​ທະ​ຍາ ສາດ​ເຕັກ​ນິກ​ກະ​ສິ​ກຳ​ທີ່​ຕິດ​ຕໍ່​ກັບ​ຊາວ​ກະ​ສິ​ກອນ​ໂດຍ​ກົງ​ຢູ່​ຮາກ​ຖານ​ຊົນ​ນະ​ບົດ.

ຕາ​ເບື້ອງ​ຂວາ​ຂອງ​ທ່ານ​ຢາງ​ຈື້​ຟູ​ໄດ້ຮັບ​ການ​ຜ່າ​ຕັດ​ສອງ​ເທື່ອ, ​ແຕ່​ບໍ່​ເຄີຍ​ໄດ້​ຍິນ​ເພິ່ນ​ຈົ່ມວ່າ​ເຈັບ​ຈັກ​ເທື່ອ.​​ເມື່ອ​ເວົ້າ​ເຖິງ​ຖັນ​ແຖວ​ເຜີຍ​ແຜ່​ວິ​ທະ​ຍາ ສາດ​ເຕັກ​ນິກ​ກະ​ສິ​ກຳ​ຂັ້ນ​ຮາກ​ຖານ​ຫນີ​ໄປ​ບ່ອນ​ອື່ນ, ທ່ານ​ກໍ່​ໄດ້​ເວົ້າ​ຫລາຍ​ເທື່ອ​ວ່າ​ເປັນ​ຫນ້າ​ເສຍ​ໃຈ​​ແທ້.​ເພື່ອ​ເຮັດ​ໃຫ້​ຖັນ​ແຖວ​ນີ້​​ໂດຍ​ສະ​ເພາະ​ແມ່ນ​ຖັນ​ແຖວ​ຮາກ​ການ​ຫມັ້ນ​ທ່ຽງ​,ທ່ານ​ຢາງ​ຈື້​ຟູ​ຫວັງ​ໃຫ້​ນັກ​ຂ່າວ​ຊ່ອຍ​ເພິ່ນ​ຮຽກ​ຮ້ອງ​ວ່າ:"ສະ​ເຫນີ​ໃຫ້​ສູນ​ກາງ​ແລະ​ທ້ອງ​ຖີ່ນ​ຕ້ອງ​ໃຫ້​ການ​ຮັບ​ປະ​ກັນ​ຕໍ່​ຜູ່​ບໍລິການ​ຢູ່​ຮາກ​ຖານ." ທ່ານ​ໄດ້ຄິດ​ໄລ່​ບັນ​ຊີ​ໃຫ້​ນັກ​ຂ່າວ​ຊາບ​ວ່າ, ​ສະ​ເລ່ຍ​ແລ້ວ, ການ​ເຮັດ​ໃຫ້​ພະ​ນັກ​ງານ​ເຜີຍ​ແຜ່​ເຕັກ​ນິກ​ກະ​ສິ​ກຳ​ຜູ່​ຫນຶ່ງ​ເຮັດ​ວຽກ​ຢ່າງ​ຫມັ້ນ​ທ່ຽງ, ປີ​ຫນຶ່ງ​ຕ້ອງ​ເສຍ​ເງິນ​ເດືອນ​ແລະ​ຄ່າ​ເຮັດ​ວຽກ 2 ຫມື່ນ​ຢວນ, ສົມ​ຫມຸດ​ວ່າ​ມີ 1 ລ້ານ​ຄົນ, ຕ້ອງ​ການ​ຖັນ​ແຖວ​ບໍ​ລິ​ການ​ທີ່​ມີ 5 ​ແສນ​ຄົນ,ຄ່າ​​ໃຊ້​ຈ່າຍ​ດັ່ງ​ກາວ​ປີ​ຫນຶ່ງ​ແມ່ນ 10 ຕື້​ຢວນ,​ແຕ່​ພວກ​ເຂົາ​ເຈົ້າພຽງ​ແຕ່​ເຜີຍ​ແຜ່​ຫມາກ​ຜົນ​ວິ​ທະ​ຍາ ສາດ​ເຕັກ​ນິກ​ທີ່​ມີ​ຢູ່​ໃນ​ປັດຈຸບັນ​ໃຫ້​ຊາວ​ກະ​ສິ​ກອນ​ໂດຍ​ກົງ,ກໍ່​ສາ​ມາດ​ຜະ​ລິດ​ທັນ​ຍາ​ຫານ​ຂຶ້ນ 5%-10%, ​ເຊິ່ງ​ສາ​ມາດ​ສ້າງ​ຜົນ​ຜະລິດ​ທີ່​ມີ​ມູນ​ຄ່າ​ຫລາຍ​ສິບ​ຕຶ້​ຢວນ, ຍັງ​ບໍ່​ລວມ​ທັງ​ພືດ​ເສດ​ຖະ​ກິດ,ນີ້​ແມ່ນ​ມູນ​ຄ່າ​ກ້ອນ​ໃຫຍ່​ທີ່​ສຸດ.

ທ່ານ​ຢ່າງ​ຈື້​ຟູ​ທີ່​ເຮັດ​ວຽກ​ກະ​ສິ​ກຳ​ຕະ​ຫລອດ​ຊີ​ວິດ, ​ຂະ​ນະ​ນີ້,​ທ່ານ​ໄດ້​ລືມ​​ໄປ​ວ່າຕົນ​ເອງ​​ເປັນ​ເຈັບ​ຫນັກ.ທ່ານ​ບອກ​ນັກ​ຂ່າວ​ວ່າ:"​ເຖິງ​ວ່າ​ຂ້າ​ພະ​ເຈົ້າ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ບໍ່​ໄດ້,​ແຕ່​ຂ້າ​ພະ​ເຈົ້າ​ຍັງ​ສາ​ມາດ​ຂຽນ​ຍັດຕິ​ໂດ​ຍມີ​ການ​ຊ່ອຍ​ເຫລືອ​ຂອງ​ຄອບ​ຄົວ, ຍັງ​ສາ​ມາດ​ສະ​ຫນອງ​ຂໍ້​ມູນ​ຂ່າວ​ສານ​ຕ່າງໆ."