ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-11 10:36:21    
ທ່ານ​ຊ້າວ​ອີ​ມິ​ງ:ບາກ​ບັ່ນ​ສູ້​ຊົນ​ຢ່າງ​ບໍ່​ລົດ​ລະ​ເພື່ອ​ພາ​ລະ​ກິດ​ປ້ອງ​ກັນ​ແລະ​ປົວ​ໂຣກ​ເອດ໌​ຂອງ​ຈີນ

cri Author: sayvanny

ທ່ານ​ສາ​ສະ​ດາ​ຈານ​ຊ້າ​ວອີ​ມິ​ງ ກຳ​ມະ​ການ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ປີ​ນີ້​ອາຍຸ 48 ປີ, ທ່ານ​ໄດ້​ຮັບ​ນາມ​ມະ​ຍົດ​ເປັນ​ຜູ່​ຊ່ຽວຊານ​ຜູ່​ທຳ​ອິດ​ໃນ​ຂົງ​ເຂດ​ຄົ້ນຄວ້າ​ໂຣກ​ເອດ໌​ຂອງ​ຈີນ.

ປີ 2003 ທ່ານ​ຊ້າ​ວອີ​ມິ​ງ​ໄດ້​ຮັບ​ເລືອກ​ຕັ້ງ​​ເປັນ​ກຳ​ມະ​ການ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ສະ​ໄຫມ​ທີ 10. ທ່ານ​ໄດ້​ຕັ້ງ​ຫນ້າ​ປະ​ຕິ​ບັດ​ຕາມ​ພັນ​ທະ, ອອກ​ຫົວ​ຄິດ​ຢ່າງ​ຕັ້ງ​ຫນ້າ, ​ໃນ​ສອງ​ປີ​ມາ​ນີ້, ທ່ານ​ໄດ້​ຂຽນ​ຫລື​ເຂົ້າ​ຮ່ວມ​ການ​ຂຽນ​ຍັດ​ຕິ​ເກືອບ 30 ສະ​ບັບ​ກ່ຽວ​ກັບ​ສາ​ທາ​ລະ​ນະ​ສຸກ​​ໂດຍ​ສະ​ເພາະ​ແມ່ນ​ບັນ​ຫາ​ໂຣກ​ເອດ໌​ຂອງ​ຈີນ.​ໃນ​ນັ້ນ, ຍັດ​ຕິ​ກ່ຽວ​ກັບ​ລັດ​ຖະ​ບານ​ຄວນ​ເພີ່ມ​ການ​ລົງ​ທຶນ​ເຂົ້າ​ໃນ​ຂົງ​ເຂດ​ຄົ້ນ​ຄວ້າ​ໂຣກ​ເອດ​ທີ່​ທ່ານ​ສະ​ເຫ​ນີ​ໃນ​ກອງ​ປະ ຊຸມ​ສະ​ພາ​ປຶກ​ສາ​ກາ​ນ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຄັ້ງທີ 1 ສະ​ໄຫມ​ທີ 10 ​ເມື່ອ​ປີ 2003 ນັ້ນ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ໃນ​ລະດັບ​ສູງ​ຈາກ​ສູນ​ກາງ, ທ່ານ​ສາ​ສະ​ດາ​ຈານ​ຊ້າວ​ອີ​ມິງ​ເວົ້າ​ດ້ວຍ​ຄວາມ​ດີ​ອົກ​ດີ​ໃຈ​ວ່າ:"ຂ້າ​ພະ​ເຈົ້າ​ດີ​ໃຈ​ຫລາຍ​ທີ່​ໄດ້​ເຫັນ​ໃນ​​ຫນຶ່ງ​ປີມາ​ນີ້, ​ການ​ລົງ​ທຶນ​ຂອງ​ລັດ​ໃນ​ການ​ຄົ້ນ​ຄວ້າ​ໂຣກ​ເອດ໌​ໄດ້​ເພີ່ມຈາກ​ບໍ່​ຮອດ 1 ລ້ານ​ຢວນ​ຂຶ້ນ​ຮອດ 20 ລ້ານ​ກວ່າ​ຢວນ,ຖັນ​ແຖວ​ຄົ້ນ​ຄວ້າ​ໄດ້​ເພີ່ມ​ຈາກ​ກອງ​ຫນຶ່ງ​ສອງ​ກອງຂຶ້ນ​ຮອດ​ຫລາຍ​ສິບ​ກອງ​ໃນ​ປັດຈຸ ບັນ."

​ໃນ​ກອງ​ປະ​ຊຸມ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຄັ້ງ​ທີ 3 ສະ​ໄຫມ​ທີ 10 ທີ່​ພວມ​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ, ທ່ານ​ຊ້າວ​ອີ​ມິງ​ໄດ້​ສະ​ເຫນີ​ຍັດ​ຕິ​ສອງ​ສະ​ບັບ​ກ່ຽວ​ກັບ​ໂຣກ​ເອດ໌​ຄື:ຫນຶ່ງ ​ສະ​ເຫນີ​ໃຫ້​ສ້າງ​ກອງ​ຜູ່​ອາ​ສາ​ສະ​ຫມັກ​ສາ ທາ​ລະ​ນະ​ສຸກ​​ກອງ​ຫນຶ່ງ​ທີ່​ປະກອບ​ດ້ວຍ​ຊາວ​ຫນຸ່ມ​ຜູ່​ອາ​ສາ​ສະ​ຫມັກ​ໃຕ້​ການ​ນຳ​ພາ​ຂອງ​​ສູນ​ກາງ​ຄະ​ນະ​ຊາວ​ຫນຸ່ມ​ແລະ​ກະຊວງ​ສາ​ທາ​ລະ​ນະ​ສຸກ,​ແລະ​ຈັດ​ເຂົ້າ​ໃນ​ຊ່ອງ​ທາງ​ຕົ້ນຕໍ​ຂອງ​ສາ​ທາ​ລະ​ນະ​ສຸກ;ສອງ​ແມ່ນ​ເພີ່ມ​ຄວາມ​ແຮງ​ປົກ​ປັກ​ຮັກ​ສາ​ສິດ​ປະ​ໂຫຍດ​ຊອບ​ກົດ​ຫມາຍ​ຂອງ​ຜູ່​ເປັນ​ໂຣກ​ເອດ໌​ແລະ​ຜູ່​ຕິດ​ເຊື້ອ​ໂຣກ​ເອດ໌, ​ເຮັດ​ໃຫ້​ພວກ​ເຂົາ​ເຈົ້າ​ກາຍ​ເປັນ​ກຳ​ລັງ​ສຳ​ຄັນ​ໃນ​ການ​ຕ້ານ​ກັບ​ໂຣກ​ເອດ໌.

ກ່ຽວ​ກັບ​ຍັດ​ຕິ​ສະ​ບັບ​ທຳ​ອິດ,ທ່ານ​ຊ້າວ​ອີ​ມິງ​ເວົ້າ​ວ່າ, ປັດ​ຈຸ​ບັນ ອົງ​ການ​ມວນ​ຊົນ​ປ້ອງ​ກັນ​ໂຣກ​ເອດ໌ຄື ​ອົງ​ການ​ສາຍ​ໂບ​ແດງ​ເປັນ​ຕົ້ນ​ໄດ້​ເສີມ​ຂະ ຫຍາຍ​ບົດ​ບາດ​ສຳ​ຄັນ, ​ແຕ່​ຍ້ອນ​ມີ​ຂະ​ຫນາດ​ນ້ອຍ, ຈິ່ງ​ຍາກ​ທີ່​ຈະ​ເຂົ້າ​ຮ່ວມ ການ​ເຄື່ອນ​​ໄຫວ​ປ້ອງ​ກັນ​ແລະ​ປົວ​ໂຣກ​ເອດ໌​ຢ່າງ​ຂະ​ຫນາດ​ໃຫຍ່​ຂອງ​ລັດ. ການ​ສ້າງ​ກອງ​ຜູ່​ອາ​ສາ​ສະ​ຫມັກ​ສາ​ທາ​ລະ​ນະ​ສຸກ,ກໍ່​ແມ່ນ​ເພື່ອ​ເຕົ້າ​ໂຮມ​ກຳ​ລັງ​ເຫລົ່າ​ນີ້, ພ້ອມ​ກັນ​ເຂົ້າ​ຮ່ວມ​ວຽກ​ງານ​ປ້ອງ​ກັນ​ແລະ​ປົວ​ໂຣກ​ເອດ໌​ທີ່​ມີ​ລະ​ບົບ​ຂອງ​ລັດ.ທ່ານ​ເວົ້າວ່າ:"ການ​ຕ້ານ​ໂຣກ​ເອດ​ແມ່ນ​ສົງ​ຄາມ​ຍືດ​ເຍືອ​ຍາວ​ນານ,ຕ້ອງ​ການ​ມີ​ກົນ​ໄກ​ຖາ​ວອນ.​ໃນ​ສົງ​ຄາມ​ບັ້ນ​ນີ້,ຊັບ​ພະ​ຍາ​ກອນ​ຂອງ ພາກ​ສ່ວນ​ຕ່າງໆ​ໃນ​ລະ​ບົບ​ສາ​ທາ​ລະ​ນະ​ສຸກ​ຂອງ​ລັດ ພາກ​ສ່ວນ​ການ​ປິ່ນ​ປົວ​ແລະ​ການ​ສຶກ​ສາ​ແພດ​ສາດ​ອື່ນໆ​ຕ້ອງ​​ໃຊ້​ເຂົ້າ​ທັງ​ຫມົດ.ນອກ​ນີ້, ການ​ລະ​ດົມ​ປະ​ຊາ​ຊົນ​ທົ່ວ​ສັງ​ຄົມ​ເຊັ່ນ​ຊຸມ​ຊົນ​ທີ່​ບໍ່​ຖືກ​ສົນ​ໃຈ​ແລະ​ທຸກ​ຍາກ​ເຂົ້າ​ຮ່ວມ​ສົງ ຄາມ​ຕ້ານ​ໂຣກ​ເອດ໌​ແມ່ນ​ສຳ​ຄັນ​ທີ່​ສຸດ."

ຍັດ​ຕິ​ສະ​ບັບ​ທີ​ສອງ​ແມ່ນ​ລົງມື​ຈາກ​ຜູ່​ເປັນ​ໂຣກ​ເອດ໌​ແລະ​ຜູ່​ຕິດ​ເຊື້ອ​ໂຣກ​ເອດ໌.ທ່ານ​ຊ້າວ​ອີ​ມິງ​ເວົ້າ​ວ່າ, ຫລັກ​ການ​ປ້ອງ​ກັນ​ພະ​ຍາດ​ຕິດ​ແປດ​ແມ່ນ​ຄວບ​ຄຸມ​ແຫ​ລ່ງຕິດ​ແປດ, ຜູ່​ເປັນ​ໂຣກ​ເອດ໌​ແລະ​ຜູ່​ຕິດ​ເຊື້ອ​ໂຣກ​ເອດ໌​ແມ່ນ​ແຫ​ລ່ງ ຕິດ​ແປດ,​​ແຕ່​ໃດ​ມາ​ຖືກ​ສັງ​ຄົມ​ກະ​ແສ​ຫລັກ​ດູ​ຫມີ່ນ.​ແຕ່​ຢູ່​ໃນ​ປະ​ເທດ​ທີ່​ຄວບ​ຄຸມ​ໂຣກ​ເອດ໌​ສຳ​ເລັດ​ຜົນ​ນັ້ນ,ຄົນ​ເຫລົ່າ​ນີ້​ຊ້ຳ​ພັດ​ແມ່ນ​ກຳ​ລັງ​ສຳຄັນ​ທີ່​ສຸດ.ການ​ປົກ​ປັກ​ຮັກ​ສາ​ສິດ​ຊອບ​ກົດ​ຫມາຍ​ຂອງ​ພວກ​ເຂົາ​ເຈົ້າ, ​ເຮັດ​ໃຫ້​ພວກ​ເຂົາ​ເຈົ້າ ສາ​ມາດ​ລຸກ​ຊື້ນ​ຢືນ​ໃຕ້​ສະ​ພາບ​​ບໍ່​ຖືກ​ດູ​ຫມີ່​ນ,​ເປັນ​ເຈົ້າການ​ໃຊ້​ມາດ​ຕະ​ການ​ປ້ອງ​ກັນ​ແລະ​ປົວ, ກໍ່​ຈະ​ເຮັດ​ໃຫ້​ປະ​ສິດ​ທິ​​ຜົນ​​ໃນ​ການ​ຕ້ານ​ແລະ​ປົວ​ພະ​ຍາດ ຂອງ​ພວກ​ເຮົາ​ຍົກ​ສູງ​ຂຶ້ນ​ຢ່າງ​ຫລວງ​ຫລາຍ.ທ່ານ​ຊ້າ​ວອີ​ມິ​ງ​ເວົ້າວ່າ:"ຂ້າ​ພະ​ເຈົ້າ​ຄິດ​ວ່າ​ນີ້​ກໍ່​ແມ່ນ​ພາກ​ສ່ວນ​ຫນຶ່ງ​ໃນ​ວຽກ​ງານ​ຂອງ​ພັກ​ແລະ​ລັດ​ຖະ​ບານ​ໃນ​ການ​ສ້າງ​ສາ​ສັງ​ຄົມ​ທີ່​ກົມ​ກຽວ​ກັນ,ຜູ່​ເປັນ​ໂຣກ​ເອດ໌​ແມ່ນ​ຊຸມ​ຊົນ​ທ່າ​ອ່ອນ​ໃນ​ສັງຄົມ, ການ​ປົກ​ປັກ​ຮັກ​ສາ​ຊຸມ​ຊົນທ່າ​ອ່ອນ​ໃຫ້​ດີ​ແລ້ວ​ກໍ່​ຈະ​ຊຸກ​ຍູ້​ຄວາມ​ກົມ ກຽວ​ກັນ​ຂອງ​ທົ່ວ​ສັງ​ຄົມ.ຂ້າ​ພະ​ເຈົ້າ​ຫວັງ​ວ່າ​ໃນ​ເວລາ​ລັດ​ຖະ​ບານ ວາງ​ກົດ​ຂໍ້​ກຳ​ນົດ​ກ່ຽວ​ກັບ​ການ​ປ້ອງ​ກັນ​ແລະ​ປົວ​ໂຣກ​ເອດ໌​ສະ​ບັບ​ໃຫມ່, ຈົ່ງ​ພິ​ຈາ​ລະ​ນາ​ເຖິງ​ສິດ​ຂອງ​ຜູ່​ເປັນ​ໂຣກ​ເອດ໌."