ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-11 13:40:38    
ວິທີ​ເບິ່ງ​ແຍງ​ເດັກ​ນ້ອຍ​ທີ່​ເຈັບ​ໜັກ​ໃນ​ເວ​ລາ​ໄປ​ໂຮງ​ໝໍ

cri Author: li


ເມື່ອ​ເດັກນ້ອຍ​ເປັນ​ພະຍາດ​ດ່ວນ​ຫຼຶ​ເຈັບ​ໜັກ,ພໍ່​ແມ່​ສ່ວນຫຼາຍ​ຈະ​ຟ້າວ​ຟັ່ງ​ສົ່ງ​ລູກໄປ​ໂຮງໝໍ. ຍ້ອນ​ວ່າ​ຟ້າວ​ຫຼາຍ​ແລະ​ດູ​ແລ​ບໍ່​ຖືກຕ້ອງ​ໃນ​ເວລາ​ສົ່ງ​ເດັກນ້ອຍ​ໄປ​ໂຮງໝໍ,ມັກ​ຈະ​ເຮັດ​ໃຫ້​​ເດັກນ້ອຍ​ມີ​ອາການ​ໜັກ​ເຂົ້າ,ຕື່ມງ​ຄວາມ​ຫຍຸ້ງຍາກ​ໃຫ້​ນາຍ​ໝໍ​ທີ່ປົ່ວ​ພະຍາດ.

ໃນ​ເວລາ​ສົ່ງ​ເດັກນ້ອຍ​ໄປ​ໂຮງໝໍ​ນັ້ນ ພໍ່​ແມ່​ຕ້ອງ​ລະວັງຫຼາຍບັນຫາ​ດັ່ງ​ລຸ່ມ​ນີ້,ຄື:

ກ່ອນ​ອື່ນ,​ພໍ່​ແມ່​ຕ້ອງ​ເຮັດ​ໃຈ​ທຸ່ນ​ທ່ຽງ,​ເດັກນ້ອຍ​ຈຶ່ງຮູ້ສຶກ​ປອດ​ໄພ​ແລະ​ໄວ້​​ໃຈ,​ຈຶ່ງສາມາດ​ເຮັດ​ໃຫ້​ເດັກນ້ອຍ​ຟັງ​ຄວາມ. ຖ້າ​ພໍ່​ແມ່​ສະທ້ານ​ຢ້ານ​ກົວ,ກະວົນກະ​ວາຍ,​ຄວບ​ຄຸມ​ອາລົມ​​ຂອງ​ຕົນບໍ່​ໄດ້,​ເດັກນ້ອຍ​ກໍ່ຍິ່ງ​ຈະ​ຢ້ານ​,ຮ້ອງ​ໄຫ້​ບໍ່​ຢຸດ​ບໍ່​ເຊົາ,ຖ້າ​ແມ່ນ​ເດັກນ້ອຍ​ທີ່ຖືກ​ເອົາ​ໃຈ​​ໂພດ​ແລະ​ແພງ​ຫຼາຍ​ໃນ​ຍາມ​ທຳ​ມະ​ດາ​ກໍຍິ່ງ​ຈະ​ຮ້ອງ​ໄຫ້​ແຮງ,ທີ່​ຈິງ​ບາງທີ​ກໍ​ບໍ່​ເຫັນ​ວ່າ​ຈະ​ເຈັບ​ແຮງ​ປານ​ໃດ,ຊຶ່ງ​ຈະ​ປິດບັງ​ອາການ​ແທ້​ຂອງ​ເດັກນ້ອຍ,​ແລ້ວ​ເຮັດ​ໃຫ້​ນາຍ​ໝໍ​ບົ່ງມະຕິ​ພະຍາດ​ບໍ່​ຖືກຕ້ອງ.

​​ໃນ​ເວລາເດັກນ້ອຍ​​ເຈັບ​ໄຂ້​ໄດ້ພະຍາດ​ນັ້ນ,ບາງທີ​ອາດ​ຈະ​ຂັດ​ກິນນັ້ນ​ກິນ​ນີ້, ພໍ່​ແມ່​ສ່ວນ​ຫຼາຍ​ມັກ​ຈະ​ໃຫ້​ກິນ​ຕາມ​ໃຈ. ​ແຕ່​ວ່າ,​ການ​ໃຫ້​ເດັກ​ນ້ອຍ​ກິນ​ຂອງຕາມ​ໃຈ​ບໍ່ພຽງ​ແຕ່​ກະທົບ​ກະ​ເທືອນ​ການ​ບົ່ງມະຕິ​ພະຍາດ​ທໍ່​ນັ້ນ ຊ້ຳບໍ່​ໜຳ,ຍັງ​ອາດ​ຈະ​ເຮັດ​ໃຫ້​ອາການ​ໜັກ​ເຂົ້າ. ມີພະຍາດ​ບາງ​ຢ່າງ​ເຊັ່ນ​ພະຍາດ​ໝາກ​ໄຂ່ຫຼັງ​ອັກ​ເສບ,ຕ້ອງ​ຄະລຳ​ອາຫານ​ບາງ​ຢ່າງ,ຖ້າກິນ​ຂອງ​ຄະລຳ​ເຫຼົ່ານີ້​ເຂົ້າ​ໄປ​ຈະ​ເຮັດ​​ໃຫ້​ອາການ​ພະຍາດ​ໜັກ​ເຂົ້າ; ພະຍາດ​ບາງ​ຢ່າງ​ເຊັ່ນ​ຕັບ​ອັກ​ເສບ​,ຕ້ອງ​​ແທງ​ເອົາ​ເລືອດ​ມາກວດ​ໃນ​​ເວລາ​ທ້ອງ​ເປົ່າ,ຖ້າ​ກິນ​ອາຫານ​ກ່ອນ​ແລ້ວ,ກໍຈຳ​ເປັນ​ຕ້ອງ​ເລື່ອນ​ເວລາ​ກວດ,ຈະ​ເຄີກ​ເວລາບົ່ງມະຕິ​ພະຍາດ​.

​ເຊັ່ນ​ດຽວ​ກັນ,ອາການ​ທີ່​ຕ່າງ​ກັນ​ກໍ​ຕ້ອງ​ໃຊ້​ວິທີ​ບົວລະບັດ​ທີ່​ຕ່າງ​ກັນ.

ຕົວຢ່າງ​ຄື​ເດັກ​ນ້ອຍ​ທີ່​ຖື​ຄີງ​ໄຂ້​ສູງ​,ຄວນ​​ເອົາ​ນ້ຳ​ໄປ​ນຳ,​ໃຫ້​ເດັກ​ນ້ອຍ​ກິນ​ຫຼາຍ​ເທື່ອ​,​ເທື່ອ​ລະ​ໜ້ອຍ,ທັງ​ເອົາ​ຜ້າ​ຂົນ​ໜູ​ຈຸ່ມ​ນ້ຳ​ເຢັນ​ປັ້ນ​ແຫ້ງ​ວາງ​ໃສ່​ໜ້າຜາກ​ຂອງ​ເດັກນ້ອຍ. ຖ້າ​ເດັກນ້ອຍ​​ເປັນ​ລົມ,​ໃຫ້​ໃຊ້​ນີ້ວ​ໂປ້​ກົດ​ຄອງ​ສົບ,​ບ່ອນຕິດ​ກັບ​ດັງ​,ກົດ​ຈຸດ​ຢູ່​ຫຼັງມື​ຫວ່າງ​ກາງ​ກະດູກ​ງ່າມ​ມື​ນິ້ວ​ໂປ້​ກັບ​ນິ້ວຊີ້​. ຕໍ່​​ເດັກນ້ອຍ​ທີ່​ຖອກທ້ອງ,ຄວນ​ກຽມ​ນ້ຳຈືດ​ໜ້ອຍ​ໜຶ່ງ,​ໃຫ້​ເດັກນ້ອຍ​ກິນ​ໃນ​ເວລາ​ໄປ​ໂຮງໝໍ,ຖ້າ​ເດັກ​ລົງທ້ອງ,ຕ້ອງ​ເອົາ​ນ້ຳ​ຈາງໆ​ໄປ​ພ້ອມ​ໃຫ້​ກິນ​ຢູ່​ກາງ​ທາງ. ຖ້າ​ມີ​ອຸດຈາລະ,ຄວນ​ເກັບ​ໄວ້​ເພື່ອ​​ເອົາ​ໄປ​ກວດ​ຢູ່​ໂຮງໝໍ. ຖ້າ​ເດັກນ້ອຍ​ຮາກ​​ແຮງ,ຄວນ​ໃຫ້​​ເດັກນ້ອຍ​ງ່ຽງ​ຫົວ​ໄປ​​ເບື້ອງ​ໜຶ່ງ,​ເພື່ອ​ປ້ອງ​ກັນ​ບໍ່​​ໃຫ້​ສິ່ງ​ທີ່​ຮາກ​ອອກ​ນັ້ນ​ເຂົ້າ​ຫຼອດລົມ​ແລ້ວ​ພາ​ໃຫ້​ຫາຍ​ໃຈ​ບໍ່​ອອກ. ຖ້າ​ເດັກນ້ອຍ​ເຈັບທ້ອງ,ຄວນ​ນວດ​ທ້ອງ​ໃຫ້​ເບົາໆ​ເພື່ອ​ຜ່ອນຄາຍ​ຄວາມ​​ເຈັບປວດ,ຖ້າ​ນວດ​ແລ້ວ​​ແຮ່ງເຈັບ​ແຮງ​ຂຶ້ນ,ກໍ​ບໍ່​ຄວນ​ນວດ​ອີກ​ເພື່ອບໍ່​ໃຫ້​ອາການ​ໜັກ​ເຂົ້າ. ຖ້າ​ເດັກ​ນ້ອຍ​ເຈັບທ້ອງ​ຍ້ອນ​ໄສ້ລົງ​ຢ່ອນ​ແມ່ນນ​ວດ​ບໍ່​ໄດ້,​ເພາະ​ຈະ​​ເຮັດໃຫ້​ອາການ​ໜັກ​ເຂົ້າ,ບໍ່​ມີ​ຜົນ​ດີ​ຕໍ່​ການປິ່ນ​ປົວ​. ​ໃນ​ເວລາ​ສົ່ງ​ເດັກນ້ອຍ​ທີ່​ທໍ່ຍ່ອຍ​ອາຫານ​ອອກ​ເລືອດ​ຫຼາຍ​ຫຼື​ສະຫຼົບ​ນັ້ນ,ຕ້ອງ​ລະວັງ​ທ່າ​ນອນ​ຂອງ​ເດັກນ້ອຍ,ຄື​ໃຫ້​ນອນ​ຫງາຍ​ບໍ່​ໝູນ​ໝອນ,ກ່າຍ​ຕີນ​ໃຫ້​ສູງ​ຂຶ້ນ,​ເຮັດ​ແນວ​ນີ້​ຈະ​ຊ່ອຍ​​ໃຫ້ການ​ສົ່ງເລືອດ​ໃຫ້​ຫົວ​ໃຈ​ແລະ​ສະໝອງ​ເປັນຕົ້ນ. ຕໍ່​ເດັກນ້ອຍ​ທີ່​ຫົວ​ໃຈ​ອ່ອນ​ເພຍ,ຄວນ​ໃຫ້​ນັ່ງ​ເທີ້ງ,​ເພື່ອ​ຫຼຸດການ​ຫາບ​ແບກ​ຂອງ​ຫົວ​ໃຈ,ຊ່ອຍ​ໃຫ້​ຫາຍ​ໃຈ​​ໂລ່ງ.

​ໃນ​ເວລາ​ສົ່ງ​ເດັກ​ແດງ​ທີ່​ບໍ່​ແຂງ​ແຮງ,​ເປັນ​ພະຍາດ​ໜັກ​​ໄປ​ໂຮງໝໍ​ຕ້ອງ​ລະວັງ​ການ​ປ່ຽນ​ແປງ​ຂອງ​ອາກາ​ນປ່ວຍ​ຂອງ​ເດັກນ້ອຍ,ຖ້າ​ບໍ່​ສັງ​ເກດຢ່າງ​ລະອຽດ,ອາດ​ຈະ​ເກີດ​ອຸບັດ​ເຫດ. ດັ່ງນັ້ນ ​ໃນ​ເວລາ​ສົ່ງ​ເດັກ​ແດງ​ໄປ​ໂຮງໝໍ,ຕ້ອງ​ລະວັງ​ສັງ​ເກດ​ເບິ່ງ​​ສີ​ໜ້າ​ຂອງ​ເດັກນ້ອຍ,ສີ​​ໜ້າ​​ແດງ​ຮຸນໆ​ຈືດ​ເຂົ້າ​ແລະ​ສົບ​ແຫຼ້,ການ​ຫາຍ​ໃຈ​ທີ່​ເປັນຈັງ​ຫວະ​ສະ​ໝ່ຳສະ​ເໝີ​ກາຍ​​ເປັນບາງ​ທີ​ໄວ​ບາງທີ​ຊ້າ,​ຈົນກະທັ້ງ​ເຊົາຫາຍ​ໃຈ​ຊົ່ວຄາວ;ທຳ​ອິດ​ຍັງມືນ​ຕາ​ເບິ່ງ​ຄົນ​,ປ່ຽນ​ເປັນ​ຫຼັບຕາບໍ່​ຫົວຊາ​ໃຜ,ຫຼືຮ້ອງ​​ໃສ່​ກໍ​ບໍ່​ຕອບ,​ບາຍ​ກໍບໍ່​​ເໜັງ​ຕີງ; ຕີນ​ມື​ເຢັນ​ເຂົ້າ​ແລະ​ຈັງ,ບາງທີ​ຊັກ,ຫຼື​ຕີນ​ມື​ຮ້ອນ​ເກີນ​ໄປ​ແລະ​ເຢັນ​ເກີນ​ໄປ​​ເປັນຕົ້ນ. ຖ້າ​ມີ​ອາການ​ທີ່​ກ່າວ​ມາ​​ເທິງ​ນີ້,ໝາຍ​ຄວາມ​ວ່າ​ອາການ​ໜັກ​ເຂົ້າ,ອັນຕະລາຍ,ຄວນ​ສົ່ງ​ໄປ​ກວດ​ຢູ່​ໂຮງ​ໝໍ​ທີ່​ຢູ່​ໃກ້,ຢ່າ​ໄປ​ໂຮງໝໍທີ່​ຢູ່​ໄກ,ຖ້າ​ບໍ່​ດັ່ງນັ້ນ ອາດ​ຈະ​ພາດ​ໂອກາດ​ປິ່ນປົວ​ຍ້ອນ​ສົ່ງໄປບໍ່​ທັນ.

​ເວົ້າລວມ​ແລ້ວ,ທະ​ແນມ​​ແຕ່​ສັງ​ເກດ​ເບິ່ງ​ອາການ​ຂອງ​ເດັກ​ຢ່າງ​ລະອຽດ​,ບວກ​ກັບ​ການ​ເບິ່ງ​ແຍງ​ຢ່າງ​ເໝາະ​ສົມ,ກໍຈະ​ສາມາດ​ສົ່ງ​ເດັກນ້ອຍ​ໄປຮອດ​ໂຮງໝໍ​ຢ່າງ​ສະດວກ​ໄດ້.