ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-11 14:44:56    
ການ​ສຶກ​ສາ​ດ້ານ​ສຸ​ຂະ​ພາບ​ທາງ​ຈິດ​ໃຈ​ຕໍ່​ນັກ​ຮຽນ​ປະ​ຖົມ​ແລະ​ມັດ​ທະ​ຍົມ​ຂອງ​ຈີນ

cri Author: li

​ເມື່ອ​ເວົ້າ​ເຖິງ​ບັນຫາ​ສຸຂະພາບ​ທາງຈິດ​ໃຈ,ມີ​ຫຼາຍໆ​ຄົນ​​ຖື​ວ່າ​ນີ້​ແມ່ນ​ບັນຫາ​ຂອງ​ໄວ​ກາງຄົນ​ທໍ່​ນັ້ນ. ​ແຕ່​ຄວາມ​ຈິງ​ແລ້ວ,ຍ້ອນ​ມູນ​ເຫດ​ໃນ​ຫຼາຍ​ດ້ານ,ມີ​ນັກຮຽນ​ປະຖົມ​ແລະ​ມັດທະຍົມ​ບໍ່​ໜ້ອຍກໍ​ປະກົດ​ມີ​ບັນຫາ​ດ້ານ​ສຸຂະພາບ​ທາງ​ຈິດ​ໃຈ. ຖ້າ​ບັນຫາ​ເຫຼົ່າ​ນີ້​ບໍ່​ໄດ້​ແກ້​ໄຂ​ໃຫ້​ຕົກ​ຢ່າງ​ທັນ​ການ​ແລະ​ບັງ​ເກີດ​ຜົນ,ກໍ​ອາດ​ຈະ​ກະທົບ​ກະ​ເທືອນ​ເຖິງ​ການ​ເຕີບ​ໃຫຍ່​ຢ່າງ​ປອດ​ໄສ​ຂອງນັກຮຽນ​ເຫຼົ່າ​ນີ້. ກໍ​ຍ້ອນ​ມູນ​ເຫດ​ນີ້​ເອງ,ປັດຈຸບັນ ພາກສ່ວນ​ການ​ສຶກສາ​​ຂອງ​ຈີນ​ສຸດ​ທີ່​​ເອົາ​ໃຈ​ໃສ່​ນຳ​ການ​ສຶກສາ​ດ້ານ​ສຸຂະພາບ​ທາງຈິດ​ໃຈ​ໃນ​ໝູ່​ໃຫ້​ນັກຮຽນ​ປະຖົມ​​ແລະ​ມັດທະຍົມ.

ບັນຫາ​ສຸຂະພາບ​ທາງ​ຈິດ​ໃຈ​ຂອງ​ນັກຮຽນ​ປະຖົມ​ແລະ​ມັດທະຍົມ​ແມ່ນ​ຖືກ​ເອົາ​ໃຈ​ໃສ່​ຢູ່​ຈີນ​ໃນ​ບໍ່​ທໍ່​ໃດ​ປີ​ມາ​ນີ້. ນີ້​ຕົ້ນຕໍ​ແມ່ນ​ຍ້ອນ​ວ່າ​ຈີນ​ປະຕິບັດ​ນະ​ໂຍບາຍ​ຄຸມ​ກຳ​ເນີດ,ສະ​ນັ້ນ ນັກຮຽນ​ປະຖົມ​ແລະ​ມັດທະຍົມ 100 ກວ່າ​ລ້ານ​ຄົນ​ຂອງ​ຈີນ​​ໃນ​ປັດຈຸບັນ​ສ່ວນ​ຫຼາຍ​ແມ່ນ​ລູກ​ຜູ້​ດຽວ,ພວກ​ເຂົາ​ເຈົ້າ​ໄດ້​ຮັບ​ການ​ຮັ​ກ​ແພງ​ຫຼາຍເກີນ​ໄປ​ຈາກ​ຜູ້​ໃຫຍ່,ມີຄົ​ນບໍ່​ໜ້ອຍ​ມີ​ບັນຫາ​ຕ່າງໆ​ເຊັ່ນ​ຄວາມ​ສາມາດ​ທົນ​ຮັບ​ດ້ານ​ຈິດ​ໃຈ​ຕ່ຳ,ຢ້ານ​ຄວາມທຸກ​ຍາກ​ລຳບາກ​ແລະ​​ເອົາ​ແຕ່​ໃຈຕົນ​ເປັນ​ຕົ້ນ. ​ເມື່ອ​ເປັນ​ແນວ​ນີ້ ​​ໃນ​ເວລາ​ປະສົບ​ກຳລັງ​ໜີບ​ຫຼື​ຄວາມ​ຫຼົ້ມ​ເຫຼວ​ໃນ​ການ​ຮ່ຳຮຽນ​ຫຼື​ຊີວິດ​ການ​ເປັນ​ຢູ່​,ຫຼື​ໃນ​ການ​ຄົບ​ຄ້າກັບ​ຜູ່​ອື່ນ​ນັ້ນ ກໍ​ອາດ​ຈະ​ປະກົດ​ມີ​ບັນຫາ​ທາງ​ຈິດ​ໃຈ. ນອກ​ນີ້ ການ​ພັດທະນາ​ແລະ​ປ່ຽນ​ແປງ​ຢ່າງ​ໄວວາ​ຂອງ​ເສດຖະກິດ​ແລະ​ສັງຄົມ​ຈີນ​​ໄດ້​ກະ​ໜ່ຳຢ່າງ​ຮຸນ​ແຮງ​ຕໍ່​ທັດສະນະ​ຄະ​ຕິ​ຂອງ​ສາທາລະນະ​ຊົນ​ເຊິ່ງ​ລວມທັງ​ນັກຮຽນ​ປະຖົມ​ແລະ​ມັດທະຍົມ,​ໃຕ້​ສະພາບ​ການ​ດັ່ງກ່າວ,ນັກຮຽນ​ປະຖົມ​ແລະ​ມັດທະຍົມ​ທີ່​ອາຍຸ​ນ້ອຍ​ແລະ​ຄວາມ​ສາມາດ​ປັບ​ຕົວ​ຕ່ຳ​ກໍ​ມັກ​​ເກີດມີ​ບັນຫາ​ທາງ​ຈິດ​ໃຈ. ກໍ​ແມ່ນ​ຢູ່​ໃຕ້​ເບື້ອງ​ຫຼັງ​ດັ່ງກ່າວ,ກະຊວງ​ສຶກສາ​ທິທານ​ຂອງ​ຈີນ​ຮຽກຮ້ອງ​ໃຫ້​ໂຮງຮຽນ​ປະຖົມ​ແລະ​ມັດທະຍົມ​ຂອງ​ແຫ່ງ​ຕ່າງໆ​ເອົາ​ໃຈ​ໃສ່​ນຳ​ສະພາບ​ທາງຈິດ​ໃຈ​ຂອງ​ນັກຮຽນ,​ແລະ​ສົ່ງ​ເສີມ​ໃຫ້​ບັນດາ​ໂຮງຮຽນ​ໃຊ້​ຮູບ​ການ​ຫຼາຍ​ຢ່າງ​ຫຼາຍ​ແນວ​ທີ່​ຄ່ອງ​ແຄ້ວ,ດຳ​ເນີນ​ການ​ສຶກສາ​ດ້ານ​ສຸຂະພາບ​ທາງ​ຈິດ​ໃຈ.

ທ່ານ​ກູ້​ມິ​ງຢວນ ສາດສະດາຈານ​ຂອງ​ມະຫາວິທະຍາ​ໄລ​ສ້າງ​ຄູ​ປັກ​ກິ່ງ​ຊີ້​ອອກ​ວ່າ,ການ​ສຶກສາ​ທາງຈິດ​ໃຈ​ແມ່ນ​ພື້ນຖານ​ຂອງ​ການ​ສຶກສາ​ທຸກ​ຢ່າງ,ຕ້ອງອົບ​ຮົ​ມ ໃຫ້ນັກຮຽນ​​ມີ​ຈິດ​ໃຈທີ່​ສຸຂະພາບ​​ແຕ່​ຍາມ​ຍັງ​ນ້ອຍ. ທ່ານ​ເວົ້າ​ວ່າ:

"​ໃນ​ດ້ານ​ການ​ສຶກສາ​ດ້ານ​ສຸຂະພາບ​ທາງຈິດ​​ໃຈ,ພວກ​ເຮົາ​ຕ້ອງ​ອົບຮົມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ນຳ​ການ​ໃຫ້​ນັກຮຽນ​ມີ​ຄວາມ​ໝັ້ນ​​ໃຈ,ກຽດ​ສັກ​ສີ​ຂອງ​ຕົນແລະ​ສ້າງ​ຕົນ​ໃຫ້​ເຂັ້ມ​ແຂງ​ຕັ້ງ​ແຕ່​ຍາມ​ຍັງ​ນ້ອຍ,ຕ້ອງ​ອົບຮົມ​ໃຫ້​ເດັກນ້ອຍ​ປະຕິບັດ​ຕໍ່​ທຳ​ມະ​ຊາດ,ສັງຄົມ,ຜູ້​ອື່ນ​ແລະ​ຕົນ​ເອງ​ຢ່າງ​ຖືກຕ້ອງ."

ປັດຈຸບັນ,ແຫ່ງ​ຕ່າງໆ​ຂອງ​ຈີນກໍ​ໄດ້ເອົາ​ໃຈ​ໃສ່​ນຳບັນຫາ​ການ​ສຶກສາ​ດ້ານ​ສຸຂະພາບ​ທາງຈິດ​ໃຈ​ຂອງ​ນັກຮຽນ​ປະຖົມ​ແລະ​ມັດທະຍົມ​ແລ້ວ. ຕົວຢ່າງ​ຄື​ນະຄອນ​ຮາງ​ໂຈວ​ແຂວງ​ເຈີ​ຈຽງ ພາກ​ໃຕ້​ຂອງ​ຈີນ​ກໍ​ໄດ້​ສ້າງຕັ້ງ​ເຄືອ​ຂ່າຍ​ການ​ສຶກສາ​ທາງ​ຈິດ​ໃຈ​ສາມ​ຂັ້ນ​ຄື​ນະຄອນ,​ເຂດ​ແລະ​ໂຮງຮຽນ. ທາງ​ນະຄອນ​​ໄດ້​ສ້າງ​ໜ່ວຍ​ທີ່​ປຶກສາ​ທີ່​ປະກອບ​ດ້ວຍ​ຜູ້​ຊ່ຽວຊານ​ດ້ານບັນຫາ​ຈິດ​ໃຈ,​ແຕ່​ລະ​ເຂດ​ມີ​ຄູ​ຊີ້​ນຳ​ ​ສະ​ເພາະກິດ,ແຕ່ລະ​ໂຮງຮຽນ​ໄດ້​ມີ​ຄູ​ຊີ້​ນຳ​ສຸຂະພາບ​ທາງຈິດ​ໃຈ​ທີ່​​ສະ​ເພາະກິດ​ຫຼື​ບໍ່​ແມ່ນ​ສະ​ເພາະ​ກິດ 1 ຄົນ​ຂຶ້ນ​ໄປ,​ເພື່ອ​ຮັບຜິດຊອບ​ວຽກ​ງານ​ສຶກສາ​ສຸຂະພາບ​ຈິດ​ໃຈ. ທ່ານ​ຊູນ​ອີ​ນົງ ​ເຈົ້າ​ໜ້າ​ທີ່​ຄະນະ​ກຳມະການ​ການ​ສຶກສາ​ນະຄອນ​ຮາງ​ໂຈ​ວບອກ​ນັກ​ຂ່າວ​ວ່າ:

"ພວກ​ເຮົາ​ສຸດ​ທີ່​ເອົາ​ໃຈ​ໃສ່​ນຳການ​ສຶກສາ​ດ້ານ​ສຸຂະພາບ​ທາງຈິດ​ໃຈ​ໃຫ້​​ແກ່​ນັກຮຽນ​ປະຖົມ​ແລະ​ມັດທະຍົມ. ປັດຈຸບັນ ນະຄອນ​ຮາງ​ໂຈ​ວ​ໄດ້​ເປີດ​ສາຍ​ຮ້ອນ​ດ້ານ​ການ​ສຶກສາ​ດ້ານ​ສຸຂະພາບ​ທາງ​ຈິດ​ໃຈ​ສາມ​ສາຍ,ຄື​ສາຍ​ຮ້ອນ​ສຳລັບ​ນັກຮຽນ,ສາຍ​ຮ້ອນ​ຊີ້​ນຳ​ການ​ສຶກສາ​ຢູ່​ໃນ​ຄອບຄົວ​ແລະ​ສາຍ​ຮ້ອນ​ສຳລັບ​ຄູ,ສາມາດ​ຕອບ​ຄຳ​ຖາມ​ດ້ານ​ຈິດ​ໃຈ​ຂອງ​ນັກຮຽນ,ພໍ່​ແມ່ຜູ້​ປົກຄອງ​ແລະ​ຄູ​​ໄດ້ທຸກ​ເວລາ. ຕໍ່​ວິຊາ​ສຶກສາ​ດ້ານ​ສຸຂະພາບ​ທາງຈິດ​ໃຈ​ຂອງ​ໂຮງຮຽນ,ພວກ​ເຮົາ​ຮຽກຮ້ອງ​​ໃຫ້​​ແຕ່ລະ​ໂຮງຮຽນ​​ຢ່າງ​ໜ້ອຍ​ມີ 3 ຊົ່ວ​ໂມງຮຽນ​ໃນ​ທຸກ​ພາກຮຽນ. ບົນ​ພື້ນ​ຖານ​ດັ່ງ​ກ່າວ,ພວກ​ເຮົາ​ຍັງ​ໄດ້​ພິມ​ຈຳໜ່າຍ​ປຶ້ມອ່ານ​ຊີ້ນ​ນຳ​ດ້ານ​ຈິດ​ໃຈ​ແລະ​ປຶ້ມ​ສຳລັບ​ນັກຮຽນ​ລວມ 2 ລ້ານ​ກວ່າ​ຕົວ​ໜັງສືຈີນ."

​ໂຮງຮຽນ​ມັດທະຍົມ​ທີ​ສາມ​ຂອງ​ເມືອງ​​​ໂຟຊານ​ແຂວງ​ກວາງ​ຕຸ້ງພາກ​ໃຕ້​ຂອງ​ຈີນ​ແມ່ນ​ໂຮງຮຽນ​ມັດທະຍົມ​ທີ່​ມີ​ຊື່​ສຽງ​ຂອງ​ທ້ອງ​ຖິ່ນ,​ໂຮງຮຽນ​ດັ່ງກ່າວ​ສຸດ​ທີ່​ເອົາ​ໃຈ​ໃສ່​ນຳ​ການ​ສຶກສາ​ດ້ານ​ສຸຂະພາບ​ທາງຈິດ​ໃຈ​ຕໍ່​ນັກຮຽນ,ທາງ​ໂຮງຮຽນ​ໄດ້​ສ້າງ​ຕັ້ງ​ສະ​ໂມ​ສອນ​ແຫ່ງ​ການ​ເຕີບ​​ໃຫຍ່​ຢ່າງ​ປອດ​ໄສ​ໂດຍ​ຈຳ​ເພາະ,​ແຕ່ງ​ຕັ້ງ​ຜູ້​ຕິດ​ຕໍ່​ຂອງ​ນັກຮຽນ​,​ເມື່ອ​ນັກຮຽນ​ມີ​ບັນຫາ​ດ້ານ​ຈິດ​ໃຈ​ແລ້ວ ກໍ​ສາມາດ​ສ່ອງ​ແສງ​ຕໍ່​ຜູ້​ຕິດ​ຕໍ່​ເຫຼົ່າ​ນີ້​ໄດ້ທຸກ​ເວລາ. ນອກ​ນີ້,​ໂດຍ​ແນ​ໃສ່​ປະກົດ​ການ​ທີ່​ນັກຮຽນ​ມັກ​​ເກີດ​ມີ​ກຳລັງ​ໜີບ​ທາງ​ຈິດ​ໃຈ​ໃນ​ເວລາ​ເສັງ​ເຂົ້າ​ມະຫາ​ວິທະຍາ​ໄລ​,​ໂຮງຮຽນ​ດັ່ງກ່າວ​​ໄດ້​ຖື​ເອົາ​ນັກຮຽນ​ມ.6​ເປັນ​ຈຸດ​ໜັກ​ຂອງ​ການ​ສຶກສາ​ດ້ານ​ສຸຂະພາບ​ທາງຈິດ​ໃຈ,​ປີ​ໃດ ກໍ​​ໄດ້​ເຊີນ​ຜູ້​ຊ່ຽວຊານ​ດ້ານ​ບັນຫາ​ທາງ​ຈິດ​ໃຈ​ຈັດ​ງານ​ບັນຍາຍ​ຂະ​ໜາດ​ໃຫຍ່,ພ້ອມ​ທັງ​ພິມ​ຈົດໝາຍ​ໃຫ້​ນັກຮຽນ​ມ.6,​ໃຫ້​ກຳລັງ​ໃຈ​ແກ່​ພວກ​ເຂົາ​ເຈົ້າ​ປະ​ເຊີນ​ໜ້າ​ກັບການ​ສອບ​ເສັງ​ດ້ວຍ​ຈິດ​ໃຈ​ປົກກະຕິ.

ຕໍ່​​ການ​ກະທຳ​ເຫຼົ່າ​ນີ້​ຂອງ​ໂຮງຮຽນ,ທ້າວ​ກາວ​ລຽງ ທີ່​ຫາ​ກໍ່​ຮຽນ​ຈົບ​ຈາກ​ໂຮງຮຽນ​ດັ່ງ​ກ່າວ​ແລ້ວ​ເສັງ​ເຂົ້າ​ມະຫາວິທະຍາ​ໄລ​ໃນ​ປີ​ກາຍ​ນີ້​ມີ​ຄວາມ​ຮູ້ສຶກ​ຢ່າງ​ເລິກ​ເຊິ່ງ,ລາວ​ເວົ້າ​ວ່າ:

"ການ​ເຝິກອົບຮົມ​ໃຫ້​ຜ່ອນ​ຍານທີ່​ໂຮງຮຽນ​ດຳ​ເນີນ​ກ່ອນ​ສອບ​ເສັງ​​ເປັນການ​ຊ່ອຍ​ເຫຼືອ​ທີ່​ມີ​ປະ​ໂຫຍດ​ຕໍ່​ການ​ຜ່ອນ​ຍານຈິດ​ໃຈ​ອັນ​ເຄັ່ງ​ຕຶງ​ຂອງ​ພວກ​ເຮົາ​ແລະ​ເຮັດ​ໃຫ້​ພວກ​ເຮົາ​ປະ​ເຊີນໜ້າ​ກັບ​ການ​ສອບ​ເສັງ​ດ້ວຍ​ສະພາບ​ອັນ​ດີງາມ."