ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-11 21:09:34    
ຈຸດ​ປະ​ສົງ​ຂອງ​ການ​ປືກ​ສາ​ການ​ເມືອງ ຕິດ​ຕາມ​ກວດ​ກາ​ໂດຍ​ປະ​ຊາ​ທິ​ປະ​ໄຕ​ເຂົ້າ​ຮ່ວມ​ການ​ປົກ​ຄອງ​ແລະ​ເປິກ​ສາ​ການ​ປົກ​ຄອງ

cri

ຈຸດປະສົງຂອງ​ການ​​ເປິກສາ​ການ​ເມືອງ ການ​ຕິດຕາມກວດກາ​​ໂດຍ​ປະຊາທິປະ​ໄຕເຂົ້າຮ່ວ​ມການ​ປົກຄອງ​ແລະ​ເປິກສາ​ການ​ປົກຄອງແມ່ນ:ສົ່ງ​ເສີມ​ປະຊາທິປະ​ໄຕ​ ​ສັງຄົມ​ນິຍົມ,ສ່ອງ​ແສງ​ຄວາມ​ເຫັນ​ແລະ​ຄວາມ​ຮຽກຮ້ອງ​ຂອງ​ທຸກ​ກ້ຳທຸກ​ຝ່າຍ​ໃນ​ສັງຄົມ,ສ້າງ​ຊ່ອງ​ທາງທີ່​ລຸ​ລ່ວງ​ໃຫ້ບັນດາ​ພັກ​ຝ່າຍ​ປະຊາທິປະ​ໄຕ  ຜູ້​ຊົງ​ຄຸນ​ວຸດ​ທິປະຊາທິປະ​ໄຕ​ທີ່​ບໍ່​ສັງກັດ​ພັກ​ຝ່າຍ​ໃດ,ອົງການ​ຈັດຕັ້ງມະຫາ​ຊົນຜູ່​ຊົງ​ຄຸນ​ວຸທິດ​ເຜົ່າ​ສ່ວນ​ຫນ້ອຍ​ແລະ​ຜູ່​ຊົງ​ຄຸນ​ວຸທິດ​ທີ່​ຮັກ​ຊາດ​ໃນ​ວົງການ​ຕ່າງໆ​ເສີມ​ຂະຫຍາຍ​ບົດບາດ ຮັບ​ເອົາ​ຄຳ​ຄິດ​ຄຳ​ເຫັນ​ຂອງ​ເຂົ້າ​ເຈົ້າ ຊຸກ​ຍູ້​ລັດ​ຕົກລົງ​ວຽກສຳຄັນ​ຕາມ ວິທະ​ຍາ​ສາດ​ແລະ​ປະຊາທິປະ​ໄຕ ຕິດ​ຕາມ​ກວດ​ກາ​ສະ​ພາບ​ການປະຕິ​ບັດ​ລັດ​ຖະທຳ​ມະນູນ ກົດຫມາຍ​ແລະ​ທິດ​ທາງ​ນະ​ໂຍບາຍຂອງ​ລັດ,ຊ່ອຍ​ເຫຼືອ​ແລະ​ຊຸກ​ຍູ້​ອົງການ​ລັດ​ດັດ​ແປງ​ວຽກ​ງານ ຍົກ​ປະສິດທິພາບ​ໃຫ້​ສູງ​ຂຶ້ນ ​ແກ້​ພະຍາດ​ອາດຍາ​ສິດ​ ຄັດຄ້ານ​ປະກົດ​ການ​ເສຍ​ທາດ​ຂາດ​ຄຸນ ຊຸກ​ຍູ້​ການສ້າງ​ສາອະລິ​ຍະ​ທຳ​ດ້ານ​ວັດຖຸ ອະລິຍະ​ທຳ​ດ້ານ​ຈິດ​ໃຈ​ແລະ​ລະບອບ​ປະຊາທິປະ​ໄຕ​ແລະ​ລະບຽບ​ກົດຫມາຍ​ສັງຄົມ​ນິຍົມ. ຊຸກ​ຍູ້​ການ​ພັດທະນາ​ເສດຖະກິດ​ຕະຫຼາດສັງຄົມ​ນິຍົມ​ແລະ​ກຳລັງ​ການຜະລິດ​ຂອງ​ສັງຄົມ,ປະສານ​ການ​ພົວພັນລະຫວ່າງ​ບັນດາ​ຝ່າຍ​ຂອງ​ສັງຄົມ,ຊຸກ​ຍູ້​ບັນດາ​ຝ່າຍ​ແລະ​ປ່ຽນ​ກັນແລະ​ເຂົ້າ​ໃຈ​​ເຊິ່ງກັນ​​ແລະ​ກັນ,​ເພີ່ມ​ທະວີ​ຄວາມ​ສະມັກ​ຄີ​ແລະ​ການ​ຮ່ວມ​ມື​ລະຫວ່າງພັກ​ຝ່າຍ​ເຊິ່ງ​ນຳ​ໂດຍ​ພັກ​ກອມ​ມູນ​ນິດ​,ຜັນ​ຂະຫຍາຍ​ທິດ​ທາງ​ທີ່​ໂຮມ​ເຂົ້າ​ເປັນ​ເອກະ​ພາບ​ໂດຍ​ສັນຕິ​,​ປະ​ເທດ​ດຽວ​ສອງ​ລະບອບ,ຊຸກ​ຍູ້​ການ​ໂຮມ​ປະ​ເທດ​ຊາດ​ເຂົ້າ​ເປັນ​ເອກະ​ພາບ​ກັນ​ບັນລຸ​ຜົນເປັນ​ຈິງ.


ພັກ​ຝ່າຍ​ປະຊາທິປະ​ໄຕ
ຢູ່ຈີນ,ນອກຈາກ​ພັກ​ກອມ​ມູນິດ​ຈີນ​ແລ້ວ,ຍັງ​ມີ​ອີກ 8 ພັກ​ການ​ເມືອງ​ທີ່​ຖືກ​ເອີ້ນວ່າ​ພັກ​ຝ່າຍ​ປະຊາທິປະ​ໄຕ ​8 ພັກ​ການ​ເມືອງ​ມີ​ດັ່ງນີ້:ຄະນະ​ກຳມະ​ການ​ປະຕິວັດ​ພັກ​ກົກ​ມິນ​ຕັງຈີນ  ອົງການ​ສຳພັນ​ປະຊາທິປະ​ໄຕ​ຈີນ ສະມາຄົມ​ປະຊາທິປະ​ໄຕ​ສ້າງ​ຊາດ​ຈີນ ສະມາ​ຄົມ​ສົ່ງ​ເສີມ​ປະຊາທິປະ​ໄຕ​ຈີນ ພັກ​ປະຊາທິປະ​ໄຕ ຊາວນາ​ກຳມະກອນ​ຂອງ​ຈີນ ພັກ​ຈື້ກົງ​​ຈີນ ສະມາ​ຄົມ​ວິຊາ​ການ​ຈິ​ວຊານ,ອົງການ​ສຳພັນ​ໄຕ້​ຫວັນ​ປົກຄອງ​ຕົນ​ເອງ​ໂດຍ​ປະຊາທິປະ​ໄຕ,ພັກ​ຝ່າຍ​ປະຊາທິປະ​ໄຕ​ເຫຼົ່ານີ້ສ່ວນ​ຫຼາຍ​ແມ່ນ​ສ້າງຕັ້ງຂຶ້ນ​ແລະ​ຂະຫຍາຍຕົວ​ເປັນ​ເທື່ອ​ລະ​ກ້າວ​ໃນ​ສົງຄາມ​ຕໍ່ຕ້ານ​ຍີ່​ປຸ່ນແລະ​ສົງຄາມ​ປົດ​ປ່ອຍ​ທົ່ວປະ​ເທດ,ພັກ​ຝ່າຍ​ປະຊາທິປະ​ໄຕ​ສະຫນັບສະຫນູນ​ການນຳພາ​ຂອງ​ພັກ​ກອມມູນ​ນິດ​ໃນ​ການ​ເມືອງ​​ມີ​ເສລີ​​ພາບ​ດ້ານການ​ເມືອງ​ ​ ການຈັດຕັ້ງ​ເປັນ​ອິດສະຫຼະແລະ​ຖານະ​ກົດຫມາຍ​ສະ​ເຫມີ​ພາບ​ກັນພາຍ​ໃນ​ຂອບ​ເຂດລັດຖະທຳ​ມະນູນ​.


ບັນດາພັກ​ຝ່າຍ​ປະຊາທິປະ​ໄຕ​​ບໍ່​ແມ່ນ​ພັກ​ທີ່​ບໍ່​ຄອງ​ອຳນາດ ກໍ່​ບໍ່​ແມ່ນ​ພັກ​ຝ່າຍ​ຄ້ານ ຫາກ​ແມ່ນ​ພັກ​​ທີ່​ເຂົ້າຮ່ວມ​ການ​ປົກຄອງ ປະຈຸ​ບັນ​ນີ້,ຢູ່​ໃນ​ຄະນະ​ປະຈຳ​ສະ​ພາ​ປະ​ຊາ​ຊົນ​​ທຸກ​ຂັ້ນ ຄະນະ​ກຳ​ມະ​ການ​ສະ​ພາ​ປຶກ​ສາ​ການ​ເມືອງ​ທຸກ​ຂັ້ນ ອົງ​ການ​ລັດ​ທຸກ​ຂັ້ນ​ແລະ​ຂະ​ແຫນງ​ການ​ເສດ​ຖະ​ກິດ ວັດ​ທະ​ນະ​ທຳ ການ​ສຶກສາ​ແລະ​ ວິທະ​ຍາ​ສາດ​ເຕັກ​ນິກ​ເປັນ​ຕົ້ນ​ລ້ວນ​ແຕ່​ມີ​ສະມາຊິກ​ຂອງ​ບັນ​ດາ​ພັກ​ຝ່າຍ​ປະ​ຊາ​ທິປະ​ໄຕ​ຈຳນວນ​ຫຼວງ​ຫຼາຍ​ດຳ​ລົງຕຳ​ແຫນ່​ງ​ການນຳ,ພ້ອມ​ກັນນັ້ນ,ສະມາຊິກ​ຂອງ​ບັນ​ດາ​ພັກ​ຝ່າຍ​ປະ​ຊາ​ທິປະ​ໄຕ​​ກໍ​​ເພີ່ມ​ທະວີ​ຫຼາຍ​ກວ່າ​ເກົ່າ,ຢູ່​ບັນ​ດາ​ແຂວງ​  ​ເຂດ​ປົກຄອງ​ຕົນ​​ເອງ ກຳ​ແພງ​ນະຄອນ​ຕະ​ຫຼອດ​ຮອດ​ຕົວ​ເມືອງ​ຜ້ານ​ກາງ​ແ​ລະ​ໃຫຍ່​​ລ້ວນ​ແຕ່​ມີ​ອົງການ​ທ້ອງ​ຖິ່ນ​ແລະ​ອົງການ​ຮາກ​ຖານ​ຂອງ​ບັນ​ດາ​ພັກ​ຝ່າ​ຍ​ປະ​ຊາ​ທິປະ​ໄຕ.