ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-11 21:12:38    
ເຂັມ​ທິດ​ພື້ນ​ຖານ​ແຫ່ງ​ການ​ຮ່ວມ​ມື​ຫຼາຍ​ພັກ--ເຂັມ​ທິດ 16 ​ໂຕ​ຫນັງ​ສື

cri

ຢູ່​ຮ່ວມ​ກັນຍາ​ວນານ ຕ່າງ​ຄວບ​ຄຸມ​ກວດກາ​ເຊິ່ງກັນ​ແລະ​ກັນ ​ເປີດ​ອົກ​ເປີດ​ໃຈ​ໃສ່​ກັນ ຮ່ວມ​ຮັບ​ກຽດ​ສັກ​ສີ ຮ່ວມ​ເຂັມ​ນຳ​ກັນ​ແມ່ນ​ເຂັມທິດ​ພື້ນຖານ​ທີ່​ພັກ​ກອມ​ມູນິດ​ຊຳລະ​ແກ້​ໄຂ​ການ​ພົວພັນ​ລະຫວ່າງ​ຜູ່​ຊົງ​ຄຸນ​ວຸດ​ທິຂອງ​ພັກ​ຝ່າຍ​ປະຊາທິປະ​ໄຕ​ແລະ​ພັກ​ທີ່​ບໍ່ສັງກັດ​ຝ່າຍ​ໃດ.

ຢູ່​ຮ່ວມ​ກັນຍາ​ວນານ​ແມ່ນ​ຫມາຍ​ຄວາມ​ວ່າ​ພັກ​ກອມ​ມູນິດ​ຮ່ວມ​ກັນຍາ​ວນານ​ກັບ​ຜູ່​ຊົງຄຸນ​ວຸດ​ທິ​ຂອງ​ພັກ​ຝ່າຍ​ປະຊາທິປະ​ໄຕ​ແລະ​ພັກ​ທີ່​ບໍ່​ສັງກັດ​ຝ່າຍ​ໃດ​ເຊິ່ງອອກ​ແຮງ​ສະມັກ​ຄີ​ປະຊາຊົນ​ເຮັດ​ພາລະກິດ​ສັງຄົມ​ນິຍົມ​ແລະ​ໄດ້​ຮັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ,ບາກ​ບັ່ນ​ສູ້​ຊົນ​ຮ່ວມ​ກັນ. ກວດກາ​ເຊິ່ງກັນ​ແລະ​ກັນ​ແມ່ນ​ຫມາຍ​ຄວາມ​ວ່າ​ພັກ​ກອມ​ມູນິດ​ກັບ​ຜູ່​ຊົງ​ຄຸນ​ວຸດ​ທິຂອງ​ພັກ​ຝ່າຍ​ປະຊາທິປະ​ໄຕ​ແລະ​ພັກ​ທີ່​ບໍ່​ສັງກັດ​ຝ່າຍ​ໃດ​ຕິຕຽນ​ແລະ​ຊ່ອຍ​ເຫຼືອ​ເຊິ່ງກັນ​ແລະ​ກັນ​ພາຍ​ໃນ​ຂອບ​ເຂດ​ດ້ານ​ກົດຫມາຍ.​ເປີດ​ອົກ​ເປີດ​ໃຈ​ໃສ່​ກັນ ຮ່ວມ​ກັບກ​ກຽດ​ສັກ​ສີ ຮ່ວມ​ເຂັມ​ນຳ​ກັນ​ແມ່ນ​ຫມາຍ​ຄວາມ​ວ່າ​ພັກ​ກອມ​ມູນິດ​ກັບ​ຜູ່​ຊົງ​ຄຸນ​ວຸດ​ທິຂອງ​ພັກ​ຝ່າຍ​ປະຊາທິປະ​ໄຕ​ແລະ​ພັກ​ທີ່​ບໍ່​ສັງກັດ​ຝ່າຍ​ໃດ​ເປີດ​ອົກ​ເປີດ​ໃຈ ອອກ​ຄວາມ​ເຫັນ​ໂດຍ​ກົງ​ໄປ​ກົງ​ມາ ຖື​ເອົາ​ປ​ະ​ເທດ​ຊາດ​ຈະ​ເລີ່ນ​ຮຸ້ງ​ເຮືອງ​ເປັນ​​ກຽດ​ແລະ​ປະ​ເທດ​ຊາດ​ຊຸດ​ໂຊມ​ເປັນ​ທຸກ,ຮ່ວມ​ຈິດ​ຮ່ວມ​ໃຈ​ແລະ​ບາກ​ບັ່ນ​ສູ້​ຊົນ. ເຂັມ​ທິດ 16 ​ໂຕ​ຫນັງສື​ແມ່ນ​​ເຂັມທິດ​ທີ່​ຈະ​ຕ້ອງ​ປະຕິ​ບັດ​ທີ່​ຍຶດ​ຫມັ້ນ​ແລະ​ບູລະນະ​ລະບອບ​ການ​ຮ່ວມ​ມື​ຫຼາຍ​ພັກ​ແລະ​ປຶກສາ​ການ​ເມືອງ​ໂດຍ​ພັກ​ກອມ​ມູນິດ​ຈີນ​ເປັນ​ຜູ່​ນຳ​ພາ.


ຫລັກ​ການ​ອົງ​ການ​ຈັດ​ຕັ້ງ​ຂອງ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະຊາຊົນ

ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ຈີນ​ສ້າງຕັ້ງຄະນະ​ກຳມະການ​ທົ່ວ​ປະ​ເທດ​ແລະ​ຄະນະ​ກຳມະການ​ທ້ອງ​ຖິ່ນ.ທະ​ແນມ​ແຕ່​ເຫັນ​ດີ​ພັກ​ຝ່າຍ​ແລະ​ຄະນະ​ທີ່​ເຫັນ​ດີ​ນຳ​ກົດ​ບັດ​ຂອງ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ຈີນ,​ໂດຍ​ຜ່ານ​ຄະນະ​ປະຈຳ​ຂອງ​ຄະນະ​ກຳມະການ​ທົ່ວ​ປະ​ເທດ​ແລະ​ທ້ອງ​ຖິ່ນ​ຂອງ​ສະພາ​ປຶກສາ​ການ​ເມືອງຫາລື​ແລະ​ເຫັນ​ດີ,ສາມາດ​ເຂົ້າຮ່ວມ​ຄະນະ​ກຳມະການ​ທົ່ວ​ປະ​ເທດ​ແລະ​ທ້ອງ​ຖິ່ນ,​ໂດຍ​ຜ່ານ​ເຊື້ອ​ເຊີນ​ຂອງ​ຄະນະ​ປະຈຳ​​ສະພາ​ປຶກສາ​ການ​ເມືອງ,ສ່ວນ​ບຸກຄົ​ນກໍ​ສາມາດ​ເຂົ້າຮ່ວມ​ຄະ​ນະ​ກຳມະການ​ທົ່ວ​ປະ​ເທດ​ແລະ​ທ້ອງ​ຖິ່ນ,ຫົວຫນ່ວຍ​ແລະ​ສ່ວນ​ບຸກຄົນ​ທີ່​ເຂົ້າຮ່ວມ​ສະພາ​ປຶກສາ​ການ​ເມືອງ​ລ້ວນ​ແຕ່​ມີ​ພັນທະ​ທີ່​ເຄົາລົບ​ແລະ​ປະຕິ​ບັດ​ກົດ​ບັດ​ຂອງ​ສະພາ​ປືກສາ​ການ​ເມືອງ​ແລະ​ກໍ​ມີ​ເສລີ​ພາບ​ທີ່​ຖອນ​ອອກ​ຈາກ​ສະພາ​ປຶກສາ​ການ​ເມືອງ

ກອງ​ປະຊຸມ​ຄົບ​ຄະນະ​ຂອງ​ຄະນະ​ກຳມະການ​ທົ່ວ​ປະ​ເທດ​ແລະ​ທ້ອງ​ຖິ່ນ ຍັດຕິ​ຂອງ​ຄະນະ​ປະຈຳ,ຕ່າງ​ໄດ້​ຜ່ານ​ດ້ວຍ​ຄະ​ແນນ​​ເກີນ​ເຄິ່ງຫນຶ່ງຂອງ​ກຳມະ​ການ​ທຸກ​ຖ້ວນ​ຫນ້າ​ຫຼືກຳມະ​ການ​ຂອງຄະນະ​ປະຈຳ.ຖ້າຫົວ​ຫນ່ວຍ​ແລະ​ສ່ວນ​ບຸກຄົນ​ທີ່​ເຂົ້າຮ່ວມມີ​ຄວາມ​ເຫັນ​ຕ່າງ​ກັນ​ຕໍ່​ມະຕິ​ຂອງ​ກອງ​ປະຊຸມ,​ໃຕ້​ປັດ​ໃຈ​ປະຖົມ​ທີ່​ປະຕິ​ບັດ​ຢ່າງ​ເດັດດ່ຽວ​ສາມາດ​ອອກ​ຖະ​ແຫຼງການ​ສະຫງວນ,ຖ້າ​ວ່າຫົ​ວຫນ່ວຍ​ແລະ​ສ່ວນ​ບຸກຄົນ​ທີ່​ເຂົ້າຮ່ວມສະພານັ້ນ​ໄດ້ລະ​ເມີດ​ກົດ​ບັດ​ຂອງ​ສະພາ​ປຶກສາ​ການ​ເມືອງ​ຫຼືມະຕິ​ຂອງ​ກອງ​ປະຊຸມ​ຄົບ​ຄະນະ​ແລະ​ຄະນະ​ປະຈຳ​ຢ່າງ​ຫນັກຫນ່ວງ​ແ​ລ້ວ,ຄະນະ​ປະຈຳ​ຂອງ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ແລະ​ຄະນະ​ປະຈຳ​ສະພາ​ໄດ້​ຕັກ​ເຕືອນ​ແລະ​ລົງ​ໂທດ​ຕາມ​ສະພາ​ບການ,ຫຼືຍົກ​ເລີກ​ຄຸນ​ວຸດ​ທິຂອງ​ສະພາ​ປຶກສາ​ການ​ເມື​ອງປະຊາຊົນ.