ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-12 16:20:11    
ກອງ​ປະຊຸມ​ສະພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຄັ້ງ​ທີ 3 ສະ​ໄໝ​ທີ 10 ​ປິດ​ປະ​ຊຸມ

cri Author: li


ຕາມ​ຂ່າວ CRI: ກອງ​ປະຊຸມ​ສະພາ​ປຶກສາ​ການ​ເມືອງປະຊາຊົນ​ແຫ່ງ​ຊາດ​ຈີນ​ຄັ້ງທີ 3 ສະ​ໄໝ​ທີ 10 ທີ່​ໄຂ​ຂຶ້ນຢູ່​ປັກ​ກິ່ງ​ເປັນ​ເວລາ 10 ມື້ນັ້ນ​ໄດ້​ອັດ​ລົງ​ແລ້ວ​ໃນ​ຕອນ​ບ່າຍ​ວັນ​ທີ 12 ມີນາ. ທ່ານ​ເຈຍ​ຊິງ​ລິນ ປະທານ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ຈີນ​ໄດ້​ເປັນ​ປະທານ​ຈັດ​ພິທີ​ປິດກອງ​ປະຊຸມ. ກອງ​ປະຊຸມ​ໄດ້​ຜ່ານ​ມະຕິ​ການ​ເມືອງ,ຮຽກຮ້ອງ​ໃຫ້​ບັນດາ​ພັກ​ຝ່າຍ,ອົງການ​ຈັດຕັ້ງ,ບຸກຄົນ​ບັນດາ​ເຜົ່າ​ແລະ​ວົງ​ການ​ຕ່າງໆ​ທີ່​ເຂົ້າຮ່ວມ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ ສາມັກຄີ​ທຸກ​ກຳລັງ​ທີ່​ສາມັກຄີ​ໄດ້,ອຸດທິ​ກຳລັງ​ເພື່ອ​ສ້າງສາ​ສັງຄົມ​ທີ່​ກົມກຽວ​ກັນ. ​ໃນ​ພິທີ​ປິດ​ປະຊຸມ,ທ່ານ​ຕົງ​ຈຽນ​ຮວາ​ທີ່​ຫາ​ກໍ່​ສະ​ເໜີ​ລາ​ອອກ​ຈາກ​ຕຳ​ແໜ່​ງຜູ້​ວ່າ​ການ​ເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງ​ພ້ອມ​ດ້ວຍ​ທ່ານ​ນາງ​ຈາງ​ເໝ​ອິງ​ແລະ​ທ່ານ​ນາງ​ຈາງ​ຢົງ​ມິ​ງ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ຮອງ​ປະທານ​ຄະນະ​ປະຈຳ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນ.



ມະຕິ​ການ​ເມືອງ​ຊີ້​ອອກ​ວ່າ,ກອງ​ປະຊຸມ​ເຫັນ​ດີ​ຢ່າງ​ສົມບູນນຳ​ການ​ສ້າງ​"ກົດໝາຍ​ວ່າ​ດ້ວຍ​ຕ້ານ​ການ​ແບ່ງ​ແຍກ​ປະ​ເທດ",​ເຫັນ​ວ່າການ​ສ້າງ​ກົດໝາຍ​ດັ່ງກ່າວ​ໄດ້​ສ່ອງ​ແສງ​ໃຫ້​​ເຫັນ​ຫຼັກໝັ້ນ​ອັນ​ສະ​ເໝີ​ຕົ້ນສະ​ເໝີ​ປາຍ​ຂອງ​ແຜ່ນດິນ​ໃຫຍ່​ປະ​ເທດ​ຊາດ​ໃນ​ການ​ທຳ​ຄວາມ​ພະຍາຍາມ​ສຸດ​ຂີດ,​ຍາດ​ແຍ່ງ​ໂຮມ​ປະ​ເທດ​ຊາດ​ເຂົ້າ​ເປັນ​ເອກະ​ພາບ​ກັນ​ໂດຍ​ສັນຕິ​ດ້ວຍ​ຄວາມ​ຈິງ​ໃຈ​ຫຼາຍທີ່​ສຸດ.

ກອງ​ປະຊຸມ​ເທື່ອ​ນີ້​ແມ່ນ​ໄຂ​ຂຶ້ນຢູ່​ປັກ​ກິ່ງ​ໃນ​ວັນ​ທີ 3 ມີນາ. ​ໃນ​ໄລຍະ​ໄຂ​ກອງ​ປະຊຸມ,ກຳມະການ​ສະພາ​ປຶກສາ​ການ​ເມືອງ​ທົ່ວ​ປະ​ເທດ 2200 ກວ່າ​ຄົນ​ໄດ້​ຮັບ​ຟັງ​ແລະ​ອະພິປາຍ​ບົດ​ລາຍ​ງານ​ວຽກ​ງານ​ຂອງ​ລັດຖະບານ,ຄຳ​ອະທິບາຍ​ກ່ຽວ​ກັບ"ກົດໝາຍ​ວ່າ​ດ້ວຍ​ຕ້ານ​ການແບ່ງ​ແຍກ​ປະ​ເທດ"ສະບັບ​ຮ່າງ​ແລະ​ບົດ​ລາຍ​ງານ​ອື່ນໆ,​ແລະ​ໄດ້​ປຶກສາ​ຫາລື​ກ່ຽວກັບ​ບັນຫາ​ສຳຄັນ​​ໃນ​ຊີວິດ​ເສດຖະກິດ,ກາ​ນ​ເມືອງ,ສັງຄົມ​ແລະ​ວັດທະນະທຳ​ຂອງ​ຊາດ​ພ້ອມ​ດ້ວຍ​ບັນຫາ​ທີ່​ມວນ​ຊົນ​ເອົາ​ໃຈ​ໃສ່​ໂດຍ​ທົ່ວ​ໄປ. ກອງ​ປະຊຸມ​ເທື່ອ​ນີ້​ໄດ້​ຮັບ​ຍັດຕິ​ຂອງ​ກຳມະການ​ແລະ​ບັນດາ​ພັກ​ຝ່າຍ​ແລະ​ອົງການ​ຈັດ​ຕັ້ງຕ່າງໆ​ທີ່​ເຂົ້າຮ່ວມ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ 4508 ສະບັບ.