ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-12 16:44:56    
ທະຫານ​ໂປ​ໂລຍປະ​ຈຳ​ອີຣັກ​ອາດ​ຈະ​ຖອນ​ອອກ​ໝົດ​ພາຍ​ໃນ​ປີ​ນີ້

cri Author: li
ຕາມ​ຂ່າວ CRI: ວັນ​ທີ 11 ມີນາ ຢູ່​ວັກ​ໂຊ​ວີ ທ່ານ​ຄະ​ວາ​ຊີ​ເນັບ​ສະ​ກີ ປະທາ​ນາທິບໍດີ​ໂປ​ໂລຍ​ກ່າວ​ວ່າ,ປີ​ນີ້ ​ໂປ​ໂລຍ​ຈະ​ສືບ​ຕໍ່​ຫຼຸດ​ຈຳນວນ​ທະຫານ​ປະຈຳ​ອີຣັກ​ໃຫ້​ໜ້ອຍ​ລົງ,​ແລະ​ອາດ​ຈະ​ຖອນ​ອອກ​ຈາກ​ອີຣັກ​ທັງໝົດ.

​ໃນ​ຂະນະ​ດຽວ​ກັນນັ້ນ,ວັນ​ທີ 11 ມີນາ ຢູ່​ກຸງ​ໂຣມ,ທ່ານ​ເບີລູສ໌​ໂຄ​ນີ ນາຍົກ​ລັດຖະມົນຕີອີຕາລີ​ກ່າວ​ວ່າ,ມີ​ແຕ່​​ເມື່ອ​ກອງ​ທະຫານ​ອີຣັກມີ​ຄວາມ​ສາມາດ​ຮັບປະກັນ​ຄວາມ​ປອດ​ໄພ​ຂອງ​ປະ​ເທດ​ຕົນ​ແລ້ວ,ອີ​ຕາ​ລີ​ຈຶ່ງຈະ​ຖອນ​ທະຫານ​ອອກ​ຈາກ​ອີຣັກ​ເທື່ອ​ລະ​ກ້າວ.

ນອກ​ນີ້ ວັນ​ທີ 11 ມີນາ ຝ່າຍ​ທະຫານ​ອາ​ເມ​ລິ​ກາ​ປະຈຳ​ອີຣັກ​ປະກາດ​ວ່າ,ການ​ຫຼອນ​ໂຈມ​ຕີ​ດ້ວຍ​ການລະ​ເບີດ​ແບບ​ສະຫຼະຊີບ​ທີ່​ເກີດ​ຂຶ້ນຢູ່​ໂມ​ຊູນ​ໃນ​ຕອນ​ຫົວ​ຄ່ຳ​ວັນ​ທີ 10 ມີນາ​ໄດ້​ເຮັດ​ໃຫ້ 50 ຄົນ​ເສຍ​ຊີວິດ,80 ກວ່າ​ຄົນ​ບາດ​ເຈັບ.