ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-14 11:25:56    
ກອງ​ປະຊຸມ​ຄັ້ງທີ 3 ຂອງ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ສະ​ໄໝ​ທີ 10 ອັດ​ລົງ​ແລ້ວ ​​"ກົດ​ໝາຍ​ຕ້ານ​ການ​ແບ່ງ​ແຍກ​ປະ​ເທດ" ​ ​ໄດ້​ຜ່ານ​ໂດຍ​ສະ​ດວກ

cri Author: lm

ຕາມ​ຂ່າວCRI: ວັນ​ທີ 14 ມີນາ, ກອງ​ປະຊຸມ​ປະຈຳ​ປີ​ຂອງ​ອົງການ​ອຳນາດ​ສູງ​ສຸດ​ແຫ່ງ​ລັດ​ຈີນ​ທີ່​ໄຂ​ຂຶ້ນຢູ່​​ປັກ​ກິ່ງ​ເປັນ​ເວລາ 9 ມື້​ເຄິ່ງໄດ້​ອັດ​ລົງ​ແລ້ວ. ກ່ອນ​ຈະ​ປິດ​ປະຊຸມ, ກອງ​ປະຊຸມ​ໄດ້​ລົງ​ຄະ​ແນນ​ສຽງ​ຜ່ານ "ກົ​ດໝາຍ​ຕ້ານ​ການ​ແບ່ງ​ແຍກ​ປະ​ເທດ" ຢ່າງ​ສະດວກ, ​ແລະ​​ໄດ້ອະນຸມັດບົດ​ລາຍ​ງານວຽກ​ງານລັດຖະບານ​ທີ່​ບັນດາຜູ່​ແທນ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ໄດ້​ສຳ​ຫຼວດ​ພິ​ຈາລະນາ​​ແລະດັດ​ແກ້​ແລ້ວ.


ທ່ານອູປາງໂກ ປະທານຄະນະປະຈຳສະພາປະຊາຊົນແຫ່ງຊາດເປັນປະທານຈັດພິທີອັດກອງປະຊຸມ.

"ກົດໝາຍຕ້ານ​ການ​ແບ່ງ​ແຍກ​ປະ​ເທດ" ​ແມ່ນ​ສ້າງ​ຂຶ້ນ​ໂດຍ​ແນ​ໃສ່​ສະຖານະ​ການ​​ໃນ​ໄລ​ຍະ​ໜຶ່ງ​ມານີ້​ ເຈົ້າໜ້າ​ທີ່​ໄຕ້​ຫວັນ​ຂ້ຽວ​ເລັ່ງດຳ​ເນີນການ​ເຄື່ອນ​ໄຫວ​ແບ່ງ​ແຍກ​ໃຫ້​ໄຕ້​ຫວັນ​ເປັນ​ເອ​ກະ​ລາດ ​ເຈດຕະ​ນາ​ປ່ຽນ​ແປງ​ເລື່ອງ​ຈິງ​ຄື​ແຜ່ນດິນ​ໃຫຍ່​ຈີນແລະ​ໄຕ້​ຫວັນ​ແມ່ນ​ຂຶ້ນ​ກັບ​ປະ​ເທດ​ຈີນ​ດຽວ​. ກົດໝາຍ​ໄດ້​ລະບຸ​ໄວ້​ວ່າ, ​ໄຕ້​ຫວັນ​ແມ່ນ​ພາກສ່ວນ​ໜຶ່ງ​ຂອງ​ຈີນ, ລັດ​ເດັດ​ຂາດ​ບໍ່​ອະ​ນຸ​ຍາດ​ໃຫ້​ອິດ​ທິກຳລັງ​​ແບ່ງແຍກ​ຕັດ​ແຍກ​ໄຕ້​ຫວັນ​ອອກ​ຈາກ​ຈີນ. ລັດ​ຈະ​ທຳ​ຄວາມ​ພະ​ຍາ​ຍາມ​ສຸດ​ຂີດ​ໂຮມ​ປະ​ເທດ​ເຂົ້າ​ເປັນ​ເອກະ​ພາບ​ກັນ​ໂດຍ​ສັນຕິ​ດ້ວຍ​ຄວາມ​ຈິງ​ໃຈ​ທີ່​ສຸດ​. ພາຍ​ຫຼັງໂຮມ​ປະ​ເທດ​ເຂົ້າ​ເປັນ​ເອກະ​ພາບ​ກັນ​ໂດຍ​ສັນຕິ​ແລ້ວ, ​ໄຕ້​ຫວັນ​ຈະປະ​ຕິ​ບັດ​ລະ​ບອບ​ທີ່​ຕ່າງ​ກັນ​ກັບ​ແຜ່ນດິນ​ໃຫຍ່ກໍ່ໄດ້, ​ໃຫ້ປົກຄອງ​ຕົນ​ເອງ​ໃນ​ລະດັບ​ສູງ. ພ້ອມ​ກັນນັ້ນ ກົດ​ໝາຍ​ໄດ້​ລະບຸ​ໄວ້​ວ່າ, ຕາບ​ໃດອິດ​ທິກຳລັງ​ແບ່ງ​ແຍກທີ່​ໃຫ້​ໄຕ້​ຫວັນ​ເປັນ​ເອກະ​ລາດ​ກໍ່​ເລື່ອງ​​ເຮັດ​ໃຫ້​ໄຕ້​ຫວັນ​​ແຍກ​ອອກ​ຈາກ​ຈີນ​​​ໃນ​ນາມ​ໃດໆ​ແລະ​ດ້ວຍ​ແບບ​ວິທີ​​ໃດໆ, ຫຼື​ເກີດ​ກໍ​ລະນີໃຫຍ່​ຫຼວງຈົນ​ເຮັດ​ໃຫ້​ໄຕ້​ຫວັນ​ແຍກ​ອອກ​ຈາກ​ຈີນ, ຫຼື​​ເສື່ອ​ມ​ເສຍ​ເງື່ອນ​ໄຂ​ທັງ​ໝົດ​ໃນ​ການ​ໂຮມປະ​ເທດ​ເຂົ້າ​ເປັນ​ເອກະ​ພາບ​ກັນ​ໂດຍ​ສັນ​ຕິ​​ແລ້ວ, ລັດ​ຕ້ອງ​ໃຊ້​ແບບ​ວິ​ທີບໍ່​ແມ່ນ​ສັນຕິວິທີ​ແລະ​ມາດ​ຕະການ​ຈຳ​ເປັນ​ອື່ນໆ, ປົກປັກຮັກສາອະ​ທິ​ປະ​ໄຕ​ແລະ​ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນຂອງ​ຊາດ. ກົດໝາຍ​ຍັງ​ກຳນົດ​ເປັນ​ພິ​ເສດ​ວ່າ, ​ແກ້​ໄຂ​ບັນ​ຫາ​ໄຕ້​ຫວັນ​ແມ່ນ​ວຽກ​ງານ​ພາຍ​ໃນ​ຂອງ​ຈີນ, ບໍ່​ໃຫ້ອິດ​ທິກຳລັງ​ປະ​ເທດ​ໃດໆ​ມາ​ແຊກ​ແຊງ.

1  2  3  4  5  6  7