ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-14 12:14:52    
ກອງ​ປະ​ຊຸມ​ຂອງ​ສະ​ພາ​ປະ​ຊາ​ຊົນ​ແມ່ນ​ໄຂ​ແນວ​ໃດ,​ແກ້​ໄຂ​ບັນ​ຫາ​ຫຍັງ​ແດ່?

cri Author: li
ສະພາຜູ້​ແທນປະຊາຊົນ​​ແມ່ນ​ໃຊ້​ສິດ​ຕຳ​ແໜ່ງ​ເປັນ​ໝູ່​ຄະນະ,​ຕົກລົງ​ບັນຫາ​ໂດຍ​ໝູ່​ຄະນະ. ການ​ຈັດ​ກອງ​ປະຊຸມ​ແມ່ນ​ຮູບ​ການ​ພື້ນຖານ​ຂອງ​ສະພາຜູ້​ແທນ​ປະຊາຊົນ​ໃນ​ການ​​ໃຊ້​ຕຳ​ແໜ່ງ. ອີງ​ຕາມ​ການ​ກຳນົດ​ຂອງ​ກົດໝາຍ,ທົ່ວ​ໄປແລ້ວ ສະພາ​ປະຊາຊົນ​ແຫ່ງ​ຊາດ​​ຈັດ​ກອງ​ປະຊຸມ​ປີ​ລະ​ເທື່ອ,ສະພາ​ປະຊາຊົນ​ທຸກຂັ້ນຂອງ​ທ້ອງ​ຖິ່ນ​ຢ່າງ​ໜ້ອຍ​ຈັດ​ກອງ​ປະຊຸມ​ປີ​ລະ​ເທື່ອ.

1  ການ​ກະກຽມ​​ໄຂກອງ​ປະຊຸມ: ກອງ​ປະຊຸມ​ສະພາ​ປະຊາຊົນ​​ແຕ່ຂັ້ນ​ເມືອງ​ຂຶ້ນ​ໄປ​ແມ່ນ​ໃຫ້​ຄະນະ​ປະຈຳ​ສະພາ​ປະຊາຊົນ​ຂັ້ນດຽວ​ກັນ​ຮຽກ​​ໂຮມ. ກ່ອນ​ໄຂ​ກອງ​ປະຊຸມ,ຄະນະ​ປະຈຳ​ຕ້ອງສະ​ເໜີ​ຮ່າງ​ວາລະ​ປະຊຸມ,​ຮ່າງ​ລາຍ​ຊື່​ຂອງ​ຄະນະ​ປະທານ​ແລະ​ເລຂາທິການ​ກອງ​ປະຊຸມ,ຕົກລົງ​ລາຍ​ຊື່​ຜູ້​ຈະ​ເຂົ້ານັ່ງ​ຟັງ​​ໃນກອງ​ປະຊຸມ,ທຳ​ການ​ກະກຽມ​ດ້ານ​ອື່ນໆ​ຂອງ​ກອງ​ປະຊຸມ. ບັນດາຜູ້​ແທນ​ຈັດຕັ້ງກັນ​ເປັນ​ຄະນະຜູ້​ແທນ​ຕາມ​ຫົວ​ໜ່ວຍຫຼື​ເຂດ​ເລືອກ​ຕັ້ງ,​ແລ້ວ​ເລືອກ​ຫົວໜ້າ​ແລະ​ຮອງ​ຫົວໜ້າ​ຂອງ​ຄະນະ. ຫົວໜ້າ​ຄະນ​ເປັນ​ຜູ້ຮຽກ​ໂຮມ​ແລະ​ເປັນ​ປະທານ​ຈັດ​ກອງ​ປະຊຸມ​ຄົບ​ຄະນະ,ຮອງ​ຫົວໜ້າ​ຄະນະ​ເປັນ​ຜູ້​ຊ່ອຍ​ວຽກ​ຫົວໜ້າ​ຄະນະ. ກອງ​ປະຊຸມ​ສະພາ​ຂັ້ນຕາ​ແສງ​ແມ່ນ​ຄະນະ​ປະທານ​ຂອງ​ກອງ​ປະຊຸມ​ສະພາ​ຄັ້ງ​ກ່ອນ​ເປັນ​ຜູ້​ຮຽກໂຮມ,​ແລະ​ຮັບຜິດຊອບ​ທຳ​ການ​ກະກຽມ​ຕ່າງໆ​ລ່ວງ​ໜ້າ​.

2.ໄຂ​ກອງ​ປະຊຸມ​ກຽມ: ​ຕ້ອງມີ​ຜູ້​ແທນ 2/3 ຂຶ້ນ​ໄປ​ເຂົ້າຮ່ວມ​,ກອງ​ປະຊຸມ​ສະພາ​ປະຊາຊົນ​ຈຶ່ງ​ໄຂ​ຂຶ້ນໄດ້. ກ່ອນ​ໄຂ​ກອງ​ປະຊຸມ​ທາງ​ການ​ຂອງ​ສະພາ​ປະຊາຊົນ​ແຕ່ຂັ້ນ​ເມືອງ​ຂຶ້ນ​ໄປ​,ຕ້ອງມີ​ຄະນະ​ປະຈຳ​ສະພາ​ປະຊາຊົນ​ຂັ້ນດຽວກັນ​ເປັນ​ປະທານ​ໄຂ​ກອງ​ປະຊຸມ​ກະກຽມ,​ເລືອກ​ຕັ້ງຄະນະ​ປະທານ​ແລະ​ເລຂາທິການ​,ຜ່ານ​ວາລະ​ປະຊຸມ​ແລະ​ການ​ຕົກລົງ​ກ່ຽວ​ກັບ​ວຽກ​ງານກະ​ກຽມ​ອື່ນໆ.

3 ໄຂ​ກອງ​ປະຊຸມ​ຄະນະ​ປະທານ: ກອງ​ປະຊຸມ​ຄັ້ງທຳ​ອິດ​ຂອງຄະນະ​ປະທານ,ຖ້າແມ່ນ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຕ້ອງ​ໃຫ້​ປະທານ​ຄະນະ​ປະຈຳ​​ເປັນ​ປະທານຈັດ​ຂຶ້ນ,ສະພາ​ທ້ອງຖິ່ນ​ແຕ່​ຂັ້ນ​ເມືອງ​ຂຶ້ນ​ໄປ​ຕ້ອງ​ໃຫ້​ປະທານ​ຄະນະ​ປະຈຳ​ທຸກຂັ້ນ​ເປັນ​ປະທານ​ຈັດຂຶ້ນ,​ເລືອກ​ຕັ້ງ​ປະທານ​ປະຈຳການ​ຂອງ​ຄະນະ​ປະທານ​ຫຼາຍ​ຄົນ,​ເລືອກ​ຕັ້ງສະມາຊິກ​ຄະນະ​ປະທານ​ຫຼາຍຄົນ​ແບ່ງກັນເປັນ​ປະທານ​ບໍລິຫານ​ງານ​ຂອງ​ກອງ​ປະຊຸມ​ຄົບ​ຄະນະ​ທຸກ​ເທື່ອ,​ແລະ​ຕົກລົງ​ຜູ້ເປັນ​ຮອງ​ເລຂາທິການ,ວາລະ​ປະຊຸມ,ວິທີ​ລົງ​ຄະແນນ​ສຽງ​ຍັດຕິ,​ວັນ​​ກຳນົດ​ເຊົາ​ຮັບ​ເອົາ​ຍັດຕິ​ຂອງ​ຜູ້​ແທນ​ແລະ​ວຽກ​ອື່ນ​ທີ່​ຕ້ອງ​ຕົກລົງ.

ພາຍຫຼັງຈັດກອງ​ປະຊຸມ​ຄະນະ​ປະທານ​ຄັ້ງທຳ​ອິດ​ແລ້ວ,ອີງ​ຕາມ​ຄວາມ​ຕ້ອງການ,ຄະນະ​ປະທານ​ຍັງ​ຕ້ອງຈັດ​ກອງ​ປະຊຸມຫຼາຍ​ເທື່ອ,ສຳຫຼວດ​ພິຈາລະນາ​ຕົກລົງ​ບັນຫາ​ທີ່​ກ່ຽວຂ້ອງ,ກອງ​ປະຊຸມ​ນີ້​ຕ້ອງໃຫ້​ປະທານ​ປະຈຳ​ຂອງ​ຄະນະ​ປະທານ​ຮຽກ​ໂຮມ​ແລະ​ເປັນ​ປະທານ​ຈັດຂຶ້ນ.

4 ໄຂ​ກອງ​ປະຊຸມ​ທາງ​ການ. ຄະນະ​ປະທານ​ເປັນ​ປະທານ​ໄຂ​ກອງ​ປະຊຸມ​ຄົບ​ຄະນະ​ຂອງ​ສະພາ. ກອງ​ປະຊຸມ​ຄົບ​ຄະນະ​ຂອງ​ສະພາ​ປະຊາຊົນ​ຮັບ​ຟັງ​ບົດ​ລາຍ​ງານ​ວຽກ​ງານ​ທຸກ​ລາຍ​ແລະ​ການ​ອະທິບາຍ​ຍັດຕິ​ຕ່າງໆ,ມີ​ສິດ​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ໃນ​ກອງ​ປະຊຸມ,ລົງ​ມະຕິ​ກ່ຽວ​ກັບ​ບົດ​ລາຍ​ງານ​ວຽກ​ງານ​ແລະ​ຍັດຕິ​ທີ່​ກ່ຽວຂ້ອງ,​ເລືອກ​ຕັ້ງ​ແລະ​ຕົກລົງ​ຜູ້ກ່ຽວ​ຂ້ອງ​ກັບ​ອົງການ​ລັດ. ​ໃນ​ເວລາກອງ​ປະຊຸມ​ຄົບ​ຄະນະ​ລົງມະຕິກ່ຽວ​ກັບ​ຍັດຕິ,ຕ້ອງ​ມີ​ຜູ້​ແທນ​ກາຍ​ເຄິ່ງໜຶ່ງ​ຂອງ​ຈຳນວນ​ຜູ້​ແທນ​ທັງ​ໝົດ​ເຫັນ​ດີ​ນຳຈຶ່ງ​ຜ່ານ​ໄດ້. ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ດັດ​ແກ້​ລັດຖະທຳ​ມະນູນ,ຕ້ອງມີຜູ້​ແທນກາຍ 2/3 ​ຂອງ​ຈຳນວນ​ຜູ້​ແທນ​ທັງ​ໝົດ​​ເຫັນ​ດີ​ນຳຈຶ່ງ​ຜ່ານ​ໄດ້. ໜ້າ​ທີ່​ຂອງ​ກອງ​ປະຊຸມ​ຄະນະ​ຜູ້​ແທນ​ແລະ​ກອງ​ປະຊຸມ​ໜ່ວຍ​ແມ່ນ​ສຳຫຼວດພິຈາລະນາ​ບົດ​ລາຍ​ງານ​ວຽກ​ງານ​ທຸກ​ລາຍແລະ​ຍັດຕິຕ່າງໆ.

ກອງ​ປະຊຸມ​ສະພາ​ປະຊາຊົນ​ແມ່ນ​ໄຂ​ຢ່າງ​ເປີດ​ເຜີຍ,ຢູ່​ບ່ອນ​ທີ່​ເງື່ອນ​ໄຂ​ອຳນວຍ,ກອງ​ປະຊຸມ​ຄົບ​ຄະນະ​ຂອງ​ສະພາ​ແລະ​ກອງ​ປະຊຸມ​ຄະນະ​ຜູ້​ແທນ​ຈະ​ຕັ້ງ​ບ່ອນ​ນັ່ງ​ຟັງ​ກໍໄດ້,ຈັດງານ​ຖະ​ແຫຼງຂ່າວ​ແລະ​ງານ​ຊຸມນຸມ​ນັກ​ຂ່າວ.

ທົ່ວ​ໄປແລ້ວ,ກອງ​ປະຊຸມ​ຄະນະ​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ແມ່ນ​​​ສອງ​ເດືອນໄຂ​ເທື່ອ​ໜຶ່ງ,​​ໃຫ້​ປະທານ​ຄະນະ​ປະຈຳ​ຮຽກ​​ໂຮມ​ແລະ​ເປັນ​ປະທານຈັດ​ຂຶ້ນ. ກອງ​ປະຊຸມ​ຄະນະ​ປະຈຳ​ສະພາ​ປະຊາຊົນ​ທຸກ​ຂັ້ນ​ແຕ່​ຂັ້ນ​ເມືອງ​ຂຶ້ນ​ໄປ​ຢ່າງ​ໜ້ອຍ​ສອງ​ເດືອນ​​ໃດ​ຕ້ອງໄຂ​ເທື່ອ​ໜຶ່ງ,​ໃຫ້ປະທານ​ຄະນະ​ປະຈຳ​ສະພາ​ປະຊາຊົນ​ຂັ້ນດຽວ​ກັນຮຽກ​ໂຮມ​ແລະ​ເປັນ​ປະທານ​ຈັດ​ຂຶ້ນ. ຄະນະ​ປະຈຳ​ສະພາ​ໄຂ​ກອງ​ປະຊຸມ​ຕ້ອງ​ມີ​ສະມາຊິກ​ກາຍ​ເຄິ່ງໜຶ່ງ​ເຂົ້າຮ່ວມ. ຄະນະ​ປະຈຳ​ສະພາ​ຮ່າງ​ກົດໝາຍ​ກົດ​ບັນຍັດ​ແລະ​ທຳ​ການ​ຕົກລົງ ຕ້ອງ​ມີ​ສະມາຊິກ​ຜູ້​ປະກອບ​ຄະນະ​ປະຈຳ​ກາຍ​ເຄິ່ງໜຶ່ງ​​ເຫັນ​ດີ​ນຳ​ຈຶ່ງ​ຜ່ານ​ໄດ້.

ສະພາ​ຜູ້​ແທນ​ປະຊາຊົນ​ແມ່ນ​ອົງການ​ທີ່​ປະຊາຊົນ​​ໃຊ້​ສິດ​ອຳນາດ​ຂອງ​ລັດ,ສະພາຜູ້​ແທນ​ປະຊາຊົນ​​ໃຊ້​ສິດ​ຕຳ​ແໜ່ງ​ໂດຍ​ຜ່ານ​ກອງ​ປະຊຸມ,ດັ່ງນັ້ນ ສະພາ​ຜູ້​ແທນ​ປະຊາຊົນ​ໄຂ​ກອງ​ປະຊຸມ​ກໍ​ແມ່ນ​ປະຊາຊົນ​​ໃຊ້​ສິດ​ຂອງ​ຕົນ​ຄຸ້ມ​ຄອງ​ປະ​ເທດ.

ກອງ​ປະຊຸມ​ສະພາຜູ້​ແທນ​ປະຊາຊົນ​ຕ້ອງ​ພິຈາລະນາ​ຫຼື​ສຳຫຼວດ​ກວດກາ,​ອະນຸມັດ​ບົດ​ລາຍ​ງານ​ວຽກ​ງານ​ຂອງ​ລັດຖະບານ,​ບົດ​ລາຍ​ງານ​ແຜນການ​ແລະ​ງົບປະມານ​ພັດທະນາ​ເສດຖະກິດ​​ແຫ່ງ​ຊາດ​ແລະ​ສັງຄົມ,ພ້ອມ​ດ້ວຍບົດ​ລາຍ​ງານ​ກ່ຽວ​ກັບ​ສະພາບ​ປະຕິບັດ​ແຜນການ​ເຫຼົ່ານີ້,ບົດ​ລາຍ​ງານ​ວຽກ​ງານ​ຂອງ​ຄະນະ​ປະຈຳ​ສະພາ​ປະຊາຊົນ,ບົດ​ລາຍ​ງານ​ວຽກ​ງານ​ຂອງ​ສານ​ແລະ​ອົງການ​ໄອ​ຍະ​ການ,ຕົກລົງ​ວຽກ​ງານ​ດ້ານ​ຕ່າງໆ​ຂອງ​ທົ່ວ​ປະ​ເທດ​ຫຼື​ຂອງເຂດ​ບໍລິຫານ​ປະຈຳ​ປີ,​ໄລຍະ 5 ປີ​ຫຼື​ໄລຍະ​ຍາວ​​ໄກ,ສະພາ​ປະຊາຊົນ​ທີ່​ມີ​ສິດ​ນິຕິ​ບັນຍັດ​ອີງ​ຕາມ​ຄວາມ​ຕ້ອງການ​ສ້າງ​ກົດ​ໝາຍ​ກົດ​ບັນຍັດ​ໃນ​ກອງ​ປະຊຸມ,​ໃນ​ກອງ​ປະຊຸມ​ສະພາ​ປະຊາຊົນ​ທີ່​ປ່ຽນ​ສະ​ໄໝ​ຕ້ອງ​​ເລືອກ​ຕັ້ງ​ອົງການ​ລັດ. ຍ້ອນ​ວ່າ​ກອງ​ປະຊຸມ​ສະພາ​ປະຊາຊົນ​ຕ້ອງ​ຕົກລົງ​ບັນຫາ​ສ່ວນ​ທັງ​ໝົດ,ຍາວ​ໄກ​ແລະ​ບັນຫາ​ສຳຄັນ​ຂອງ​ທົ່ວ​ປະ​ເທດ​ຫຼື​ຂອງ​ເຂດ​ບໍລິຫານ​ຕົນ,ກົດໝາຍ​ກົດ​ບັນຍັດ​ທີ່​ສ້າງ​ຂຶ້ນ​ນັ້ນ​ຕ້ອງ​ມີ​ສິດ​ບັງຄັບ​ໃຊ້​ໂດຍ​ທົ່ວ​ໄປ,ດັ່ງນັ້ນ,ກອງ​ປະຊຸມ​ສະພາ​ປະຊາຊົນ​ຈຶ່ງ​ມີ​ການ​ພົວພັນ​ຢ່າງ​ແໜ້ນ​​ແຟ້ນກັບ​ແຕ່ລະຄົນ,​ແຕ່​ລະ​ຄອບຄົວ​ຈົນ​ຮອດ​ທົ່ວ​ສັງຄົມ. ​ເວົ້າ​ໂດຍ​ທຽບ​ຖານ​ແລ້ວ,ການ​ຕົກລົງ​ຂອງ​ສະພາ​ປະຊາຊົນ​ຂັ້ນຮາກ​ຖານ​ແມ່ນ​ຂ້ອນ​ຂ້າງ​ລະອຽດ,ການ​ຕົກລົງ​ຂອງ​ສະພາ​ປະຊາຊົນ​ຂັ້ນ​ເທິງ​ຈະ​ມີ​ລັກສະນະ​ຫຼັກການ,​ເປັນ​ແບບ​ມະຫາ​ພາກ​ຫຼາຍ​ກວ່າ.