ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-14 12:20:15    
ການ​ພົວ​ພັນ​ລະ​ຫວ່າງ​ສະ​ພາ​ຜູ້​ແທນ​ປະ​ຊາ​ຊົນ​ກັບ​ລັດ​ຖະ​ບານ,ສານ​ແລະ​ອົງ​ການ​ໄອ​ຍະ​ການ

cri Author: li
ຢູ່​ຈີນ,ອົງການ​ບໍລິຫານ​,ອົງການ​ຕັດສິນ​ແລະ​ອົງການ​ໄອ​ຍະ​ການ​ຂອງ​ລັດ​ລ້ວນ​ແຕ່​ກຳ​ເນີດ​ເກີດ​ຂຶ້ນ​ຈາກ​ກອງ​ປະຊຸມ​ສະພາ​ຜູ້​ແທນ​ປະຊາຊົນ​ທີ່​ເປັນ​ອົງການ​ອຳນາດ​ຂອງ​ລັດ,ຮັບຜິດຊອບ​ຕໍ່​ສະພາຜູ້​ແທນ​ປະຊາຊົນ​ແລະຮັບ​ການ​ຕິດຕາມ​ກວດກາ​ຂອງ​ສະພາ​ຜູ້​ແທນ​ປະຊາຊົນ; ອົງການ​ລັດ​ໝູນ​ເດີນ​ຕາມ​ຫຼັກການ​ລະບອບ​ປະຊາທິປະ​ໄຕ​​ໂຮມ​ສູນ. ດັ່ງນັ້ນຈຶ່ງ​ໄດ້ຊີ້​ຂາດ​ການ​ພົວພັນ​ລະຫວ່າງ​ສະພາ​ປະຊາຊົນ​ກັບ​ລັດຖະບານ,ສານ​ແລະ​ອົງການ​ໄອ​ຍະການດັ່ງ​ລຸ່ມ​ນີ້:

1,ການ​ພົວພັນ​ລະຫວ່າງ​ການ​ຕົກລົງ​ກັບ​ການ​ປະຕິບັດ​ງານ. ສະພາ​ປະຊາຊົນ​ແມ່ນ​ອົງ​ການ​ທີ່​ຕາງໜ້າ​ປະຊາຊົນ​ໃຊ້​ອຳນາດ​​ລັດ,​ເຊັ່ນ​ອຳນາດ​ນິຕິ​ບັນຍັດ,ຕົກລົງ​ວຽກງານ​ສຳຄັນ,​ເລືອກ​ຕັ້ງ,​ແຕ່ງຕັ້ງ​ແລະ​ຖອນ​ຕຳ​​ແໜ່ງ​ແລະ​ຕິດຕາມ​ກວດກາ​ເປັນຕົ້ນ. ຕໍ່​ກົດໝາຍ​ທີ່​ສະພາ​ປະຊາຊົນ​ສ້າງ​ຂຶ້ນພ້ອມ​ການ​ຕົກລົງ​ຂອງ​ສະພາ, ຝ່າຍ​ລັດຖະບານ​,ສານ​ແລະ​ອົງການ​​ໄອ​ຍະ​ການ​ຕ້ອງ​ປະຕິບັດ​ຕາມ.

2,ການ​ພົວພັນ​ລະຫວ່າງ​ການ​ຕິດຕາມ​ກວດກາ​ກັບ​ການ​ຖືກ​ຕິດຕາມ​ກວດກາ. ສະພາ​ປະຊາຊົນ​ຕາງໜ້າ​​ໃຫ້​ແກ່​ປະຊາຊົນ,ມີ​ສິດ​ຕິດຕາມ​ກວດກາ​ວຽກ​ງານ​ຂອງ​ລັດຖະບານ,ຂອງ​ສານ​ແລະ​ອົງການ​ໄອ​ຍະ​ການ. ລັດ​ຖະບານ,ສານ​ແລະ​ອົງການ​ໄອ​ຍະ​ການ​ຕ້ອງ​ຮັບຜິດຊອບ​ແລະ​ລາຍ​ງານ​ວຽກ​ງານ​ຕໍ່​ສະພາ​ປະຊາຊົນ,ຮັບ​ເອົາ​ການ​ຕິດຕາມ​ກວດກາ​ຂອງ​ສະພາ​ປະຊາຊົນ.

3,ການ​ພົວພັນ​ທີ່​ປະສານ​ສົມທົບ​ເປັນ​ເອກະ​ສັນ​ກັນ​ດຳ​ເນີນ​ວຽກ​ງານ. ​ເຖິງ​ວ່າ​ສະພາ​ປະຊາ​ຊົນ​ກັບ​ລັດຖະບານ,ສານ​ແລະ​ອົງການ​​ໄອ​ຍະ​ການ​ມີ​ພາລະ​ໜ້າ​ທີ່​ຕ່າງ​ກັນ,​ແບ່ງ​ງານ​ຕ່າງ​ກັນ,​ແຕ່​ມີ​ເປົ້າໝາຍ​ອັນ​ດຽວ​ກັນ,ລ້ວນ​ແຕ່​ແມ່ນ​ເພື່ອ​ສ່ອງ​ແສງ​ແລະ​ບັນລຸ​ຜົນ​ປະ​ໂຫຍດ​ກົກ​ຮາກ​ຂອງ​ປະຊາຊົນ,ພ້ອມ​ກັນ​ກໍ່ສ້າງ​ສັງຄົມ​ນິຍົມ​ທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນ. ສະພາ​ປະຊາຊົນ​​ໃຊ້​ອຳນາດ​ຂອງ​ລັດ​ຢ່າງ​ເປັນ​ເອກະ​ພາບ​ກັນ,​ແລະ​ຂີດ​ແບ່ງ​ສິດ​ບໍລິຫານ,ສິດ​ຕັດສິນ​ແລະສິດ​ຕຸລາການ​ຂອງ​ລັດ​ຢ່າງ​ສົມ​ເຫດ​ສົມ​ຜົນ​ໃຕ້​ປະຖົມ​ປັດ​ໄຈ​ດັ່ງກ່າວ,ຫຼີກ​ເວັ້ນບໍ່​ໃຫ້​ສິດ​ອຳນາດ​ໂຮມ​ສູນ​ເກີນ​ໄປ,ທັງຫຼີກ​ເວັ້ນບໍ່​ໃຫ້​ມີ​ການ​ຈ່ອງ​ດຶງ​ກັນ​ທີ່​ບໍ່​ຈຳ​ເປັນ,​ເຮັດ​ໃຫ້​ອົງການ​ລັດ​ຕ່າງໆ​​ປະຕິບັດ​ພາລະ​ໜ້າ​ທີ່​ຂອງ​ຕົນ​​ໂດຍ​ຈຳ​​ເພາະ,ທັງ​ປະສານ​ສົມທົບ​ກັນດຳ​ເນີນ​ວຽກ​ງານ​ຢ່າງ​ກົມ​ກຽວກັນ.