ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-14 12:39:23    
ຈີນ​ພວມ​ຄົ້ນ​ຄວ້າ​ແຜນ​ການ​ປະ​ຕິ​ຮູບ​ອັດ​ຕາ​ແລກ​ປ່ຽນ​ເງິນ​ຢວນ​ຕື່ມ​ອີກ

cri Author: sayvanny
ຕາມ​ຂ່າວ CRI:ວັນ​ທີ 14 ມີນາ ​ຢູ່​ປັກ​ກິ່ງ, ​ໃນ​ເວ​ລາ​ທ່ານ​ເວິນ​ເຈ່ຍ​ປາວ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ພົບ​ປະ​ນັກ​ຂ່າວ​ຈີນ​ແລະ​ຕ່າງ​ປະ​ເທດ​ນັ້ນ, ທ່ານ​ເວົ້າ ວ່າ,ຈີນ​ພວມ​ຄົ້ນ​ຄວ້າ​ແຜນ​ການ​ປະ​ຕິ​ຮູບ​ອັດຕາ​ແລກ​ປ່ຽນ​​ເງິນ​ຢວນ​ຕື່ມ​ອີກ,​ແຜນ​ການ​ປະຕິ​ຮູບ​ແລະ​ເວລາ​ປະກາດ​ອາດ​ຈະ​ແມ່ນ​ເລື່ອງ​ທີ່​ຄາດ​ຄຶດ​ບໍ່​ເຖິງ.

ທ່ານ​ເວິນ​ເຈ່ຍ​ປາວ​ເວົ້າວ່າ, ​ເປົ້າ​ຫມາຍ​ຂອງ​ຈີນ​ແມ່ນ​ປະຕິ ບັດ​ລະ​ບອບ​ອັດ​ຕາ​ແລກ​ປ່ຽນ​ລອຍ​ຕົວທີ່​ມີ​ການ​ຄຸ້ມ​ຄອງ​ແລະ​ອີງ​ຕາມ​ຄວາມ​ຕ້ອງ​ການ​ຂອງ​ຕະ​ຫລາດ.ຈີນ​ພະ​ຍາ​ຍາມ​ຮັກ​ສາ​ຄວາມ​ຫມັ້ນ​ຄົງ​ແລະ​ການ​ພັດ ທະ​ນາ​ຂອງ​ເສດຖະກິດ​ມະຫາ​ພາກ​ແລະ​ການ​ຫມູນ​ເດີນ​ຢ່າງ​ປອດ​ໃສ​ຂອງ​ການ​ເງິນ​ກໍ່​ແມ່ນ​ເພື່ອ​ສ້າງ​ພື້ນ​ຖານ​ໃຫ້​ແກ່​ການ​ປະຕິ​ຮູບ​ອັດຕາ​ແລກ​ປ່ຽນ​ເງິນ​ຕາ​ໃນ​ບາດ​ກ້າວ​ຕໍ່​ໄປ.

ທ່ານ​ເວິນ​ເຈ່ຍ​ປາວ​ກ່າວ​ເນັ້ນວ່າ, ຈີນ​ແມ່ນ​ປະ​ເທດ​ທີ່​ຮັບ​ຜິດ​ຊອບ, ຕໍ່ ການຂຶ້ນ​ຄ່າ​ເງິນ​ຢວນ​ຈີນ​​ແລະ​ການ​ຈໍ່​ຕົວ​ຂອງ​ໂຄງ​ປະກອບ​ອັດ​ຕາບ​ແລກ ປ່ຽນ​ເງິນ​ຕາ,ຈີນ​ບໍ່​ພຽງ​ແຕ່​ຈະ​ພິ​ຈາ​ລະ​ນາ​ເຖິງ​ຜົນ​ປະ​ໂຫຍດ​ຂອງ​ປະ​ເທດ​ຕົນ​ເອງ​ທໍ່​ນັ້ນ, ຫາກ​ຍັງ​ຈະ​ຄຳ​ນຶງ​ເຖິງ​ຜົນ​ສະ​ທ້ອນ​ຕໍ່​ປະ​ເທດ​ອ້ອມ​ຂ້າງ​ແລະ​ຕໍ່ ໂລກ.