ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-14 13:22:33    
ບໍ່​ໃຫ້​ຕ່າງ​ປະ​ເທດ​ແຊກ​ແຊງ​ການ​ແກ້​ໄຂ​ບັນ​ຫາ​ໄຕ້​ຫວັນ

cri Author: sayvanny
ຕາມ​ຂ່າວ CRI: ວັນ​ທີ 14 ມີນາ ​ໃນ​ງານ​ຊຸມນຸມ​ນັກ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ,ທ່ານ​ເວິນ​ເຈ່ຍ​ປາວ ນາຍົກລັດຖະມົນຕີຈີນ​ເວົ້າວ່າ, ການ​ແກ້​ໄຂ​ບັນຫາ​ໄຕ້​ຫວັນ​ແມ່ນ​ວຽກ​ງານ​ພາຍ​ໃນ​ຂອງ​ຈີນ​ທັງ​ນັ້ນ, ຈີນ​ບໍ່​ອະນຸຍາດ​ໃຫ້​ຕ່າງປະ​ເທດ​ແຊກ​​ແຊງ, ​ແຕ່​ກໍ່​ບໍ່​ຢ້ານ​ຕ່າງປະ​ເທດ​ແຊກ​ແຊງ.

​ໃນ​ເວລາ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​,ທ່ານ​ເວິນ​ເຈ່ຍ​ປາວ​ເວົ້າວ່າ, ຢູ່​ໃນ​ໂລກ​ນີ້​ມີ​ແຕ່​ປະ​ເທດ​ຈີນ​ດຽວ, ​ເຖິງວ່າ​ແຜ່ນດິນ​​ໃຫຍ່​ຈີນ​ກັບ​ໄຕ້​ຫວັນ​ຍັງ​ບໍ່​ທັນ​ເປັນ​ເອກະ​ພາບ​ກັນ​ກໍ່ຕາມ, ​ແຕ່​ກໍ່​ບໍ່​ໄດ້​ປ່ຽນ​ແປງ​ສະພາບ​ຕົວ​ຈິງ​ທີ່​ມີ​ແຕ່​ປະ​ເທດ​ຈີນ​ດຽວ​ຈັກ​ເມັດ,ນີ້​ກໍ່​ແມ່ນ​ສະພາບ​ປະຈຸ​ບັນ​ຂອງ​ຊ່ອງ​ແຄບໄຕ້​ຫວັນ. ທ່ານ​ກ່າວ​ວ່າ, ບໍ່​ຍິນ​ດີແກ້​ໄຂ​ບັນຫາ​ໄຕ້​ຫວັນ​ດ້ວຍ​ວິທີທີ່​ບໍ່​ແມ່ນ​ສັນຕິ​ພາບ, ທະ​ແນມ​ແຕ່​ຍັງມີ​ຄວາມ​ຫວັງ​ຢູ່​ຫນ້ອຍ​ຫນຶ່ງ, ກໍ່​ຈະທຳ​ຄວາມ​ພະຍາ​ຍາມ​ຈົນ​ສຸດ​ຂີດ​ເພື່ອ​ຊຸກ​ຍູ້​​ໃຫ້​ປະ​ເທດ​ຊາດ​ເປັນ​ເອກະ​ພາບ​ກັນ​ໂດຍ​ສັນຕິ​.

​ໃນ​ເວລາ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ບັນຫາ​ກຳລັງ​ການ​ທະຫານ​ຂອງ​ຈີນນັ້ນ, ທ່ານ​ເວິນ​ເຈ່ຍ​ປາວ​ກ່າວ​ເນັ້ນວ່າ, ຈີນ​ປະຕິບັດ​ທິດ​ທາງ​ປ້ອງ​ກັນ​ປະ​ເທດທີ່​ປ້ອງ​ກັນຕົນ​ເອງ.