ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-14 14:36:52    
ທ່ານ​ນາງ​ເສີນ​ຈີ້​ຢຽນ​ແລະ​ຂໍ້​ສະ​ເຫນີ​ຂອງ​ນາງ

cri Author: sayvanny

ທ່ານ​ນາງ​ເສີນຈີ້​ຢຽນ​ແມ່ນ​ອາຈານ​ສອນ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ຊົນ​ເຜົ່າ​ຢຸນນານ, ​ເພິ່ນ​ແມ່ນ​ຊາວ​ຈີນ​ທີ່​ກັບ​ຈາກ​ມຽນມາ, ​ໄດ້​ເຮັດ​ວຽກ​ງານ​ການ​ສຶກ​ສາ​ເປັນ​ເວລາ 26、27 ປີ​ແລ້ວ.ປີ 2003 ​ເພິ່ນ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ຜູ່​ແທນ​ສະ​ພາ​ປະ​ຊາ​ຊົນ​ທົ່ວ​ປະ​ເທດ. ປີ​ກາຍ​ນີ້ ​ໃນ​ເວລາ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ສອງ​ສະ​ພາ, ​ເພິ່ນ​ໄດ້​ຍື່ນ​ຂໍ້​ສະ​ເຫນີ​ສອງ​ຂໍ້​ໃຫ້​ລັດ, ປັດຈຸບັນ ​ໄດ້​ຮັບ​ການ​ປະ​ຕິ​ບັດ​ແລ້ວ.​ເມື່ອ​ເວົ້າ​ເຖິງ​ເລື່ອງ​ນີ້, ​ເພິ່ນ​ດີ​ໃຈ​ຫລາຍ,​ແລະ​ໄດ້​ເລົ່າ​ສະພາບ​ການ​ໃນ​ຄາວ​ນັ້ນ​ສູ່​ນັກ​ຂ່າວ​ຟັງ:

ເຂດ​ຈ່າວ​ທົງ​ແຂວງ​ຢຸນນານ​ຈີນ​ຕັ້ງຢູ່​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ, ຍ້ອນສະພາບ​ແວດ​ລ້ອມ​ດ້ານ​ພູມ​ສາດ​ຂີ້ຮ້າຍ​ຫລາຍ, ​ແມ່ນ​ບ່ອນ​ທີ່​ທຸກ​ຍາກ​ແລະ​ຫລ້າຫລັງ. ມວນ​ຊົນ​ຢູ່​ແຫ່ງ​ນັ້ນມີ​ລາຍ​ໄດ້​ຂ້ອນ​ຂ້າງ​ຕ່ຳ,ນັກ​ຮຽນ​ຕ້ອງ​ເດີນ ທາງ​ໄກ​ຈິ່ງ​ເຂົ້າຮຽນ​ໄດ້,ຍັງ​ມີ​ເດັກ​ສ່ວນ​ຫນຶ່ງ​ຈົນ​ເຂົ້າຮຽນ​ບໍ່​ໄດ້​ຍ້ອນ​ຄອບຄົວ​ທຸກ​ຍາກຫລາຍ.

ສະພາບ​ການ​ແນວ​ນີ້​ໄດ້​ເຮັດ​ໃຫ້​ທ່ານ​ນາງ​​ເຈີ​ນຈີ​ຢຽນ​ສົນ​ໃຈ​ນຳ, ​ເພິ່ນ​ໄດ້​ດຳ​ເນີນ​ການສຳ​ຫລວດ​ຢູ່​ບ່ອນ​ນີ້​ເປັນ​ເວລາ​ຍາວ​ນນານ.​ໃນ​ກອງ​ປະຊຸມ​ສອງ​ສະພາ​ປີ​ກາຍ​ນີ້, ທ່ານ​ນາງ​ເສີ​ນຈີ້​ຢຽນ ​ໄດ້​ວາງ​ຂໍ້ສະ​ເຫ​ນີ​ໃຫ້​ລັດກ່ຽວ​ກັບ​​ເຮັດການ​ໃຫ້​ພາກ​ຕ​າ​ເວັນ​ຕົກ​ເຜີຍ​ແຜ່​ການ​ສຶກສາ​ພາກ​ບັງຄັບ 9 ປີ​.​ເພິ່ນ​ເວົ້າວ່າ:

"​ໃນ​ຂໍ້​ສະ​ເຫນີ​ດັ່ງ​ກ່າວ, ຂ້າພະ​ເຈົ້າ​ໄດ້​ສະ​ເຫນີ​ຢ່າງ​ລະ​ອຽດໃຫ້​ຍົກ​ເວັ້ນ​ການ​ເສຍ​ຄ່າ​ສາມ​ລາຍ​ແກ່​ນັກຮຽນ​ໃນ​ຄອບຄົວ​ທຸກ​ຍາກ​ຢູ່​ເຂດ​ພາກ​ຕາ​ເວັນ​ຕົກ,​ເຊິ່ງກໍ່​ຄື​ການ​ຍົກ​ເວັ້ນ​ການ​ເສຍ​ຄ່າ​ປື້ມ​ຮຽນ ຄ່າ​ສາ​ລະ​ພັດ​ແລະ​ໃຫ້​ຄ່າ​ເກື້ອ​ກູນ​ດ້ານ​ການ​ກິນ​ນອນ​ຢູ່​ໂຮງຮຽນ​ທີ່​ທ່ານ​ນາຍົກ​ເວິນ​ເຈ່ຍ​ປາວ​ໄດ້​ກ່າວ​ເຖິງ​ໃນ​ບົດ​ລາຍ​ງານ​ວຽກ​ງານ​ລັດຖະບານ."

​ໃນ​ບົດ​ລາຍ​ງານ​ວຽກ​ງານ​ລັດ​ຖະ​ບານ​ປີ​ນີ້, ທ່ານ​ນາ​ຍົກ​ເວີນ​ເຈ່ຍ​ປາວ​ກ່າວ​ເນັ້ນ​ວ່າ, ​ແຕ່​ປີ​ນີ້​ເປັນ​ຕົ້ນ​ໄປ, ຕ້ອງ​ຍົກ​ເວັ້ນ​ການ​ເສຍ​ຄ່າ​ປື້ມ​ຮຽນ​ແລະ​ຄ່າ​ສາ​ລະ ພັດ​ທັງ​ໃຫ້​ຄ່າ​ເກື້ອ​ກູນ​ດ້ານ​ຊີ​ວິດ​ການ​ເປັນ​ຢູ່​ແກ່​ນັກ​ຮຽນ​ທີ່​ກິນ​ນອນ​ຢູ່​ໂຮງ​ຮຽນ​ໃນ​ຄອບ​ຄົວ​ທຸກ​ຍາກ​ໃນ​ໄລ​ຍະ​ການ​ສຶກ​ສາ​ພາກ​ບັງ​ຄັບ​ຢູ່​ຊົນ​ນະ​ບົດ​ໃນ​​ເມືອງ​ຈຸດ​ຫນັກ​ຂອງ​ວຽກ​ງານ​ບຳ​ບັດ​ຄວາມ​ທຸກ​ຍາກ​ຂອງ​ລັດ;​ເມື່ອ​ຮອດ​ປີ 2007, ຊົນ​ນະ​ບົດ​ທົ່ວ​ປະ​ເທດ​ຈີນຈະ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ດັ່ງ​ກ່າວ​ໂດຍ​ທົ່ວ​ໄປ,​ເຮັດ​ໃຫ້​ເດັກ​ນ້ອຍໃນ​ຄອບ​ຄົວ​ທຸກ​ຍາກ​ສາມາດ​ເຂົ້າ​ຮຽນ​ຫມົດ​ແລະ​ສຳ​ເລັດ​ການ​ສຶກສາ​ພາກ​ບັງ​ຄັບ​ໄດ້.

ທ່ານ​ນາງ​ເສີນ​ຈີ້​ຢຽນ​ບໍ່​ພຽງ​ແຕ່​ສົນ​ໃຈ​ນຳ​ການ​ສຶກ​ສາ​ພາກ​ບັງຄັບ​ 9 ປີຢູ່​ເຂດ​ພາກ​ຕາ​ເວັນ​ຕົກ​ທໍ່​ນັ້ນ, ​ເພິ່ນ​ຍັງ​ສົນ​ໃຈ​ນຳ​ການ​ສຶກ​ສາ​ຊັ້ນ​ສູງ​ຂອງ​ຊົນ​ເຜົ່າ​ຢູ່​ພາກ​ຕາ​ເວັນ​ຕົກ​ອີກ​ດ້ວຍ.

ມະ​ຫາ​ວິ​ທະ​ຍາ​​ໄລ​ຊົນ​ເຜົ່າ​ຢຸນ​ນານ​ແມ່ນ​ອູ່ທີ່​ອົບຮົມ​ຜູ່​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ,​ແມ່ນ​ພາກ​ສ່ວນ​ປະ​ກອບ​ອັນ​ສຳຄັນ​ຂອງ​ການ​ສຶກສາ​ຊັ້ນສູງ​ຂອງ​ແຂວງ​ຢຸນ​ນານ, ກໍ່​ເປັນ​ການສະ​ແດງ​ລະດັບ​ສັງ​ລວມ​ແຫ່ງ​ການ​ພັດ​ທະ​ນາ​ການ​ສຶກ​ສາ​ຊົນ​ເຜົ່າ​ຂອງ​ແຂວງ​ຢຸນ​ນານ​ໃຫ້​ດີກ​ວ່​າ​ເກົ່າ. ສະ ນັ້ນ, ການ​ເລັ່ງ​ລັດ​ການ​ກໍ່ສ້າງ​ມະ​ຫາ​ວິ​ທະ​ຍາ​ໄລ​ຊົນ​ເຜົ່າ, ມີ​ຜົນ​ດີ​ຕໍ່​ການ​ເສີມ​ຂະ​ຫຍາຍ​ຈຸດ​ພິ​ເສດ​ແລະ​ທ່າ​ແຮງ​ຂອງ​ການ​ສຶກ​ສາ​ຊັ້ນ​ສູງ​ຂອງ​ຊົນ​ເຜົ່າ​ໃນ​ແຂວງ​ຢຸນ​ນານ,ມີ​ຜົນ​ດີ​ຕໍ່​ການ​ຍົກ​ລະດັບ​ການ​ສຶກ​ສາ​ຂອງ​ບັນ​ດາ​ຊົນ​ເຜົ່າ​ແຂວງ​ຢຸນ​ນານ​ໃຫ້​ສູງ​ຂຶ້ນ, ​ເພີ່ມ​ທະວີ​ຄວາມ​ສາ​ມັກ​ຄີ​ລະ​ຫວ່າງ​ຊົນ​ເຜົ່າ.

ສະນັ້ນ, ​ໃນ​ກອງ​ປະຊຸມ​ສອງ​ສະພາ​ປີ​ກາຍ​ນີ້ ທ່ານ​ນາງ​ເສີນ​ຈີ້​ຢຽນຍັງ​ໄດ້​ຍື່ນ​ຂໍ້​ສະ​ເຫນີ​ຂໍ້​ຫນຶ່ງ.​ເພິ່ນ​ເວົ້າວ່າ:

ຄັນຢາກ​​ຍົກ​ການສຶກສາ​ຂອງ​ມະຫາວິທະຍາ​ໄລ​ຊົນ​ເຜົ່າ​ຢຸນນານ​ຂຶ້ນ​ສູ່​ລະດັບ​ຍິ່ງ​ສູງ, ກໍ່​ຕ້ອງ​ການ​ມີ​ເງື່ອນ​ໄຂ​ໃນ​ດ້ານ​ຕ່າງໆ.​ໃນ​ນັ້ນ ມີ​ອັນ​ຫນຶ່ງ​ກໍ່​ແມ່ນ​ຫວັງໃຫ້​ຄະນະ​ກຳ​ມະ​ການ​ຊົນ​ເຜົ່າ​ແຫ່ງ​ລັດ​ແລະ​ອົງ​ການ​ປົກ​ຄອງ​ທ້ອງ​ຖີ່ນ​ພ້ອມ​ກັນ​ກໍ່​ສ້າງ​ແລະ​ຄຸ້ມ​ຄອງ​ມະ​ຫາ​ວິ​ທະ​ຍາ​ໄລ​ຊົນ​ເຜົ່າ​ຢຸນນານ.

​ເພິ່ນ​ເວົ້າ​ວ່າ, ດຽວ​ນີ້ ຂໍ້​ສະ​ເຫນີ​ດັ່ງກ່າວ​ກໍ່​ໄດ້​ຖືກ​ຮັບ​ເອົາແລ້​ວ, ນີ້​ແມ່ນ​ຈຸດ​ເລີ່​ມອັນ​ດີ, ​ເຊື່ອ​ວ່າ​ທັງ​ນີ້​ຈະ​ເກີດ​ມີ​ບົດ​ບາດ​ເປັນ​ຢ່າງດີ​ຕໍ່​ການຊຸກ​ຍູ້​ການ​ສຶກສາ​ຊົນ​ເຜົ່າ​ຢູ່​ເຂດ​ຊາຍ​ແດນ.
​ເມື່ອ​ນັກ​ຂ່າວ​ຖາມ​ວ່າ, ​ໃນ​ກອງ​ປະ​ຊຸມ​ສອງ​ສະ​ພາ​ປີ​ນີ້ ທ່ານ​ນາງ​ເສີນ​ຈີ້​ຢຽນ​ໄດ້​ວາງ​ຂໍ້​ສະ​ເຫນີ​ຫລື​ຍັດ​ຕິ​ຫຍັງ​ແດ່,​ເພິ່ນ​ເວົ້າ​ວ່າ:

​ແຂວງ​ຢຸນ​ນານ​ຕັ້ງ​ຢູ່​ເຂດ​ຊາຍ​ແດນ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້,ຕໍ່​ແດນ​ຕິດ​ກັບ​ມຽນ​ມາ ລາວ ​ແລະ​ຫວຽດ​ນາມ,ທັງ​ໃກ້​ກັບ​ໄທ​ແລະ​ກຳປູ​ເຈຍ.ສະນັ້ນ, ​ອາດ​ເວົ້າ​ໄດ້​ວ່າ ​ແຂວງ​ຢຸນ​ນານ​ແມ່ນ​ຊ່ອງ​ທາງ​ໃຫຍ່​ທີ່​ຈີນ​ກ້າວ​ໄປ​ສູ່​ເຂດ​ອາ​ຊີ​ອາ ຄະ​ເນ.​ໂດຍ​ສະ​ເພາະ​ແມ່ນ​ຄຽງ​ຄູ່​ກັບ​ການ​ສ້າງ​​ເຂດ​ການ​ຄ້າ​ເສ​ລີ​ຈີນ​ອາ​ຊຽນ ຢ່າງ​ເປັນ​ທາງ​ການ, ກໍ່ຈະ​ນັບ​ມື້​ນັບ​ຕ້ອງ​ການ​ມີ​ຜູ່​ມີ​ຄວາມ​ຮູ້​ຄວາມ​ສາມາດ ດ້ານ​ພາ​ສາ​ຂອງ​ປະ​ເທດ​ອາຊີ​ອາຄະ​ເນ.

​ໃນ​ມະ​ຫາ​ວິ​ທະ​ຍາ​ໄລ​ຊົນ​ເຜົ່າ​ຢຸນນານ, ມີ​ວິ​ທະ​ຍາ​ຄານ​ທີ່​ຈຸດ​ພິ​ເສດ​ຫລາຍ​ເຊັ່ນ ວິ​ທະ​ຍາ​ຄານ​ວັດ​ທະ​ນະ​ທຳ​ພາ​ສາ​ປະ​ເທດ​ອາຊີ​ອາ​ຄະ​ເນ.ວິ​ທະ ຍາຄານ​ດັ່ງ​ກ່າວ​ນີ້​ຖືກ​ອົງ​ການ​ປົກ​ຄອງ​​ແຂວງ​ຢຸນ​ນານ​ຈັດ​ເປັນ​ແຫລ່ງ​ອົບ​ຮົມ​ຜູ່​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ດ້ານ​ວັດ​ທະ​ນະ​ທຳ​ພາ​ສາ​ປະ​ເທດ​ອາ​ຊຽນ​ຂອງ​ຈີນ​ໃນ​ວັນ​ທີ 22 ​ເມສາ​ປີ​ກາຍ​ນີ້.ຖ້າ​ໄດ້​ຮັບ​ການ​ອະນຸມັດ​ຈາກ​ກະ​ຊວງ​ສຶກ​ສາ​ທິ ການ​ຂອງ​ລັດ, ​ເປີດ​ກວ້າງ​ຂະ​ຫນາດ​ການ​ສ້າງ​ໂຮງ​ຮຽນ, ຍົກ​ຄຸນ​ນະ​ພາບ​ການ​ສຶກ​ສາ​ໃຫ້​ສູງ​ຂຶ້ນ,ບູ​ລະ​ນະ​ເບົ້າ​ແບບ​ອົບ​ຮົມ​ຜູ່​ມີ​ຄວາມ​ສາ​ມາດ​ໃຫ້​ຄົບ​ຖ້ວນ, ນີ້​ຈະ​ມີ​ບົດ​ບາດ​ຊຸກ​ຍູ້​ຢ່າງ​ແຂງ​ແຮງ​ຕໍ່ວຽກ​ງານ​ຂອງ​ຈີນ​ທີ່​ອົບ​ຮົມ​ຜູ່​ມີ​ຄວາມ​ຮູ້​ຄວາມ​ສາມາດ​ໃນ​ດ້ານ​ພາ​ສາ​ປະ​ເທດ​ອາ​ຊຽນ.

ສະ​ນັ້ນ ປີ​ນີ້ ຂໍ້​ສະ​ເຫນີ​ຂອງ​ເພິ່ນ​ແມ່ນ:​ເພີ່ມ​ຄວາມ​ແຮງ​ໃນ​ການ​ສ້າງ​ສາ, ພະ​ຍາ​ຍາມ​ເຮັດ​ວຽກ​ງານ​ອົບ​ຮົມ​ຜູ່​ມີ​ຄວາມ​ຮູ້​ຄວາມ​ສາມາດ​ໃຫ້​ເຂດ​ການ​ຄ້າ​ເສ​ລີ​ຈີນ​ອາ​ຊຽນ.

​ໃນ​ເວ​ລາ​ການ​ສຳ​ພາດ​ຂອງ​ພວກ​ເຮົາ​ມໍ່​ຈະ​ສິ້ນ​ສຸດ​ລົງ, ທ່ານ​ນາງ​ເສີນ​ຈີ້​ຢຽນ​ບອກ​ພວກ​ເຮົາ​ວ່າ, ການ​ທີ່​ເພິ່ນ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ​ຜູ່​ແທນ​ສະ​ພາ​ປະ​ຊາ​ຊົນ, ​ເພິ່ນ​ຮູ້​ສຶກ​ມີ​ກຽດ​ທີ່​ສຸດ, ​ແຕ່​ກໍ່​ຍິ່ງ​ຮູ້​ສຶກ​ມີ​ຫນ້າ​ທີ່​ຫນັກ​ຫນາ,ປະ​ຊາ​ຊົນ​ເຊື່ອ​​ໃຈຂ້າ​ພະ​ເຈົ້າ, ​ເລືອກ​ຂ້າ​ພະ​ເຈົ້າ​ເປັນ​ຜູ່​ແທນ, ຂ້າ​ພະ​ເຈົ້າ​ກໍ່​ຄວນ​ເຮັດ​ວຽກ​ບາງ​ຢ່າງ​ເພື່ອ​ປະ​ຊາ​ຊົນ.