ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-14 16:15:55    
ງານ​ແຂ່ງຂັນ​ແລ່ນ​ສະ​ເກັດ​ໄວ​ໄລ​ຍະ​ສັ້ນ​ຊິງ​ຊະ​ນະ​ເລີດ​ໂລກ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​ໄດ້​ສິ້ນ​ສຸດ​ລົງ

cri Author: lm

ວັນ​ທີ 13 ມີນາ, ນັກ​ກິລາ​ກາ​ນາ​ດາ (ຂ້າງໜ້າ) ພວມ​ແຂ່ງຂັນ​ແລ່ນ​ສະ​ເກັດ​ຕໍ່​ແຮງເພດ​ຊາຍ​ໄລຍະ 5000 ​ແມັດ. ​ໃນ​ທີ່​ສຸດ, ທີ​ມກາ​ນາ​ດາ​ໄດ້ທຳລາຍ​ສະຖິຕິ​ໂລກ​ທັງ​ຊິງ​ໄດ້​ຫຼຽນ​ຄຳ​ດ້ວຍ​ຜົນ​ງານ 6 ນາທີ 39 ວິນາທີ 990. ​ໃນ​ມື້​ດຽວ​ກັນ, ງານ​ແຂ່ງຂັນ​ແລ່ນ​ສະ​ເກັດ​ໄວ​ໄລຍະ​ສັ້ນ​ຊິງ​ຊະ​ນະ​ເລີດ​ໂລກ​ປີ 2005 ທີ່​ຈັດ​ຂຶ້ນຢູ່​ທີ່​ປັກ​ກິ່ງ​ໄດ້​ສິ້ນ​ສຸດ​ລົງ​.

ຕາມCRI: ​ເມື່ອ​ໄດ້​ແຂ່ງຂັນ​ກັນ​ຢ່າງ​ດຸ​ເດືອດ​ເປັນ​ເວລາ 3 ມື້, ວັນ​ທີ 13 ມີນາ, ງານ​ແຂ່ງ​ຂັນ​ແລ່ນ​ສະ​ເກັດ​ໄວ​ໄລຍະ​ສັ້ນຊິງ​ຊະນະ​ເລີດ​ໂລກ​ທີ່​ຈັດ​ຂຶ້ນຢູ່​ທີ່​ປັກ​ກິ່ງ​ໄດ້​ສິ້ນ​ສຸດ​ລົງ​ແລ້ວ, ທີມ​ຈີນ​ປະ​ເທດ​ເຈົ້າພາບ​ຊິງ​ໄດ້ຫຼຽນຄຳພ​ຽງຫຼຽນດຽວ, ທີ​ມສ.​ເກົາຫຼີຊິງ​ໄດ້ຫຼຽນຄຳ 5 ຫຼຽນ, ​ຍັງ​ຄອງ​ຖາ​ນະ​ອັນ​ດັບ​ໜຶ່ງ​ໃນ​ລາຍການ​ດັ່ງກ່າວຢູ່​ຄື​ເກົ່າ.

ລຳດັບຫຼຽນລາງວັນມີ​ດັ່ງ​ນີ້: ທີ​ມສ.​ເກົາຫຼີໄດ້ຫຼຽນຄຳ 5 ຫຼຽນ, ຫຼຽນ​ເງິນ 5 ຫຼຽນ, ຫຼຽນທອງ 3 ຫຼຽນ, ​ເປັນ​ທີ​ໜຶ່ງ; ທີ​ມກາ​ນາ​ດາ​ໄດ້ຫຼຽນຄຳ 3 ຫຼຽນ, ຫຼຽນ​ເງິນ 2 ຫຼຽນ, ຫຼຽນທອງ 1 ຫຼຽນ, ​ເປັນ​ທີ​ສອງ; ທີມ​ຈີນ​​ໄດ້​ຫຼຽນຄຳ 1 ຫຼຽນ, ຫຼຽນ​ເງິນ 2 ຫຼຽນ, ຫຼຽນທອງ 4 ຫຼຽນ, ​ເປັນ​ທີ​ສາມ. ​ໃນ​ການ​ແຂ່ງ​ຂັນ​​ແລ່ນ​ສະ​ເກັດ 500 ​ແມັດ​ເພດ​ຍິງ​ທີ່​ຈັດ​ຂຶ້ນ​ໃນວັນ​ທີ 12, ນັກ​ກິລາ​ຈີນ​ຊິງ​ໄດ້ຫຼຽນ​ຄຳ ຫຼຽນ​ເງິນ​ແລະ​ຫຼຽນ​ທອງ​ໝົດ.

ການ​ແຂ່ງຂັນ​ແລ່ນ​ສະ​ເກັດ​ໄວ​ໄລຍະ​ສັ້ນ​ແມ່ນ​ການ​ແຂ່ງຂັນ​ທີ່​ມີ​ລະດັບ​ສູງ​ທີ່​ສຸດ​ຊຶ່ງ​ຈັດ​ຂຶ້ນ​ໂດຍ ​ISU ຄືສະຫະພັນ​ແລ່ນ​ສະ​ເກັດ​ສາກົນ.


1  2  3  4  5  6