ຕາມຂ່າວ CRI: ວັນທີ 14 ມີນາ ກອງປະຊຸມປະຈຳປີຂອງສະພາປະຊາຊົນແຫ່ງຊາດຈີນໄດ້ອັດລົງແລ້ວ. ຫຼັງຈາກນັນ ທ່ານເວີນເຈຍປາວ ນາຍົກລັດຖະມົນຕີຈີນໄດ້ຈັດງານຊຸມນຸມນັກຂ່າວ,ຕອບຄຳຖາມຂອງນັກຂ່າວຈີນແລະຕ່າງປະເທດກ່ຽວກັບການພັດທະນາເສດຖະກິດຂອງຈີນ,ການສ້າງ"ກົດໝາຍຕ້ານການແບ່ງແຍກປະເທດ"ແລະບັນຫາອື່ນໆ.
![]( /mmsource/images/2005/03/14/03147.jpg)
ໃນເວລາຕອບຄຳຖາມຂອງນັກຂ່າວກ່ຽວກັບການພັດທະນາເສດຖະກິດນັ້ນ ທ່ານເວີນເຈຍປາວກ່າວວ່າ,ໜ້າທີ່ອັນດັບໜຶ່ງຂອງລັດຖະບານຈີນໃນປັດຈຸບັນແມ່ນຜ່ານຈາກການເພີ່ມທະວີແລະປົວແປງການດັດສົມຄວບຄຸມມະຫາພາກ ສືບຕໍ່ຮັກສາເສດຖະກິດພັດທະນາຢ່າງໜັກແໜ້ນແລະຂ້ອນຂ້າງໄວ. ໃນສອງປີທີ່ຜ່ານມາ ເສດຖະກິດຈີນໄດ້ມີທ່ວງທ່າພັດທະນາຮ້ອນເກີນໄປ,ລັດຖະບານຈີນໄດ້ໃຊ້ມາດຕະການດັດສົມຄວບຄຸມມະຫາພາກ,ໄດ້ຫຼີກເວັ້ນບໍ່ໃຫ້ເສດຖະກິດເໜັງຕີງຫຼາຍເກີນໄປແລະລາຄາສິນຄ້າຖີບສູງເກີນໄປ.
ທ່ນເວີນເຈຍປາວກ່າວເນັ້ນວ່າ,ເຖິງວ່າມາດຕະການດັດສົມຄວບຄຸມມະຫາພາກໄດ້ຮັບໝາກຜົນສ່ວນໃດສ່ວນໜຶ່ງແລ້ວກໍຕາມ,ແຕ່ພື້ນຖານຂອງການດັດສົມຄວບຄຸມມະຫາພາກໃນປັດຈຸບັນຍັງບໍ່ໝັ້ນຄົງ. ທ່ານເວົ້າວ່າ:
![]( /mmsource/images/2005/03/14/03146.jpg)
"ບັນຫາຂອງເສດຖະກິດຈີນ,ເວົ້າເຖິງກົກເຖິງຮາກແລ້ວແມ່ນບັນຫາອົງປະກອບ,ບັນຫາຮູບການເຕີບໂຕທາງເສດຖະກິດແລະບັນຫາໂຄງປະກອບ. ການແກ້ໄຂບັນຫາຊັ້ນເລິກເຫຼົ່ານີ້ຕ້ອງການເວລາ. ລັດຖະບານຈີນຈະຍິ່ງເອົາໃຈໃສ່ນຳການແກ້ໄຂບັນຫາດ້ວຍການດັດສົມດ້ວຍກົນໄກເສດຖະກິດແລະພາຫະນະເສດຖະກິດ."
ກ່ຽວກັບບັນຫາອັດຕາແລກປ່ຽນເງິນຢວນຈີນ,ທ່ານເວີນເຈຍປາວເວົ້າວ່າ,ບາງຄົນຮຽກຮ້ອງຢ່າງຮຸນແຮງໃຫ້ເງິນຢວນຈີນຂຶ້ນລາຄາ,ແຕ່ບໍ່ເຂົ້າໃຈບັນຫາທີ່ອາດຈະເກີດຂຶ້ນພາຍຫຼັງເງິນຢວນຈີນຂຶ້ນລາຄາແລ້ວ. ຈີນແມ່ນປະເທດທີ່ຮັບຜິດຊອບ,ຕໍ່ເງິນຢວນຈີນຂຶ້ນລາຄາແລະການຈໍ່ຕົວເປັນໂຄງປະກອບອັດຕາແລກປ່ຽນ,ຈີນບໍ່ພຽງແຕ່ຕ້ອງພິຈາລະນາຜົນປະໂຫຍດຂອງປະເທດຕົນ,ຍັງຕ້ອງພິຈາລະນາຜົນສະທ້ອນທີ່ມີຕໍ່ປະເທດອ້ອມຂ້າງແລະໂລກ. ປັດຈຸບັນ,ຈີນພວມຄົ້ນຄວ້າແຜນການປະຕິຮູບອັດຕາແລກປ່ຽນຕື່ມອີກ.
![]( /mmsource/images/2005/03/14/03143.jpg)
ໃນກອງປະຊຸມປະຈຳປີຂອງສະພາປະຊາຊົນແຫ່ງຊາດຈີນທີ່ຫາກໍ່ອັດລົງ,"ກົດໝາຍວ່າດ້ວຍຕ້ານການແບ່ງແຍກປະເທດ"ໄດ້ຜ່ານດ້ວຍບັດສ່ວນຫຼາຍທີ່ສຸດ. ໃນເວລາຕອບຄຳຖາມທີ່ກ່ຽວຂ້ອງຂອງນັກຂ່າວ,ທ່ານເວີນເຈຍປາວກ່າວເນັ້ນວ່າ,"ກົດໝາຍຕ້ານການແບ່ງແຍກປະເທດ"ແມ່ນກົດໝາຍເພື່ອເພີ່ມທະວີແລະຊຸກຍູ້ການພົວພັນລະຫວ່າງສອງຝັ່ງຊ່ອງແຄບ,ແມ່ນກົດໝາຍທີ່ຊຸກຍູ້ການໂຮມປະເທດຊາດເຂົ້າເປັນເອກະພາບກັນໂດຍສັນຕິ; ມັນບໍ່ແມ່ນກົດໝາຍທີ່ແນໃສ່ປະຊາຊົນໄຕ້ຫວັນ,ຫາກແມ່ນກົດໝາຍທີ່ຄັດຄ້ານແລະສະກັດກັ້ນອິດທິກຳລັງ"ແຍກໄຕ້ຫວັນເປັນເອກະລາດ".ທ່ານເວົ້າວ່າ:
"ນະທີ່ນີ້ ຂ້າພະເຈົ້າຂໍຖາມສະບາຍດີນຳພີ່ນ້ອງຮ່ວມຊາດໄຕ້ຫວັນ 23 ລ້ານຄົນກ່ອນ. ການທີ່ພວກຂ້າພະເຈົ້າສ້າງກົດໝາຍສະບັບນີ້,ແມ່ນເພື່ອສ່ອງແສງເຈຕະນາລົມຂອງປະຊາຊົນຈີນທຸກຖ້ວນໜ້າເຊິ່ງລວມທັງພີ່ນ້ອງຮ່ວມຊາດໄຕ້ຫວັນ 23 ລ້ານຄົນທີ່ປົກປັກຮັກສາເອກະພາບແຫ່ງຊາດແລະຜືນແຜ່ນດິນອັນຄົບຖ້ວນ,ຄັດຄ້ານການແຍກໄຕ້ຫວັນອອກຈາກຈີນ. ໃນໂລກນີ້ມີແຕ່ປະເທດຈີນດຽວທໍ່ນັ້ນ,ພີ່ນ້ອງຮ່ວມຊາດໄຕ້ຫວັນແມ່ນອ້າຍນ້ອງຮ່ວມອຸທອນຂອງພວກຂ້າພະເຈົ້າ,ພວກຂ້າພະເຈົ້າຫວັງໃຫ້ພີ່ນ້ອງຮ່ວມຊາດໄຕ້ຫວັນທຸກຖ້ວນໜ້າເຂົ້າໃຈຈຸດປະສົງການສ້າງກົດໝາຍຂອງພວກຂ້າພະເຈົ້າ,ແລະຫວັງໃຫ້ທົ່ວໂລກຍຶດໝັ້ນຫຼັກການຈີນດຽວ,ຫວັງໃຫ້ປະເທດແລະປະຊາຊົນທີ່ສົນໃຈນຳສັນຕິພາບແລະສະຖຽນລະພາບຂອງສະຖານະການຊ່ອງແຄບໄຕ້ຫວັນນັ້ນຈົ່ງເຂົ້າໃຈແລະສະໜັບສະໜູນກົດໝາຍສະບັບນີ້."
ທ່ານເວີນເຈຍປາວກ່າວເນັ້ນວ່າ,ຂໍແຕ່ວ່າມີຄວາມຫວັງເລັກໜ້ອຍ,ຝ່າຍແຜ່ນດິນໃຫຍ່ຈີນກໍຈະທຳຄວາມພະຍາຍາມສຸດຂີດຊຸກຍູ້ການໂຮມປະເທດຊາດເຂົ້າເປັນເອກະພາບກັນໂດຍສັນຕິ. ທ່ານຍັງໄດ້ກ່າວລື້ມວ່າ,ການແກ້ໄຂບັນຫາໄຕ້ຫວັນແມ່ນວຽກງານພາຍໃນຂອງຈີນລ້ວນໆ,ບໍ່ໃຫ້ຕ່າງປະເທດແຊກແຊງ. ຈີນບໍ່ຫວັງຕ່າງປະເທດແຊກແຊງ,ແລະກໍບໍ່ຢ້ານຕ່າງປະເທດແຊກແຊງ.
ທ່ານເວີນເຈຍປາວຍັງໄດ້ຕອບຄຳຖາມຂອງນັກຂ່າວຈີນແລະຕ່າງປະເທດກ່ຽວກັບບັນຫາກະສິກຳ,ຊົນນະບົດແລະຊາວກະສິກອນພ້ອມດ້ວຍບັນຫາການພົວພັນລະຫວ່າງຈີນກັບລັດເຊຍ,ຈີນກັບຍີ່ປຸ່ນແລະຈີນກັບອິນເດຍເປັນຕົ້ນ.
|