ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-14 17:03:42    
ກຳ​ມະ​ກອນ​ເພດ​ຍິງ​ທີ່​ຕົກ​ການ​ໃນ​ເມື່ອ​ກ່ອນ ມື້​ນີ້​ເປັນ​ຜູ່​ແທນ​ຂອງ​ສະ​ພາ​ປະ​ຊາ​ຊົນ​ຈີນ

cri

ນາງ​ເຊີນ​ຊຽງ​ພິງ ຜູ່​ແທນ​ຂອງ​ສະພາ​ປະຊາຊົນ​ພວມ​ອ່ານ​ເອກະສານ

ຂ້າພະ​ເຈົ້າ​ແມ່ນ​ຜູ່​ແທນ​ທີ່​ມາ​ຈາກ​ຮາກ​ຖານ,ມາ​ເຂົ້າຮ່ວມ​ສອງ​ກອງ​ປະຊຸມ,ກໍ​ແມ່ນ​ຕ້ອງ​ສ່ອງ​ແສງຮຽກຮ້ອງ,ຄຳຮຽກຮ້ອງ​ແລະ​ສະພາບ​ການ​ຂອງ​ມວນ​ຊົນໃນຮາກຖານຕໍ່​ຂັ້ນ​ເທິງ,​ເພື່ອ​ເຮັດ​ໃຫ້​ຜູ່​ນຳ​ເອົາ​ໃຈ​ໃສ່ຊ່ອຍ​ເຫຼືອພວກ​ເຂົາ​ເຈົ້າ​ແກ້​ໄຂ​ບັນຫາ.​ເມື່ອນັ່ງ​ຢູ່​ຫນ້າ​ນາງ​ເຊີນຊ​ຽວພິງ ຜູ່​ຕາງຫນ້າ​ແຂວງ​ຟູ​ຈ້ຽນ ທີ່ທັງ​ຫນຸ່ມທັງ​ງາມ,ລົມ​ກັບ​ນາງ,ທ່ານ​ອາດ​ຈະ​ບໍ່​ຮູ້ສຶກ​ຄວາມສະຫຼາດສະຫຼຽວ​ແລະ​ຊ່າງ​ປາກ​ຊ່າງ​ເວົ້າຂອງ​ຜູ່​ແທນ​ເຈົ້າຫນ້າ​ທີ່​ແລະ​ບໍ່​ຮູ້ສຶກ​ມີ​ຄວາມ​ຮູ້​ຫຼວງຫຼາຍພາຍ​ມາກຂອງ​ຜູ່​ແທນ​ນັກ​ປາດ,​ແຕ່​ທ່ານ​ຊ້ຳພັດ​ສາມາດ​ຮູ້ສຶກ​ເຖິງ​ສຽງຮຽກຮ້ອງດ້ວຍ​ຄວາມ​ຈິງ​ໃຈ​ຂອງ​ຜູ່​ແທນທີ່ມາ​ຈາກ​ຮາກ​ຖານ​ຜູ່​ຫນຶ່ງຈາກ​ຄວາ​ມ​ເວົ້າ​ແບບ​ງ່າຍໆ

​ເມື່ອ​ປີ 1996 ນາງ​ເຊີນຊຽວພິງ ທີ່​ມີ​ອາຍຸ 34 ປີ​ໄດ້​ຕົກ​ການ​ແລ້ວ,ຄືກັນ​ກັບ​ພະນັກງານ​ກຳມະກອນ​ຈຳນວນ​ຫຼວງຫຼາຍທີ່​ຕົກ​ການ,​ນາງ​ອຸກ​ໃຈ​ຍ້ອນ,​ແຕ່​ເດີມຊີວິດ​ການ​ເປັນ​ຢູ່​ຂອງ​ນາງ​ຢູ່​ໃນ​ຂັ້ນດີ ນາງ​ເບິ່ງ​ແຍງ​ຜົນ, ສັ່ງສອນ​ລູກ​ແຕ່​ນາງ​ພັດ​​ເຫັນ​ວ່າ​​​ເຮັດແນວ​ນີ້​​ບໍ່​ສາມາດ​ບັນລຸ​​ເຖິງ​ອຸດົມ​ການ​ຂອງ​ຕົນ,​​ເມື່ອ​ໄດ້​ກຶກກອງແລ້ວ,ນາງ​ເຊີນຊຽວພິງ​ຕັດ​ສິນ​ໃຈ​ບາກ​ບັ່ນສູ້​ຊົນ.

ລະດູ​ຮ້ອນ​​ປີນັ້ນ,ນາງ​ກັບ​ພະນັກງານ​ກຳມກອນ​ທີ່​ຕົກ​ການ​ອີກ​ສອງ​ຄົນ​​ໂຮມ​ທຶນ​ກັນສ້າງ​ບໍລິສັດ​ຂະຫນົມ​ເຈີ​ນວຸ້ຍ​ເມືອງຟູ​ໂຈ​ວ ນາງ​ເປັນ​ຜູ້ອຳນວຍການ​ໃຫຍ່​ເຮັດ​ວຽກ​ໃນຕອນກາງຄືນ​,ຕອນ​ຮຸ້ງ​ເຊົ້າສົ່ງ​ຂະຫນົມ​ໃຫ້​ລູກ​ຄ້າ​ກາຍ​ເປັນ​ເລື້ອງ​ທີ່ນາງ​ຕ້ອງ​ເຮັດ​ຊູ່​ມື້,​ເພື່ອ​ບຸກ​ເບີກຕະຫຼາດ,ຮັບ​ໃຊ້​ລູກ​ຄ້າ​ໃຫ້ຫຼາຍ,ນາງ​ເຊີນ​ຊຽວພິງ​ໄປ​ເມືອງ​ຫາງ​ໂຈ​ວຮ່ຳຮຽນ​ສີ​ໄມ້​ລາຍ​ມື,ຄົ້ນຄວ້າ​ເຮັດ​ກາລະ​ປາວ ​ແລະ​ຕັ້ງຄະຕິ​ທຸລະ​ກິດ​ທີ່​ວ່າ​ຮັບ​ໃຊ້​ດ້ວຍຄວາມ​ຈິງ​ໃຈ ​ໃຊ້​ຂອງ​ແທ້​ແລະ​ມີລົດ​ຊາດ​ແຊບນົວ​,​ ​ເມື່ອ​ໄດ້​ສ້າງພາລະກິດ​ເປັນ​ເວລາ 6 ປີ,ຂະຫນົມ ກາລະ​ປາວ​​ເຈີ​ນວຸ້ຍ​ໄດ້​ພັດທະນາ​ຈາກ​ສອງ​ສາມ​ຊະນິດເກືອບຮອດ 20 ກວ່າ​ຊະນິດ,ມີ​ຫ້ອງ​ຄົວ​ແລະ​ຂະ​ບວນລົດ​ສົ່ງ​ຂະຫນົມ​ໃຫ້​ລູກ​ຄ້າ​ຂອງ​ບໍລິສັດ​ຕົນ,ກາຍ​ເປັນ​ວິ​ສາ​ຫະກິດ​ຜະລິດ​ຂະຫນົມ​ທີ່​ມີ​ຂະຫນາດ​ໃຫຍ່​ກວ່າ​ຫມູ່​ໃນ​ເມືອງ​ຟູ​ໂຈ​ວ,ສະນັ້ນ,ຈິ່ງມີ​ຊື່​ສຽງ​ໃນ​ຕະຫຼາດ.

ນາງ​ເຊີນ​ຊຽວພິງ ຜູ່​ແທນ​ຂອງ​ສະພາ​ປະຊາຊົນ​ຕ້ອນຮັບ​ການ​ເຂົ້າ​ສຳພາດ​ຂອງ​ນັກ​ຂ່າວ​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ

ນາງ​ເຊີນ​ຊຽວພິງ​ບໍ່​ພຽງ​ແຕ່​ເຮັດ​ໃຫ້​ອຸດົມ​ການ​ຂອງ​ຕົນ​ບັນລຸ​ຜົນ​ເປັນ​ຈິງ​,ຍັງ​​ໄດ້ດູດ​ດຶງເອົາ​ພະນັກງານ​ກຳມະກອນ​ທີ່​ຕົກ​ການ 70 ກວ່າ​ຄົນ​ມາ​ເຮັດ​ວຽກ​ຄືນ​ໃຫມ່ອີກ​ດ້ວຍ​,ສະ​ນັ້ນ,ນາງ​ຈິ່ງ​ໄດ້​ນາມມະ​ຍົດ​​ເປັນ​ບຸກຄົນ​ກ້າວຫນ້າ​ແລະ​ແບບ​ຢ່າງ​ອອກແຮງງານ​ຂັ້ນ​ແຂວງ​ແລະ​ຂັ້ນ​ເມືອງ​ເປັນ​ລຳດັບ,ປີ 2003 ,ນາງ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ຜູ່​ແທນ​ຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ສະ​ໄຫມ​ທີ 10 .
​ໃນ​ຖານ​ເປັນ​ຜູ່​​ແທນ​ຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດ,ຈະ​ປະຕິບັດ​ພາລະຫນ້າ​ອັນ​ມີ​ກຽດຂອງ​ຕົນ​ແນວ​ໃດ,ນາງ​ເຊີນຊຽວພິງ​ມີ​ຄວາມ​ເຫັນ​ຂອງ​ຕົນ,ນາງ​ເວົ້າວ່າ,​ໃນ3 ປີ​ມາ​ນີ້,ຂ້າພະ​ເຈົ້າ​ໄດ້​ຮ່ຳຮຽນ​ຫຼາຍຢ່າງຫຼາຍ​ແນວ​ໃນ​ສະພາ​ປະຊາຊົນ,​ໄດ້​ເປີດຫູ​ເປີດ​ຕາ,​ກໍ​ໄດ້​ຮູ້ສຶກ​ລັດ​ຖະບານ​​ໄດ້ເຮັດວຽກ​ງານ​ຕິດ​ແທດ​ຕົວຈິງ​ເປັນຈຳນວນ​ຫຼວງຫຼາຍ,​ແລະ​ສຸມ​ຈິດ​ສຸມ​ໃຈສະ​ແຫວ​ງຫາການ​ພັດທະນາ​,​ໃນ​ຖານ​ເປັນ​ຜູ່​ແທນ​ຂອງ​ມວນ​ຊົນ,ຫວັງ​​ໃຫ້ສ່ອງ​ແສງ​ຄຳ​ຮຽກຮ້ອງ​ຂອງ​ມວນ​ຊົນ ​​ແລະ​ສ່ອງ​ແສງສະພາບ​ການ​ຕົວ​ຈິງ ຂອງ​ປະຊາຊົນ.