ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-14 17:05:23    
ຈັດຕັ້ງປະຕິບັດ​ພັດ​ທະນະ​ທັດ​ວິທະຍາສາດ ​ເອົາ​ໃຈ​ໃສ່​ນຳ​ຊີວິດ​ການ​ເປັນ​ຢູ່​ແລະ​ຄວາມ​ປາຖະໜາ​ຂອງ​ປະຊາຊົນ

cri Author: lm

ຕາມ​ຂ່າວCRI: ກອງ​ປະຊຸມຄົບຄະນະ​ປະຈຳ​ປີ​ຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ແລະ​ກອງ​ປະຊຸມ​ກຳມະການ​ທົ່ວ​ປະ​ເທດຂອງ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ຈີນທີ່​ຈັດ​ຂຶ້ນຢູ່​ທີ່​ປັກ​ກິ່ງ​ໄດ້​ອັດ​ປະຊຸມຕໍ່​ເນື່ອງກັນ. ​ເມື່ອ​ສັງ​ເກດ​ຈາກ​ກອງ​ປະຊຸມ​ສອງ​ສະພາ​ປີ​ນີ້​ແລ້ວ​ໄດ້​ເຫັນ​ວ່າ, ​ແລວ​ຄວາມ​ຄິດ​ຄອງ​ອຳນາດ​ທີ່​ຜັນ​ຂະຫຍາຍ​ພັດ​ທະນະ​ທັດ​ວິທະຍາສາດ​ຂອງ​ລັດຖະບານ​ຊຸດ​ປະຈຸ​ບັນ​ໄດ້ມີ​ການ​ຄືບ​ໜ້າ​ໃໝ່; ຄວາ​ມຕັດສິນ​ໃຈຄັດຄ້ານ​ການ​ເຄື່ອນ​ໄຫວ​ແບ່ງ​ແຍກ​ໃຫ້​ໄຕ້​ຫວັນ​ເປັນ​ເອກະລາດ ປົກ​ປັກ​ຮັກສາ​ຄວາມເປັນ​ເອກະ​ພາບ​ແຫ່ງ​ຊາດຍິ່ງ​ເດັດດ່ຽວກວ່າ​ເກົ່າ; ​ໃນ​ຂະນະ​ດຽວ​ກັນ, ຈຸດ​ພິ​ເສດ​ຂອງ​ກອງ​ປະຊຸມສອງ​ສະພາ​ທີ່​ເອົາ​ໃຈ​ໃສ່​ນຳ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ກໍ່​ພົ້ນ​ເດັ່ນຂຶ້ນຕື່ມ​ອີກ.

​ເມື່ອ​ສັງ​ເກດ​ຈາກ​ບົດ​ລາຍ​ງານ​ວຽກ​ງານ​ຂອງລັດຖະບານ​ທີ່​ທ່ານ​ນາຍົກລັດຖະມົນຕີ​ເວີນ​ເຈຍ​ປາວ​ອ່ານ​​ແລະ​ຜ່ານ​ໃນກອງ​ປະຊຸມ​ຄົບ​ຄະນະ​ຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດຈີນ​ເທື່ອ​ນີ້​ກໍ່​ເຫັນ​ໄດ້​ວ່າ, ບົດ​ລາຍ​ງານ​ໄດ້​ສືບ​ທອດ​ພັດ​ທະນະ​ທັດ​ທີ່​ຖື​ຄົນ​ເປັນ​ກົກ ພັດທະນາ​ແບບ​ຍືນ​ຍົງ​ທີ່​ໃນ​ບົດ​ລາຍ​ງານ​ວຽກ​ງານ​ລັດຖະບານ​ໃນປີ​ກາຍ​ນີ້, ​ແລະ​ໄດ້​ສະ​ເໜີ​​ເປົ້າ​ໝາຍ​ຄອງ​ອຳນາດ​ສ້າງ​ສັງຄົມ​ທີ່​ກົມກຽວ​ກັນ​ຕື່ມ​ອີກ. ອັນ​ທີ່​ວ່າ "ສັງຄົມ​ທີ່​ກົມກຽວ​ກັນ" ກໍ່​ແມ່ນ​ສັງ​ຄົມ​ທີ່ປົກຄອງ​ດ້ວຍລະ​ບອບ​ກົດ​ໝາຍ​ປະຊາທິປະ​ໄຕ ຍຸດຕິ​ທຳ​ແລະ​​ເປັນທຳ ​ຈິງ​ໃຈ​ແລະ​ມີ​ສັດ​ທາ​ຮັກ​ແພງ​ກັນ ​ເຕັມ​ໄປ​ດ້ວຍ​ພະລັງ​ຊີວິດ ສະຫງົບ​ສັນຕິ​​ເປັນ​ລະບຽບ​ຮຽບຮ້ອຍ ມະນຸດ​ແລະ​ທຳ​ມະ​ຊາດ​ຢູ່​ຮ່ວມ​ກັນ​ຢ່າງ​ກົມກຽວ​ກັນ. ຕາມ​ແລວ​ຄວາມ​ຄິດ​ດັ່ງກ່າວ, ລັດຖະບານ​ຈີນ​ຈະ​ຍິ່ງ​ເອົາ​ໃຈ​ໃສ່​ນຳ​ຄວາມ​ກົມກຽວ​ກັນ​ລະຫວ່າງ​ການ​ພັດທະນາ​ເສດຖະກິດ​ກັບ​ການ​ພັດທະນາ​ພາ​ລະ​ກິດ​ສັງ​ຄົມ​ທຸກ​ລາຍ​ ຍິ່ງ​ເອົາ​ໃຈ​ໃສ່​ນຳ​ຄວາມ​ກົມ​ກຽວ​ກັນ​ລະຫວ່າງການ​ພັດທະນາຕົວ​ເມືອງກັບຊົນ​ນະ​ບົດ ​ແລະ​ຄວາມ​ກົມ​ກຽວ​ກັນ​ລະ​ຫວ່າງ​ການ​ພັດທະນາ​ເຂດ​ທີ່ຕ່າງກັນ ຍິ່ງ​ເອົາ​ໃຈ​ໃສ່​ນຳ​ຄວາມ​ກົມ​ກຽວ​ກັນ​ລະ​ຫວ່າງ​ການ​ພັດ​ທະ​ນາ​ເສດ​ຖະກິດ​ກັບ​ການ​ນຳ​ໃຊ້​ຊັບພະຍາ​ກອນ​ພະ​ລັງ​ງານ​.

ຫາງ​ສຽງ​ເຫັນ​ວ່າ, ການ​ສ້າງ​ສັງຄົມ​ທີ່​ກົມກຽວ​ກັນ, ບໍ່​ພຽງ​ແຕ່​ຈະ​ປ່ຽນ​ແປງ​ເບົ້າ​ແບບ​ພັດ​ທະ​ນາ​ແບບ​ຊະຊາຍ​ແລະສິ້ນ​ເປືອງພະລັງງານ​ຫຼາຍ​​​​ໃນ​​ເມື່ອກ່ອນ​ທໍ່​ນັ້ນ, ຍັງ​​ໄດ້ສະ​ແດງ​ໃຫ້​ເຫັນ​ຄວາມ​ໝັ້ນ​ໃຈ​ຂອງ​ຈີນ​ໃນ​ການ​ລົງ​ເລິກ​ການ​ປະຕິ​ຮູບ, ຍ່ອມ​ຈະ​ທຸ່ມ​ເທ​ກຳລັງ​ແມ່​ແຮງ​ແລະພະ​ລັງ​ຊີວິດ​ໃໝ່​ໃຫ້​ແກ່​ການ​ພັດທະນາ​ຢ່າງ​ປອດ​​ໃສ​ຂອງ​ຈີນ​ໃນ​ດ້ານ​​ໂຄງ​ປະ​ກອບ​ແລະກົນ​ໄກ.

ກອງ​ປະຊຸມ​ສອງ​ສະພາ​ປີ​ນີ້​ຍັງ​ມີ​ອີກ​​ເລື່ອງໜຶ່ງ​ປະຈັກ​ຕາ​ຄົນ, ນັ້ນກໍ່​ຄື​ໃນ​ພິທີ​ອັດ​ກອງ​ປະ​ຊຸມ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ໄດ້​ຜ່ານ "ກົດໝາຍ​ຕ້ານ​ການ​ແບ່ງ​ແຍກ​ປະ​ເທດ" ທີ່​ມີ​ຈຸດ​ປະ​ສົງ​ສະ​ກັດ​ກັ້ນການ​ເຄື່ອນ​ໄຫວ​​ແບ່ງ​ແຍກທີ່​ໃຫ້​ໄຕ້​ຫວັນ​ເປັນ​ເອກະລາດ ປົກ​ປັກ​ຮັກສາ​ຄວາມ​ເປັນ​ເອກະ​ພາບ​ແຫ່ງ​ຊາດ​ດ້ວຍ​ສຽງ​ສ່ວນຫຼາຍທີ່​ສຸດ. "ກົດ​ໝາຍ​ຕ້າ​ນການ​ແບ່ງ​ແຍກ​ປະ​ເທດ" ​ໄດ້​ຜ່ານ​​ຮັບ​ຮອງ​ດ້ວຍ​ສຽງ​ສ່ວນຫຼາຍທີ່​ສຸດຈາກ​ຜູ່​ແທນ​ສະພາ, ນີ້​ກໍ່​ສະ​ແດງ​ໃຫ້​ເຫັນ​ຢ່າງ​ເຕັມ​ສ່ວນວ່າ ການ​ສ້າງ​ກົດໝາຍ​ສະບັບ​ນີ້​ສອດຄ່ອງ​ກັບ​ຄວາມ​ປາ​ຖະ​ໜາ​ຂອງ​ປະຊາຊົນ​ຈີນ​ທຸກ​ຖ້ວນ​ໜ້າ​ຢ່າງ​ສົມບູນ.

ກ່ອນ​ໜ້າ​ນີ້, ຢູ່​ທາງນອກ​​ມີ​ຄວາມລະ​ແວງສົງ​ໄສຫຼາຍຢ່າງຕໍ່​ການ​ສ້າງ​ກົດ​ໝາຍ​ ​ດັ່ງກ່າວ. ​ແຕ່​ພາຍຫຼັງ​ໄດ້​ປະກາດ​ຕົ້ນສະບັບ​ຂອງ​ກົດໝາຍນີ້​ແລ້ວ, ຄົນ​ທັງຫຼາຍ​ໄດ້​ສັງ​ເກດເຫັນບໍ່​ຍາກ​ວ່າ, ສິ່ງ​ທີ່​ສອດ​ຮ້ອຍ​ກົດໝາຍ​ສະບັບ​ນີ້​ແຕ່​ຕົ້ນຕະຫຼອດປາຍ​ແມ່ນທິດ​ທາງ​ພື້ນຖານ​ຂອງລັດຖະບານ​ຈີນ​ທີ່​​ໃຫ້ແກ້​ໄຂ​ບັນຫາ​ໄຕ້​ຫວັນ​ດ້ວຍການ "​ໂຮມ​ປະ​ເທດ​ເຂົ້າ​ເປັນ​ເອກະ​ພາບ​ກັນ​ໂດຍ​ສັນຕິ ປະ​ເທດ​ດຽວ​ສອງ​ລະບອບ", ຊຶ່ງ​ພຽງ​ແຕ່​ເປັນ​ການເຮັດ​ໃຫ້​ທິດ​ທາງ​ນະ​ໂຍບາຍ​​ແກ້​ໄຂ​ບັນຫາ​ໄຕ້​ຫວັນ​ດ້ວຍສັນຕິ​ວິທີ​​ທີ່​ລັດຖະບານ​ຈີນ​ຍາດ​ແຍ່ງໃນ 20 ກວ່າ​ປີ​ມາ​ນີ້​ກາຍ​ເປັນກົດ​ໝາຍ. ສະນັ້ນ, ຄຳ​ໂຄສະນາ​ຊວນ​ເຊື່ອ​ທີ່​ວ່າກົດໝາຍ​ສະບັບ​ນີ້​ແມ່ນ "ກົດໝາຍ​ໃຊ້​ກຳລັງ​ອາວຸດ​ຕໍ່​ໄຕ້​ຫວັນ" ຫຼື "ດຳລັດ​ລະດົມຂວົນ​ຂວາ​ຍກໍ່ສົງຄາມ" ນັ້ນບໍ່​ຕ້ອງ​ອະທິບາຍ​ກໍ່​ແຈ່ມ​ແຈ້ງ​​ແລ້ວ.

ກອງ​ປະຊຸມ​ສອງ​ສະພາ​ປີ​ນີ້​ຍັງ​ມີ​ຈຸດ​ທີ່​ປະຈັກ​ຕາ​ອີກ​ຈຸດ​ໜຶ່ງ, ກໍ່​ຄື ຫົວ​ຂໍ້​ເອົາ​ໃຈ​ໃສ່​ນຳ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໄດ້​ພົ້ນ​ເດັ່ນ​ຂຶ້ນຕື່ມ​ອີກ. ​ໃນ​ໄລຍະ​ກອງ​ປະຊຸມ​ສອງ​ສະພາ,  ບັນດາຜູ່​ແທນ​ສະພາ​ປະຊາຊົນ​ແຫ່ງ​ຊາດແລະ​ກຳມະການສະພາ​ປຶກສາ​ການ​ເມືອງ​ແຫ່ງ​ຊາດ​ໄດ້​ສະ​ເໜີ​ຍັດຕິ ​ຄວາມ​ເຫັນຫຼືຂໍ້​ສະ​ເໜີ​ເປັນ​ຈຳນວນຫຼວງຫຼາຍກ່ຽວ​ກັບບັນ​ຫາ​ສຳ​ຄັນ​ໃນ​ຊີວິດ​ການ​ເມືອງ ​ເສດຖະກິດ​ແລະ​ສັງຄົມ​ແຫ່ງ​ຊາດ​ແລະ​ບັນຫາ​ທີ່​ປະຊາຊົນ​ເອົາ​ໃຈ​ໃສ່​ນຳ​ໂດຍ​ທົ່ວ​ໄປ. ບັນ​ດາ​ຜູ່​ແທນ​​ແລະ​ກຳມະການ​ສອງ​ສະພາມີ​ສະຕິ​ເຂົ້າຮ່ວມ​ຫາ​ລື​ການ​ເມືອງ​ສູງ​ຂຶ້ນ, ສະ​ແດງ​ໃຫ້​ເຫັນຄວາມ​ຮັບຜິດຊອບ​ອັນ​ແຮງ​ກ້າ​ຕໍ່ສັງຄົມທີ່​ເອົາ​ໃຈ​ໃສ່​ນຳ​ບັນ​ຫາ​ຕົວ​ຈິງ​.

ຈຸດ​ຮ້ອນ ຈຸດ​ສຸມ​​ໃນ​ກອງ​ປະຊຸມສອງ​ສະພາ​ມີ​ລັກສະນະ​ຕິດ​ແທດຊີວິດ​ຕົວ​ຈິງ,​ ​ແລະກໍ່​ເຮັດ​ໃຫ້​ສື່​ມວນ​ຊົນ​ພາຍ​ໃນ​ແລະ​ນອກປະ​ເທດ ​ແລະ​ມວນ​ຊົນຊາວ​ຈີນ​ເອົາ​ໃຈ​ໃສ່​ນຳ​ກອງ​ປະຊຸມ​ສອງ​ສະພາຫຼາຍກວ່າ​ທຸກ​ປີ​ທີ່​ຜ່ານ​ມາ. ສື່​ມວນ​ຊົນ​ຫຼາຍຮ້ອຍຫຼັງຂອງ​ຈີນ​ໄດ້​ຕິດ​ຕາມ​ລາຍ​ງານ​ຂ່າວ​ກອງ​ປະຊຸມ​ສອງ​ສະພາ, ​ໃນ​ນັ້ນກໍ່​ລວມທັງ​ເວັບ​ໄຊ​ທີ່​ມີ​ອິດ​ທິພົນ​ຂອງ​ຈີນ. ​ພ້ອມ​ກັນນັ້ນ ກອງ​ປະຊຸມ​ຄົບ​ຄະນະ​ແລະ​ກອງ​ປະຊຸມ​​ແບ່ງ​​ເປັນໜ່ວຍໃນ​ສອງ​ສະ​ພາ​ປີ​ນີ້ ກໍ່​ເປີດ​ເຜີຍ​ຕໍ່​ສື່​ມວນ​ຊົນ​ພາຍ​ໃນ​ແລະ​ນອກປະ​ເທດຫຼາຍກວ່າ​ເກົ່າ.

ຫາງ​ສຽງ​ເຫັນ​ວ່າ, ​ແລວ​ຄວາມ​ຄິດ​ຄອງ​ອຳນາດ​ຂອງ​ລັດຖະບານ​ຈີນທີ່​ຕົກລົງ​ໃນ​ກອງ​ປະຊຸມ​ສອງ​ສະພາ​ປີ​ນີ້ ພ້ອມ​ດ້ວຍຄວາມ​ຕັດສິນ​ໃຈ​ອັນ​ໝັ້ນໜຽວ​ໃນ​ດ້ານປົກ​ປັກ​ຮັກສາ​ຜົນ​ປະ​ໂຫຍ​ດ​ແຫ່ງ​ຊາດ ​ແລະ​ຄວາມຮັບຜິດຊອບ​ຕໍ່ສັງຄົມ​ຂອງ​ຜູ່​ແທນ​ແລະ​ກຳມະການ​ທັງ​ຫຼາຍ​ທີ່​ນັບ​ມື້​ນັບ​ເພີ່ມ​ຂຶ້ນ, ​ລ້ວນ​ແຕ່​ຈະ​ມີ​ຜົນ​ສະທ້ອນ​ເລິກ​ເຊິ່ງຍາວ​ໄກຕໍ່​ການ​ພັດ​ທະ​ນາ​ຂອງ​ຈີນ.