ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-14 17:50:37    
ການ​ເຈລະຈາ​ຈັດ​ຕັ້ງ​ຄະນະ​ລັດຖະບານ​ຂອງ​ອີຣັກ​ຄືບ​ຫນ້າຊັກ​ຊ້າ

cri

ຕາມ​ຂ່າວCRI ວັນ​ທີ 13 ມີນາ ສະຫະພັນ​ສາມັກ​ຄິອີຣັກຄືຝ່າຍນິກາຍ​ຊິອິດ​ ​​ແລະສະຫະພັນ​ພັກ​ການ​ເມືອງ​ຄຸດ​ດິສທີ່​ຕ່າງໄດ້​ບັດ​ຫຼາ​ຍ​ເປັນທີ​ຫນຶ່ງ​ແລະ​ທີສອງ​ໃນ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ຂອງ​ອີຣັກໄດ້​ປະກາດ​ວ່າ ສອງ​ຝ່າຍຍັງ​ບໍ່​ໄດ້​ເປັນ​ເອກະສັນ​ກັນ​ໃນ​ການ​ເຈລະຈາ​ປະກອບຈັດຕ​ຕັ້ງ​ຄະນະ​ລັດຖະບານ​ເທື່ອ,​ແຕ່​ສອງ​ຝ່າຍ​ຍັງ​ຈະ​ປຶກສາ​ຫາລື​ກັນ​ກ່ຽວ​ກັບ​ບັນ​ຫາ​ດັ່ງກ່າວ​ເພື່ອຍາດ​ແຍ່ງ​ກ້າວ​ເຖິງ​ຂັ້ນ​ຕົກລົງ​ກັນ​ກ່ຽວ​ກັບ​ບັນຫາ​ຈັດຕັ້ງ​ຄະນະ​ລັດຖະບານ​ໃຫ້​ແລ້ວ​ກ່ອນ​ສະພາ​ແຫ່ງ​ຊາດ​ຂ້າມ​ຜ່ານ​ຂອງ​ອີຣັກຈະຮຽກ ​ໂຮມກອງ​ປະ​ຊູ​ມຄັ້ງ​ທຳ​ອິດ​ໃນ​ວັນ​ທີ 16 ມີນານີ້


ຕາມ​ລັດຖະທຳ​ມະນູນ​ສະ​ບັບຊົ່ວຄາວ​ຂອງ​ອີຣັກ  ກອງ​ປະຊຸມ​ສະພາ​ແຫ່ງ​ຊາດ​ສະ​ໄຫມຂ້າມ​ຜ່ານ​ຂອງ​ອີຣັກຄັ້ງ​ທຳ​ອິດ​ຈະຕົກລົງປະທານ​ສະພາ​ແລະ​ເລືອກ​ຕັ້ງ​ຄະນະ​ກຳມະການ​ປະທານາທິບໍດີທີ່​ປະກອບ​ດ້ວຍ​ປະທານາທິບໍດີ​ແລະ​ຮອງ​ປະທານາທິບໍດີ,ຄະນະ​ກຳມະການ​ປະທານາທິບໍດີ​ຈະ​ກຳນົດ​ໃຫ້​ສະຫະພັນ​ການ​ເມືອງ​ທີ່​ໃຫຍ່​ກວ່າ​ຫມູ່​ໃນ​ສະພາ​ຮັບຜິດຊອບ​ສະ​ເຫ​ນີຊື່​ນາຍົກລັດຖະມົນຕີ​ແລະ​ຈັດ​ຕັ້ງ​ຄະ​ນະ​ລັດຖະບານ,ລາຍ​ຊື່​ນາຍົກລັດຖະມົນຕີ​ແລະ​ຄະນະ​ລັດຖະບານ​​ມີ​ຜົນ​ບັງຄັບ​ໃຊ້​ຫຼັງ​ຈາກ​​ໄດ້ຮັບອະນຸມັດ​ຈາກ​ສະພາ​ແຫ່ງ​ຊາດ ​ເພາະສະນັ້ນ  ​ໃນ​ຖານ​ເປັນ​ສະຫະພັນ​ການ​ເມືອງ​ໃຫຍ່​ກວ່າ​ຫມູ່​ຂອງ​ສະພາ​ສະ​ໄຫມ ຂ້າມ​ຜ່ານນັ້ນສະຫະພັນ​ສາມັກຄີ​ອີຣັກ​ຕ້ອງຮ່ວມ​ມື​ກັບ​ສະຫະພັນ​ພັກ​ການ​ເມືອງ​ຄຸດດິສ​ເຊິ່ງ​ເປັນສະຫະພັນ​ການ​ເມືອງ​ໃຫຍ່​ທີ​ສອງຈັດຕັ້ງ​ລັດຖະບານ​ປະສົມ​ຈຶ່ງມີ​ຄວາມ​ຈຳ​ເປັນ​ທີ່​ສຸດ ສອງ​ຝ່າຍ​ໄດ້​ເລີ່​ມ​ເຈລະຈາ​ກັນກ່ຽວ​ກັບ​ບັນຫາ​ປະກອບຈັດຕັ້ງ​ຄະນະ​ລັດຖະບານ​ແຕ່​ວັນ​ທີ 10 ມີນາ​ເປັນຕົ້ນມາ ​ແລະ​ໄດ້​ມີ​ການ​ຄືບ​ຫນ້າ​ໃນ​ລະດັບ​ໃດ​ຫນຶ່ງ​ແລ້ວ  ວັນ​ທີ 12 ມີນາ ຜູ່​ນຳຊັ້ນ​ສູງຂອງ​ສອງ​ຝ່າຍ​​ໄດ້​ເຜີຍ​ໃຫ້​ຮູ້​​ວ່າປັດຈຸບັນ ສອງ​ຝ່າຍ​ໄດ້​ເຫັນ​ດີ​ໃນ​ດ້ານຫຼັກການ​ໃຫ້ທ່ານ​ຈາ​ຟາ​ລີ ຜູ່​ນຳ​ພັກດາ​ວາ​ອິສລາມ​ໃນ​ສະຫະພັນ​ສາມັກ​ຄິອີຣັກ ຮັບຕຳ​ແຫນ່​ງນາຍົກລັດຖະມົນຕີອີຣັກ ຝ່າຍ​ຄຸ​ເຄີ​ດ​ໃຫ້ທ່ານ​ທາລາ​ບາ​ນີ ຜູ່​ນຳ​ສະຫະພັນ​ຮັກ​ຊາດ​​ເຄິດ​ດິສຕັງ​ຮັກ​ຊາດ​ຮັບຕຳ​ແຫນ່​ງ​ເປັນ​ປະທານາທິບໍດີ   ອີຣັກ​ໃນ​ອະນາຄົດ​ກໍ​ຈະ​ບໍ່ກາຍ​ເປັນ​ປະ​ເທດ​ອຳນາດ​ເທບພະ​ເຈົ້າ​ອິສລາມ,ນອກ​ນີ້  ຍັງ​ເຫັນ​ດີ​ໃຫ້ຈົ່ງ​ຕຳ​
ແຫນ່​ງສຳຄັນ​ເຊັ່ນ ຮອງ​ປະທານາທິບໍດີ ປະທານ​ສະພາ​ສະ​ໄຫມຂ້າມ​ຜ່ານ​ແລະ​ລັດຖະມົນຕີ​ຜູ່​ຫນຶ່ງ​ໃນ​ຄະນະ​ລັດຖະບານ​ເປັນຕົ້ນ​ໄວ້​ໃຫ້​ຝ່າຍນິກາຍຊຸນ​ນິດ


ແຕ່​ວ່າ ສອງ​ຝ່າຍ​ຍັງ​ມີ​ຄວາມ​ເຫັນ​ຂັດ​ກັນ​ໃນ​ບັນຫາ​ສຳຄັນຈຳນວນ​ຫນຶ່ງ.ຈຸດ​ສຸມຂອງ​ຄວາມ​ເຫັນ​ຂັດ​ກັນລະຫວ່າງ​ສອງ​ຝ່າຍ​ແມ່ນ​​ໂຮມສຸນ​ຢູ່​ໃນບັນຫາ​ເກ​ຍຄຸກ  ສະຫະພັນ​ພັກ​ການ​ເມືອງ​ເຄິດຍຶດຫມັ້ນ ທວງໃຫ້​​ຂີດ​ແບ່ງ​​​ເກ​ຍຄຸກ​​ໃຫ້ຊາວ​​ເຄີ​ດ​ເປັນ​ຜູ່​ຄຸ້ມຄອງ ​ແລະ​ຈັດການ​ຕົກລົງ​ດັ່ງກ່າວ​​ເຂົ້າ​​ໄວ້ໃນ​ລັດຖະທຳ​ມະນູນ​ຖາວອນ


ພ້ອມ​ກັນນັ້ນ ສະຫະພັນ​ພັກ​ການ​ເມືອງ​ເຄີ​ດຍັງ​ຂາດ​ຄວາມ​ໄວ້​ວາງ​ໃຈ​ຕໍ່​ທ່ານ​ຈາ​ຟາ​ລີ ຜູ່​ສະຫມັກ​ຮັບ​ເລືອກ​ຕັ້ງ​ນາຍົກລັດຖະມົນຕີທີ່​ສະຫະພັນ​ສາມັກ​ຄີສະເຫ​ນີນັ້ນ.ຊາວ​ເຄີ​ດຍຶດຫມັ້ນ​ວ່າ​ໃນ​ພາຍ​ຫນ້າ​ອີຣັກຄວນ​ປະຕິບັດ​ລະບອບ​ສະຫະພາບ ສ່ວນ​ສະມາຊິກ​ຂອງ​ພັກ​ດາ​ວາ​ອິສລາມ​ທີ່​ນຳ​ໂດຍ​ທ່ານ​ຈາ​ຟາລີນັ້ນ​ຕົ້ນຕໍ​ແມ່ນຝ່າຍ​ບຸກຄົນ​ສາສະຫນາ​ນິກາຍ​ຊິ​ອິດ​ແລະ​ຊາວ​ອີຣານທີ່​ອາ​ໄສ​ຢູ່​ອີຣັກ,ຊາວ​ເຄິດ​ພາກັນ​ເປັນ​ຫ່ວງ​ວ່າຫຼັກການ​ດັ່ງກ່າວ​ຈະ​ຖືກ​​ຄອນ​ແຄນ​ພາຍຫຼັງ​ທ່ານ​ຈາ​ຟາ​ລີ​ຂຶ້ນ​ຮັບ​ຕຳ​ແຫນ່​ງ​ແລ້ວ.


ໃນຂະນະ​ທີ່​ສອງ​ຝ່າຍ​ຕໍ່​ລາຄາ​ຢ່າງ​ເຄັ່ງ​ຮ້ອນນັ້ນ,ການ​ເຄື່ອນ​ໄຫວ​ຫຼອນ​ໂຈມ​ຕີ​ດ້ວຍ​ກຳລັງ​ຮຸນ​ແຮງ​ຢູ່​ອີຣັກກໍຍັງ​ເກີດ​ຂຶ້ນ​ຢ່າງ​ບໍ່​ຂາດ​ສາຍ.ສື່​ມວນ​ຊົນ​ອາ​ລັບ​ຊີ້​ອອກ​ວ່າ  ​ຢູ່​ໃນ​ສະຖານະ​ການ​​ສະ​ເພາະ​ຫນ້ານີ້  ສະຫະພັນ​ສາມັກຄີ​ອີຣັກ​ແລະ​ສະຫະພັນ​ພັກ​ການ​ເມືອງ​​ເຄີ​ດຄວນ​ໂຈະການ​​ໂຕ້​ຖຽງ​​ກັນໄວ້​ຊົ່ວຄາວກ່ອນ​,​​ແລ້ວ​ກ້າວ​ເຖິງ​ຂັ້ນ​ຕົກລົງ​ກັນ​ກ່ຽວ​ກັບ​ການຈັດ​ຕັ້ງຄະນະ​ລັດຖະບານ​ໂດຍ​ໄວ