ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-14 18:12:53    
ການ​ເຄື່ອນ​ໄຫວ​ຕົວ​ຈິງ​ຂັດ​ກັບ​ຈຸດ​ຫມາຍ​ທີ່​ຄາດ​ນະ​ເນ​ໄວ້

cri
ເມື່ອ​ສັດຕະວັດ​ທີ 5 ຮອດ​ສັດຕະວັດ​ທີ 3 ກ່ອນ ຄ.ສ ​ແມ່ນ​ສະ​ໄຫມ​ຍຸດທະ​ຈັກ​ຂອງ​ຈີນ,​ໃນ​ຄາວ​ນັ້ນ,ຈີນ​ມີຫຼາຍໆ​ລັດ​ໄດ້​ສ້າງຕັ້ງຂຶ້ນພ້ອມ​ກັນ,​ແລະ​ປີ​ໃດ​ກໍ່​ເກີດ​ສົງຄາມ​ກັນ​ຢ່າງ​ບໍ່​ຢຸດ​ຢັ້ງ,​ເພາະ​ສະນັ້ນ​ບັນດາ​ລັດ​ຈິ່ງ​ປະກົດ​ມີ​ຜູ່​ອອກ​ຫົວຄຶດ​ວາງ​ກົນອຸບາຍ​ໃຫ້​ແກ່​ເຈົ້າຊີວິດ

ໃນ​ສະ​ໄຫມ​ຍຸດທະ​ຈັກ,ລັດ​ທີ່​ມີ​ກຳລັງ​ແຂວງ​ແຮງ​ແທ້​ຈິ່ງ​ມັກ​ຢາກ​ເປັນ​ເຈົ້າຄອງ​ຫມົດ​ທົ່ວ​ປະ​ເທດ,​ເຈົ້າຊີວິດ​ລັດ​ອຸ້ຍ ກໍ​ຢາກ​ເປັນ​ເຈົ້າຄອງ​ຫມົດ​ທົ່ວ​ປະ​ເທດ,ພະ​ອົງ​ກຽມ​ບຸກ​ໂຈມ​ຕີ​ຮານຕານ,​ເມືອງ​ເອກ​ຂອງ​ລັດ​ຈ້າວ​ເພື່ອ​ໃຫ້​ລັດ​ຈ້າວ​ຍອມ​ພະ​ອົງ,​ເວລາ​ນັ້ນ,ທ່ານ​ຈີ້​ລຽງ ​ເສນາ​ບໍດີ​ລັດ​ອຸ້ຍ​ພວມ​ໄປ​ເຮັດ​ວຽກ​ຢູ່​ລັດ​ອື່ນ,ພໍ​ໄດ້​ຍິນ​ຂ່າວ​ດັ່ງກ່າວ​ກໍ​ຮ້ອນຮົນ​ກະວົນ​ກະວາຍ,​ເພິ່ນ​ຟ້າວ​ກັບ​ຄືນ​ມາ​ລັດ​ອຸ້ຍ,ຍັງ​ບໍ່​ທັນ​ສ່ວຍ​ຫນ້າ​ສ່ວຍ​ຕາ​ແລະ​ປ່ຽນ​ເຄື່ອງ​ນຸ່ງ​ເທື່ອ,ກໍ່​ຟ້າວ​ເຂົ້າ​ເຝົ້າ​ເຈົ້າຊີວິດ​ອຸ້ຍ​ຢູ່​ພະ​ລາຊະ​ວັງ.

​ເວລາ​ນັ້ນ,​ເຈົ້າຊີວິດ​ອຸ້ຍ​ພວມ​ວາງ​ແຜນ​ບຸກ​ໂຈມ​ຕີ​ລັດ​ຈ້າວ,ພໍ​ພະ​ອົງ​ທອດ​ພະ​ເນດ​ເຫັນ​ໂສມ​ຫນ້າ​ອິດ​ເມື່ອຍ​ໂຮຍ​ຂອງ​ທ່ານ​ຈີ້​ລຽງ,ກໍ່​ຊົງ​ຮູ້ສຶກ​ແປກ​ພະ​ໄທ,​ແລ້ວ​ໂຈດ​ຖາມ​ທ່ານ​ຈີ້​ລຽງ​ວ່າ,​ເຈົ້າມີ​ເລື່ອງ​ຫຍັງ​ຈິ່ງ​ຟ້າວ​ເຂົ້າ​ເຝົ້າພະ​ອົງ?ຈົນ​ບໍ່​ໄດ້​ແຕ່ງ​ຕົວ​ໃຫ້​ເປັນ​ລະ​ບຽບ​ແນວ​ນີ້​?ທ່ານ​ຈີ້​ລຽງ ​ເວົ້າວ່າ,ຂໍ​ເດຊະ,ຫວ່າງ​ຫນຶ່ງ​ນີ້,ຂ້າພະບາດ​ໄດ້​ພໍ້​ເລື່ອງ​ປະຫຼາດ​ເລື່ອງ​ຫນຶ່ງ​ຢູ່​ກາງ​ທາງ,ຈິ່ງ​ຟ້າວ​ຂຶ້ນ​ມາ​ທູນຖວາຍ​ແດ່​ພະ​ອົງ​ໃນ​ທັນທີ

​ເຈົ້າຊີວິດ​ອຸ້ຍ ຊົງ​ຮູ້ສຶກ​ແປ​ກພະ​ໄທ,ຈິ່ງ​ຊົງ​ໂຈດ,ຖາມ​ເພິ່ນ​ວ່າ​ແມ່ນ​ເລື່ອງ​ຫຍັງ,ທ່ານ​ຈີ້​ລຽງ​ເວົ້າວ່າ,​ເມື່ອ​ກີ້​ນີ້,ຂ້າພະບາດ​ເຫັນ​ລົດ​ມ້າ​ຄັນ​ຫນຶ່ງ​ແລ່ນ​ຂຶ້ນ​ເມືອ​ທິດ​ເຫນືອ,ຂ້າພະບາດ​ຖາມ​ຄົນ​ໃນ​ລົດ​ວ່າ,​ເຈົ້າຈະ​ໄປ​ໃສ​ຫັ້ນ?ຄົນ​ຜູ່​ນັ້ນ​ເວົ້າວ່າ,ຈະ​ໄປ​ລັດ​ຊູ້!​ຂ້າພະບາດ​ຮູ້ສຶກ​ປະຫຼາດ​ໃຈ​ແລ້ວຖາມ​ເພິ່ນ​ຕື່ນ​ວ່າ,ລັດ​ຊູ້​ຢູ່​ພາກ​ໃຕ້,​ເປັນ​ຫຍັງ​ເຈົ້າຈິ່ງ​ຂຶ້ນ​ເມືອ​ພາກ​ເຫນືອ?​ເພິ່ນ​ພັດ​ບໍ່​ເອົາ​ຫົວຊາ​ແລ້ວ​ຕອບ​ວ່າ,ລັດ​ຊູ້​ຢູ່​ພາກ​​ໃຕ້,​ເປັນ​ຫຍັງ​ເຈົ້າຈິ່ງ​ຂຶ້ນ​ເມືອ​ພາກ​ເຫນືອງ?​ເພິ່ນ​ພັດ​ບໍ່​ເອົາ​ຫົວຊາ​ແລ້ວ​ຕອບ​ວ່າ,ມ້າ​ຂ້ອຍ​ແມ່ນ​ມ້າ​ແລ່ນ​ດີ​ຈະ​ແລ່ນ​ໄປ​ແນວ​ໃດ​ກໍ່​ແລ່ນ​ໄປ​ລັດ​ຊູ້,​ຟັງ​ແລ້ວ​ຍິ່ງ​ເຮັດ​ໃຫ້​ຂ້າພະບາດ​ປະ​ຫຼາດ​ໃຈ,​ແລ້ວ​ຖາມ​ເພິ່ນ​ອີກ​ວ່າ,ມ້າ​ເຈົ້າຈະ​ແລ່ນ​ເກັ່ງ​ປານ​ໃດ,ຢູ່​ນີ້​ພັດ​ບໍ່​ແມ່ນ​ທິດ​ຈະ​ໄປ​ລັດ​ຊູ້,​ເພິ່ນ​ເວົ້າວ່າ,ບໍ່​ຕ້ອງ​ເປັນ​ຫ່ວງ​ເປັນ​ໃຍ​ດອກ,ຂ້ອຍ​ມີ​ເງິນ​ຕິດ​ໂຕ​ເພື່ອ​ເສຍ​ຄ່າ​ເດີນທາງ​ມາ​ຫຼາຍໆ,ຂ້າພະບາດ​ຄຶດ​ບໍ່​ອອກ​ຈິ່ງ​ບອກ​ລາວ​ວ່າ,​ເຈົ້າມີ​ເງິນ​ຕິດ​ໂຕ​ມາ​ຫຼາຍປານ​ໃດ​ກໍ່ຕາມ,​ແຕ່​ທາງ​ທີ່​ເຈົ້າ​ເດີນ​ບໍ່​ແມ່ນ​ທາງ​ໄປ​ລັດ​ຊູ້​ຈັກ​ດີ້,​ເພິ່ນ​ພັດ​ຫົວ​ອາກໆ​ຂຶ້ນ​ແລ້ວ​ເວົ້າວ່າ,ຄັນຊັ້ນຊິ​ເຮັດ​ແນວ​ໃດ?ຂ້ອຍ​ຂັບ​ລົດ​ມ້າ​ເກັ່ງ​ແທ້​ໃດ!,ສົມ​ເດັດ​ເອີຍ,ຄົນ​ຜູ່​ນັ້ນບໍ່​ຟັງ​ຄຳ​ຕັກ​ເຕືອນ​ຂອງ​ຂ້າພະບາດ,​ແລ້ວ​ເລີຍ​ຂີ່ລົດ​ມ້າ​ຕໍ່​ໄປ​ຕາມ​ທິດ​ເຫນືອ!

​ເຈົ້າຊີວິດ​ອຸ້ຍ ຟັງ​ແລ້ວ​ກໍ່ອົດ​ຫົວ​ບໍ່​ໄດ້​ແລະ​ເວົ້າວ່າ,ຢູ່​ໃນ​ໂລກ​ກໍ​ຍັງມີ​ຄົນ​ໂງ່​ແນວ​ນີ້​ແທ້​ເນາະ!

ທ່ານ​ຈີ້​ລຽງ ພັດ​ເວົ້າຕໍ່​ໄປ​ວ່າ,ສົມ​ເດັດ​ເອີຍ,ພະ​ອົງ​ບໍ່​ແມ່ນ​ຄຶດ​ຢາກ​ເປັນ​ພະ​ຈອມ​ເຈົ້າຂອງ​ເຈົ້າຊີວິດ​ບັນດາ​ລັດ​ບໍ່?ສະນັ້ນກໍ່​ຕ້ອງ​ໃຫ້​ໄດ້​ຮັບ​ຄວາມ​​ໄວ້​ເນື້ອ​ເຊື່ອ​ໃຈ​ຈາກ​ຄົນ​ທັງຫຼາຍ​ໃນ​ທົ່ວ​ປະ​ເທດ​ກ່ອນ,​ແຕ່​ວ່າ​ດຽວ​ນີ້​ພະ​ອົງ​ຈະ​ອີ​ງໃສ່​ດິນ​ແດນ​ຂອງ​ພວກ​ຂ້າພະບາດ​ທີ່​ກວ້າງ​ກວ່າ​ລັດ​ຈ້າວ​ພຽງ​ຫນ້ອຍ​ດຽວ​ແລະ​ມີ​ກອງ​ທະຫານ​ແຂງ​ກວ່າ​ຫນ້ອຍ​ດຽວ​ກໍ​ຄຶດ​ຢາກ​ໄປ​ພີ​ຊິດ​ລັດ​ອື່ນ​ເພື່ອ​ຍົກ​ອິດ​ທິພົນ​ຂອງຕົນ,ຖ້າ​ເຮັດ​ແນວ​ນີ້,ມັນ​ກໍ່​ມີ​ແຕ່​ຫ່າງ​ເຫີນ​ຈາກ​ຈຸດຫມາຍ​ທີ່​ພະ​ອົງ​ຢາກ​ເຮັດ​ນັ້ນນັບ​ມື້​ນັບ​ໄກ,ກໍ​ເຫມືອນ​ກັບ​ຄົນ​ຂີ່​ລົດ​ມ້າທີ່​ວ່າ​ມານັ້ນ,ຢາກ​ໄປ​ລັດ​ຊູ້​ທີ່​ຕັ້ງຢູ່​ພາກ​ໃຕ້,ພັດ​ລຳ​ອຽງ​ຢາກ​​ໄປ​ຕາມ​ທິດ​ເຫນືອ,ທີ່​ນັບ​ມື້​ນັບ​ໄກຈາກ​ລັດ​ຊູ້​ໄປ​ໃຈ້ໆ!

ບັດ​ນັ້ນ​ເຈົ້າຊີວິດ​ອຸ້ຍ​ຈິ່ງ​ເຂົ້າ​ໃຈ ທີ່​ຈິງ​ແລ້ວ,ທ່ານ​ຈີ້ລຽງ​ແມ່ນ​ເວົ້າ​ໂຄ້ງ​ໄປ​ເພື່ອ​ເຕືອນພະ​ອົງ,ພະ​ອົງ​ກົ້ມພະ​ພັກ​ລົງ​ຊົງ​ພະ​ລື​ໄທ​ບຶດຫນຶ່ງ,​ຮູ້ສຶກ​ວ່າຄວາມ​ເວົ້າຂອງ​ທ່ານ​ຈີ້​ລຽງ​ມີ​ເຫດ​ມີຜົນ,ບັດ​ນັ້ນຈິ່ງ​ເລີຍ​ຍົກ​ເລີກ​ແຜນ​ບຸກ​ໂຈມ​ຕີ​ລັດ​ຈ້າວ.