ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-14 18:19:00    
ກົດຫມາຍວ່າ​ດ້ວຍ​ຕ້ານ​ການ​ແບ່ງ​ແ​ຍກປະ​ເທດ

cri

ກອງ​ປະຊຸມ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຄັ້ງ​ທີ 3 ສະ​ໄຫມ​ທີ 10 ​ໄດ້​ຜ່ານ​ໃນ​ວັນ​ທີ 14 ມີນາ​ປີ 2005 ເນື້ອ​ໃນຄົບ​ຖ້ວນ​ມີດັ່ງ​ລຸ່ມ​ນີ້:


ມາດຕາທີ​ຫນຶ່ງ: ​ເພື່ອ​ຄັດຄ້ານ​ແລະ​ສະກັດ​ກັ້ນ​ບໍ່​ໃຫ້ອິດ​ທິກຳລັງ​​ແຍກໄຕ້​ຫວັນ​ເປັນ​ເອກະລາດ​ແບ່ງ​​ແຍກປະ​ເທ​ດຊາດ ຊຸກຍູ້​ໃຫ້​​ປະ​ເທດ​ຊາດ​ໂຮມ​ເຂົ້າ​ເປັນ​ເອກະ​ພາບ​ກັນ​ໂດຍ​ສັນຕິ ​ຮັກສາ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ເຂດຊ່ອງ​ແຄບ​ໄຕ້​ຫວັນ,ປົກ​ປັກ​ຮັກສາ​ອະທິປະ​ໄຕ​ແລະ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ຊາດ  ປົກ​ປັກ​ຮັກສາ​ຜົນ​ປະ​ໂຫຍ​ດກົກ​ຮາກ​ຂອງ​ປະຊາ​ຊາດ​ຈີນ ​​​ໄດ້ສ້າງ​ກົດຫມາຍ​ສະບັບ​ນີ້ຕາມ​ລັດຖະທຳ​ມະນູນ

ມາດຕາ​ທີ​ສອງ  ຢູ່​ໃນ​ໂລກ​ມີ​ແຕ່​ປະ​ເທດຈີນດຽວ ​ແຜ່ນດິນ​ໃຫຍ່​ແລະ​ໄຕ້​ຫວັນ​ຂຶ້ນ​ກັບປະ​ເທດ​ຈີນດຽວ  ອະທິປະ​ໄຕ​ແລະ​ຜືນ​ແຜ່ນດິນອັນ​ຄົບ​ຖ້ວນ​ຂອງ​ຈີນ​ບໍ່​ອະນຸຍາດ​ໃຫ້ຕັດ​ແຍກຈາກ​ກັນ.ການປົກ​ປັກ​ຮັກສາ​ອະທິປະ​ໄຕ​ແລະ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ຊາດ​ແມ່ນ​ພັນທະຮ່ວມ​ຂອງ​ປະຊາຊົນ​ຈີນ​ທັງ​ຊາດ​ເຊິ່ງລວມທັງ​ພີ່ນ້ອງ​ຮ່ວມ​ຊາດ​ໄຕ້​ຫວັນ


ໄຕ້​ຫວັນ​ແມ່ນພາກສ່ວນ​ຫນຶ່ງ​ຂອງ​ຈີນ ລັດ​ເດັດຂາດ​​ບໍ່​ອະນຸຍາດ​ໃຫ້​ອິດ​ທິກຳລັງ​​ແຍກ​ໄຕ້​ຫວັນ​​ເປັນ​ເອກະລາດ​ຕັດແຍກ​​​ໄຕ້​ຫວັນ​ອອກ​ຈາກຈີນ​ບໍ່​ວ່າ​ໃຊ້​ຊື່​ຫຍັງ​ຫຼື​ໃຊ້​ແບບ​ວິທີ​ຫຍັງ.


ມາດຕາທີ​ສາມ ບັນຫາ​ໄຕ້​ຫວັນ​​ແມ່ນ​ບັນຫາທີ່ຕົກ​ທອດມາ​ແຕ່ເສິກ​ກາງ​ເມືອງຈີນ


ການແກ້​ໄຂ​ບັນຫາ​ໄຕ້​ຫວັນ ​​ໂຮມປະ​ເທດ​ຊາດ​ເຂົ້າ​ເປັນ​ເອກະ​ພາບ​ກັນແມ່ນ​ວຽກ​ງານ​ພາຍ​ໃນ​ຂອງ​ຈີນ ບໍ່​ໃຫ້​ອິດ​ທິກຳລັງ​ຕ່າງປະ​ເທດ​ໃດໆ​ມາແຊກ​ແຊງ​


ມາດຕາ​ທີ​ສີ່ ການ​ສຳ​ເລັດ​ພາລະກິດ​ອັນ​ຍິ່ງ​ໃຫຍ່​ທີ່​ໂຮມ​ປະ​ເທດ​ຊາດ​ເຂົ້າ ເປັນ​ເອກະ​ພາບ​ກັນ​ແມ່ນ​ຫນ້າ​ທີ່ອັນ​ສັກສິດ​ຂອງ​ປະຊາຊົນ​ຈີນ​ທັງ​ຊາດເຊິ່ງລວມທັງ​ພີ່​ນ້ອງ​ຮ່ວມ​ຊາດ​ໄຕ້​ຫວັນ


ມາດຕາ​ທີ 5 ການຍຶດຫມັ້ນ​ຫຼັກການ​ປະ​ເທດ​ຈີນ​ດຽວ​ແມ່ນພື້ນຖານ​ຂອງ​ການໂຮມ​ປະ​ເທດ​ຊາດ​ເຂົ້າ​ເປັນ​ເອກະ​ພາບ​ກັນ​ໂດຍ​ສັນຕິ


ການ​ໂຮມປະ​ເທດ​ຊາດ​ເຂົ້າ​ເປັນ​ເອກະ​ພາບ​ກັນດ້ວຍສັນຕິ​ວິທີ​ແມ່ນ​ສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດກົກ​ຮາກ​ຂອງ​ພີ່ນ້ອງ​ຮ່ວມ​ຊາດ​​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ​ທີ່​ສຸດ,ລັດ​ຈະ​ພະຍາຍາມສຸດຂີດ​ເພື່ອ​ບັນລຸ​ການ​​ໂຮມປະ​ເທດ​ຊາດ​​ໃຫ້ເປັນ​ເອກະ​ພາບ​ກັນ​ໂດຍ​ສັນຕິ​ດ້ວຍ​ຄວາມ​ຈິງ​ໃຈ​ທີ່​ສຸດ


ຫຼັງຈາກ​​ໂຮມປະ​ເທດ​ຊາດເຂົ້າ​ເປັນ​​ເອກະ​ພາບ​ກັນ​ໂດ​ຍສັນຕິ​ແລ້​ວ ​ໄຕ້​ຫວັນ​ຈະ​ປະຕິບັດ​ລະບອບ​ທີ່​ຕ່າງ​ກັນ​ກັບ​ແຜ່ນດິນ​ໃຫຍ່​ຈີນກໍ​ໄດ້ ​ແລະ​ປົກຄອງ​ຕົນ​ເອງ​ໃນ​ລະດັບ​ສູງ


ມາດຕາ​ທີ 6  ລັດ​ໃຊ້​ມາດ​ຕະການ​ດັ່ງລຸ່ມ​ນີ້​ເພື່ອຮັກສາ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບຂອງ​ເຂດ​ຊ່ອງ​ແຄບ​ໄຕ້​ຫວັນ​ແລະຂະຫຍາຍ​ການ​ພົວພັນ​ລະຫວ່າງສອງ​ຝັ່ງ:


ຫນຶ່ງ: ສົ່ງ​ເສີມ​ແລະ​ຊຸກ​ຍູ້​ການ​ໄປມາຫາສູ່​ກັນ​ດ້ານ​ບຸກຄະລາ​ກອນ​ລະຫວ່າງ​ສອງ​ຝັ່ງ ​ເພີ່​ມຄວາມ​ເຂົ້າ​ໃຈ​ກັນ​ແລະ​ເພີ່ມ​ຄວາມ​ໄວ້​ວາງ​ໃຈ​ກັນ;


ສອງ: ສົ່ງ​ເສີມ​ແລະ​ຊຸກຍູ້​​ໃຫ້​ສອງ​ຝັ່ງແລກປ່ຽນ​ແລະ​ຮ່ວມ​ມືກັນ ດ້ານເສດຖະກິດ​ ​ ​ໄປມາຫາສູ່​ກັນ​​ໂດຍ​ກົງທາງໄປ​ສະ​ນີ​ໂທລະ​ຄົມ ການ​ເດີນ​ອາກາດ​ເດີນ​ເຮືອ​ແລະ​ການ​ຄ້າ, ​ຮັດ​ແຫ​ນັ້ນ​ການ​ພົວພັນ​ທາງ​ເສດຖະກິດ​ລະຫວ່າງ​ສອງ​ຝັ່ງ ຕ່າງ​ຝ່າຍ​ຕ່າງມີ​ຜົນ​ປະ​ໂຫຍ​ດນຳ​ກັນ;


ສາມ:ສົ່ງ​ເສີມ​ແລະ​ຊຸກ​ຍູ້​ໃຫ້​ສອງ​ຝັ່ງ​​ແລກປ່ຽນກັນ​​ໃນດ້ານ​ການ​ສຶກສາ  ວິ​ທະ​ຍາດ​ສາ​ເຕັກນິກ ວັດທະນະທຳ ສາທາລະນະ​ສຸກ​ແລະ​ກິລາ,ຮ່ວມ​ກັນ​​ເສີມ​ຂະຫຍາຍ​ມູນ​ເຊື້ອ​ອັນ​ດີ​ເລີດ​ຂອງ​ວັດທະນະທຳ​ປະຊາ​ຊາດ​ຈີນ;


ສີ່: ສົ່ງ​ເສີມ​ແລະ​ຊຸກຍູ້​ໃຫ້​ສອງ​ຝັ່ງຮ່ວມ​ກັນ​ໂຈມ​ຕີ​ການ​ຕ້ອງ​ໂທດ;


ຫ້າ:ສົ່ງ​ເສີມ​ແລະ​ຊຸກຍູ້​ການ​ເຄື່ອນ​ໄຫວ​ອື່ນໆ​ທີ່​ມີ​ຜົນ​ດີ​ຕໍ່​ການ​ປົກປັກ​ຮັກສາ​ສັນຕິພາບ​ແລະສະຖຽນ​ລະ​ພາບ​ຂອງ​ເຂດ​ຊ່ອງ​ແຄບ​ໄຕ້​ຫວັນ​ແລະ​ຂະຫຍາຍ​ການ​ພົວພັນ​ລະຫວ່າງ​ສອງ​ຝັ່ງ;


ລັດ​ປົກ​ປ້ອງ​ສິດ​ແລະ​ຜົນ​ປະ​ໂຫຍ​ດຂອງ​ພີ່ນ້ອງ​ຮ່ວມ​ຊາດ​ໄຕ້​ຫວັນ​ຕາມ​ກົດຫມາຍ.


 ມາດຕາ​ທີ 7 : ລັດ​ມີ​ເຈດ​ຈຳນົງ​ໃຫ້​ຜ່ານ​ການ​ປຶກສາ​ຫາລື​ແລະການ​ເຈ​ລະ​ຈາທີ່ສະ​ເຫ​ມີພາບ​ກັນ​ລະຫວ່າງ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ,​​ໂຮມປະ​ເທດ​ຊາດ​​ເຂົ້າ​ເປັນ​ເອກະ​ພາບ​ກັນ​ໂດຍ​ສັນຕິ.ການ​ປຶກສາ​ຫາລື​​ແລະ​ການ​ເຈລະຈາ​ກັນ​ສາມາດ​ດຳ​ເນີນ​ໄປ​ຢ່າງມີ​ບາດກ້າວ​ແລະ​ແບ່​ງ​ເປັນ​​ໄລຍະ,ດ້ວຍ​ແບບ​ວິທີ​ຢ່າງ​ຄ່ອງ​ແຄ້ວກໍ​ໄດ້​


ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ​ສາມາດປຶກສາ​ຫາລື​ແລະ​ເຈລະຈາ​ກັນ​ກ່ຽວ​ກັບ​ວຽກ​ງານ​ດັ່ງ​ລຸ່ມ​ນີ້​:


ຫນຶ່ງ:ສິ້ນ​ສຸດ​ສະພາວະ​ເປັນ​ປໍ​ລະ​ປັກ​ກັນ​ລະຫວ່າງ​ສອງ​ຝັ່ງ​ຢ່າ​ງ​ເປັນ​ທາງ​ການ;


ສອງ:ແຜນການ​ຂະຫຍາຍ​ການ​ພົວພັນ​ລະຫວ່າ​ງສອງ​ຝັ່ງ:


ສາມ: ບາດກ້າວ​ແລະ​ການຈັດ​ວາງການໂຮມ​ເຂົ້າ​ເປັນ​ເອກະ​ພາບ​ກັນ:


ສີ່ ຖານະ​ການ​ເມືອງ​ຂອງ​ເຈົ້າ​ຫນ້າ​ທີ່​ໄຕ້​ຫວັນ:


ຫ້າ:​​ເທ​ສະການ​ເຄື່ອນ​ໄຫວທີ່​ສອດຄ່ອງ​ກັບ​ຖານະ​ຂອງ​ເຂດ​ໄຕ້​ຫວັນ​ຢູ່​ໃນ​ໂລກ


ຫົກ: ບັນຫາ​ອື່ນໆ​ກ່ຽວ​ກັບ​ການ​​ໂຮມປະ​ເທດ​ຊາດ​​​ເຂົ້າ​ເປັນ​ເອ​ກະພາບ​ກັນ​ໂດຍ​ສັນຕິ.


ມາດຕາ​ທີ 8: ​ໃນ​ກໍລະນີ​ທີ່​ເກີດ​ເຫດການອິດ​ທິກຳລັງ​ແຍກ​ໄຕ້​ຫວັນ​ເປັນ​ເອກະລາດແຍກ​​ໄຕ້​ຫວັນ​ອອກ​ຈາກ​​ຈີນບໍ່​ວ່າ​ໃຊ້​ຊື່​ຫຍັງ​ຫຼື​ໃຊ້​ແບບ​ວິທີ​ຫຍັງ, ຫຼວ່າ ການ​​ໃຫ້​ໂຮມ​ເຂົ້າ​ເປັນ​ເອກະພາບ​ກັນ​ໂດຍ​ສັນຕິ​ໄດ້​ເສຍຄວາມ​ອາດ​ເປັນ​ໄປ​ໄດ້ທັງ​ຫມົດ ແລ້ວ,ລັດ​ຕ້ອງ​ໃຊ້​​ແບບບໍ່​​ແມ່ນສັນຕິວິທີແລະມາດ​ຕະການ​ອັນ​ຈຳ​ເປັນອື່ນໆ,ປົກ​ປັກ​ຮັກສາ​ອະທິປະ​ໄຕ​ແລະ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ຊາດ


ການ​ໃຊ້​​ແບບບໍ່​ແມ່ນສັນຕິ​ວິທີ​​ແລະ​ມາດ​ຕະການ​ອັນ​ຈຳ​ເປັນ​ອື່ນໆທີ່​​ລະບຸ​ໄວ້​ໃນມາດຕາທີ່​ກ່າວ​ມາ​ເທິງ​ນີ້​,​ໃຫ້ຄະນະ​ລັດຖະບານ ຄະນະ​ກຳມະການ​ການ​ທະຫານ​ສູນ​ກາງ​ຕົກລົງ​ແລະ​ຈັດຕັ້ງປະຕິບັດ ​ແລະ​ລາຍ​ງານຕໍ່​ຄະນປະຈຳ​ຂອງ​ກອງ​ປະ​ຊຸມສະພາ​ປະຊາຊົນ​ແຫ່ງຊາດ​ຈີນ​ຢ່າງ​ທັນ​ການ


ມາດຕາ​ທີ 9 :​ໃນ​ເວລາ​ໃຊ້​ແບບ​ບໍ່​ແມ່ນ​ສັນຕິ​ວິທີພ້ອມ​ດ້ວຍ​ມາດ​ຕະການ​ອັນ​ຈຳ​ເປັນ​ອື່ນ​ໆ​ແລະ​ຈັດຕັ້ງ​ປະຕິບັດຕາມທີ່​ລະບຸ​ໄວ້​ໃນ​ກົດຫມາຍ​ນີ້,ລັດ​ຈະພະຍາ ຍາມ​ຈົນ​ສຸດ​ຄວາມ​ສາມາດປົກປ້ອງຄວາມ​ປອດ​ໄພດ້ານ​ຊີວິດ​ແລະ​ຊັບ​ສິນ​ແລະ​ສິດ​ປະ​ໂຫຍ​ດຊອບທຳ​ອື່ນ​ໆຂອງ​ສາມັນ​ຊົນ​ໄຕ້​ຫວັນ​ແລະ​ຊາວ​ຕ່າງ ປະ​ເທດ​ຢູ່​ໄຕ້​ຫວັນ​,ຫຼຸດ​ຄວາມ​ເສຍ​ຫາຍ​ໃຫ້​ຫນ້ອຍ​ລົງ,ພ້ອມ​ກັນນັ້ນ  ລັດ​ຈະ​ປົກ​ປ້ອງ​ສິດ​​ແລະ​ຜົນ​ປະໂຫຍ​ດຂອງ​ພີ່ນ້ອງ​ຮ່ວມ​ຊາດ​ໄຕ້​ຫວັນ​ຢູ່​ແຫ່ງ​ອື່ນໆ​ຂອງ​ຈີນ​ຕາມ​ກົດຫມາຍ


ມາດຕາທີ 10 ກົດຫມາຍ​ນີ້​ມີ​ຜົນ​ບັງຄັບ​ໃຊ້​ແຕ່​ມື້​ປະກາດ​ເປັນຕົ້ນ​ໄປ