|
 |
(GMT+08:00)
2005-03-14 22:54:05
|
 |
ເຂດຕາເວັນອອກກາງປະຕິເສດບໍ່ຮັບເອົາປະຊາທິປະໄຕແບບຝ່າຍຕາເວັນຕົກ
cri
Author: da
ຕາມຂ່າວCRI:ວັນທີ 13 ມີນາ,ໃນກອງປະຊຸມປະຕິຮູບໂລກອາລັບຄັ້ງທີ 2 ທີ່ຈັດຂຶ້ນຢູ່ເອເລັກຊັງເຕຼຍ ເມືອງພາກເໜືອຂອງເອຢິບ,ທ່ານມູບາລັກ ປະທານາທິບໍດີເອຢິບກ່າວລື້ມວ່າ,ເອຢິບຄັດຄ້ານອິດທິກຳລັງພາຍນອກໃຊ້ກຳລັງໜີບໃສ່ໂລກອາລັບໃນບັນຫາປະຕິຮູບ.ທ່ານກ່າວເນັ້ນວ່າ,ການປະຕິຮູບຂອງໂລກອາລັບ ກ່ອນອື່ນແມ່ນເລີ່ມຈາກຄວາມປາຖະໜາພາຍໃນ,ພ້ອມກັນນັ້ນຕ້ອງພິຈາລະນາເຖິງຈຸດພິເສດແລະສະພາບແວດລ້ອມຕ່າງກັນຂອງປະເທດອາລັບ,ພາຍນອກໃຊ້ກຳລັງໜີບໃສ່ບໍ່ໄດ້ຢ່າງເດັດຂາດ.
ຈາກນີ້ເຫັນໄດ້ວ່າ,ອິດທິກຳລັງພາຍນອກທີ່ທ່ານມູບາລັກເວົ້ານັ້ນແມ່ນອາເມລິກາ,ທ່ານສະແດງຄວາມປະທ້ວງແລະບໍ່ພໍໃຈຕໍ່ແຜນການປະຊາທິປະໄຕຕາເວັນອອກກາງຂອງອາເມລິກາໂດຍບໍ່ໄດ້ບົ່ງຊື່.ແຜນການປະຊາທິປະໄຕຕາເວັນອອກກາງໃຫຍ່ແມ່ນລັດຖະບານອາເມມິກາສະເໜີອອກໃນຕົ້ນປີ 2004 ທີ່ໝາຍຈະດັດແປງປະຊາທິປະໄຕຕໍ່ປະເທດອິສລາມຢູ່ເຂດຕາເວັນອອກກາງແລະອາຊີໃຕ້,ໃນນັ້ນ ສ່ວນຫຼາຍແມ່ນປະເທດອາລັບ.ແຜນການຕາເວັນອອກກາງໃຫຍ່ຂອງອາເມລິກາໄດ້ພິຈາລະນາແຕ່ດົນແລ້ວ,ສົງຄາມອີຣັກທີ່ລັດຖະບານບຸສກໍ່ຂຶ້ນໃນຕົ້ນປີ 2003 ກໍແມ່ນການເລີ່ມຕົ້ນແລະພາກສ່ວນໜຶ່ງທີ່ສຳຄັນຂອງຍຸດທະສາດປັບປຸງຕາເວັນອອກກາງແບບປະຊາທິປະໄຕ,ຕາມຄວາມເວົ້າຂອງທ່ານບຸສກໍແມ່ນ,ອາເມລິກາໂຄ່ນລົ້ມຊາດາມ,ແມ່ນຢາກສ້າງອີຣັກທີ່ມີເສລີພາບ ປະຊາທິປະໄຕແລະສັນຕິພາບໃນໃຈກາງຕາເວັນອອກກາງ,ເຮັດໃຫ້ມັນກາຍເປັນໂຄມໄຟປະຊາທິປະໄຕຂອງບັນດາປະເທດຕາເວັນອອກກາງແລະເປັນຢາຊຸກຍູ້ການປະຕິຮູບຂອງບັນດາປະເທດຕາເວັນອອກກາງໃຫຍ່.
ແຕ່ແຜນການຕາເວັນອອກກາງໃຫຍ່ຂອງທ່ານບຸສປະກາດເປັນຕົ້ນມາກໍຖືກປະເທດອາລັບຄັດຄ້ານແລະປະຕິເສດຢ່າງແຮງກ້າ,ໃນນັ້ນມີສາຍເຫດສອງຂໍ້,ໜຶ່ງ,ຈຸດປະສົງຂອງອາເມລິກາແມ່ນແຈ່ມແຈ້ງທີ່ສຸດ,ນີ້ກໍແມ່ນຢາກຜ່ານການປະຕິບັດປະຊາທິປະໄຕແລະທັດສະນະມູນຄ່າແບບອາເມລິກາຢູ່ເຂດຕາເວັນອອກກາງ,ບັນລຸຈຸດປະສົງທີ່ຄວບຄຸມຕາເວັນອອກກາງແລະຊັບພະຍາກອນນ້ຳມັນເຊື້ອໄຟອັນອຸດົມສົມບູນຢູ່ຕາເວັນອອກກາງຢ່າງຮອບດ້ານ,ຕອບສະໜອງຜົນປະໂຫຍດທາງເສດຖະກິດແລະຍຸດທະສາດຂອງອາເມລິກາຢ່າງສຸດຂະໜາດ.ສອງ,ເວົ້າໃນດ້ານທາດແທ້ແລ້ວ,ແຜນການຕາເວັນອອກກາງໃຫຍ່ແມ່ນຢາກປ່ຽນຕາເວັນອອກກາງເປັນແບບຝ່າຍຕາເວັນຕົກ,ທັງນີ້ມີລັກສະນະເອົາທັດສະນະຂອງຕົນຂືນເຕັງໃສ່ປະເທດອາລັບ.ສ່ວນໃນການປະຕິບັດແຜນການຕາເວັນອອກກາງໃຫຍ່,ອາເມລິກາຈົນກະທັ້ງໃຊ້ກຳລັງອາວຸດ,ມັນຍິ່ງຝ່າຝືນກັບຈິດໃຈປະຊາທິປະໄຕ.ປະຊາທິປະໄຕຢູ່ໃຕ້ກະບີ່ປາຍປືນ,ມີແຕ່ທຳລາຍປະຊາທິປະໄຕທໍ່ນັ້ນ.ທ່ານມູບາລັກເຄີຍເວົ້າຢ່າງຈະແຈ້ງວ່າ,ຄັດຄ້ານປະເທດໃດໆຊູທຸງປະຕິຮູບແລ້ວເອົາເຈດຕະນາລົມແລະແຜນການຂອງໂລກພາຍນອກຂືນເຕັງໃສ່ໂລກອາລັບ.
ບໍ່ຕ້ອງສົງໄສວ່າ,ປະຊາທິປະໄຕແມ່ນສິ່ງສະແຫວງຫາສູງສຸດທາງຈິດໃຈຂອງມວນມະນຸດ.ປະເທດແລະປະຊາຊົນເຂດຕາເວັນອອກກາງກໍມີຄວາມສະແຫວງຫາອັນແຮງກ້າຕໍ່ປະຊາທິປະໄຕ.ໃນຫຼາຍປີມານີ້,ປະເທດຕາເວັນອອກກາງສ່ວນໜຶ່ງເລີ່ມຊອກຄົ້ນແລະທຳຄວາມພະຍາຍາມຢ່າງຫ້າວຫັນໃນດ້ານການແກ້ໄຂບັນຫາຂອງຕົນແລະຊຸກຍູ້ຂະບວນປະຊາທິປະໄຕ,ຫວ່າງກ່ອນນີ້ບໍ່ດົນ ເອຢິບຕົກລົງດັດແກ້ລັດຖະທຳມະນູນເລືອກຕັ້ງປະທານາທິບໍດີໂດຍກົງໄດ້ສະແດງໃຫ້ເຫັນວ່າ,ມະຫາປະເທດຕາເວັນອອກກາງໄດ້ຢ່ວງບາດກ້າວສຳຄັນບົນເສັ້ນທາງປະຕິຮູບປະຊາທິປະໄຕ.ສິ່ງທີ່ເບິ່ງຂ້າມບໍ່ໄດ້ນັ້ນແມ່ນ,ເບື້ອງຫຼັງທາງປະຫວັດສາດ ສາສະໜາ ສັງຄົມແລະວັດທະນະທຳຂອງບັນດາປະເທດ ອາລັບໃນເຂດຕາເວັນອອກກາງສັບສົນຫຼາຍ,ການພັດທະນາຂອງເສດຖະກິດກໍບໍ່ສະໝ່ຳສະເໝີກັນ.ປະຕິບັດປະຊາທິປະໄຕໃນເຂດຕາເວັນອອກກາງ,ຄວນປະສານສົມທົບກັບສະພາບແຫ່ງຊາດຂອງບັນດາປະເທດ,ຊອກຫາເສັ້ນທາງທີ່ສອດຄ່ອງກັບເອກະລັກຂອງປະເທດຕົນໃນຂະບວນວິວັດປະຊາທິປະໄຕໃຫ້ໄດ້.
ສະນັ້ນ,ປະຊາຄົມໂລກເອົາໃຈໃສ່ນຳຂະບວນວິວັດປະຊາທິປະໄຕຢູ່ເຂດຕາເວັນອອກກາງ,ຄວນແກ້ໄຂຄວາມຫຍຸ້ງຍາກຕົວຈິງຕ່າງໆນາໆໂດຍຜ່ານການສະໜອງຂໍ້ສະເໜີທີ່ມີລັກສະນະສ້າງສັນແລະການຊ່ອຍເຫຼືອ,ແລະສະໜັບສະໜູນແລະເຊີດຊູກຳລັງໃຈຕໍ່ມາດຕະການອັນຕັ້ງໜ້າຂອງບັນດາປະເທດໃນເຂດຕາເວັນອອກກາງທີ່ໃຊ້ໃນການບັນລຸສັງຄົມກົມກຽມກັນແລະເສດຖະກິດມີຄວາມຈະເລີນຮຸ່ງເຮືອງ,ແລ້ວຮັບປະກັນຂະບວນວິວັດປະຊາທິປະໄຕຕາເວັນອອກກາງພັດທະນາໄປຕາມຈຸດພິເສດຂອງຕົນ.
|
|
|