ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-14 23:06:40    
ແຂວງ​ຢູນ​ນານ​ແລະ​ເຂດ​ກວາງ​ຊີ​ຈີນ​ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ການ​ກໍ່​ສ້າງ​ເຂດ​ການ​ຄ້າ​ເສ​ລີ​ຈີນ-​ອາ​ຊຽນ

cri Author: da
ກອງ​ປະຊຸມ​ປະຈຳ​ປີ​ຂອງ​ສະພາ​ປະຊາ​ຊົນ​ແຫ່ງ​ຊາດ​ຈີນ​ພວມ​ໄຂ​ຂຶ້ນ​ຢູ່​ປັກ​ກິ່ງ.​ວັນ​ທີ 5 ມີນາ,​ທ່ານ​ເວີນ​ເຈຍ​ປາວ ນາຍົກ​ລັດຖະ​ມົນ​ຕີ​ຈີນ​ໄດ້​ລາຍ​ງານ​ວຽກ​ງານ​ລັດຖະ​ບານ​ໃນ​ກອງ​ປະຊຸມ​​ ໂດຍ​ສະ​ເໜີ​ອອກ​ມາວ່າ​,ຕ້ອງ​​ໃຫ້​ສອດ​ຄ່ອງກັບ​ສະຖານະ​ການ​ໃໝ່,ສືບ​ຕໍ່​ຂະຫຍາຍ​ການ​ພົວພັນ​ເສດ​ຖະກິດ​ການ​ຄ້າ​​ສອງ​ຝ່າຍ​ແລະ​ຫຼາຍ​ຝ່າຍ​,ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ການ​ຮ່ວມ​ມື​ເສດ​ຖະກິດ​ຂອງ​ພາກ​ພື້ນ. ປະຈຸ​ບັນ,​ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນພວມ​ກ້າວ​ເຂົ້າສູ່​ໄລຍະ​ເລີ່​ມຕົ້ນ​ຢ່າງ​ຮອບ​ດ້ານ,​ ແຂວງ​ຢູນ​ນານ​ແລະ​ເຂດ​ກວາງຊີ​ທີ່​​ຕິດ​ກັບ​ອາ​ຊຽນຈະ​ເສີມ​ຂະ​ຫຍາຍ​ທ່າ​ແຮງ​ທາງ​ພູມ​ຖານ​ຂອງ​ຕົນ​ເຂົ້າ​ຮ່ວມ​ການ​ກໍ່ສ້າງ​ເຂດ​ການ​ຄ້າ​ເສລີ​ແນວ​ໃດ​​?

ປີ2005,​ການ​ສ້າງ​ສາ​ເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນ​​ໄດ້ເລີ່​ມດຳ​ເນີນ ຢ່າງ​ຮອບ​ດ້ານ. ຜູ້​ແທນ​ສະພາ​ປະຊາ​ຊົນ​​ແຂວງ​ຢູນນານ​ແລະ​ເຂດ​ກວາງ​ຊີ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ປະຈຳ​ປີ​ຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ເວົ້າວ່າ,​ ເຂດ​ການ​ຄ້າ​ເສລີ​ຈະ​ອຳ​ນວຍໂອ​ກາດ​ດີ​ໃຫ້​​ສອງ​ເຂດ​ແຂວງ​ດັ່ງ​ກ່າວ​ໄຂ​ປະຕູ​ສູ່​ພາຍ​ນອກ​,​ ແຂວງ​ຢູນນານ​ແລະ​ເຂດ​ກວາງ​ຊີ​ຈະ​ເຂົ້າ​ຮ່ວມ​ການ​ສ້າງ​ສາ​ເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນ​ຢ່າງ​ຫ້າວ​ຫັນ.

​ແຂວງ​ຢູນ​ນານ​ຈີນ​ຕັ້ງຢູ່​ບ່ອນ​ຕິດ​ຕໍ່ກັນ​ຂອງ​ສາມເຂດ​ເສດ​ຖະກິດ​ໃຫຍ່​ຄື​ຈີນ ອາຊີ​ອາຄະ​ເນ​ແລະອາຊີ​ໃຕ້,​ທັງ​ມີ​ພູຜາ​ປ່າ​ໄມ້​ແມ່ນ້ຳ​ລຳ​ເຊ​ຕິດ​ຈອດ​ກັບ​ລາວ ຫວຽດ​ນາມ​ແລະ​ມຽນ​ມາ, ພາ​ສາ​ປາກເ​ວົ້າ​​ແລະ​ວັດທະ​ນະ​ທຳ​ກໍຄ້າຍ​ຄື​ກັນ​ແລະ​​​ເຂົ້າ​ໃຈ​​ກັນ​ໄດ້, ລະ​ຫວ່າງ​ປະຊາ​ຊົນ​ກໍມີ​ການ​ໄປມາ​ຫາສູ່​ກັນ​ດ້ວຍ​ໄມຕີ​ຈິດ​​ເລື້ອຍໆ,​ແມ່ນ​ຂົວ​ແລະ​ສາຍ​ພານ​ທາງ​ບົກ​​ໃນ​ການ​ຮ່ວມ​ມື​ກັນ​ລະ​ຫວ່າງ​ຈີນ​ກັບ​​ປະ​ເທດ​ອາ​ຊີ​ອາຄະ​ເນ​ແລະ​ອາຊີ​ໃຕ້.

​ໃນ​ຫຼາຍ​ປີ​ມາ​ນີ້,​ແຂວງ​ຢູນ​ນານ​ໄດ້​ຍົກ​ລະດັບ​ໄຂ​ປະຕູ​ສູ່​ພາຍ​ນອກ​ໃຫ້​ສູງ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ,​ພຽງ​​ແຕ່ໃນປີ 2004 ປີ​ດຽວ,​ຍອດ​ມູນ​ຄ່າ​ການ​ຄ້າຂາ​​ເຂົ້າຂາ​ອອກ​ກັບ​ຕ່າງປະ​ເທດ​ຂອງ​ທົ່ວ​ແຂວງ​ກໍບັນ​ລຸ 3 ຕື້ 200 ລ້ານ​ໂດ​ລາ​ສະຫະ​ລັດ,​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ​​ປີ​ກ່ອນ 20%, ສ່ວນ​​​ອາ​ຊຽນ​ໄດ້​ກວມ​ອັດຕາ​ສ່ວນ​ຫຼາຍ​ສົມຄວນ​ໃນ​ການ​ຄ້າ​ກັບ​ຕ່າງປະ​ເທດ​ຂອງ​ແຂວງ​ຢຸນ​ນານ.

ທ່ານ​​​ປາຍ​ເອີນ​ເພີຍ ຜູ້​ແທນ​ສະພາ​ປະຊາ​ຊົນ ​ເລຂາ​ຄະນະ​ພັກ​ແຂວງ​ຢູນນານ​ເວົ້າ​ວ່າ,​ແຂວງ​ຢູນ​ນານ​ພວມ​ເລັ່ງ​ລັດ​​ສ້າງສາ​​ເສັ້ນ​ທາງ​​ເນັ່ງ​ໄປສູ່​ອາຊີ​ອາຄະ​ເນ.ທ່ານ​ເວົ້າວ່າ:

"ດຽວ​ນີ້ ​ຈາກ​ເມືອງ​ຄຸນມິ​ງ​ໄປ​ຫາຕົວ​​ເມືອງ​ສຳຄັນ​ຂອງ​ປະ​ເທດ​ອາຊີ​ອາ​ຄະ​ເນຕ່າງ​ກໍ​ມີມີ​ຖ້ຽວ​ການ​ບິນ​ໝົດ​ແລ້ວ; ພວກ​​ເຮົາ​ພວມ​ສ້າງ​ທາງ​ຫຼວງ​ຄຸນ​ມີງ-​ບາງ​ກອກ;​ພວກ ​ເຮົາ​ໄດ້​ສ້າງ​ທາງ​ລົດ​​ໄຟ​ຈາກ​​ເມືອງ​ຄຸນ​ມິ​ງ​ໄປ​ຫາ​ເມືອງ​ລາວ​ກາຍ​ຫວຽດ​ນາມ​ແລ້ວ,​ແລະຍັງ​ວາງ​ແຜນຈະ​ສ້າງ​ທາງ​ລົດ​​ໄຟ​ຈາກ​ຕ້າ​ຫຼີ​ໄປຮອດ​ມຽນ​ມາ,ຈາກ​ສິບ​ສອງ​ພັ່ນ​ນາ​​ໄປຮອດ​ວຽງ​ຈັນ​ລາວ;​ ປີ​ 2004, ກິດຈະ​ການ​ລວງ​ທາງ​ເດີນ​ເຮືອ​ຢູ່​ແມ່ນ້ຳ​ລ້ານ​ຊ້າງ​​ໄດ້​ສ້າງ​ສຳ​ເລັດ​ແລ້ວ​,ການ​ກໍ່ສ້າງ​ທາງ​ເດີນ​ເຮືອ​​ແມ່ນ້ຳ​ລ້ານ​ຊ້າງ-​ແມ່ນ້ຳ​ຂອງ​ກໍ​ກຳລັງ​ວາງ​ແຜນຢູ່. ທັງ​ນີ້​ໄດ້​ສ້າງ​ເງື່ອນ​ໄຂ​ໃຫ້​​ແຂວງ​ຢູນ​ນານ​ເຂົ້າ​ຮ່ວມ​ການ​ສ້າງ​ສາ​ເຂດ​ການ​ຄ້າ​ເສລີ."

​ໃນ​ປີ 2004,​"ເຂດ​ເສດ​ຖະກິດ​ການ​ຄ້າວິ​ທະຍາ​ສາດ​ເຕັກ​ນິກ​ພາກ​ເໜືອ​ໄທ"ທີ່​ແຂວງ​ຢູນ​ນານ​ຮ່ວມ​ມືກັບ​ໄທກໍ​ເລີ່​ມລົງມື​ສ້າງສາ​​ຢ່າງ​ເປັນ​ທາງ​ການ​ແລ້ວ, ທັງ​ນີ້​ໄດ້​ສ້າງ​ແທ່ນ​ໃຫ້ວິ​ສາ​ຫະກິດ​ຈີນ​​ເດີນ​ໄປສູ່​ອາ​ຊີ​ອາຄະ​ເນ ​ເຂົ້າ​ຮ່ວມ​ການ​ສ້າງສາ​ເຂດ​ການ​ຄ້າ​ເສລີ​ແລະ​​ຮ່ວມ​ມື​ເສດ​ຖະກິດ​ເຕັກ​ກັບ​ນາໆ​ຊາດ.​ທ່ານ​ປາຍ​ເອີນ​ເພີຍ​ເວົ້າວ່າ:

"ນີ້​ແມ່ນ​ໝາກ​ຜົນ​ຊຸກຍູ້​ການ​ຄ້າ​​ສອງ​ຝ່າຍ​ຂອງ​ຈີນ,​ທັງ​ສະ​ແດງ​ໃຫ້​ເຫັນ​ຄວາມ​ໝັ້ນ​ໃຈ​ຂອງ​ແຂວງ​ຢູນ​ນານ​ໃນ​ການ​ເຂົ້າ​ຮ່ວມ​ການ​ສ້າງ​ສາ​ເຂດ​ການ​ຄ້າ​ເສລີ."

 ເຊັ່ນ​ດຽວ​ກັນ,​ເຂດ​ທີ່ໃກ້​ຄຽງ​ກັບປະ​ເທດອາ​ຊຽນ​ຍັງ​ມີເຂດ​​ກວາງຊີ​ເຜົ່າ ຈ້ວງ​ປົກ​ຄອງ​ຕົນ​ເອງ​ຂອງ​ຈີນ.​ເຂດ​ກວາງຊີ​ແມ່ນ​ທາງ​ອອກ​ທະ​ເລ​​ທີ່​ສະດວກ​ທີ່​ສຸດ​ທາງ​ເຂດ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ​,​ແລະກໍ​ແມ່ນ​ປະຕູ​ແລະ​ຊ່ອງ​ທາງ​ສຳຄັນ​ຈາກ​ຈີນ​​ໄປ​ສູ່​ອາ​ຊຽນ.

ທ່ານ​ລູປິງ ຜູ້​ແທນ​ສະພາ​ປະຊາຊົນ​ຂອງ​ເຂດ​ກວາງຊີ ປະທານ​ເຂດ​ກວາງຊີ​ເຜົ່າ​ຈ້ວງ​ປົກຄອງ​ຕົນ​ເອງ​ເວົ້າ​ວ່າ,ປີ 2004,ຍອດ​ມູນ​ຄ່າ​ການ​ຄ້າຂາ​​ເຂົ້າ​ຂາ​ອອກ​ລະ​ຫວ່າງ​ເຂດ​ກວາງຊີ​ກັບປະ​ເທດ​ອາ​ຊຽນ​ໄດ້​ບັນລຸ 1 ຕື້​ກວ່າ​ໂດ​ລາ​ສະຫະ​ລັດ,​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ​ເວລາ​ດຽວ​ກັນ​ໃນ​ປີ​2003​ 21%, ກວມ​1 / 4ຂອງ​ຍອດ​ມູນ​ຄ່າ​ການ​ຄ້າຂາ​ເຂົ້າຂາ​ອອກ​ຂອງ​ເຂດ​ກວາງຊີ. ອາ​ຊຽນ​ໄດ້​ກາຍ​ເປັນຄູ່​ການ​ຄ້າ​ທີ່​ໃຫຍ່​ກວ່າ​ໝູ່​ຂອງ​ເຂດ​ກວາງຊີ.

ປີ 2004​,ງານ​ເອັກສ໌​ໂປ​ຈີນ-ອາ​ຊຽນ​ຄັ້ງປະ​ຖົມມະ​ເລີກ​ໄດ້​ຈັດ​ຂຶ້ນ​ຢູ່​ເມືອງ​ນານ​ນິງ​ຈີນ​ຢ່າງ​ສຳ​ເລັດ​ຜົນ. ຕາມ​ໄດ້​ຊາບ,​ແຂກ​ຈີນ​ແລະ​ຕ່າງປະ​ເທດ​ທີ່​ເຂົ້າ​ຮ່ວມ​ງານ​ວາງສະ​ແດງ​ຄັ້ງ​ນີ້​ມີ​ເຖິງ 3 ໝື່ນ​ກວ່າ​ຄົນ,​ໃນ​ໄລຍະ​​ໄຂ​ງານ​ ​ໄດ້​​ເຊັນ​ຂໍ້ຜູກ​ພັນ​ແລະ​ສັນຍາ​ກັບ​ທຶນ​ຕ່າງປະ​ເທດ​​ເກືອບ 5 ຕື້​ໂດ​ລາ​ສະຫະ​ລັດ,​ທຶນ​​ພາຍ​ໃນ​ປະ​ເທດ​ຈີນ​ກໍ​ມີ​ເຖິງ 40 ຕື້​ກວ່າ​ຢວນ.ງານ​ເອັກສ໌​ໂປ​​ຈີນ-ອຽນ​ໄດ້​ກາຍ​ເປັນ​ແທ່ນ​ສຳ​ຄັນ​ທີ່​ຊຸກ​ຍູ້​ການ​ຮ່ວມມື​ທາງ​ເສດ​ຖະກິດ​ການຄ້າ​ລະ​ຫວ່າງ​ຈີນ​ກັບປະ​ເທດ​ອາຊຽນ​ແລ້ວ. ທ່ານ​ລູ້​ປິງ ຜູ້​ແທນ​ສະພາ​ປະຊາ​ຊົນ​ແຫ່ງ​ຊາດ​ຈີນ​ເວົ້າວ່າ:

"ການ​ເລັ່ງ​ລັດກໍ່​ສ້າງ​ເຂດ​ການ​ຄ້າ​ເສລີ​​ໄດ້​ກາຍ​ເປັນ​ຄວາມ​ຮັບ​ຮູ້​ຄື​ກັນ​ທີ່​ສຳຄັນ​ຂອງ​ຈີນ​ແລະ​ອາ​ຊຽນ. ພາຍ​ໃຕ້​ການ​ຮ່ວມ​ກັນ​ບົ່ມ​​ເພາະ​​ຂອງ​ຈີນ​ແລະ​ບັນດາ​ປະ​ເທດ​ອາ​ຊຽນ, ​ງານ​ເອັກສ໌​ໂປ​​ຈີນ-ອາ​ຊຽນ​ໃນ​ຖານ​ເປັນ​ແທ່ນ​ຮັບ​ໃຊ້​ເຂດ​ການ​ຄ້າ​ເສລີ​ໂດຍ​ກົງໄດ້​ກາຍ​ເປັນ​ສະ​ຖານ​ທີ່​ສຳ​ຄັນ​ຂອງ​ການ​ໄປມາ​ຫາສູ່​ກັນ​ທາງ​ການ​ເມືອງ ​ເສດຖະກິດ​ການ​ຄ້າ​ແລະ​ວັດທະ​ນະທຳ​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ​ແລ້ວ​.​ ​ອາ​ໄສ​ແທ່ນ​ນີ້, ຈີນ​ກັບ​ບັນດາ​ປະ​ເທດ​ອາ​ຊຽນ​ສາ​ມາດ​​ເຂົ້າ​ໃຈ​ກັນ​ແລະ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ເລິກ​ເຊິ່ງ​ກວ່າ​ເກົ່າ, ມີ​ຜົນ​ດີ​ຕໍ່​ການ​ຊຸກ​ຍູ້​ໃຫ້​ວິ​ສາ​ຫະກິດ​ຈີນ​ແລະ​ວິ​ສາ​ຫະກິດ​ອາ​ຊຽນ​ຫຼາຍ​ກວ່າ​ເກົ່າ​ດຳ​ເນີນ​ການ​ຮ່ວມ​ມື​ແລະ​ແລກປ່ຽນ​​​ກັນ. ເວົ້າ​ສຳ​ລັບ​ຈີນ​ກັບ​ບັນດາ​ປະ​ເທດ​ອາ​ຊຽນ​ແລ້ວ,​ຕ່າງຝ່າຍ​ຕ່າງ​ຈະ​ໄດ້​ຮັບຜົນ​ປະ​ໂຫຍ​ດ​ນຳ​ກັນ."

ຕາມ​ໄດ້​ຊາບ,​ວຽກ​ງານ​ກະ​ກຽມ​ຈັດ​ງານ​ເອັກສ໌​ໂປ​​ຈີນ-ອາ​ຊຽນ​ຄັ້ງທີ​ສອງໄດ້​ ເລີ່ມ​ດຳ​ເນີນ​ຢ່າງ​ຮອບ​ດ້ານ​ແລ້ວ,​ແລະຈະ​ຈັດ​ຂຶ້ນ​ໃນ​ທ້າຍ​ເດືອນ​ຕຸລາປີ​ນີ້.​ ເພື່ອ​ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງ​ວິ​ສາ​ຫະກິດ​ໃນ​ດ້ານ​ຮ້ານ​ວາງສະ​ແດງ,ງານ​ເອັກສ໌​ໂປ​​ຄັ້ງທີ​ສອງໄດ້​ຈັດ​ຮ້ານ​ວາງສະ​ແດງ​​ມາດ​ຖານໄວ້ 3500 ແຫ່ງ, ​ຫຼາຍ​ກວ່າ ຄັ້ງ​ທີ​ໜຶ່ງ 1000​ ແຫ່ງ.​ ເມືອງ​ນານ​ນິງ​ວາງ​ແຜນຈະ​ສ້າງ​ເຂດ​ການ​ຄ້າ​ສາກົນ​ຈີນ-ອາ​ຊຽນ​ທີ່ກວມ​ເນື້ອທີ່ 3 ກິ​ໂລ​ແມັດ​ມົນທົນ​ຢູ່​ເບື້ອງ​ຕາ​ເວັນ​ອອກ​ຂອງ​ສູນ​ປະຊຸມ​ແລະ​ວາງ​ສະ​ແດງ​ສາກົນ​ນານ​ນິງ​ສະ​ຖານທີ່​ຈັດງານ​ເອັກສ໌​ໂປ​ຈີນ-ອາ​ຊຽນ,​ເພື່ອ​ຊຸກຍູ້​ການ​ໄປມາ​ຫາສູ່​ກັນທາງ​ການ​ຄ້າ​ລະຫວ່າງ​ຈີນ​ກັບ​ບັນດາ​ປະ​ເທດ​ອາ​ຊຽນ.ທ່ານ​ລູ້​ປິງ​ເວົ້າ​ວ່າ:

"ຂ້າ​ພະ​ເຈົ້າ​ຫວັງ​ໃຫ້​ເພື່ອນ​ບັນດາ​ປະ​ເທດອາ​ຊຽນ ​ສະຫຼະ​ເວລາ​ອັນ​ລ້ຳຄ່າ​ມາ​ເຂົ້າ​ຮ່ວມ​ງານ​ເອັກສ໌​ໂປ​ຈີນ-ອາ​ຊຽນ​ຄັ້ງທີ​ສອງ.​ໃນ​ວາລະ​ເດືອນ​ຕຸລາ ​​ລະດູ​ໃບ​ໄມ້​ຫຼົ່ນ ທີ່ດອກ​ອົບ​ເຊີຍ​ສົ່ງ​ກິ່ນ​ຫອມ​ຫວນ,​ ພວກ​​ເຮົາ​ຈົ່ງມາ​ເຕົ້າ​ໂຮມ​ກັນ​ຢູ່​ເມືອງ​ນານ​ນິງ, ພ້ອມ​ກັນ​ຊົມ​ໝາກ​ຜົນ​ອຸດົມ​ສົມ​ບູນ​ແຫ່ງ​ການ​ຮ່ວມ​ມື​ເສດ​ຖະກິດ​ຂອງ​ພາກ​ພື້ນ​ພວກ​ເຮົາ!"