|
 |
(GMT+08:00)
2005-03-15 10:44:43
|
ຄະນະລັດຖະບານໄທຊຸດໃຫມ່ສາບານຕົວຂຶ້ນຮັບຕຳແຫນ່ງ
cri
Author: sayvanny
ຕາມຂ່າວສານຊີນຮວາ: ວັນທີ 14 ມີນາ ຢູ່ຫົວຫີນ ເມືອງແຄມທະເລພາກໃຕ້ບາງກອກ ທ່ານທັກສິນ.ຊິນນະວັດ ນາຍົກລັດຖະມົນຕີໄທໄດ້ນຳພາສະມາຊິກຄະນະລັດຖະບານຊຸດໃຫມ່ 35 ຄົນສາບານຕົວຂຶ້ນຮັບຕຳແຫນ່ງ.
ສົມເດັດພູມີພົນ.ອະດຸນຍະເດດ ເຈົ້າຊີວິດໄທຊົງພະກະລຸນາທິຄຸນເຂົ້າ ຮ່ວມພິທີສາບານຕົວແລະຊົງພະລາຊະປາໄສໂດຍສັງເຂບ,ຫວັງໃຫ້ລັດຖະ ບານຊຸດໃຫມ່ ຖືຜົນປະໂຫຍດຂອງປະຊາຊົນໄທເປັນແກ່, ພະຍາຍາມເຮັດວຽກ, ສ້າງໄທໃຫ້ຈະເລີນຮຸ່ງເຮືອງຍິ່ງຂຶ້ນ.
|
|
|