ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-15 11:16:20    
ຜົນ​ສະ​ທ້ອນ​ຂອງ FTA

cri Author: sayvanny
ຜົນ​ສະ​ທ້ອນ​ຂອງ FTA ທີ່​ມີ​ຕໍ່​ເສດ​ຖະ​ກິດ​ພາຍ​ໃນ​ເຂດ​ແບ່ງ​ອອກ​ເປັນ​ສອງ​ປະ​ເພດ,ປະ​ເພດ​ຫນຶ່ງ​ແມ່ນ​ຜົນ​ຢຸດ​ນິ່ງ​ແມ່ນ​ຫມາຍ​ເຖິງ​ຜົນ​ສະ​ທ້ອນ​​ໂດຍ​ກົງທີ່ມີ​ຕໍ່​ການ​ພັດ​ທະ​ນາ​ການ​ຄ້າ​ຂອງ​ບັນດາ​ສະ​ມາ​ຊິກ​ພາຍ​ຫລັງ​ໄດ້​ຍົກ​ເລີກ​ພາ​ສີ​ແລະ​ການ​ຈຳກັດ​ຈຳ​ນວນ​ການ​ຄ້າ​ລະ​ຫວ່າງ​​ສະ​ມາ​ຊິກ​ພາຍ​ໃນ​ເຂດ;ອີກ​ປະ​ເພດ​ຫນຶ່ງ​ແມ່ນ​ຜົນ​ເຫນັງ​ຕີງ,ຫມາຍ​ເຖິງ​ຜົນ​ສະ​ທ້ອນ​ໂດຍ​ທາງ​ອ້ອມ​ທີ່​ພາ​ໃຫ້​ເສດ​ຖະ​ກິດ​ຂອງ​ບັນດາ​ສະມາຊິກ​ເຕີບ​​ໂຕ​ໄວ​ເຂົ້າ​ຍ້ອນ​ສະ​ມັດ​ຖະ​ພາບ​ການ​ຜະ​ລິດ​ພາຍ​​ເຂດ​ໄດ້​ຍົກ​ສູງ​ຂຶ້ນ​ແລະ​ການ​ສະ​ສົມ​ທຶນ​ຮອນ​ໄດ້​ເພີ່ມ​ຂຶ້ນ​ພາຍ​ຫລັງ​ເຊັນ​ສັນຍາ FTA .

ຫນຶ່ງ:​ຜົນ​ສະ​ທ້ອນ​ທີ່​ມີ​ລັກ​ສະ​ນະ​ຕົວ​ແທນ​ກວ່າ​ຫມູ່​ໃນ​ຜົນ​ຢຸດ​ນິ່ງ​ຂອງ FTA ​ແມ່ນ:ອັນ​ທີ່​ວ່າ​ປະ​ສິດ​ທິ​ພົນ​ສ້າງ​ການ​ຄ້າ​ແລະ​ປະ​ສິດ​ທິ​ພົນ​ຫັນ​ຍ້າຍ​ການ​ຄ້າ.

ປະ​ສິດ​ທິ​ຜົນ​ສ້າງ​ການ​ຄ້າຂອງ FTA ຕົ້ນ​ຕໍ​ແມ່ນ​ຫມາຍ​ເຖິງ:ຍ້ອນ​ລະ​ຫວ່າງ​ສະ​ມາ​ຊິກ​ພາຍ​ໃນ​ເຂດ​ໄດ້​ຫລຸດ​ຕົ້ນ​ທຶນ​​ໃນການ​ຄ້າ​ຂາຍ​ແລະ​ການ​ຍົກ​ເລີກ​ຈຳ​ກັດ​ດ້ານ​ການ​ຄ້າ, ພາ​ໃຫ້​ຜະ​ລິດ​ຕະ​ພັນ​ທີ່​ມີ​ຕົ້ນ​ທຶນ​ສູງ​ພາຍ​ໃນ​ປະ​ເທດ​ຕົນ​ຖືກ​ສິນ​ຄ້າ​ທີ່​ມີ​ຕົ້ນ​ທຶນ​ຕ່ຳຂ​ອງ​ສະ​ມາ​ຊິກ​ອື່ນໆ​ພາຍ​ໃນ​ເຂດ​ເຂົ້າ​ແທນ,ຫລື​ການ​ຄ້າ​ສົ່ງ​ອອກ​ສິນ​ຄ້າ​ທີ່​ມີ​ຕົ້ນ​ທຶນ​ຕ່ຳ​ຂອງ​ປະ​ເທດ​ຕົນ​ທີ່​ຖືກ​ຝ່າຍ​ກົງ​ກັນ​ຂ້າມ​ຈຳ​ກັດ​​ດ້ານ​ປະ​ລິ​ມານ​ແລະ​ເກັບ​ພາ​ສີ​ສູງ​​ໃນ​ເມື່ອ​ກ່ອນ​ນັ້ນ​ໄດ້​ເພີ່ມ​ຫລາຍ​ຂຶ້ນ, ​ແລ້ວ​ນຳ​ເອົາ​ໂອກາດ​ການ​ຄ້າ​​ແລະ​ຜົນ​ປະ​ໂຫຍດ​ທາງ​ເສດ​ຖະ​ກິດ​ຫລາຍ​ກວ່າ​ເກົ່າ​ມາ​ໃຫ້​ສອງ​ຝ່າຍ​ຂາ​ເຂົ້າ​ຂາ​ອອກ​ພາຍ​ໃນ​ເຂດ.ຜ່ານ​ຈາກ FTA, ສາມາດ​ຫລຸດ​ຕົ້ນ​ທຶນ​ການ​ຄ້າ​ລະ​ຫວ່າງ​ກັນ​ໃນ​ລະ​ດັບ​ຫລາຍ​ທີ່​ສຸດ, ກະ​ຕຸກ​ຄວາມ​ຕ້ອງ​ການ​ທາງ​ການ​ຄ້າ​ໃຫ້​ເພີ່ມ​ຫລາຍ​ຂຶ້ນ,​ເຮັດ​ໃຫ້​ການ​ແບ່ງ​ງານ​ດ້ານ​ອຸດ​ສາ​ຫະ​ກຳ​ລະຫ​ວ່າງ​ບັນ​ດາ​ປະ​ເທດ​ຍິ່ງ​ສົມ​ເຫດ​ສົມ​ຜົນ​ກວ່າ​ເກົ່າ.

ປະ​ສິດ​ທິ​ຜົນ​ຫັນ​ຍ້າຍ​ການ​ຄ້າ​ຂອງ FTA​ ​ແມ່ນ​ຫມາຍ​ເຖິງ​ການ​ໄປ​ມາ​ຫາ​ສູ່​ກັນ​ດ້ານການ​ຄ້າ​ກັບ​ປະ​ເທດ​ອື່ນໆ​ຢູ່​ນອກ​​ເຂດ​ໃນ​ເມື່ອ​ກ່ອນ​ອາດ​ຈະ​ຖືກ​ການ​ຄ້າ​ລະ​ຫວ່າງ​ສະ​ມາ​ຊິກ​ພາຍ​ໃນ​​ເຂດ​ເຂົ້າ​ແທນ​ຍ້ອນ​ຕົ້ນ​ທຶນ​ການ​ຄ້າ​ຂາຍ​ພາຍ​ໃນ​ເຂດ​ໄດ້​ຫລຸດ​ຫນ້ອຍ​ລົງ. ປະຈຸ​ບັນ, ອິດ​ຕາ​ສ່ວນ​ການ​ຄ້າ​ພາຍ​​ເຂດ​ອາຊີ​ຕາ​ເວັນ​ອອກ​ມີ​ພຽງ​ປະ​ມານ 30% ທໍ່​ນັນ, ຕ່ຳ​ກວ່າ​ລະ​ດັບ​ຂອງ​ສະ​ຫະ​ພາບ​ເອີ​ລົບ​ແລະ​ເຂດ​ການ​ຄ້າ​ເສລີ​ອາ​ເມ​ລິ​ກາ​ເຫນືອ​ທີ່​​ເປັນ FTA ຕົ້ນຕໍ​ທີ່​ມີບັນລຸ​ເຖິງ 50%-60% ນັ້ນ​ຢ່າງ​ຫລວງ​ຫລາຍ.ນີ້​ກໍ່​ແມ່ນ​ມູນ​ເຫດ​ສຳ​ຄັນ​ລາຍ​ຫນຶ່ງ​ທີ່​ລະ​ດັບ​ອີງ​ອາ​ໃສ​ນຳ​​ເສດ​ຖະ​ກິດ​ຢູ່​ນອກ​​ເຂດ​ຂອງ​ບັນດາ​ປະ​ເທດ​ໃນ​​ເວ​ລາ​ດົນ​ນານ​ມາ​ນີ້​​ໄດ້​ສູງ​ຢູ່​ຕະ​ຫລອດ​ແລະ​ມັກ​​ຖືກ​ກະ​ທົບ​ກະ​ເທືອ​ນ​ຈາກ​ການ​ປັ່ນ​ປ່ວນ​ຂອງ​ເສດ​ຖະ​ກິດ​ພາກ​ນອກ.ການ​ພົວ​ພັນ​ການ​ຄ້າ​ລະ​ຫວ່າງ​ຫມູ່​ຄູ່​​ພາຍ​ໃນ FTA ​ໄດ້​ຂະ​ຫຍາຍ​ຕົວ​ອອກ, ນັ້ນ​ມີ​ຜົນ​ດີ​ຕໍ່​ການ​ຍົກ​ຄວາມ​ຫມັ້ນ​ທ່ຽງ​ແລະ​ກຳ​ລັງ​ບົ່ມ​ຊ້ອນ​ໃນ​ການ​ເຕີບ​ໂຕ​ຂອງ​ການ​ຄ້າ​ກັບ​ພາຍ​ນອກ​ໃຫ້​ສູງ​ຂຶ້ນ.

ສອງ:​ຜົນ​ເຫນັງ​ຕີງ​ຂອງ FTA ຕົ້ນ​ຕໍ​ລວມ​ທັງ​ປະ​ສິດ​ທິ​ຜົນ​ເປີດ​ກວ້າງ ຕະ​ຫລາດ​ແລະ​ປະ​ສິດ​ທິ​ຜົນ​​ຊຸກ​ຍູ້​ການ​ແກ່ງ​ແຍ່ງ.ປະ​ສິດ​ທິ​ຜົນ​ເປີດ​ກວ້າງ ຕະ​ຫລາດ​​ຫມາຍ​ຄວາມ​ວ່າ​ຄຽງ​ຄູ່​ກັບ​ຂະ​ຫນາດ​ການ​ຄ້າ​ໄດ້​ເປີດ​ກວ້າງ​ອອກ​ນັ້ນ​ຈະ​​ເຣັດ​ໃຫ້ການ​ຜະລິດ​ແລະ​ການ​ຈໍ​ລະ​ຈອນ​​ຫຍາຍ​ກວ້າງ​ອອກ,​ແລະ​ພາ​ໃຫ້​ຂະ​ແຫນງ​ການ​ຕ່າງໆ​ເຕົ້າ​ໂຮມ​ກັນ;ປະ​ສິດ​ທິ​ຜົນ​ຊຸກ​ຍູ້​ການ​ແກ່ງ​ແຍ່ງ​ຫມາຍ​ຄວາມ​ວ່າ​ຄຽງ​ຄູ່​ກັບ​ຕະ​ຫລາດ​ທີ່​ເປັນ​ເອ​ກະ​ພາບ​ກັນ​ພາຍ​ໃນ​ເຂດ​ໄດ້​ຈໍ່​ຕົວ​ຂຶ້ນ​ນັ້ນ, ຈະ​ຊຸກ​ຍູ້​​ໃຫ້ຂະ​ແຫນງ​ການ​ຜູກ​ຂາດ​ຢູ່​ພາຍ​ໃນ​ເຂດ​ແກ່ງ​​ແຍ່ງ​ກັນ, ​ແລ້ວ​ຍົກ​ສະ​ມັດ​ຕະ​ພາບ​ການ​ຜະລິດ​ໃຫ້​ສູງ​ຂຶ້ນ.

​ເວົ້າ​ສຳ​ລັບ​ສະມາຊິກ FTA ​ແລ້ວ, ປະ​ດ​ທິ​ຜົນ​ສ້າງ​ການ​ຄ້າ ປະ​ສິດ​ທິ​ຜົນ​ເປີດ​ກວ້າງ​ຕະ​ຫລາດ​​ແລະ​ປະ​ດ​ທິ​ຜົນ​ຊຸກ​ຍູ້​ການ​ແກ່ງ​ແຍ່ງ​ຈະ​ສ້າງ​ຜົນ​ສະ​ທ້ອນ​ທາງ​ບວກ​ຫລາຍ​ຢ່າງ,​ແຕ່​ປະ​ສິດ​ທິ​ຜົນ​ຫັນ​ຍ້າຍ​ການ​ຄ້າກໍ່​ອາດ​ຈະ​ສ້າງ​ຜົນ​ສະ​ທ້ອນ​ທາງ​ລົບ,​ສາ​ເຫດ​ແມ່ນ​ຍ້ອນ​ວ່າ​ຜະລິດ​ຕະ​ພັນ​ທີ່​ມີ​ປະ​ສິດ​ທິ​ພາບ​ຕ່ຳ​ຢູ່​ພາຍ​ໃນ​​ເຂດ​ອາດ​ຈະ​ເຂົ້າ​ແທນ​ຜະ​ລິດ​ຕະ​ພັນ​ທີ່​ມີ​ປະ​ສິດ​ທິ​ພາບ​ສູງ​ຂອງ​ປະ​ເທດ​ທີ່​ບໍ່​ແມ່ນ​ສະ​ມາ​ຊິກ.​ເວົ້າ​ໂດຍ​ທົ່ວ​ໄປ​ແລ້ວ, ຕ້ອງ​ຜ່ານ​ຈາກ​ການ​ດຶງ​ດູດ​ສະມາ​ຊິກ​ທີ່​ມີ​ປະ​ສິດ​ທິ​ພາບ​ສູງ​ແລະ​ເປີດ​ກວ້າງ​ຂອບ​ເຂດ​ປົກ​ຫຸ້ມ​ຂອງ​ເຂດ​ຈິ່ງ​ສາ​ມາດ​ປ້ອງ​ກັນ​ບໍ່​ໃຫ້​ເກີດ​ຜົນ​ສະ​ທ້ອນ​ທາງ​ລົບ​ນີ້​ໄດ້.

FTA ກໍ່​ຈະ​ເກີດ​ມີ​ບົດ​ບາດ​ອັນ​ຕັ້ງ​ຫນ້າ​ຕໍ່​ການ​ດຶງ​ດູດ​ການ​ລົງ​ທຶນ​ໂດຍ​ກົງ. ຫນຶ່ງ​ແມ່ນ​ຍ້ອນ​ວ່າ​ໃຕ້​ກໍ​ລະ​ນີ​ສ່ວນ​ຫລາຍ​ສັນ​ຍາ FTA ​ໄດ້​ລວມ​ທັງ​ເນື້ອ​ໃນ​ຊຸກ​ຍູ້​ການ​ລົງ​ທຶນ​ເຊິ່ງ​ກັນ​ແລະ​ກັນ, ມີ​ຜົນ​ດີ​ຕໍ່​ການ​ຈໍລະ​ຈອນ​ຂອງ​ປັດ​ໄຈ​ທຶນ​ຮອນ​ພາຍ​ໃນ​ເຂດ;ສອງ ສັງ​ເກດ​ຈາກ​ການ​ພົວ​ພັນ​ລະ​ຫວ່າງ​ການ​ຄ້າ​ກັບ​ການ​ລົງ​ທຶນ​ແລ້ວ​ເຫັນ​ວ່າ, ຄຽງ​ຄູ່​ກັບ​ປະ​ສິດ​ທິ​ຜົນ​ເປີດ​ກວ້າງ​ການ​ຄ້າ​ໄດ້​ພົ້ນ​ເດັ່ນ​ອອກ, ການ​ເຄື່ອນ​ໄຫວ​ລົງ​ທຶນ​ຂ້າມ​ແດນ​ກໍ່​ຈະ​ເພີ່ມ​ຂຶ້ນ;ສາມ​ແມ່ນ​ຍ້ອນ​ຕົ້ນ​ທຶນ​ການ​ຈໍ​ລະ​ຈອນ​ສິນ​ຄ້າ​ຂ້າມ​ແດນ​ຢູ່​ພາຍ​ໃນ​ເຂດ​ຫລຸດ​ຫນ້ອຍ​ລົງ, ຜະ​ລິດ​ຕະ​ພັນ​ທີ່​ວິ​ສາ​ຫະ​ກິດ​ຢູ່​ນອກ​ເຂດ​ລົງ​ທຶນ​ຜະ​ລິດ​ຢູ່​ໃນ​ເຂດ​ນັ້ນມີ​ຜົນ​ດີ​ຕໍ່​ການ​ເຂົ້າ​ສູ່​ຕະ​ຫລາດ​ທົ່ວ​​ເຂດ.​ໃນ​ເວ​ລາ​ດົນ​ນານ​ມາ​ນີ້, ​ເຂດ​ອ້ອມ​ຂ້າງ​ໄດ້​ກາຍ​ເປັນ​ແຫ​ລ່ງ​ສຳ​ຄັນ​ອັນ​ຫນຶ່ງ​ທີ່​ຈີນ​ດຶງ​ດູດ​ການ​ລົງ​ທຶນ​ໂດຍ​ກົງ,ຍ້ອນ​ເງຶ່ອນ​ໄຂ​ຊັບ​ພະ​ຍາ​ກອນ​ແລະ​ປັດ​ໄຈ​ຕ່າງໆ​ບໍ່​ຄື​ກັນ, ລັກ​ສະ ນະ​ຕາບ​ຈູນ​ທາງ​ເສດ​ຖະ​ກິດ​ລະ​ຫວ່າງ​ຈີນ​ກັບ​ປະ​ເທດ​ແລະ​ເຂດ​ແຄວ້ນ​ເຫລົ່າ​ນີ້​ຈະ​ຊົງ​ຕົວ​ຢູ່​ຢ່າງ​ຍາວ​ນານ,​ໂດຍ​ສະ​ເພາະ​ແມ່ນ​ທ່າ​ແຮງ​ດ້ານ​ຊັບ​ພະ​ຍາ​ກອນ​ແຮງ​ງານ​ຂອງ​ຈີນ​ຈະ​ອຳ​ນວຍ​ໂອ​ກາດ​ຢ່າງ​ຫລວງ​ຫລາຍ​ໃຫ້​ທຶນ​ຮອນ​ແລະ​ເຕັກ​ນິກ​ຂອງ​ປະ​ເທດ​ອື່ນ​ຫັນ​ເປັນ​ກຳລັງ​ແກ່ງ​ແຍ່ງ​ແລະ​ຜົນ​ປະ​ໂຫຍ​ດຕົວ​ຈິງ. ສະ​ນັ້ນ, ຄຽງ​ຄູ່​ກັບ​ການ​ຈໍ່​ຕົວ​ເປັນ FTA, ການ​ເຕີບ​ໂຕ​ຂອງ​ການ​ລົງ​ທຶນ​ລະ ຫວ່າງ​ກັນ​ກໍ່​ຈະ​ມີ​ຊ່ອງ​ຫວ່າງ​ແລະ​ກຳລັງ​ບົ່ມ​ຊ້ອນ​ຫລາຍ​ກວ່າ​ເກົ່າ​ໃນ​ການ​ພັດທະນາ.